ຄົນລາວເຮົາຈຳນວນບໍ່ໜ້ອຍ ທີ່ສະຫຼອກກອກຊອກກິນອາຫານແປກໆ ບໍ່ແປກແຕ່ກະໂຕອາຫານ ແຕ່ຊື່ເອີ້ນກໍຕ້ອງແປກແບບກວນ ກວນຊວນທົດລອງ ຍ້ອນແນວນີ້ເອງ ບາງຮ້ານຈຶ່ງມີອາຫານທີ່ໃສ່ຊື່ແບບຟັງແລ້ວກະດຽມຫູ ເຊັ່ນ: ເຍື່ອງທີ່ເຮັດດ້ວຍອະໄວຍະວະເພດຂອງສັດ ແທນທີ່ຈະຊອກໃສ່ຊື່ແບບປິດໆບັງໆແດ່ ແຕ່ພັດເອີ້ນຊື່ໂດຍກົງໂລດແບບບໍ່ຫ່ວງໂລກ ເຮັດໃຫ້ລູກຄ້າບາງຄົນໜ້າແດງ ເລື່ອງນີ້ຄວນພິຈາລະນາປ່ຽນໃໝ່ສາ ຊອກໃສ່ຊື່ອື່ນ ແຕ່ມີຄວາມໝາຍດຽວກັນ ພາສາລາວເຮົາອຸດົມຮັ່ງມີ…
Author: Vientiane Mai
ຄຳແນະນຳ ແລະ ຂໍ້ຫ້າມ ການໃຊ້ຢາແກ້ແພ້
ຍາມທີ່ມີອາການຮູ້ສຶກຕັນດັງ ນ້ຳມູກໄຫຼຍາມໃດ ຫຼາຍຄົນຄົງຈະນຶກເຖິງ “ຢາແກ້ແພ້” ກ່ອນເປັນລຳດັບທຳອິດ ເພາະເຊື່ອວ່າຈະຜ່ອນຄາຍອາການດັ່ງກ່າວໄດ້ ແຕ່ຫຼາຍຄົນກໍຍັງບໍ່ຮູ້ເຖິງຜົນເສຍ ແລະ ອັນຕະລາຍຈາກຢາແກ້ແພ້ນີ້ ຖ້າໃຊ້ຢ່າງບໍ່ຖືກວິທີ ສະນັ້ນ ມາຮູ້ຈັກກັບ “ຢາແກ້ແພ້” ກັນກ່ອນ. ອັນໃດຄື “ຢາແກ້ແພ້”…
ການແຈ້ງຄຳຕັດສິນຂອງສານ
ພາຍຫຼັງທີ່ໄດ້ພິມຄຳຕັດສີນສຳເລັດ ແລະ ປະທານຄະນະສານ ພ້ອມດ້ວຍຈ່າສານໄດ້ລົງລາຍເຊັນ ແລະ ຈ້ຳກາຄະນະສານ ແລະ ຊື່ແຈ້ງຂອງຈ່າສານເປັນທີ່ຮຽບຮ້ອຍແລ້ວ ຈ່າສານຈະເຮັດຄຳຕັດສິນເປັນ 2 ສະບັບ ສະບັບ 1 ເກັບໄວ້ໃນສຳເນົາຂອງຄະນະສານ ອີກສະບັບ 1…
ຂີ້ເຫຍື້ອບິນເປັນ
ຄວາມເປື້ອນເປິະເຮິະຮ້າຍທີ່ເຫັນຕາມນະຄອນຫຼວງ ກໍຄື ຕົວເມືອງໃຫຍ່ໆໃນປະເທດພວກເຮົານັ້ນ ເກີດມາຈາກຫຼາຍສາເຫດ ແຕ່ທີ່ແກ້ຍາກນັ້ນແມ່ນຂີ້ເຫຍື້ອທີ່ບິນອອກມາຈາກລົດບັນທຸກຫີນ-ຊາຍ ກໍຄື ລົດແກ່ວັດຖຸກໍ່ສ້າງອື່ນໆ ທີ່ລະເມີດກົດຈະລາຈອນ ຄືບໍ່ມີຜ້າປົກປ້ອງກັນບໍ່ໃຫ້ວັດຖຸທີ່ບັນທຸກຕົກເຮ່ຍ ນອກຈາກນັ້ນ ຍັງບັນທຸກເກີນຄວາມສາມາດຂອງລົດ ສ່ວນການຄວບຄຸມຕິດຕາມຂອງເຈົ້າໜ້າທີ່ຮັບຜິດຊອບນັ້ນກໍລະເຫຼີງ ເລືອກເຮັດເປັນບາງໂອກາດ ເວລາມີເຫດການສຳຄັນເທົ່ານັ້ນ ດັ່ງນັ້ນ ຈຶ່ງບໍ່ແປກດອກທີ່ບ້ານເມືອງພວກເຮົາອຸດົມສົມບູນໄປດ້ວຍຂີ້ເຫຍື້ອ.
6 ທ່າບໍລິຫານແກ້ປວດ “ຄໍ-ບ່າ-ໄຫຼ່”
ພະນັກງານຫ້ອງການສ່ວນໃຫຍ່ ມັກຈະມີພຶດຕິກຳນັ່ງເຮັດວຽກຢູ່ໜ້າຈໍຄອມພິວເຕີ ນັ່ງເຮັດວຽກເອກະສານເທິງໂຕ໊ະ ກົ້ມໜ້າໝົດມື້ ເຮັດໃຫ້ມີອາການປວດຄໍ ແລະ ບ່າໄຫຼ່ໄດ້ງ່າຍ ບັນຫາເຫຼົ່ານີ້ ຫາກເລີ່ມມີອາການແລ້ວຈັດການຕົວເອງເບື້ອງຕົ້ນໄດ້ ຈະເຮັດໃຫ້ບັນຫາບໍ່ຍືດເຍື້ອອາການປວດຄໍ ແລະ ບ່າໄຫຼ່ເບື້ອງຕົ້ນ ເປັນຜົນມາຈາກຄວາມບໍ່ສົມດຸນຂອງກ້າມຊີ້ນດ້ານໜ້າກັບດ້ານຫຼັງທີ່ເຮັດວຽກຜິດສົມດຸນ ເກີດຈາກທ່າທາງທີ່ເຮົາຄຸ້ນເຄີຍ ຈົນສົ່ງຜົນຕໍ່ການປ່ຽນແປງຂອງຄວາມຍາວ ແລະ…
ສະຫະລັດ ຫວນຄືນ 5 ອັນດັບສູງສຸດ ດັດຊະນີນະວັດຕະກຳໂລກ
ສະຫະລັດອາເມຣິກາ ຫວນກັບຄືນສູ່ 5 ອັນດັບສູງສຸດ ການຈັດອັນດັບດັດຊະນີ ນະວັດຕະກຳໂລກຂອງອົງການສະຫະປະຊາຊາດ ປະຈຳປີນີ້ ສ່ວນ ຈີນ ກະໂດດຂຶ້ນມາອີກ 3 ອັນດັບ ເປັນ 14 ດ້ານໄທ ຫຍັບຂຶ້ນເປັນອັນດັບທີ…
ບົດຮຽນກ່ຽວກັບການເກັບພາສີຈາກບໍລິສັດຕ່າງປະເທດ
ພົບກັນຕາມເຄີຍກັບ “ເບິ່ງບ້ານເຂົາເອົາບົດຮຽນ” ຄໍລຳທີ່ຈັດສັນກັ່ນຕອງເອົາບົດຮຽນດີໆຈາກຕ່າງປະເທດ ມາຕ້ອນບັນດາທ່ານຜູ້ອ່ານ ເຊິ່ງມີທັງບົດຮຽນທີ່ເບິ່ງໄວ້ເພື່ອຖອດໄປປະຕິບັດຕາມເງື່ອນໄຂຂອງບ້ານເຮົາ ແລະ ບົດຮຽນທີ່ຄວນປ້ອງກັນບໍ່ໃຫ້ເກີດຂຶ້ນໃນສັງຄົມລາວ. ມື້ນີ້ ຂໍເວົ້າເລື່ອງລະບຽບການເກັບພາສີຢູ່ບາງປະເທດ ເພື່ອເບິ່ງນຳກັນວ່າ ຢູ່ລາວພວກເຮົານັ້ນຄວນມີຄວາມຮັດກຸມຊ່ຳໃດ ກ່ຽວກັບການເກັບພາສີກັບບໍລິສັດຕ່າງປະເທດຈຳນວນໜຶ່ງ ທີ່ເຄື່ອນໄຫວຢູ່ໃນປະເທດພວກເຮົາ. ທີ່ ສະຫະພັນຣັດເຊຍ: ນັບແຕ່ວັນທີ…
ເຊີນຮ່ວມບໍລິຈາກເລືອດ ເນື່ອງໃນໂອກາດວັນຊາດ ຄົບຮອບ 45 ປີ
ສູນເລືອດແຫ່ງຊາດ ອົງການກາແດງລາວ ໃນນາມກອງເລຂາຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໃນມື້ວັນສຸກ ທີ 27 ພະຈິກ 2020 ສູນເລືອດແຫ່ງຊາດ ຮ່ວມກັບການຈັດຕັ້ງຕ່າງໆ ຈະໄດ້ຈັດກິດຈະກຳຮັບບໍລິຈາກເລືອດແບບເປີດກວ້າງຂຶ້ນ ຢູ່ທີ່ຕຶກອາຄານສູນການຄ້າ ລາວ-ໄອເຕັກ ຫຼັງໃໝ່ ຊັ້ນ…
ແຄນລາວບໍ່ລືມເຕົ້າ
ຄົນລາວກັບສຽງແຄນລາວ ສາມາດເວົ້າໄດ້ວ່າ ມັນບົ່ງບອກເອກະລັກຕົວຕົນໄດ້ດີວ່າ ເຮົາເປັນຄົນລາວ ເຊິ່ງມີປະເພນີຮີດຄອງວັດທະນະທຳທີ່ສອນໃຫ້ຄົນເປັນຄົນດີທາງດ້ານຮ່າງກາຍ ແລະ ຈິດໃຈ (ນິໄສໃຈຄໍ) ຮີດ 12 ຄອງ 14 ແມ່ນຮີດຄອງທີ່ສາມາດນຳມາປະຕິບັດອົບຮົມຈິດໃຈ ໃຫ້ເກີດການປະພຶດທີ່ດີງາມ ເພາະຮີດຄອງດັ່ງກ່າວ ມັນໄດ້ຜູກແໜ້ນກັບສິນທຳທາງສາສະໜາພຸດ…