ແຄນລາວບໍ່ລືມເຕົ້າ

ຄົນ​ລາວ​ກັບ​ສຽງ​ແຄນ​ລາວ ສາ­ມາດ​ເວົ້າ​ໄດ້​ວ່າ ມັນ​ບົ່ງ​ບອກ​ເອ­ກະ­ລັກ​ຕົວ​ຕົນ​ໄດ້​ດີ​ວ່າ ເຮົາ​ເປັນ​ຄົນ​ລາວ ເຊິ່ງ​ມີ​ປະ­ເພ­ນີ​ຮີດ­ຄອງ​ວັດ­ທະ­ນະ­ທຳ​ທີ່​ສອນ​ໃຫ້​ຄົນ​ເປັນ​ຄົນ​ດີ​ທາງ​ດ້ານ​ຮ່າງ­ກາຍ ແລະ ຈິດ­ໃຈ (ນິ­ໄສ​ໃຈ­ຄໍ) ຮີດ 12 ຄອງ 14 ແມ່ນ​ຮີດ­ຄອງ​ທີ່​ສາ­ມາດ​ນຳ​ມາ​ປະ­ຕິ­ບັດ​ອົບ­ຮົມ​ຈິດ­ໃຈ ໃຫ້​ເກີດ​ການ​ປະ­ພຶດ​ທີ່​ດີ­ງາມ ເພາະ​ຮີດ­ຄອງ​ດັ່ງ­ກ່າວ ມັນ​ໄດ້​ຜູກ​ແໜ້ນ​ກັບ​ສິນ​ທຳ​ທາງ​ສາ­ສະ­ໜາ​ພຸດ ແລະ ແບບ­ແຜນ​ການ​ປະ­ພຶດ​ອັນ​ດີ­ງາມ​ຂອງ​ບັນ­ພະ­ບຸ­ລຸດ​ລາວ ສັງ­ຄົມ​ໃດ​ໜຶ່ງ ຖ້າ­ວ່າ​ຈະ​ມີ​ສິ່ງ​ໃດ​ເປັນ​ສັນ­ຍະ­ລັກ​ບອກ​ຕົວ​ຕົນ​ໄດ້​ທັນ­ທີ ກໍ​ແມ່ນ​ວັດ­ທະ­ນະ­ທຳ.

ຜູ້​ຂຽນ​ຂໍ​ຍົກ​ເອົາ​ແບບ­ແຜນ​ການ​ປະ­ພຶດ​ທີ່​ຄົນ​ລາວ​ສັ່ງ­ສອນ​ກັນ ໃນ​ໜັງ­ສື​ອິນ​ທິ​ຍານ​ສອນ​ລູກ ເຊັ່ນ​ວ່າ:

ອັນ​ໜຶ່ງ​ໃຫ້​ຊ່າງ​ບ້ອນ           ສະ­ເໝີ​ດັ່ງ​ປາ­ຫຼົດ
ຢ່າ​ໄດ້​ແປນ​ຄຸຍ​ລອຍ           ດັ່ງ​ປາ​ກະ­ທົງ​ໃບ້
ໃຫ້​ຄ່ອຍ​ທຳ​ພຽນ​ສ້າງ          ສະ­ເໝີ​ແຕນ​ແປງ​ຊໍ່
ໃຫ້​ຊ່າງ​ກໍ່​ສືບ​ໄວ້              ສະ­ເໝີ​ເຜິ້ງ​ສືບ​ຮັງ
ຍາມ​ໃດ​ໄດ້                 ມາ​ມື​ອັນ​ໃໝ່
ຂອງ​ເກົ່າ​ນັ້ນ                ແພງ​ໄວ້​ຢ່າ​ວາງ ແທ້​ເນີ

ຜູ້​ຂຽນ​ຍົກ​ຄຳ​ກອນ​ເກົ່າ​ມາ​ສະ­ເໜີ ເພື່ອ​ວ່າ​ຜູ້​ອ່ານ​ສາ­ມາດ​ຕີ​ຄວາມ​ນຳ​ກັນ​ໄດ້​ວ່າ ນັກ­ປາດ​ລາວ ແຕ່​ກ່ອນ​ເພິ່ນ​ຢາກ​ຝາກ​ຄະ­ຕິ​ປັນ­ຍາ​ໃຫ້​ພວກ​ເຮົາ​ໄດ້​ຄິດ​ຄົ້ນ​ຫາ​ເຫດ­ຜົນ​ວ່າ ການ​ສ້າງ​ອະ­ນາ­ຄົດ​ໃຫ້​ແກ່​ຕົນ ມີ​ແຕ່​ການ​ສືບ­ຕໍ່​ພູມ​ປັນ­ຍາ​ບັນ­ພະ­ບຸ­ລຸດ​ໃຫ້​ສູງ​ຂຶ້ນ ໂດຍ​ຮູ້­ຈັກ​ປະ­ສານ​ຕໍ່​ຍອດ​ຈາກ​ຕົ້ນ​ທຶນ​ທີ່​ມີ​ຢູ່​ແລ້ວ ເພື່ອ​ຂະ­ຫຍາຍ​ໃຫ້​ເລິກ ແລະ ກວ້າງ ຂະ­ນະ​ດຽວ​ກັນ​ເມື່ອ​ມີ​ຂອງ​ໃໝ່ ເພິ່ນ​ກໍ​ສອນ​ໃຫ້​ຮູ້​ຮັກ­ສາ​ແພງ​ຂອງ​ເກົ່າ​ໄວ້​ບໍ່​ໃຫ້​ປະ​ຖິ້ມ…

ອັນ​ໜຶ່ງ ຢ່າ​ໄດ້​ທຽມ​ຜູ້​ໃບ້         ເປັດ​ຫ່ານ​ຫົວ​ຂຽວ
ມັນ​ກໍ​ໄລ­ລາ​ປະ                ໄຂ່​ເສຍ​ກາງ​ບ້ານ
ມັນ​ກໍ​ໄລ­ລາ​ຖິ້ມ                ເສຍ​ໃຈ​ດອມ​ເພື່ອນ
ລູກ​ແຕກ​ອອກ​ຈາກ​ທ້ອງ          ມັນ​ລ້ຽງ​ກໍ​ບໍ່​ເປັນ

ບົດ​ກະ­ວີ​ຂ້າງ​ເທິງ​ນີ້ ມັນ​ສະ­ທ້ອນ​ພຶດ­ຕິ​ກຳ​ລ້ຽງ​ລູກ​ຂອງ​ເປັດ ຫ່ານ ທີ່​ບໍ່​ສາ­ມາດ​ເອົາ​ມາ​ເປັນ​ແບບ­ຢ່າງ​ໄດ້ ຖ້າ­ວ່າ​ເຮົາ​ເປັນ ພໍ່ ແມ່ ຜູ້​ປົກ­ຄອງ​ລູກ​ຫຼານ ຕ້ອງ​ໄດ້​ຮຽນ​ຮູ້​ບົ່ມ​ສອນ ເຝິກ​ຫັດ​ດັດ­ນິ­ໄສ​ຂອງ​ລູກ​ຫຼານ ໃຫ້​ພວກ​ເຂົາ­ເຈົ້າ​ຮູ້­ຈັກ​ຮີດ­ຄອງ​ປະ­ເພ­ນີ ແລະ ການ​ປະ­ພຶດ​ຕົນ​ທີ່​ເໝາະ​ສົມ ການ​ສ້າງ​ຕົນ​ໂດຍ​ຮູ້­ຈັກ​ຮັກ­ສາ​ຕໍ່​ຍອດ​ຂອງ​ເກົ່າ ປະ­ສານ​ເຂົ້າ​ກັບ​ຂອງ​ໃໝ່​ຢ່າງ​ກົມ​ກືນ ໝັ້ນ­ຄົງ ກໍ​ອາດ​ສາ­ມາດ​ຮັກ­ສາ​ເອ­ກະ­ລັກ​ວັດ­ທະ­ນະ­ທຳ​ຂອງ​ຕົນ​ເອງ​ໄວ້​ໄດ້ ແຕ່​ຖ້າ­ວ່າ​ມີ​ນັກ­ວິ­ຊາ­ການ​ເຄິ່ງ​ຜີ​ເຄິ່ງ​ຄົນ ຮູ້​ແຕ່​ວິ­ທີ​ລ້ຽງ​ປາກ​ທ້ອງ ແຕ່​ບໍ່​ຮູ້​ຮາກ​ເຫງົ້າ​ບັນ­ພະ­ບຸ­ລຸດ​ຂອງ​ຕົນ ຍ່ອມ​ອາດ​ພາ­ໃຫ້​ສູນ​ເສຍ​ຄຸນ­ຄ່າ​ຄວາມ​ເປັນ​ຕົວ​ຕົນ.

ແຄນ​ລາວ​ບໍ່​ລືມ​ເຕົ້າ ຈຶ່ງ​ເຂົ້າ​ກັບ​ຄຳ​ເວົ້າ​ທ່ານ ໄກ­ສອນ ພົມ­ວິ­ຫານ ທີ່​ຝາກ​ເຕືອນ​ໄວ້​ວ່າ: ເສຍ​ວັດ­ທະ­ນະ­ທຳ​ຄື​ເສຍ​ຊາດ ເຖິງ​ມີ​ລົມ​ຫາຍ­ໃຈ​ກໍ​ໄຮ້​ຈິດ​ວິນ​ຍານ.

ສະ­ເໜີ​ແລກ­ປ່ຽນ.

ໂດຍ: ດັ້ນກີບເມກ

error: Content is protected !!