ບົດຮຽນກ່ຽວກັບການເກັບພາສີຈາກບໍລິສັດຕ່າງປະເທດ

ພົບ​ກັນ​ຕາມ​ເຄີຍ​ກັບ “ເບິ່ງ​ບ້ານ​ເຂົາ​ເອົາ​ບົດ­ຮຽນ” ຄໍ​ລຳ​ທີ່​ຈັດ​ສັນ​ກັ່ນ​ຕອງ​ເອົາ​ບົດ­ຮຽນ​ດີໆຈາກ​ຕ່າງ­ປະ­ເທດ ມາ​ຕ້ອນ​ບັນ­ດາ​ທ່ານ​ຜູ້​ອ່ານ ເຊິ່ງ​ມີ​ທັງ​ບົດ­ຮຽນ​ທີ່​ເບິ່ງ​ໄວ້​ເພື່ອ​ຖອດ​ໄປ​ປະ­ຕິ­ບັດ​ຕາມ​ເງື່ອນ­ໄຂ​ຂອງ​ບ້ານ​ເຮົາ ແລະ ບົດ­ຮຽນ​ທີ່​ຄວນ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຂຶ້ນ​ໃນ​ສັງ­ຄົມ​ລາວ.

ມື້­ນີ້ ຂໍ​ເວົ້າ​ເລື່ອງ​ລະ­ບຽບ​ການ​ເກັບ​ພາ­ສີ​ຢູ່​ບາງ​ປະ­ເທດ ເພື່ອ​ເບິ່ງ​ນຳ​ກັນ​ວ່າ ຢູ່​ລາວ​ພວກ​ເຮົາ​ນັ້ນ​ຄວນ​ມີ​ຄວາມ​ຮັດ­ກຸມ​ຊ່ຳ​ໃດ ກ່ຽວ​ກັບ​ການ​ເກັບ​ພາ­ສີ​ກັບ​ບໍ­ລິ­ສັດ​ຕ່າງ­ປະ­ເທດ​ຈຳ­ນວນ​ໜຶ່ງ ທີ່​ເຄື່ອນ​ໄຫວ​ຢູ່​ໃນ​ປະ­ເທດ​ພວກ​ເຮົາ.

ທີ່ ສະ­ຫະ­ພັນ​ຣັດ​ເຊຍ: ນັບ​ແຕ່​ວັນ​ທີ 1 ເດືອນ​ມັງ­ກອນ ຫາ​ວັນ​ທີ 1 ເດືອນ​ຕຸ­ລາ 2018 ທາງ​ການ​ຣັດ​ເຊຍ ໄດ້​ເລີ່ມ​ທົດ​ລອງ​ໃຊ້​ກົດ­ໝາຍ​ວ່າ​ດ້ວຍ​ການ​ຄືນ​ພາ­ສີ​ມູນ​ຄ່າ​ເພີ່ມ (VAT) ເຊິ່ງ​ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ວະ​ລາ​ດີ​ເມຍ ປູ​ຕິນ ໄດ້​ລົງ​ນາມ​ໃສ່​ເພື່ອ​ປະ­ກາດ​ໃຊ້ ໃນ​ວັນ​ທີ 27 ເດືອນ​ພະ­ຈິກ 2017 ກົດ­ໝາຍ​ສະ­ບັບ​ນີ້ ມີ​ຈຸດ­ປະ­ສົງ​ເພື່ອ​ຄືນ​ພາ­ສີ​ມູນ​ຄ່າ​ເພີ່ມ ໃຫ້​ພົນ­ລະ­ເມືອງ​ຕ່າງ­ປະ­ເທດ ເວ­ລາ​ນຳ​ເອົາ​ສິນ­ຄ້າ​ອອກ​ໄປ​ຈາກ​ຣັດ​ເຊຍ.

ກົດ­ໝາຍ​ໄດ້​ກຳ­ນົດ​ຢ່າງ​ຈະ​ແຈ້ງ­ວ່າ ຄົນ​ຕ່າງ­ປະ­ເທດ​ທີ່​ບໍ່​ຂຶ້ນ​ກັບ​ສະ­ພາບ​ເສດ­ຖະ­ກິດ​ອາ­ຊີ-ເອີ​ຣົບ ຈະ​ໄດ້​ຮັບ​ຄືນ​ຈຳ­ນວນ​ເງິນ​ພາ­ສີ ທີ່​ໄດ້​ຈ່າຍ​ໄປ​ໃນ​ເວ­ລາ​ຊື້​ສິນ­ຄ້າ ໃນ​ດິນ­ແດນ​ຣັດ​ເຊຍ​ທີ່​ມີ​ຍອດ​ມູນ​ຄ່າ​ການ​ເສຍ​ພາ­ສີ ແຕ່ 10.000 ຣຸບ​ປີ​ຂຶ້ນ​ໄປ ລູກ​ຄ້າ​ທີ່​ເປັນ​ຄົນ​ຕ່າງ­ປະ­ເທດ ຕ້ອງ​ສະ­ເໜີ​ເບີກ​ໃບ​ບິນ​ຄືນ​ພາ​ສີ­ພາຍ​ໃນ​ມື້​ທຳ​ອິດ ຫຼັງ​ຈາກ​ຊື້​ສິນ­ຄ້າ​ດ້ວຍ​ມູນ​ຄ່າ​ທີ່​ເວົ້າ​ມາ​ຂ້າງ​ເທິງ​ນັ້ນ.

ແນວ­ໃດ​ກໍ​ດີ ກົດ­ໝາຍ​ຍັງ​ໄດ້​ກຳ­ນົດ​ປະ­ເພດ​ສິນ­ຄ້າ ທີ່​ຈະ​ບໍ່​ໄດ້​ຮັບ​ຄືນ​ພາ­ສີ​ມູນ​ຄ່າ​ເພີ່ມ ເຊິ່ງ​ແມ່ນ​ສິນ­ຄ້າ​ທີ່​ຕ້ອງ​ໄດ້​ເສຍ​ພາ­ສີ​ຈຳ­ໜ່າຍ​ພິ­ເສດ ແລະ ສິນ­ຄ້າ​ທີ່​ນອນ​ຢູ່​ໃນ​ບັນ­ຊີ​ພິ­ເສດ​ຂອງ​ລັດ­ຖະ­ບານ ກົດ­ໝາຍ​ສະ­ບັບ​ນີ້ ໄດ້​ຜ່ານ​ການ​ທົດ​ລອງ​ໃຊ້​ຢູ່ 3 ຈຸດ ຂອງ​ຣັດ​ເຊຍ ລວມ​ມີ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ນະ­ຄອນ​ແຊງ​ເປ​ແຕກ​ບວກ ແລະ ນະ­ຄອນ​ໂຊ​ຈີ.

ທີ່ ອິນ​ໂດ​ເນ​ເຊຍ: ໃນ​ຕົ້ນ​ເດືອນ​ກັນ­ຍາ 2019 ຂ່າວ​ຕ່າງ­ປະ­ເທດ​ຈາກ​ອິນ​ໂດ​ເນ​ເຊຍ ໄດ້​ໃຫ້​ຮູ້​ວ່າ: ທາງ​ການ​ຂອງ​ປະ­ເທດ​ນີ້ ໄດ້​ອອກ​ກົດ­ໝາຍ​ເກັບ​ພາ­ສີ​ມູນ​ຄ່າ​ເພີ່ມ ຈາກ​ບັນ­ດາ​ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ​ຂ້າມ​ຊາດ​ຂອງ​ຕ່າງ­ປະ­ເທດ ເຊັ່ນ: ກູ​ເກິນ (Google) ແລະ ອາ​ເມ​ຊອນ (Amazon) ເຖິງ​ວ່າ​ສອງ​ບໍ­ລິ­ສັດ​ທີ່​ວ່າ​ນີ້ ບໍ່​ມີ​ສຳ­ນັກ­ງານ​ຕັ້ງ​ຢູ່​ໃນ​ປະ­ເທດ​ອິນ​ໂດ​ເນ​ເຊຍ​ກໍ​ຕາມ.

ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ: ໃນ​ປີ 2016 ບໍ­ລິ­ສັດ ກູ​ເກິນ ໄດ້​ມີ​ບັນ­ຫາ​ກັບ​ອິນ​ໂດ​ເນ​ເຊຍ ຍ້ອນ​ທາງ​ບໍ­ລິ­ສັດ​ໄດ້​ຫຼີກ​ລ່ຽງ​ພາ­ສີ ລວມ​ທັງ​ພາ­ສີ​ລາຍ​ຮັບ​ຈາກ​ການ​ໂຄ­ສະ­ນາ ພາ­ສີ​ມູນ​ຄ່າ​ເພີ່ມ​ຂອງ​ອິນ​ໂດ​ເນ​ເຊຍ​ນັ້ນ​ແມ່ນ​ຢູ່​ໃນ​ອັດ­ຕາ 10% ຂອງ​ມູນ​ຄ່າ​ທັງ​ໝົດ ເຊິ່ງ​ກຳ­ນົດ​ໄວ້​ສຳ­ລັບ​ຜະ­ລິດ​ຕະ​ພັນ ຫຼື ການ​ບໍ­ລິ­ການ​ເປັນ​ສ່ວນ​ໃຫຍ່.

ທີ່ ຝຣັ່ງ: ໃນ​ຕົ້ນ​ເດືອນ​ກໍ­ລະ­ກົດ 2019 ຝຣັ່ງ ໄດ້​ກາຍ­ເປັນ​ປະ­ເທດ​ທຳ​ອິດ​ໃນ​ເອີ​ຣົບ ທີ່​ໄດ້​ອອກ​ກົດ­ໝາຍ​ເກັບ​ພາ­ສີ​ຈາກ​ເຫຼົ່າ​ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ​ຂ້າມ​ຊາດ​ຂະ­ໜາດ​ໃຫຍ່ ລວມ​ມີ ກູ​ເກິນ ແອບ​ເປິນ ເຟດ​ບຸກ ແລະ ອາ​ເມ​ຊອນ ເຊິ່ງ​ຂຽນ​ເປັນ​ໂຕ​ຫຍໍ້​ວ່າ “ກາ​ຟາ” (GAFA) ກົດ­ໝາຍ​ນີ້​ຮ່າງ​ຂຶ້ນ​ຖືກ​ຮັບ­ຮອງ​ເອົາ ໂດຍ​ສະ­ພາ​ຜູ້​ແທນ​ບາ​ຊະ​ດອນ ແລະ ສະ­ພາ​ສູງ​ຂອງ​ຝຣັ່ງ.

ອັດ­ຕາ​ພາ­ສີ​ຂັ້ນ​ຕ່ຳ​ຢູ່​ຝຣັ່ງ​ນັ້ນ ຢູ່​ໃນ​ລະ­ດັບ 3% ສຳ­ລັບ​ລາຍ​ໄດ້​ຂອງ​ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ ທີ່​ມີ​ລາຍ​ຮັບ​ໝູ­ນວຽນ​ໃນ​ຕະ­ຫຼາດ​ຝຣັ່ງ​ຢ່າງ​ໜ້ອຍ 25 ລ້ານ​ເອີ​ໂຣ ແລະ ຫຼາຍ​ກວ່າ 750 ລ້ານ​ເອີ​ໂຣ ໃນ​ຕະ­ຫຼາດ​ໂລກ ກົດ­ໝາຍ​ນີ້​ຍັງ​ໄດ້​ກຳ­ນົດ​ການ​ເກັບ​ພາ­ສີ ແຕ່​ປີ 2019 ຄືນ​ຫຼັງ ເຊິ່ງ​ທາງ​ການ​ຂອງ​ຝຣັ່ງ ຄາດ​ວ່າ​ຈະ​ສາ­ມາດ​ເກັບ​ລາຍ​ຮັບ​ເຂົ້າ​ປະ­ເທດ​ໄດ້​ປະ­ມານ 400 ລ້ານ​ເອີ​ໂຣ.

error: Content is protected !!