ສະຫະລັດອາເມຣິກາ ຫວນກັບຄືນສູ່ 5 ອັນດັບສູງສຸດ ການຈັດອັນດັບດັດຊະນີ ນະວັດຕະກຳໂລກຂອງອົງການສະຫະປະຊາຊາດ ປະຈຳປີນີ້ ສ່ວນ ຈີນ ກະໂດດຂຶ້ນມາອີກ 3 ອັນດັບ ເປັນ 14 ດ້ານໄທ ຫຍັບຂຶ້ນເປັນອັນດັບທີ 43 ແຕ່ຍັງຕາມຫຼັງຫວຽດນາມ.
ການຈັດອັນດັບ The Global Innovation Index 2019 ຫຼື ດັດຊະນີນະວັດຕະກຳໂລກ ທີ່ຈັດສ້າງຂຶ້ນໂດຍສຳນັກງານຊັບສິນທາງປັນຍາຂອງອົງການສະຫະປະຊາຊາດ ຫຼື UN ຈາກການຈັດອັນດັບ 129 ປະເທດທົ່ວໂລກ ພົບວ່າ ສະວິດ ຄອງແຊັມຕໍ່ເນື່ອງເປັນປີທີ 9 ຊູແອັດ ຕາມມາເປັນອັນດັບ 2.
ສ່ວນສະຫະລັດອາເມຣິກາ ດີດຈາກອັນດັບ 6 ຂຶ້ນມາເປັນອັນດັບ 3 ດັນ ໂຮນລັງ ໄປຢູ່ໃນອັນດັບ 4 ແລະ ອັງກິດ ຫຼົ່ນໄປຢູ່ອັນດັບ 5.
ທີ່ໜ້າສົນໃຈ ຄື ອິດສະຣາແອນ ພຸ່ງເຂົ້າມາໃນອັນດັບ 10 ໄດ້ເປັນຄັ້ງທຳອິດ.
ໃນລາຍງານສະບັບນີ້ຊີ້ແຈງວ່າ ຈີນ ຍັງຄົງສືບຕໍ່ໄປໃນຖານະກຸ່ມປະເທດທີ່ມີນະວັດຕະກຳລ້ຳໜ້າ ໂດຍ ຈີນ ຫຍັບຂຶ້ນມາ 3 ຂັ້ນຈົບທີ່ອັນດັບ 14 ຕາມຫຼັງ ຮົງກົງ ທີ່ມາໃນອັນດັບ 13 ສ່ວນ ຍີ່ປຸ່ນ ໄລ່ຫຼັງ ຈີນ ມາຢູ່ທີ່ອັນດັບ 15.
ສ່ວນປະເທດໄທ ປີນຂຶ້ນໄປ 1 ອັນດັບ ຈາກ 44 ໄປທີ 43 ແຕ່ຍັງຕາມຫຼັງ ຫວຽດນາມ ທີ່ໄດ້ອັນດັບ 42.
ດັດຊະນີນະວັດຕະກຳໂລກ ມີຫຼັກເກນການພິຈາລະນາຈາກດັດຊະນີຊີ້ວັດ 80 ປະເພດ ຕັ້ງແຕ່ການລົງທຶນດ້ານການວິໄຈ ແລະ ພັດທະນາ ປະລິມານການຍື່ນຂໍຈົດລິຂະສິດ ແລະ ເຄື່ອງໝາຍການຄ້າ ໄປຈົນເຖິງດັດຊະນີຊີ້ວັດໃໝ່ໆຢ່າງການສ້າງແອັບພລິເຄຊັນເທິງໂທລະສັບມືຖື ແລະ ການສົ່ງອອກສິນຄ້າເຕັກໂນໂລຊີສູງ.