ສູນເລືອດແຫ່ງຊາດ ອົງການກາແດງລາວ ໃນນາມກອງເລຂາຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໃນມື້ວັນສຸກ ທີ 27 ພະຈິກ 2020 ສູນເລືອດແຫ່ງຊາດ ຮ່ວມກັບການຈັດຕັ້ງຕ່າງໆ ຈະໄດ້ຈັດກິດຈະກຳຮັບບໍລິຈາກເລືອດແບບເປີດກວ້າງຂຶ້ນ ຢູ່ທີ່ຕຶກອາຄານສູນການຄ້າ ລາວ-ໄອເຕັກ ຫຼັງໃໝ່ ຊັ້ນ 4 ເຊິ່ງຈະເລີ່ມແຕ່ເວລາ 08:30 ຫາ 15:30 ໂມງ (ເປັນເວລາ 1 ວັນ) ພາຍໃຕ້ຫົວຂໍ້ “45 ປີ ມີໄຊຍິ່ງໃຫຍ່-ຮ່ວມໃຈບໍລິຈາກເລືອດຊ່ວຍຊີວິດ”.

ຈຸດປະສົງຫຼັກຂອງການຈັດກິດຈະກຳໃນຄັ້ງນີ້ ແມ່ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສປປ ລາວ ຄົບຮອບ 45 ປີ ແນໃສ່ໃຫ້ມີເລືອດຕອບສະໜອງແກ່ຄົນເຈັບທີ່ຕ້ອງການ ທີ່ນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ດັ່ງນັ້ນ ຈຶ່ງແຈ້ງມາຍັງທຸກທ່ານເພື່ອຊາບ ແລະ ປຸກລະດົມ ເຊີນຊວນພະນັກງານ ສະມາຊິກທີ່ຂຶ້ນກັບພາກສ່ວນຂອງທ່ານເຂົ້າຮ່ວມກິດຈະກຳ ແລະ ຮ່ວມບໍລິຈາກເລືອດໃນຄັ້ງນີ້ດ້ວຍ.
# ຂ່າວ & ພາບ: ບຸນມີ