ຕົກປີ 2020 ຜູ້ຂຽນເຂົ້າໃຈວ່າເປັນປີທ້າທາຍຕໍ່ການດຳເນີນຊີວິດຂອງຄົນທົ່ວໂລກ ເຊິ່ງປີນີ້ມີທັງບັນຫາເສດຖະກິດ ປາກທ້ອງ ອົດຫິວ ກໍມີເພາະໂລກຂອງເຮົາມັນບໍ່ຮາບພຽງ ຄົນລວຍກໍລວຍຂຶ້ນ ຄົນຈົນກໍມີທ່າອ່ຽງຈົນລົງໄປເລື່ອຍໆຫຼາຍກວ່າຈະກັບມາລວຍ ເພາະວົງຈອນເສດຖະກິດ ຖ້າເອື້ອອຳນວຍແກ່ຄົນກຸ່ມນ້ອຍຄົນກຸ່ມໃຫຍ່ຂອງຊາດ ກໍຂາດຊັບພະຍາກອນຢ່າງເຫັນໄດ້ທັນຕາ ບາງຄົນລອດຈາກໂຄວິດ-19 ເປັນໄວຣັສກິນຕັບປອດແຕ່ມາເສຍຊີວິດຍ້ອນໄຂ້ຍຸງລາຍກໍມີ. ບັນຫາໄຂ້ຍຸງລາຍ ຫຼື…
Author: Vientiane Mai
ເລີ່ມເຂົ້າລະດູຝົນ ຜູ້ຂັບຂີ່ລົດໃຫຍ່ຄວນກຽມພ້ອມຫຼາຍປັດໄຈ
ກ້າວເຂົ້າສູ່ລະດູຝົນຢ່າງເຕັມຕົວ ເຮົາບໍ່ຮູ້ວ່າຝົນຈະຕົກມາເມື່ອໃດ ເຊິ່ງມື້ນີ້ພວກເຮົາຂໍນຳສະເໜີການຂັບຂີ່ລົດລຸຍນ້ຳຖ້ວມ ລະດູຝົນເປັນອີກສາເຫດເຮັດໃຫ້ເກີດອຸບັດເຫດຕາມເສັ້ນທາງ ເພາະນ້ຳຝົນທີ່ຕົກລົງມາ ເຮັດໃຫ້ທາງມື່ນ ອັນເປັນເຫດເຮັດໃຫ້ໄລຍະໃນການເບຣກລົດຍາວຂຶ້ນກວ່າປົກກະຕິ ທັງຍັງຫຼຸດທັດສະນະໃນການເບິ່ງເຫັນຂອງຜູ້ຂັບລົດ ສາເຫດເຫຼົ່ານີ້ເປັນປັດໄຈພາຍນອກທີ່ຫຼາຍໆທ່ານຂັບລົດຄວບຄຸມບໍ່ໄດ້ ແຕ່ຕ້ອງເພີ່ມຄວາມລະມັດລະວັງໃຫ້ຫຼາຍຂຶ້ນ ທີ່ສຳຄັນແມ່ນຕ້ອງປັບວິທີການຂັບລົດ ໃຫ້ສອດຄ່ອງກັບສະພາບໃນແຕ່ລະໄລຍະ ສະນັ້ນ ຈຶ່ງຂໍແນະນຳວິທີປະຕິບັດໃນການຂັບຂີ່ລົດໃນໄລຍະລະດູຝົນ ຫຼື ຂັບລົດຜ່ານນ້ຳຖ້ວມຢ່າງປອດໄພ…
ອຸທິຍານພູຟ້າ ມໍລະດົກອັນລ້ຳຄ່າຂອງຊາວຜົ້ງສາລີ
ນອກຈາກເປັນອຸທິຍານທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນ ແລະ ລະບົບນິເວດວິທະຍາແລ້ວ ພູຟ້າຍັງເປັນມໍລະດົກອັນລ້ຳຄ່າທາງທຳມະຊາດ ແລະ ເປັນມິ່ງຂວັນຂອງຊາວເມືອງຜົ້ງສາລີ ທີ່ມີທັງຄວາມເຊື່ອ ຄຸນຄ່າທາງດ້ານຈິດໃຈ ແລະ ຄວາມກ່ຽວພັນກັນຢ່າງກົມກືນຂອງການດຳລົງຊີວິດ ລະຫວ່າງຄົນກັບທຳມະຊາດນຳອີກ. ພູຟ້າເປັນໜ່ວຍພູອັນໜຶ່ງ ທີ່ຕັ້ງຢູ່ຄູ່ກັບດິນແດນຂອງແຂວງຜົ້ງສາລີ ມາແຕ່ດົນນານ ເຊິ່ງຖືກກ່າວຂານກັນວ່າເປັນພູທີ່ສັກສິດ ແລະ…
ລູກສຸດສະຫຼາດ
ເຊົ້າໜຶ່ງໃນມື້ບຸນປີໃໝ່ລາວ ຈານປື່ງບັງເອີນແນມເຫັນໂຈນ ພວມພະຍາຍາມແທງກຸນແຈຜີ ເພື່ອລັກເອົາລົດຈັກຄັນຈີກຊອງຂອງລາວໄປ ດ້ວຍສັນຊາດຕະຍານອັດຕະໂນມັດ ຈານປື່ງ ໄດ້ຄວ້າເອົາປືນນ້ຳສີມືດໆຂອງລູກຊາຍຫຼ້າ ແລ້ວຈີ້ໃສ່ໂຈນ ທັງເປັ່ງສຽງອອກມາວ່າ: “ຢຸດ ຖ້າບໍ່ຢາກຕາຍໃຫ້ຍົກມືຂຶ້ນ… ເຫັນບໍນິກູມີປືນໃດ໋ !” ຝ່າຍໂຈນຕົກໃຈ ແລະ ຢ້ານຈົນຕົວສັ່ນ…
ລັດຖະບານ ສືບຕໍ່ປະຕິບັດມາດຕະການຜ່ອນຜັນ ການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19
ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 15 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ…
ໂຄວິດ-19 ເຊົາຕິດເພີ່ມຢູ່ລາວ 33 ວັນແລ້ວ
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ວັນທີ 15 ພືດສະພາ 2020 ຢູ່ສູນປະຕິບັດງານຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ…
ຮອງເຈົ້າຄອງ ລົງຕິດຕາມການກໍ່ສ້າງເສັ້ນທາງຢູ່ ນວ
ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງຕັດໃໝ່…
ນວ ເລັ່ງກໍ່ສ້າງໂຄງການປ້ອງກັນຕາຝັ່ງເຈື່ອນ ເພື່ອປ້ອງກັນດິນ-ນ້ຳຖ້ວມ
ເພື່ອປ້ອງກັນດິນຕາມແຄມແມ່ນ້ຳ ບໍ່ໃຫ້ສູນເສຍຍ້ອນໄພທຳມະຊາດ ລັດຈຶ່ງໄດ້ລົງທຶນມະຫາສານ ເພື່ອກໍ່ສ້າງຕາຝັ່ງເຈື່ອນຕາມລຳແມ່ນ້ຳຕ່າງໆ ສະເພາະຢູ່ນະຄອນຫຼວງວຽງຈັນ (ນວ) ໄດ້ສຸມໃສ່ກໍ່ສ້າງຕາຝັ່ງຕາມລຳແມ່ນ້ຳຂອງ ບັນດາດອນກາງຂອງ ແລະ ແມ່ນ້ຳງື່ມຈຸດທີ່ມີຄວາມສ່ຽງຕ່າງໆ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນວ ເປັນຜູ້ຈັດຕັ້ງປະຕິບັດ…
ຮ້ານອາຫານ ແລະ ຄາຣາໂອເກະອາຍນ້ຳເຢັນ ປິດໃຫ້ບໍລິການຕາມຄຳສັ່ງຂອງຂັ້ນເທິງ
ຮ້ານອາຫານ ແລະ ຄາຣາໂອເກະອາຍນ້ຳເຢັນ ໄດ້ຢຸດໃຫ້ບໍລິການຊົ່ວຄາວນັບແຕ່ທ້າຍເດືອນກຸມພາ 2020 ເປັນຕົ້ນມາ ເພື່ອປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ແລະ ກຳລັງສຸມໃສ່ການສ້ອມແປງຮ້ານໃຫ້ສວຍງາມ ແລະ ໄດ້ມາດຕະຖານຫຼາຍຂຶ້ນ…