ເພື່ອປ້ອງກັນດິນຕາມແຄມແມ່ນ້ຳ ບໍ່ໃຫ້ສູນເສຍຍ້ອນໄພທຳມະຊາດ ລັດຈຶ່ງໄດ້ລົງທຶນມະຫາສານ ເພື່ອກໍ່ສ້າງຕາຝັ່ງເຈື່ອນຕາມລຳແມ່ນ້ຳຕ່າງໆ ສະເພາະຢູ່ນະຄອນຫຼວງວຽງຈັນ (ນວ) ໄດ້ສຸມໃສ່ກໍ່ສ້າງຕາຝັ່ງຕາມລຳແມ່ນ້ຳຂອງ ບັນດາດອນກາງຂອງ ແລະ ແມ່ນ້ຳງື່ມຈຸດທີ່ມີຄວາມສ່ຽງຕ່າງໆ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນວ ເປັນຜູ້ຈັດຕັ້ງປະຕິບັດ ປັດຈຸບັນມີຫຼາຍໂຄງການກໍ່ສ້າງສຳເລັດ ບາງໂຄງການກຳລັງກໍ່ສ້າງ ແລະ ບາງໂຄງການໄດ້ສຳຫຼວດຂຶ້ນແຜນທີ່ຈະກໍ່ສ້າງໃນຕໍ່ໜ້າ.

ທ່ານ ວິລຸນໄຊ ຈິດທະໄຊ ຫົວໜ້າໜ່ວຍງານປ້ອງກັນຕາຝັ່ງເຈື່ອນ ຂະແໜງຄຸ້ມຄອງທາງນ້ຳ ພະແນກ ຍທຂ ນວ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ພະແນກ ຍທຂ ນວ ໄດ້ສຸມໃສ່ຫຼາຍໂຄງການປ້ອງກັນຕາຝັ່ງເຈື່ອນ ທັງໂຄງການທີ່ຄ້າງຄາມາຫຼາຍປີ ແລະ ໂຄງການໃໝ່ ເນື່ອງຈາກໄລຍະນີ້ເປັນລະດູແລ້ງນ້ຳບົກແຫ້ງ ເປັນໂອກາດດີທີ່ຈະດຳເນີນການກໍ່ສ້າງຂອງບໍລິສັດຜູ້ຮັບເໝົາ ເປັນຕົ້ນໂຄງການຕາຝັ່ງເຈື່ອນແຄມຂອງໄລຍະ 2 ໂດຍນຳໃຊ້ເງິນກູ້ຈາກ ສ ເກົາຫຼີ ແຕ່ທາດຂາວ-ທ່າເຮືອຫຼັກ 4 ຕາມແຜນໃຫ້ໄດ້ປະມູນເດືອນເມສາ-ເດືອນພຶດສະພາ 2020 ແຕ່ຍ້ອນມີພະຍາດ COVID-19 ລະບາດ ຈຶ່ງໄດ້ເລື່ອນໄປ ຄາດວ່າຈະໄດ້ປະມູນເດືອນມິຖຸນາ 2020 ໂຄງການຫຼຸດຜ່ອນໄພພິບັດປີ 2019 ມີໂຄງການປ້ອງກັນຕາຝັ່ງເຈື່ອນຫ້ວຍນ້ຳເຄັມ ຍາວ 660 ແມັດ ມູນຄ່າ 18,7 ຕື້ກີບ ໂຄງການກໍ່ສ້າງຕາຝັ່ງເຈື່ອນນ້ຳງື່ມຈຸດສົ້ນຂົວທ່າງ່ອນ ຍາວ 150 ແມັດ ມູນຄ່າ 4,1 ຕື້ກີບ ເຊິ່ງໄດ້ປະມູນ ແລະ ຄັດເລືອກເອົາບໍລິສັດທີ່ປຶກສາແລ້ວ ຄາດວ່າຈະໄດ້ກໍ່ສ້າງເດືອນມິຖຸນາ 2020 ແລະ ຈະໃຫ້ສຳເລັດພາຍໃນ 1 ປີ ນອກນີ້ ຍັງໄດ້ສືບຕໍ່ປະຕິບັດໂຄງການຟື້ນຟູໄພພິບັດທີ່ຄ້າງຄາມາຫຼາຍປີ ເປັນຕົ້ນໂຄງການປ້ອງກັນຕາຝັ່ງເຈື່ອນບ້ານຫ້ອມ ຍາວ 1.500 ແມັດ ຄືບໜ້າ 65% ຄາດວ່າຈະສຳເລັດທ້າຍປີ 2021 ໂຄງການຕາຝັ່ງເຈື່ອນບ້ານຊາຍຟອງ 800 ແມັດ ຄືບໜ້າ 95% ຄາດວ່າຈະສຳເລັດທ້າຍປີ 2020 ແລະ ເດືອນມິຖຸນາ 2020 ສືບຕໍ່ປະຕິບັດໂຄງການຕາຝັ່ງເຈື່ອນບ້ານຫ້ວຍຫາງ 1.760 ແມັດ ມູນຄ່າ 51 ຕື້ກີບໃຫ້ສຳເລັດປີ 2021 ນອກນີ້ ທ້າຍປີ 2020 ຍັງຈະເລັ່ງລົງສຳຫຼວດຈຸດທີ່ມີຄວາມສ່ຽງການເຊາະເຈື່ອນຕາມລຳນ້ຳຂອງ ໂດຍສະເພະເຂດເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ເພື່ອສະເໜີເຂົ້າແຜນງົບປະມານປີ 2021 ມີ 3 ໂຄງການ ນວ ມີນ້ຳຂອງຍາວ 182 ກິໂລແມັດ ໄດ້ສຳເລັດການປະຕິບັດປ້ອງກັນຕາຝັ່ງເຈື່ອນແລ້ວ 63 ກິໂລແມັດ ເທົ່າກັບ 34,6% ການປະຕິບັດໄດ້ໜ້ອຍ ຍ້ອນງົບປະມານມີຈຳກັດ ອາໄສແຕ່ງົບປະມານຂອງລັດ ແລະ ເງິນກູ້ຢືມຈາກຕ່າງປະເທດຈຳນວນໜຶ່ງ.

ນອກຈາກແຄມນ້ຳຂອງ ແລະ ແຄມນ້ຳງື່ມແລ້ວ ຍັງໄດ້ສຸມໃສ່ກໍ່ສ້າງຕາຝັ່ງເຈື່ອນຕາມດອນກາງແມ່ນ້ຳຂອງ ເປັນຕົ້ນດອນວັງຄີ ຍາວ 4,5 ກິໂລແມັດ ສຳເລັດປີ 2019 ສືບຕໍ່ໂຄງການປ້ອງກັນຕາຝັ່ງເຈື່ອນດອນຊີງຊູ້ ຍາວ 5,76 ກິໂລແມັດ ຈະໃຫ້ສຳເລັດປີ 2022 ນອກນີ້ ລະດູຝົນປີ 2020 ຍັງໄດ້ກະກຽມຄວາມພ້ອມຕ້ານຖ້ວມ ມີເຮືອນກູ້ຊີບ 2 ລຳ ຈັກສູບນ້ຳເຄື່ອນທີ່ 5 ເຄື່ອງ ສ້າງລະບົບສູບນ້ຳຫ້ວຍສີຊົມຊື່ນ ບ້ານເກົ້າລ້ຽວ ແລະ ລະບົບປະຕູນ້ຳເຂດວັດຈັນ ທີ່ໄດ້ມີການສ້ອມແປງລະບົບລະບາຍນ້ຳສຳເລັດ ດ້ວຍງົບປະມານໄພພິບັດປີ 2018.

ສຳລັບແຜນຍຸດທະສາດປ້ອງກັນຕາຝັ່ງເຈື່ອນ ໄດ້ລົງເກັບກຳຂໍ້ມູນທີ່ຫຼໍ່ແຫຼມບ່ອນທີ່ມີຄວາມສ່ຽງທີ່ຈະເຊາະເຈື່ອນ 7 ຈຸດ ໃນນີ້ມີ 3 ດອນກາງຂອງ ຄື: ເຂດສົ້ນຂົວສີທອງ ບ້ານໄຮ່ປາກງື່ມ ເຂດບ້ານຖິ່ນແທ່ນ ບ້ານຄວາຍແດງ ເມືອງຫາດຊາຍຟອງ ເຂດບ້ານຖິ່ນເພຍ ເຂດບ້ານທ່າເດື່ອ ເຂດດອນຈັນເບື້ອງນອກ ແລະ ດອນກາງຂອງເມືອງສັງທອງ ກຳລັງລົງສຳຫຼວດເກັບກຳຂໍ້ມູນ ແລະ ດອນໝາກໂມ ເມືອງສີໂຄດຕະບອງ ຍາວ 6,5 ກິໂລແມັດ.
# ຂ່າວ & ພາບ : ສົມສະຫວັນ