ຮອງເຈົ້າຄອງ ລົງຕິດຕາມການກໍ່ສ້າງເສັ້ນທາງຢູ່ ນວ

ທ່ານ ພູ​ຂົງ ບັນ­ນະ​ວົງ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ທ່ານ ສຸ​ລິ​ວັນ ພົມ​ມະ­ຫາ​ໄຊ ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ໄດ້​ລົງ​ຕິດ­ຕາມ ແລະ ຊຸກ­ຍູ້​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ຕັດ​ໃໝ່ ແຕ່​ບ້ານ​ດົງ​ນາ​ທອງ​ຫາ​ບ້ານ​ໜອງ​ພະ­ຍາ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແລະ ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ສີ​ເກີດ​ຫາ​ຕານ​ມີ​ໄຊ ວັນ​ທີ 15 ພຶດ­ສະ­ພາ 2020.

ໂຄງ­ການ​ກໍ່­ສ້າງ​ທາງ​ຕັດ​ໃໝ່ ດົງ​ນາ​ທອງ​ຫາ​ໜອງ​ພະ­ຍາ ມີ​ຄວາມ​ຍາວ 7 ພັນ​ກວ່າ​ແມັດ ກວ້າງ 24 ແມັດ ໃນ​ນັ້ນ​ມີ 6 ເລນ ມີ​ດອນ​ກາງ​ທາງ ມີ​ທາງ​ຍ່າງ 2 ເບື້ອງ ມີ​ໄຟ​ເຍືອງ​ທາງ 2 ຂ້າງ​ທາງ ມີ​ລະ­ບົບ​ລະ­ບາຍ​ນ້ຳ ແລະ ໜ້າ​ທາງ​ປູ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ ໜາ 23 ຊັງ​ຕີ​ແມັດ ໂດຍ​ແມ່ນ​ບໍ­ລິ­ສັດ ພົງ​ຊັບ​ທະ­ວີ ກໍ່­ສ້າງ-ຂົວ​ທາງ ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ເຊິ່ງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ມາ​ຮອດ​ປັດ­ຈຸ­ບັນ ສຳ­ເລັດ 45% ເມື່ອ​ທຽບ­ໃສ່​ແຜນ­ການ​ແລ້ວ​ແມ່ນ​ຊັກ​ຊ້າ ສາ­ເຫດ​ຍ້ອນ​ການ​ໄກ່​ເກ່ຍ​ບາງ​ຈຸດ​ພົບ​ຄວາມ​ຫຍຸ້ງ­ຍາກ ເປັນ­ຕົ້ນ ຕອນ​ດິນ​ຕິດ​ກັບ​ເສັ້ນ­ທາງ​ສາຍ​ຫຼັກ​ແມ່ນ​ສະ­ເໜີ​ຄ່າ​ທົດ​ແທນ​ສູງ ງົບ­ປະ­ມານ​ທີ່​ຜູ້​ຮັບ​ເໝົາ​ໄດ້​ຮັບ 2 ປີ­ຜ່ານ­ມາ​ແມ່ນ​ໜ້ອຍ​ຫຼາຍ ຖ້າ​ທຽບ­ໃສ່​ຜົນ­ສຳ­ເລັດ​ຂອງ​ວຽກ​ທີ່​ປະ­ຕິ­ບັດ ການ​ຕົກ­ລົງ​ຊົດ​ເຊີຍ​ໃຫ້​ກັບ​ເຈົ້າ​ຂອງ​ດິນ ຍັງ​ບໍ່​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້ ເພາະ​ຍັງ​ບໍ່​ທັນ​ມີ​ການ​ຮັບ­ຮອງ​ທາງ​ດ້ານ​ລາ­ຄາ​ການ​ສະ­ເໜີ​ຂອງ​ປະ­ຊາ­ຊົນ ເພື່ອ​ຂໍ​ຄ່າ​ຊົດ​ເຊີຍ​ແມ່ນ​ຍັງ​ສູງ​ກວ່າ​ລາ­ຄາ​ທີ່​ກຳ­ນົດ​ໄວ້ ເປັນ​ສາ­ເຫດ​ຫຼັກ​ທີ່​ພາ​ໃຫ້­ການ​ຊົດ​ເຊີຍ​ບໍ່​ສຳ­ເລັດ.

ນັບ​ແຕ່​ເດືອນ​ມີ­ນາ​ຫາ​ເດືອນ​ພຶດ­ສະ­ພາ ບໍ່​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ກໍ່­ສ້າງ​ໄດ້ ຍ້ອນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ເຮັດ​ໃຫ້­ການ​ຂົນ­ສົ່ງ​ວັດ​ສະ​ດຸ​ຮັບ​ໃຊ້​ວຽກ​ງານ​ຕ້ອງ​ຢຸດ​ສະ​ງັດ ແລະ ອື່ນໆ.

ສຳ­ລັບ​ແຜນ​ວຽກ​ຕໍ່­ໜ້າ ໄດ້​ສະ­ເໜີ​ໃຫ້​ຜູ້​ຮັບ​ເໝົາ​ເພີ່ມ​ຈຳ­ນວນ​ທີມ​ງານ​ກໍ່­ສ້າງ ປັບ­ປຸງ​ແຜນ​ວຽກ​ຄືນ­ໃໝ່ ແລະ ເພີ່ມ​ພາ­ຫະ­ນະ​ກົນ​ຈັກ​ເຂົ້າ​ໃນ​ການ​ກໍ່­ສ້າງ ສະ­ເໜີ​ຜູ້​ຮັບ​ເໝົາ​ຮີບ​ຮ້ອນ​ກໍ່­ສ້າງ​ຊັ້ນ​ຮອງ​ພື້ນ​ທາງ ໃຫ້​ສຳ­ເລັດ​ກ່ອນ​ລະ­ດູ­ຝົນ​ທີ່​ຈະ​ມາ ຮວບ​ຮວມ​ລາ­ຄາ​ປະ­ເພດ​ດິນ​ຕ່າງໆ​ຂອງ​ເມືອງ​ໄຊ​ທາ­ນີ ແລ້ວ​ນຳ​ສະ­ເໜີ​ໃຫ້​ຂັ້ນ​ເທິງ ເພື່ອ​ຂໍ​ອອກ​ນິ­ຕິ​ກຳ​ເປັນ​ບ່ອນ​ອີງ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ໃຫ້​ຂະ­ແໜງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ຜູ້​ຮັບ­ຜິດ­ຊອບ​ວຽກ​ງານ​ປະ​ເມີນ​ລາ­ຄາ​ທີ່​ດີນ ຂຸ້ນ­ຂ້ຽວ​ໃນ​ການ​ປະ​ເມີນ​ລາ­ຄາ​ຕອນ​ດິນ​ໃຫ້​ສຳ­ເລັດ ສືບ­ຕໍ່​ເພື່ອ​ຂໍ​ອອກ​ນິ­ຕິ​ກຳ​ຮັບ­ຮອງ​ດ້ານ​ລາ­ຄາ​ຊົດ​ເຊີຍ​ທີ່​ດິນ ອາ­ຄານ ແລະ ຜົນ­ລະ­ປູກ.

ຫຼັງ​ຈາກ​ນັ້ນ ທ່ານ​ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະ­ນະ ກໍ​ໄດ້​ສືບ­ຕໍ່​ລົງ​ຕິດ­ຕາມ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ຕານ​ມີ​ໄຊ​ຫາ​ສີ​ເກີດ ເຊິ່ງ​ໂຄງ­ການ​ນີ້​ແມ່ນ​ສຳ­ເລັດ​ແລ້ວ 85% ໂດຍ​ແມ່ນ​ກຸ່ມ​ບໍ­ລິ­ສັດ ຕັງ​ຈະ­ເລີນ ຈຳ­ກັດ​ຜູ້​ດຽວ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ ຄາດ​ວ່າ​ໃນ​ເດືອນ​ກໍ­ລະ­ກົດ 2020 ຈະ​ໃຫ້​ສຳ­ເລັດ 100%.

# ຂ່າວ & ພາບ : ຂັນ​ທະ­ວີ

error: Content is protected !!