ໂຄວິດ-19 ເຊົາຕິດເພີ່ມຢູ່ລາວ 33 ວັນແລ້ວ

ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ ໄດ້​ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ ວັນ​ທີ 15 ພືດ​ສະ­ພາ 2020 ຢູ່​ສູນ​ປະ​ຕິ​ບັດ​ງານ​ຄະ­ນະ​ສະ­ເພາະ​ກິດ​ຄວບ​ຄຸມ­ພະ​ຍາດ​ໂຄ​ວິດ-19 ວ່າ: ສະ­ພາບ​ການ​ເຝົ້າ​ລະ­ວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງ ຂອງ​ວັນ​ທີ 14 ພຶດ­ສະ­ພາ 2020 ຜູ້​ເດີນ­ທາງ​ເຂົ້າ​ມາ ສປປ ລາວ ທັງ​ໝົດ 2.335 ຄົນ ໃນ​ນັ້ນ​ມີ​ຈຸດ​ຜ່ານ​ດ່ານ​ລາວ-ໄທ 1.362 ຄົນ (ມີ­ແຮງ​ງານ​ລາວ​ກັບ​ມາ​ຈາກ​ປະ­ເທດ​ໄທ ຜ່ານ​ດ່ານ​ຊ່ອງ​ເມັກ ແຂວງ​ຈຳ­ປາ​ສັກ 21 ຄົນ) ເຫຼືອ​ນັ້ນ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ຜ່ານ​ຈຸດ​ດ່ານ​ລາວ-ຈີນ 23 ຄົນ ໃນ​ນີ້​ມີ​ພະ­ນັກ­ງານ​ຈີນ 6 ຄົນ ເຊິ່ງ​ມາ​ເຮັດ​ວຽກ​ຊົ່ວ­ຄາວ ຢູ່​ບໍ­ລິ­ສັດ DMC ທີ່​ເຫຼືອ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ແລະ ຜ່ານ​ຈຸດ​ດ່ານ​ລາວ-ຫວຽດ 911 ຄົນ ໃນ​ນັ້ນ​ມີ 11 ຄົນ​ເປັນ​ພະ­ນັກ­ງານ​ສະ­ພາ​ແຫ່ງ​ຊາດ ທີ່​ໄປ​ອົບ­ຮົມ​ຢູ່​ຫວຽດ­ນາມ​ກັບ​ຄືນ​ມາ ເຫຼືອ​ນັ້ນ​ແມ່ນ​ຄົນ​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ແລະ ຜູ້​ເດີນ­ທາງ​ຜ່ານ​ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ 39 ຄົນ ເຊິ່ງ​ເປັນ​ການ​ນຳ ສສ ຫວຽດ­ນາມ ທີ່​ເຂົ້າ​ມາ​ຮ່ວມ​ໄວ້­ອາ­ໄລ​ງານ​ຊາ​ປະ​ນະ​ກິດ​ສົບ​ການ​ນຳ​ຂັ້ນ​ສູງ​ຂອງ ສປປ ລາວ ແລະ ທັງ​ໝົດ​ໄດ້​ກັບ​ແລ້ວ ເຊິ່ງ​ໃນ​ທຸກ​ດ່ານ​ກໍ​ໄດ້​ກວດ​ວັດ​ອຸນ­ຫະ­ພູມ​ຮ່າງ­ກາຍ ແລະ ບໍ່​ມີ​ຄົນ​ເປັນ­ໄຂ້.

ການ​ເຝົ້າ​ລະ­ວັງ ແລະ ວິ­ເຄາະ​ໃນ​ວັນ​ທີ 14 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ 112 ຄົນ ໃນ​ນັ້ນ ມີ​ກໍ­ລະ­ນີ​ສົງ­ໄສ 20 ຄົນ ເກັບ​ຕົວ­ຢ່າງ​ມາ​ກວດ​ຫາ​ເຊື້ອ​ຄືນ​ຂອງ​ຜູ້​ຕິດ­ເຊື້ອ​ທີ່​ນອນ​ປິ່ນ­ປົວ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ 5 ຄົນ (ນ້ຳ­ເບີ 7, 10, 16 17 ແລະ 18) ແລະ ທີ່​ປິ່ນ­ປົວ​ຫາຍ​ດີ​ອອກ​ໂຮງ­ໝໍ ແລ້ວ​ມີ​ອາ­ການ​ໄຂ້ 1 ຄົນ ແລະ ແຮງ​ງານ​ລາວ​ທີ່​ກັບ​ມາ​ຈາກ​ປະ­ເທດ​ໄທ 86 ຄົນ ເຊິ່ງ​ຜົນ​ກວດ​ທັງ​ໝົດ​ຂອງ​ມື້­ວານ​ນີ້ ບໍ່​ພົບ​ເຊື້ອ ໝາຍ​ຄວາມ​ວ່າ​ໃນ​ວັນ​ທີ 14 ພຶດ­ສະ­ພາ 2020 ບໍ່​ມີ​ຜູ້​ຕິດ­ເຊື້ອ​ໃໝ່ ສັງ​ລວມ​ການ​ກວດ​ວິ­ເຄາະ ແຕ່​ເດືອນ​ມັງ­ກອນ ຮອດ​ວັນ​ທີ 14 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ ມີ 4.204 ຕົວ­ຢ່າງ​ກວດ​ພົບ​ເຊື້ອ​ສະ​ສົມ 19 ຄົນ (33 ມື້​ແລ້ວ​ທີ່​ບໍ່​ພົບ​ຜູ້​ຕິດ­ເຊື້ອ​ໃໝ່).

ການ​ຕິດ­ຕາມ​ປີ່ນ​ປົວ​ຄົນ​ເຈັບ​ຢູ່​ໂຮງ­ໝໍ ປັດ­ຈຸ­ບັນ​ມີ​ຜູ້​ນອນ​ຕິດ­ຕາມ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ 5 ຄົນ ຍິງ 4 ຄົນ ທັງ​ໝົດ​ເຫັນ​ວ່າ​ມີ​ອາ­ການ​ປົກ­ກະ­ຕິ ສຳ­ລັບ​ການ​ຕິດ­ຕາມ​ສະ­ພາບ​ການ​ລະ­ບາດ​ຂອງ​ປະ­ເທດ​ໃກ້​ຄຽງ ແລະ ການ​ລະ­ບາດ​ຢູ່​ໃນ​ໂລກ ເຫັນ​ວ່າ: ມາ​ຮອດ​ເວ­ລາ 6:00 ໂມງ​ເຊົ້າ ຂອງ​ວັນ​ທີ 15 ພຶດ­ສະ­ພາ 2020 ທົ່ວ​ໂລກ​ມີ​ການ​ລາຍ​ງານ​ການ​ລະ­ບາດ​ທັງ​ໝົດ 213 (ປະ­ເທດ/ເຂດ) ມີ​ການ​ຢັ້ງ­ຢືນ​ຜູ້​ຕິດ­ເຊື້ອ​ພະ­ຍາດ COVID-19 ແມ່ນ 4.518.574 (92.918 ໃໝ່) ເສຍ​ຊິ­ວິດ 302.949 (5.184 ໃໝ່) ກວມ​ເອົາ 6,70% ຂອງ​ຜູ້​ຕິດ­ເຊື້ອ​ທັງ​ໝົດ ປີ່ນ​ປົວ​ຫາຍ​ດີ 1.699.354 (44,535 ໃໝ່) ກວມ​ເອົາ 37,60% ຂອງ​ຜູ້​ຕິດ­ເຊື້ອ​ທັງ​ໝົດ ບັນ­ຫາ​ສຳ­ຄັນ​ແມ່ນ​ມີ​ບາງ​ປະ­ເທດ ຈຳ­ນວນ​ຜູ້​ຕິດ­ເຊື້ອ​ມື້​ດຽວ ມີ​ເຖິງ 24,100 ຄົນ ແລະ ເສຍ​ຊີ­ວິດ 1,607 ຄົນ​ຕໍ່​ມື້ ອັດ­ຕາ​ຄວາມ​ຮ້າຍ​ແຮງ​ຂອງ​ມື້­ນີ້​ແມ່ນ 6,70% (ມື້­ວານ​ນີ້ 6,72%) ສະ­ເພາະ​ກຸ່ມ​ປະ­ເທດ​ອາ​ຊຽນ ກໍ​ເຫັນ​ວ່າ​ຍັງ​ມີ​ບາງ​ປະ­ເທດ​ທີ່​ມີ​ອັດ­ຕາ​ການ​ຕິດ­ເຊື້ອ​ໃໝ່ ປະ­ຈຳ​ວັນ​ທີ 14 ພຶດ­ສະ­ພາ 2020 ສູງ​ເຖິງ 752 ຄົນ ໃນ​ມື້​ດຽວ­ນີ້ ຢູ່​ກຸ່ມ​ປະ­ເທດ​ອາ​ຊຽນ​ມີ​ຜູ້​ເສຍ​ຊີ­ວິດ 34 ຄົນ.

ສະ­ນັ້ນ ຈຶ່ງ​ຮຽກ­ຮ້ອງ​ໃຫ້​ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ ຊຸມ​ຊົນ ຄອບ­ຄົວ ແລະ ສ່ວນ​ບຸກ­ຄົນ ມີ​ຄວາມ​ອົດ­ທົນ​ພະ­ຍາ­ຍາມ ເອົາ­ໃຈ­ໃສ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຄຳ​ແນະ­ນຳ ແລະ ມາດ​ຕະ­ການ​ຕ່າງໆ​ຂອງ​ລັດ­ຖະ­ບານ ໃຫ້​ຖືກ­ຕ້ອງ ແລະ ເຂັ້ມ​ງວດ.

# ຂ່າວ & ພາບ : ລັດ​ເວ­ລາ

error: Content is protected !!