ນອກຈາກເປັນອຸທິຍານທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນ ແລະ ລະບົບນິເວດວິທະຍາແລ້ວ ພູຟ້າຍັງເປັນມໍລະດົກອັນລ້ຳຄ່າທາງທຳມະຊາດ ແລະ ເປັນມິ່ງຂວັນຂອງຊາວເມືອງຜົ້ງສາລີ ທີ່ມີທັງຄວາມເຊື່ອ ຄຸນຄ່າທາງດ້ານຈິດໃຈ ແລະ ຄວາມກ່ຽວພັນກັນຢ່າງກົມກືນຂອງການດຳລົງຊີວິດ ລະຫວ່າງຄົນກັບທຳມະຊາດນຳອີກ.

ພູຟ້າເປັນໜ່ວຍພູອັນໜຶ່ງ ທີ່ຕັ້ງຢູ່ຄູ່ກັບດິນແດນຂອງແຂວງຜົ້ງສາລີ ມາແຕ່ດົນນານ ເຊິ່ງຖືກກ່າວຂານກັນວ່າເປັນພູທີ່ສັກສິດ ແລະ ສັກກາລະບູຊາຂອງຊາວຜົ້ງສາລີ ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງເທສະບານເມືອງຜົ້ງສາລີ ມີຄວາມສູງກວ່າ 1.600 ແມັດ ທຽບໃສ່ລະດັບນ້ຳທະເລ ເນື້ອທີ່ທັງໝົດ 200 ກວ່າເຮັກຕາ ປົກຄຸມໄປດ້ວຍປ່າໄມ້ທີ່ດົກໜາຂຽວງາມຕະຫຼອດປີ ເປັນທີ່ຢູ່ອາໄສຂອງສັດປ່າຫຼາຍຊະນິດ ເປັນແຫຼ່ງກຳເນີດເຄື່ອງປ່າຂອງດົງ ມີຕົ້ນໄມ້ມີຄ່າ ຕົ້ນໄມ້ເປັນຢາຫຼາກຫຼາຍຊະນິດ ທີ່ຊາວຜົ້ງສາລີເຄີຍນຳມາໃຊ້ເປັນຢາປົວພະຍາດຊະນິດຕ່າງໆ ມາແຕ່ລຸ້ນປູ່ຍ່າຕາຍາຍ.

ພູຟ້າມີທີ່ມາແນວໃດ ເກີດຂຶ້ນດົນປານໃດ ແມ່ນໃຜເປັນຜູ້ຕັ້ງຊື່ວ່າພູຟ້າ ບໍ່ມີໃຜຮູ້ ແຕ່ຕຳນານນິທານພື້ນບ້ານທີ່ເລົ່າປາກຕໍ່ປາກກັນມາວ່າ: ປາງກ່ອນກີ້ ຢູ່ເທິງຈອມພູແຫ່ງນີ້ຍັງມີເຄືອເຂົາໃຫຍ່ຕົ້ນໜຶ່ງຊື່ວ່າ: ເຄືອເຂົາຫຼວງ ເຄືອເຂົາດັ່ງກ່າວມີອາຍຸຫຼາຍພັນປີ ແລະ ນັບມື້ນັບປົ່ງຍອດອອກໃບສູງຂຶ້ນ ໄດ້ເລືອໄປເຖິງພະລາຊະວັງຂອງພະຍາແຖນ ພະຍາແຖນເລີຍໄດ້ສັ່ງໃຫ້ບັນດາເສນາອາມາດ ໃຊ້ມີດຕັດຍອດຂອງເຄືອເຂົາຫຼວງນັ້ນຖິ້ມ ປາກົດວ່າຍິ່ງຕັດຍອດພູເຂົາກໍຍິ່ງປົ່ງຍອດອອກໄວຂຶ້ນເລື້ອຍໆ ພະຍາແຖນເກີດມີຄວາມສົງໄສວ່າເຄືອດັ່ງກ່າວໄດ້ມາຈາກໃສ ເຫດໃດຈຶ່ງມາຮອດເມືອງພະຍາແຖນນີ້.

ມື້ໜຶ່ງພະຍາແຖນໄດ້ນຳພາເສນາບໍລິວານ ຊອກຫາຕົ້ນຂອງມັນ ຫຼາຍມື້ຫຼາຍຄືນຈຶ່ງເຫັນວ່າເຄືອເຂົາຫຼວງ ຕົ້ນນີ້ມີຕົ້ນກຳເນີດຈາກພູສູງແຫ່ງໜຶ່ງໃນເມືອງມະນຸດ ຈາກນັ້ນ ພະຍາແຖນໄດ້ປະກາດໃຫ້ຊາວເມືອງຊາວບ້ານຮູ້ຈັກ ຕັ້ງແຕ່ນັ້ນມາຊາວເມືອງແຖນທັງຫຼາຍ ໄດ້ພາກັນລົງມາທ່ຽວເມືອງມະນຸດບໍ່ຂາດ ໃນເວລາດຽວກັນນັ້ນ ລູກສາວຂອງພະຍາແຖນຊື່ ກິ່ນນາລີ ກໍເຄີຍລົງມາທ່ຽວຫຼິ້ນບໍລິເວນພູສູງແຫ່ງນີ້ເຊັ່ນດຽວກັນ ຢູ່ໃກ້ຄຽງບໍລິເວນພູສູງແຫ່ງນີ້ ກໍຍັງມີໜອງນ້ຳໃຫຍ່ແຫ່ງໜຶ່ງທີ່ນາງກິ່ນນາລີ ເຄີຍລົງອາບນ້ຳໃນເວລາແດດຮ້ອນ ຈາກນິທານພື້ນບ້ານດັ່ງກ່າວ ພູສູງໜ່ວຍນີ້ສາມາດເປັນເສັ້ນທາງຂຶ້ນສູ່ເມືອງສະຫວັນຊັ້ນຟ້າ ດັ່ງນັ້ນ ຊາວບ້ານຈຶ່ງໃສ່ຊື່ພູໜ່ວຍນີ້ວ່າ ພູຟ້າ ອີງຕາມເລື່ອງນິທານດັ່ງກ່າວໜອງນ້ຳໃຫຍ່ ທີ່ກ່າວໃນນິທານນັ້ນ ຍັງປາກົດມີຢູ່ຫຼັກຫ້າ ເຊິ່ງຊາວບ້ານເຄີຍເອີ້ນໜອງນີ້ວ່າ: ໜອງກິ່ນນາລີຈົນເຖິງປັດຈຸບັນ.
ອີງຕາມພູມສັນຖານຂອງພູມມີສາດ ພວກເຮົາສາມາດສັງເກດເຫັນວ່າ ບໍລິເວນແຫ່ງນີ້ເປັນເຂດພູຜານ້ອຍໃຫຍ່ຫຼາຍໜ່ວຍສະຫຼັບຊັບຊ້ອນ ແຕ່ພໍສັງເກດແລ້ວພູໜ່ວຍນີ້ເປັນໜ່ວຍພູທີ່ສູງກວ່າໝູ່ ໃນບັນດາໜ່ວຍພູທີ່ຕັ້ງຢູ່ແຖວນີ້ ຄົງເປັນຍ້ອນວ່າພູໜ່ວຍນີ້ສູງ ຊາວບ້ານໃນແຖວນີ້ໃນເມື່ອກ່ອນຈຶ່ງຕັ້ງຊື່ພູໜ່ວຍນີ້ວ່າ: ພູຟ້າ ແລະ ເອີ້ນກັນຈົນມາເຖິງປັດຈຸບັນ ສ່ວນນິທານອື່ນໆທີ່ກ່ຽວກັບພູຟ້າຍັງມີຫຼາຍເລື່ອງທີ່ໜ້າສົນໃຈ ເຖິງຢ່າງໃດກໍດີ ໃນສະໄໝຕໍ່ຕ້ານກັບພວກລ່າເມືອງຂຶ້ນຝຣັ່ງ ແລະ ອາເມຣິກາ ພູຟ້າແຫ່ງນີ້ໄດ້ໃຊ້ເປັນປ້ອມເຂດທີ່ໝັ້ນຂອງອ້າຍນ້ອງກອງທັບປະຊາຊົນລາວ ເພື່ອຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຈົນໄດ້ຮັບໄຊຊະນະ ແລະ ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກສັດຕູ ແລະ ປະກາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງທຸກວັນນີ້ ເພື່ອຄວາມເອກອ້າງທະນົງໃຈ ຄວາມເປັນສິລິມຸງຄຸນຢູ່ຊຸ່ມກິນເຢັນ ທັງເປັນທີ່ສັກກະລະບູຊາຂອງຊາວເມືອງຜົ້ງສາລີ ເພິ່ນໄດ້ສ້າງພະພຸດທະຮູບປາງນາກປົກ ແລະ ທາດມິ່ງຂວັນພູຟ້າ ເພື່ອໃຫ້ຊາວເມືອງ ແລະ ນັກທ່ອງທ່ຽວທີ່ມາພັກຜ່ອນຢ່ອນອາລົມ ສູບດົມອາກາດບໍລິສຸດຢູ່ກາງປ່າ ທ່າມກາງການໂອບອ້ອມຂອງທຳມະຊາດ ໄດ້ຂາບໄຫວ້ບູຊາຕາມຄວາມເຊື່ອ ເພື່ອເປັນສິລິມຸງຄຸນແກ່ຕົນເອງ ແລະ ຄອບຄົວ.
ບັນຍາກາດການທ່ອງທ່ຽວພູຟ້າຕ່າງຈາກບ່ອນອື່ນໆ ບໍ່ມີສະຖານທີ່ໃດ ແລະ ກໍບໍ່ຄືສະຖານທີ່ໃດໃນເມືອງລາວ ເພາະພູຟ້າມີເອກະລັກສະເພາະຕົວ ມີອົງປະກອບທາງຊີວະພາບທີ່ແຕກຕ່າງຈາກສະຖານທີ່ອື່ນ ຄື: ເປັນທັງອຸທິຍານທຳມະຊາດ ຮ່ອງຮອຍປະຫວັດສາດທີ່ປະສົມປະສານກັນຢ່າງກົມກືນ ແລະ ກົມກຽວກັບຄວາມເຊື່ອທາງໂລຫະສາດ ທີ່ຕິດພັນກັບການດຳລົງຄົງຊີບຂອງຊາວຜົ້ງສາລີແຕ່ໃດມາ.
ຢ່າງໃດກໍຕາມ ຜູ້ທີ່ຢາກໄປສຳຜັດກັບອາກາດບໍລິສຸດທີ່ອຸທິຍານພູຟ້າ ຕ້ອງໄດ້ລໍຖ້າໄປກ່ອນ ຈົນກວ່າຈະເຮັດໃຫ້ການແຜ່ລະບາດຂອງ COVID-19 ໝົດໄປຈາກປະເທດລາວ.