ລັດຖະບານ ສືບຕໍ່ປະຕິບັດມາດຕະການຜ່ອນຜັນ ການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19

ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຮອງ​ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຖະ­ແຫຼງ​ຕໍ່​ສື່​ມວນ​ຊົນ ໃນ​ວັນ​ທີ 15 ພຶດ­ສະ­ພາ 2020 ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ກ່ຽວ​ກັບ​ການ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຜ່ອນ­ຜັນ ໃນ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ແຕ່​ວັນ​ທີ 18 ພຶດ­ສະ­ພາ-1 ມິ­ຖຸ­ນາ 2020 ວ່າ: ໂດຍ​ໄດ້​ຮັບ​ມອບ​ໝາຍ​ຈາກ​ທ່ານ​ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ  ກໍ​ຄື​ລັດ­ຖະ­ບານ ຈຶ່ງ​ຂໍ​ແຈ້ງ​ມາ​ຍັງ​ພໍ່​ແມ່​ພີ່­ນ້ອງ​ປະ­ຊາ­ຊົນ​ລາວ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ຜູ້​ປະ­ກອບ​ການ ຊາວ​ຕ່າງ​ດ້າວ ແລະ ຊາວ​ຕ່າງ­ປະ­ເທດ​ທີ່​ອາ­ໄສ​ຢູ່ ສປປ ລາວ ຊາບ​ທົ່ວ​ເຖິງ​ກັນ​ວ່າ ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຍັງ​ສືບ­ຕໍ່​ເປັນ​ໄພ​ຄຸກ​ຄາມ​ໃນ​ທຸກໆ​ປະ­ເທດ​ທົ່ວ​ໂລກ ແລະ ຍັງ​ມີ​ການ​ແຜ່​ລະ­ບາດ​ເປັນ​ວົງ​ກວ້າງ​ຢູ່​ບາງ​ປະ­ເທດ ມາ​ຮອດ​ວັນ​ນີ້ ໂຄ​ວິດ-19 ໄດ້​ຂ້າ​ຊີ­ວິດ​ຂອງ​ຄົນ​ເປັນ​ແສນໆ ຍັງ​ມີ​ຜູ້​ຕິດ­ເຊື້ອ​ຫຼາຍ​ກວ່າ 4 ລ້ານ​ກວ່າ​ຄົນ​ພ້ອມ​ກັນ​ນີ້ ກໍ​ຍັງ​ສືບ­ຕໍ່​ມີ​ຜູ້​ຕິດ­ເຊື້ອ ແລະ ເສຍ​ຊີ­ວິດ​ເປັນ​ແຕ່​ລະ​ວັນ ເຊິ່ງ​ຍັງ​ບໍ່​ຮູ້​ໄດ້​ວ່າ ເວ­ລາ​ໃດ​ພວກ​ເຮົາ​ຈຶ່ງ​ຈະ​ສາ­ມາດ​ຢັບ​ຢັ້ງ ແລະ ຢຸດ­ຕິ​ມັນ​ໄດ້ ອັນ​ໄດ້​ມີ​ຜົນ​ກະ­ທົບ​ຢ່າງ​ໜັກ­ໜ່ວງ​ຕໍ່​ເສດ­ຖະ­ກິດ ແລະ ສັງ­ຄົມ​ໃນ​ທົ່ວ​ໂລກ.

ສຳ­ລັບ​ຢູ່​ປະ­ເທດ​ພວກ​ເຮົາ ຜ່ານ​ໄລ­ຍະ​ເວ­ລາ 1 ເດືອນ​ກວ່າ ທີ່​ພວກ​ເຮົາ​ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ ບັດ​ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 06/ນຍ ຄັ້ງ​ວັນ​ທີ 29 ມີ­ນາ 2020 ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 524/ຫສນຍ ລົງ​ວັນ​ທີ 1 ພຶດ­ສະ­ພາ 2020 ບັນ­ດາ​ນິ­ຕິ​ກຳ ແລະ ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ພວກ​ເຮົາ​ສາ­ມາດ​ຄວບ​ຄຸມ​ການ​ແຜ່​ລະ­ບາດ​ໄວ້​ໄດ້​ໃນ​ລະ­ດັບ​ຕ່ຳ ໂດຍ​ບໍ່​ມີ​ຜູ້​ຕິດ­ເຊື້ອ​ເພີ່ມ ແຕ່​ວັນ​ທີ 12 ເມ­ສາ​ເປັນ­ຕົ້ນ​ມາ ລວມ​ເປັນ​ເວ­ລາ 33 ວັນ​ແລ້ວ  ແລະ ສາ­ມາດ​ປິ່ນ­ປົວ​ຜູ້​ຕິດ­ເຊື້ອ​ຫາຍ​ດີ​ຈຳ­ນວນ 14  ຄົນ ໃນ​ຈຳ­ນວນ​ຜູ້​ຕິດ­ເຊື້ອ​ທັງ​ໝົດ 19 ຄົນ ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ປະ­ເທດ​ຕ່າງໆ​ກໍ​ໄດ້​ຕີ​ລາ­ຄາ​ສູງ​ວ່າ ສປປ ລາວ ມີ​ມາດ​ຕະ­ການ​ປ້ອງ​ກັນ​ແຕ່​ຫົວ­ທີ​ໄດ້​ດີ ຈຶ່ງ​ສາ­ມາດ​ຄວບ​ຄຸມ​ການ​ລະ­ບາດ​ບໍ່​ໃຫ້​ຂະ­ຫຍາຍ​ອອກ​ສູ່​ວົງ​ກວ້າງ.

ເຖິງ​ແນວ­ໃດ​ກໍ​ຕາມ ພວກ​ເຮົາ​ກໍ​ບໍ່​ຄວນ​ປະ­ໝາດ​ຢ່າງ​ເດັດ­ຂາດ ເນື່ອງ​ຈາ​ກວ່າ​ຍັງ​ມີ​ການ​ລະ­ບາດ​ຢູ່​ໃນ​ໂລກ ແລະ ບາງ​ປະ­ເທດ​ໃນ​ອາ​ຊຽນ. ໄລ­ຍະ​ຜ່ານ​ມາ ຫຼາຍ​ປະ­ເທດ​ໄດ້​ຜ່ອນ­ຜັນ​ມາດ​ຕະ­ການ​ລົງ ແຕ່​ສັງ­ເກດ​ເຫັນ​ວ່າ​ຢູ່​ບາງ​ປະ­ເທດ​ໄດ້​ມີ​ການ​ລະ­ບາດ​ຄືນ​ມາ​ຮອບ​ໃໝ່. ສະ­ນັ້ນ ເພື່ອ​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ທັງ​ເຮັດ​ແນວ­ໃດ​ໃຫ້​ມີ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ-ສັງ­ຄົມ​ໜ້ອຍ​ທີ່​ສຸດ ສ້າງ​ເງື່ອນ­ໄຂ​ໃຫ້​ປະ­ຊາ­ຊົນ ແລະ ສັງ­ຄົມ​ໄດ້​ກັບ​ມາ​ໃຊ້​ຊີ­ວິດ​ຕາມ​ປົກ­ກະ­ຕິ​ເທື່ອ​ລະ​ກ້າວ ລັດ­ຖະ­ບານ​ຈຶ່ງ​ໄດ້​ຕົກ­ລົງ ແລະ ຊີ້​ນຳ​ກ່ຽວ​ກັບ​ການ​ຜ່ອນ­ຜັນ​ມາດ​ຕະ­ການ​ຈຳ­ນວນ​ໜຶ່ງ ແລະ ສືບ­ຕໍ່​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ບາງ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ໃນ​ໄລ­ຍະ​ແຕ່​ວັນ​ທີ 18 ພຶດ­ສະ­ພາ ຫາ 1 ມິ­ຖຸ­ນາ 2020 ລະ­ອຽດ​ດັ່ງ­ນີ້:

ໃຫ້​ບັນ­ດາ​ກະ­ຊວງ ອົງ­ການ​ທຽບ​ເທົ່າ​ກະ­ຊວງ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ທຸກ​ຂັ້ນ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໃນ​ທົ່ວ​ປະ­ເທດ ສືບ­ຕໍ່​ປະ­ຕິ­ບັດ​ບາງ​ມາດ​ຕະ­ການ ຕາມ​ຄຳ​ສັ່ງ 06/ນຍ ແລະ ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ​ໃນ​ການ​ຕິດ­ຕາມ ເຝົ້າ​ລະ­ວັງ​ການ​ປ້ອງ​ກັນ ຄວບ​ຄຸມ ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19  ດ້ວຍ​ຄວາມ​ເປັນ​ເຈົ້າ​ການ ແລະ ຄວາມ​ຮັບ­ຜິດ­ຊອບ​ສູງ ໃຫ້​ປະ­ຊາ­ຊົນ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ຜູ້​ປະ­ກອບ​ການ ຊາວ​ຕ່າງ​ດ້າວ ແລະ ຊາວ​ຕ່າງ­ປະ­ເທດ ທີ່​ອາ­ໄສ​ຢູ່ ສປປ ລາວ ສືບ­ຕໍ່​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ບັນ­ດາ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ເປັນ­ຕົ້ນ​ແມ່ນ​ການ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ລ້າງ​ມື​ດ້ວຍ​ນ້ຳ​ສະ­ອາດ ໃສ່​ສະ­ບູ ຫຼື​ເຈວ​ລ້າງ​ມື ໃສ່​ຜ້າ​ອັດ​ປາກ-ດັງ ແທກ​ອຸນ­ຫະ­ພູມ ແລະ ອະ­ນາ­ໄມ​ສະ­ຖານ­ທີ່​ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ  ໃຫ້​ຄະ­ນະ​ສະ­ເພາະ​ກິດ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ທຸກ​ຂັ້ນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ສືບ­ຕໍ່​ໂຄ­ສະ­ນາ​ເຜີຍ­ແຜ່​ໃຫ້​ສັງ­ຄົມ​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ ແລະ ທົ່ວ​ເຖິງ ກ່ຽວ​ກັບ​ຄວາມ​ອັນ­ຕະ­ລາຍ​ຂອງ​ພະ­ຍາດ​ດັ່ງ­ກ່າວ ແລະ ມາດ​ຕະ­ການ​ປ້ອງ​ກັນ ໂດຍ​ມີ​ວິ­ທີ​ແນະ­ນຳ​ຢ່າງ​ລະ­ອຽດ ແລະ ເຂົ້າ­ໃຈ​ງ່າຍ ເພື່ອ​ເຜີຍ­ແຜ່​ຜ່ານ​ສື່​ຕ່າງໆ ພ້ອມ​ກັນ​ນັ້ນ ກໍ​ໃຫ້​ເອົາ­ໃຈ­ໃສ່​ວຽກ​ງານ​ໂຕ້​ຕອບ ແລະ ຕີ​ຖອຍ​ຂ່າວ​ລວງ ຂ່າວ​ລື ຂ່າວ​ອະ­ກຸ­ສົນ ແລະ ຂ່າວ​ປັ່ນ​ປ່ວນ.

ເຫັນ​ດີ​ໃຫ້​ປະ­ຕິ­ບັດ​ມາດ​ຕະ­ການ​ຜ່ອນ­ຜັນ​ຈຳ­ນວນ​ໜຶ່ງ​ເພີ່ມ​ຕື່ມ ເພື່ອ​ໃຫ້​ມີ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ-ສັງ­ຄົມ​ໜ້ອຍ​ທີ່​ສຸດ ແລະ ໃຫ້​ສັງ­ຄົມ​ສາ­ມາດ​ກັບ​ມາ​ໃຊ້​ຊີ­ວິດ​ເປັນ​ປົກ­ກະ­ຕິ​ເທື່ອ​ລະ​ກ້າວ ແຕ່​ໃຫ້​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ເປັນ­ຕົ້ນ ການ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ລ້າງ​ມື​ດ້ວຍ​ນ້ຳ​ສະ­ອາດ ໃສ່​ສະ­ບູ ຫຼື ເຈວ​ລ້າງ​ມື ໃສ່​ຜ້າ​ອັດ​ປາກ-ດັງ ແທກ​ອຸນ­ຫະ­ພູມ ແລະ ອະ­ນາ­ໄມ​ສະ­ຖານ­ທີ່ ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ ລາຍ​ລະ­ອຽດ​ຂອງ​ບັນ­ດາ​ມາດ​ຕະ­ການ​ທີ່​ຜ່ອນ­ຜັນ​ມີ​ດັ່ງ­ນີ້:

1). ອະ­ນຸ­ຍາດ​ໃຫ້​ສຳ­ນັກ­ງານ​ອົງ­ການ​ຂອງ​ພັກ-ລັດ ສຳ­ນັກ­ງານ​ຂອງ​ບໍ­ລິ­ສັດ ເປີດ​ດຳ­ເນີນ​ການ​ປົກ­ກະ­ຕິ ໂດຍ​ໃຫ້​ພະ­ນັກ­ງານ ລັດ­ຖະ­ກອນ ໄປ​ເຮັດ​ວຽກ​ເປັນ​ປົກ­ກະ­ຕິ ແຕ່​ຕ້ອງ​ໃຫ້​ຮັບ­ປະ­ກັນ​ມາດ​ຕະ­ການ ປ້ອງ​ກັນ​ການ​ຕິດ­ເຊື້ອ​ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ ຖ້າ​ຫາກ​ສຳ­ນັກ­ງານ​ອົງ­ການ​ໃດ​ມີ​ເງື່ອນ­ໄຂ​ເຮັດ​ວຽກ​ຜ່ານ​ລະ­ບົບ​ສື່­ສານ​ເອ​ເລັກ​ໂຕຣ​ນິກ ແລະ ເຄືອ​ຂ່າຍ​ອິນ​ເຕີ​ເນັດ ກໍ​ສາ­ມາດ​ສືບ­ຕໍ່​ຕາມ​ຄວາມ​ເໝາະ​ສົມ;

2). ອະ­ນຸ­ຍາດ​ໃຫ້​ປະ­ຊາ­ຊົນ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ຜູ້​ປະ­ກອບ​ການ ຊາວ​ຕ່າງ​ດ້າວ ແລະ ຊາວ​ຕ່າງ­ປະ­ເທດ​ທີ່​ອາ­ໄສ​ຢູ່ ສປປ ລາວ ສາ­ມາດ​ເດີນ­ທາງ​ພາຍ​ໃນ​ປະ­ເທດ​ໄດ້ ແຕ່​ຕ້ອງ​ໃຫ້​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ຢ່າງ​ເຂັ້ມ​ງວດ;

3). ອະ­ນຸ­ຍາດ​ໃຫ້​ເປີດ​ການ​ຂົນ­ສົ່ງ​ໂດຍ­ສານ​ທາງ­ບົກ ທາງ­ນ້ຳ ທາງ​ອາ­ກາດ ພາຍ​ໃນ​ປະ­ເທດ ລະ­ຫວ່າງ​ແຂວງ​ຫາ​ແຂວງ ແຕ່​ຕ້ອງ​ໃຫ້​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ຕາມ​ຄຳ​ແນະ­ນຳ ຂອງ​ຄະ­ນະ​ສະ­ເພາະ​ກິດ ແລະ ຂອງ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ຢ່າງ​ເຂັ້ມ​ງວດ; 

4). ອະ­ນຸ­ຍາດ​ໃຫ້​ມີ​ການ​ຝຶກ​ອົບ­ຮົມ ສຳ​ມະ​ນາ ແລະ ການ​ປະ­ຊຸມ​ເປັນ​ທາງ​ການ​ພາຍ​ໃນ​ປະ­ເທດ ແຕ່​ບໍ່​ອະ­ນຸ­ຍາດ​ໃຫ້​ຈັດ​ງານ​ລ້ຽງ ແລະ ໃຫ້​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ມີ​ບ່ອນ​ລ້າງ​ມື​ດ້ວຍ​ນ້ຳ​ສະ­ອາດ ໃສ່​ສະ­ບູ ຫຼື ເຈວ​ລ້າງ​ມື ໃສ່​ຜ້າ​ອັດ​ປາກ-ດັງ ແທກ​ອຸນ­ຫະ­ພູມ ແລະ ອະ­ນາ­ໄມ​ສະ­ຖານ­ທີ່​ຕາມ​ຄຳ​ແນະ­ນຳ ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ.  ສຳ­ລັບ​ການ​ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ ຂອງ​ພັກ ແມ່ນ​ໃຫ້​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ແນະ­ນຳ​ເພີ່ມ​ເຕີມ​ຂອງ​ຄະ­ນະ​ເລ­ຂາ­ທິ­ການ​ສູນ​ກາງ​ພັກ ສະ­ບັບ​ເລກ​ທີ 08/ຄລສພ ລົງ​ວັນ​ທີ 11 ພຶດ­ສະ­ພາ 2020

5). ໃຫ້​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກິ­ລາ ກະ­ຊວງ​ປ້ອງ​ກັນ​ປະ ເທດ ແລະ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ເປີດ​ໂຮງ­ຮຽນ​ຄືນ​ໃນ​ຊັ້ນ​ປະ­ຖົມ​ສຶກ​ສາ​ປີ​ທີ 5 ມັດ­ທະ­ຍົມ​ສຶກ​ສາ​ປີ​ທີ 4 ແລະ ປີ​ທີ 7  ແລະ ໂຮງ­ຮຽນ​ໃນ​ຂົງ­ເຂດ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ­ຫງົບ ເລີ່ມ​ແຕ່​ວັນ​ທີ 18 ພຶດ­ສະ­ພາ 2020 ໂດຍ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ມີ​ບ່ອນ​ລ້າງ​ມື​ດ້ວຍ​ນ້ຳ​ສະ­ອາດ ໃສ່​ສະ­ບູ ຫຼື ເຈວ​ລ້າງ​ມື ໃສ່​ຜ້າ​ອັດ​ປາກ-ດັງ ແທກ​ອຸນ­ຫະ­ພູມ ແລະ ອະ­ນາ­ໄມ​ສະ­ຖານ­ທີ່ ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ. ສ່ວນ​ໂຮງ­ຮຽນ​ລ້ຽງ​ເດັກ ແລະ ອະ­ນຸ­ບານ ຊັ້ນ​ຮຽນ ປ1-ປ4 ມ1-ມ3 ມ5-ມ6 ວິ­ທະ­ຍາ­ໄລ ມະ­ຫາ​ວິ​ທະ ຍາ​ໄລ ແລະ ສະ​ຖາ​ບັນ​ການ​ສຶກ​ສາ​ລະ­ດັບ​ອື່ນໆ ໃຫ້​ກະ­ກຽມ​ເປີດ​ເລີ່ມ​ແຕ່​ວັນ​ທີ 02 ມິ­ຖຸ­ນາ 2020 ເປັນ­ຕົ້ນ​ໄປ.

6). ອະ­ນຸ­ຍາດ​ໃຫ້​ອອກ­ກຳ­ລັງ​ກາຍ ຫຼື​ຫຼິ້ນ​ກິ­ລາ​ກາງ­ແຈ້ງ ແລະ ໃນ​ຮົ່ມ​ທຸກ​ປະ­ເພດ ແຕ່​ຕ້ອງ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ

7). ອະ­ນຸ­ຍາດ​ໃຫ້​ເປີດ​ດຳ­ເນີນ​ທຸ­ລະ​ກິດ​ການ​ຄ້າ ແລະ ການ​ບໍ­ລິ­ການ​ຕ່າງໆ​ເຊັ່ນ: ຮ້ານ​ອາ­ຫານ ຮ້ານ​ຂາຍ­ຂອງ​ກິນ​ສຸກ ຮ້ານ​ຂາຍ­ເຄື່ອງ​ຍ່ອຍ ຮ້ານ​ຕັດ​ຜົມ ຮ້ານ​ເສີມ​ສວຍ ຕະ­ຫຼາດ​ສົດ ສູນ​ການ​ຄ້າ ຮ້ານ​ຄ້າ­ຂາຍ​ຍົກ ຂາຍ­ຍ່ອຍ ຮ້ານ​ຊຸບ​ເປີ​ມາ​ເກັດ ຮ້ານ​ກາ­ເຟ ຮ້ານ​ສ້ອມ­ແປງ​ລົດ ຮ້ານ​ລ້າງ-ອັດ​ສີດ ໂຮງ­ງານ ນ້ຳ​ດື່ມ ໂຮງ­ງານ​ນ້ຳ­ກ້ອນ ສະ­ຖານ­ທີ່​ທ່ອງ​ທ່ຽວ ຮ້ານ​ນວດ ແລະ ສະ​ປາ​ທຸກ​ປະ­ເພດ ສາ­ມາດ​ດຳ­ເນີນ​ກິດ­ຈະ­ການ​ໄດ້​ປົກ­ກະ­ຕິ ແຕ່​ໃຫ້​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ແນະ­ນຳ ແລະ ກຳ­ນົດ​ເວ­ລາ​ເປີດ-ປິດ ແຕ່​ລະ​ປະ­ເພດ​ກິດ­ຈະ­ການ​ໃຫ້​ລະ­ອຽດ

8). ບັນ­ດາ​ໂຄງ­ການ ບໍ­ລິ­ສັດ ແລະ ໂຮງ­ງານ ສາ­ມາດ​ເປີດ​ດຳ­ເນີນ​ກິດ­ຈະ­ການ ໂດຍ​ປະ­ຕິ­ບັດ​ຕາມ​ເງື່ອນ­ໄຂ ແລະ ມາດ​ຕະ­ການ​ທີ່​ໄດ້​ກຳ­ນົດ​ໃນ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ ສະ­ບັບ​ເລກ​ທີ 071/ສພກ ລົງ​ວັນ​ທີ 11 ພຶດ­ສະ­ພາ 2020 9). ອະ­ນຸ­ຍາດ​ໃຫ້​ຊາວ​ຕ່າງ­ປະ­ເທດ​ທີ່​ໄດ້​ມາ​ເຮັດ​ວຽກ​ອອກ­ແຮງ​ງານ ແລະ ສຶກ​ສາ​ຢູ່ ສປປ ລາວ ກັບ​ຄືນ​ປະ­ເທດ​ຂອງ​ຕົນ​ຕາມ​ຈຸດ­ປະ­ສົງ. ສຳ­ລັບ​ນັກ​ສຶກ​ສາ​ລາວ ແລະ ແຮງ​ງານ​ລາວ​ທີ່​ຕ້ອງ­ການ​ກັບ​ຄືນ​ໄປ​ຮຽນ ຫຼື​ອອກ­ແຮງ​ງານ​ຢູ່​ຕ່າງ­ປະ­ເທດ ແມ່ນ​ສາ­ມາດ​ເດີນ­ທາງ​ໄປ​ໄດ້ ແຕ່​ຕ້ອງ​ໄດ້​ປະ­ຕິ­ບັດ​ຕາມ​ລະ­ບຽບ​ການ​ຂອງ​ປະ­ເທດ​ທີ່​ຈະ​ເດີນ­ທາງ​ໄປ​ນັ້ນ.

ພ້ອມ​ນັ້ນ​ຍັງ​ເຫັນ​ດີ​ໃຫ້​ສືບ­ຕໍ່​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ບາງ​ມາດ​ຕະ­ການ​ທີ່​ໄດ້​ກຳ­ນົດ​ໃນ​ຄຳ​ສັ່ງ 06/ນຍ ລົງ​ວັນ​ທີ 29 ມີ­ນາ 2020 ດັ່ງ­ນີ້:

1). ສືບ­ຕໍ່​ປິດ​ບັນ­ດາ​ກິດ­ຈະ­ການ ເປັນ­ຕົ້ນ: ຕະ­ຫຼາດ​ກາງ­ຄືນ ຮ້ານ​ບັນ­ເທີງ ຮ້ານ​ກິນ-ດື່ມ (ເຫຼົ້າ ເບຍ ແລະ ສິ່ງ​ມຶນ­ເມົາ) ຮ້ານ​ຄາ​ຣາ​ໂອ​ເກະ ຮ້ານ​ເກມ ໂຮງ​ສາຍ­ຮູບ­ເງົາ ກາ​ຊິ​ໂນ ແລະ ການ​ຈັດ​ລາຍ­ການ​ແຂ່ງ­ຂັນ​ກິ­ລາ​ທີ່​ມີ​ຜູ້​ເຂົ້າ​ຊົມ​ຈຳ­ນວນ​ຫຼາຍ ຊຶ່ງ​ບໍ່​ສາ­ມາດ​ຮັກ­ສາ​ໄລ­ຍະ​ຫ່າງ​ເກີນ​ກວ່າ 1 ແມັດ​ໄດ້ ແລະ ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ;

2). ສືບ­ຕໍ່​ຫ້າມ​ຈັດ​ກິດ­ຈະ­ກຳ​ຊຸມ­ນຸມ (ບໍ່​ເປັນ​ທາງ​ການ) ຊຸມ​ແຊວ ແລະ ງານ​ສັງ​ສັນ. ຫ້າມ​ຈັດ​ງານ​ປະ­ເພ­ນີ ແລະ ງານ​ດອງ ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ເກີນ 50 ຄົນ ທີ່​ບໍ່​ສາ­ມາດ​ຮັກ­ສາ​ໄລ­ຍະ​ຫ່າງ​ເກີນ​ກວ່າ 1 ແມັດ ໄດ້ ແລະ ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ;

3). ສືບ­ຕໍ່​ປິດ​ດ່ານ​ປະ­ເພ­ນີ ດ່ານ​ທ້ອງ­ຖິ່ນ ແລະ ດ່ານ​ສາ­ກົນ ສຳ­ລັບ​ການ​ເຂົ້າ-ອອກ ຂອງ​ບຸກ­ຄົນ​ທົ່ວ​ໄປ ເວັ້ນ​ເສຍ​ແຕ່​ລົດ​ຂົນ­ສົ່ງ​ສິນ­ຄ້າ ຜູ້​ທີ່​ໄດ້​ກຳ­ນົດ​ໃນ​ຂໍ້​ທີ 4.9 ຂອງ​ແຈ້ງ​ການ​ສະ­ບັບ​ເລກ​ທີ 580/ຫສນຍ ລົງ​ວັນ​ທີ 15 ພຶດ­ສະ­ພາ 2020 ແລະ ຜູ້​ທີ່​ໄດ້​ຮັບ​ການ​ອະ­ນຸ­ຍາດ​ຈາກ​ຄະ­ນະ​ສະ­ເພາະ​ກິດ

4). ສືບ­ຕໍ່​ໂຈະ​ການ​ອອກ​ວີ​ຊາ​ທຸກ​ປະ­ເພດ​ໃຫ້​ບຸກ­ຄົນ​ທົ່ວ​ໄປ​ທີ່​ເດີນ­ທາງ​ມາ​ຈາກ ຫຼື ຜ່ານ​ປະ­ເທດ ທີ່​ຍັງ​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຍົກ­ເວັ້ນ​ແຕ່​ສຳ­ລັບ​ນັກ​ການ​ທູດ ຊ່ຽວ­ຊານ ວິ­ຊາ​ການ ແລະ ແຮງ​ງານ​ຕ່າງ­ປະ­ເທດ​ທີ່​ມີ​ຄວາມ​ຈຳ­ເປັນ ແລະ ຮີບ​ດ່ວນ ເຂົ້າ​ມາ​ປະ­ຕິ­ບັດ​ວຽກ​ງານ​ຢູ່​ສະ­ຖານ­ທູດ ບັນ­ດາ​ກິດ­ຈະ­ການ ແລະ ໂຄງ­ການ​ຕ່າງໆ​ທີ່​ມີ​ຄວາມ​ສຳ­ຄັນ ແລະ ຈຳ­ເປັນ ແຕ່​ຕ້ອງ​ປະ­ຕິ­ບັດ​ມາດ​ຕະ­ການ​ຕ່າງໆ ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ. ສຳ­ລັບ​ຂັ້ນ​ຕອນ​ໃນ​ການ​ປະ­ຕິ­ບັດ​ຕົວ​ຈິງ ກະ­ຊວງ​ການ​ຕ່າງ­ປະ­ເທດ​ຈະ​ອອກ​ຄຳ​ແນະ­ນຳ​ຕ່າງ­ຫາກ.

ມາດ​ຕະ­ການ​ຜ່ອນ­ຜັນ​ນີ້ ແມ່ນ​ເປັນ​ການ​ຊົ່ວ­ຄາວ ຖ້າ​ມີ​ການ​ລາຍ​ງານ ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ​ເກີດ​ຂຶ້ນ​ຢູ່​ໃນ​ແຂວງ​ໃດ​ໜຶ່ງ ແມ່ນ​ຈະ​ໄດ້​ຈຳ­ກັດ​ການ​ເຂົ້າ-ອອກ ແລະ ປະ­ຕິ­ບັດ​ຄືນ​ມາດ​ຕະ­ການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ສະ­ເພາະ​ແຂວງ​ນັ້ນ ເຊິ່ງ​ຄະ­ນະ​ສະ­ເພາະ​ກິດ​ແຂວງ​ນັ້ນ ຈະ​ເປັນ​ຜູ້​ປະ­ກາດ​ແຈ້ງ​ການ; ຖ້າ​ຫາກ​ເກີດ​ມີ​ຜູ້​ຕິດ­ເຊື້ອ​ເປັນ​ຈຸ້ມ​ແຕ່ 2 ແຂວງ​ຂຶ້ນ​ໄປ ແມ່ນ​ຈະ​ໄດ້​ກັບ​ມາ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຕ່າງໆ ທີ່​ໄດ້​ກຳ­ນົດ​ໃນ​ຄຳ​ສັ່ງ​ເລກ​ທີ 06/ນຍ ຄືນ­ໃໝ່ ຢ່າງ​ເຂັ້ມ​ງວດ.

ສະ­ເໜີ​ໃຫ້​ບັນ­ດາ​ກະ­ຊວງ ຂະ­ແໜງ­ການ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ທຸກ​ຂັ້ນ ກວດ­ກາ​ຄືນ​ບັນ­ດາ​ນິ­ຕິ​ກຳ ຄຳ​ແນະ­ນຳ​ຕ່າງໆ​ຂອງ​ຕົນ ເພື່ອ​ປັບ­ປຸງ​ໃຫ້​ສອດ­ຄ່ອງ​ກັບ​ມາດ​ຕະ­ການ​ຜ່ອນ­ຜັນ​ຂ້າງ​ເທິງ ແລະ ຜັນ​ຂະ ຫຍາຍ​ເປັນ​ອັນ​ລະ­ອຽດ ເພື່ອ​ມີ​ຄວາມ​ເຂົ້າ­ໃຈ​ເປັນ​ເອ­ກະ​ພາບ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ;

ສະ­ເໜີ​ໃຫ້​ກຳ­ລັງ​ປ້ອງ​ກັນ​ຊາດ  ປ້ອງ​ກັນ​ຄວາມ​ສະ­ຫງົບ ຄະ­ນະ​ສະ­ເພາະ​ກິດ ບັນ­ດາ​ກະ­ຊວງ ຂະ­ແໜງ­ການ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ທຸກ​ຂັ້ນ ແລະ ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ ພ້ອມ​ກັນ​ເປັນ​ເຈົ້າ​ການ​ຕິດ­ຕາມ​ກວດ­ກາ ຮັກ­ສາ​ຄວາມ​ສະ­ຫງົບ ຮັກ­ສາ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ທີ່​ໄດ້​ກຳ­ນົດ​ຢ່າງ​ເຂັ້ມ​ງວດ. ກໍ­ລະ­ນີ​ມີ​ການ​ລະ­ເມີດ ແມ່ນ​ໃຫ້​ເຈົ້າ​ໜ້າ­ທີ່​ປ້ອງ​ກັນ​ຄວາມ​ສະ ຫງົບ ແລະ ເຈົ້າ​ໜ້າ­ທີ່ ທີ່​ກ່ຽວ­ຂ້ອງ ດຳ­ເນີນ​ມາດ​ຕະ­ການ​ຕາມ​ກົດ­ໝາຍ ແລະ ລະ­ບຽບ​ການ​ກ່ຽວ­ຂ້ອງ​ຢ່າງ​ເຂັ້ມ​ງວດ.

ມາດ​ຕະ­ການ​ຂ້າງ​ເທິງ​ນີ້​ເລີ່ມ​ມີ​ຜົນ​ສັກ­ສິດ ນັບ​ແຕ່​ວັນ​ທີ 18 ພຶດ­ສະ­ພາ-1 ມິ­ຖຸ­ນາ 2020. ໃນ​ພາກ​ປະ­ຕິ­ບັດ​ຕົວ​ຈິງ ຈະ​ໄດ້​ມີ​ການ​ປະ​ເມີນ ທົບ​ທວນ ແລະ ດັດ​ປັບ​ໃຫ້​ເໝາະ​ສົມ​ຕື່ມ ກໍ­ລະ­ນີ​ມີ​ການ​ປ່ຽນ­ແປງ ລັດ­ຖະ­ບານ​ຈະ­ແຈ້ງ​ໃຫ້​ຊາບ​ເປັນ​ແຕ່​ລະ​ໄລ­ຍະ. ໃນ​ນາມ​ຕາງ­ໜ້າ​ຄະ­ນະ​ສະ­ເພາະ​ກິດ ຂ້າ­ພະ­ເຈົ້າ ຂໍ​ຮຽກ­ຮ້ອງ​ໃຫ້​ພົນ­ລະ­ເມືອງ​ລາວ​ທຸກ​ຄົນ ພ້ອມ​ດ້ວຍ​ຊາວ​ຕ່າງ​ດ້າວ ຜູ້​ບໍ່​ມີ​ສັນ­ຊາດ ຊາວ​ຕ່າງ­ປະ­ເທດ ທີ່​ດຳ­ລົງ​ຊີ­ວິດ ແລະ ທຳ​ມາ​ຫາ​ກິນ​ຢູ່ ສປປ ລາວ ທຸກ​ຖ້ວນ​ໜ້າ ຈົ່ງ​ເຊີດ​ຊູ​ນ້ຳ­ໃຈ​ເປັນ​ເຈົ້າ​ຂອງ​ປະ­ເທດ​ຊາດ ສາ­ມັກ­ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ສືບ­ຕໍ່​ຕັ້ງ­ໜ້າ​ເຂົ້າ​ຮ່ວມ ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຢ່າງ​ຖືກ­ຕ້ອງ ແລະ ເຂັ້ມ​ງວດ ເພື່ອ​ເຮັດ​ໃຫ້­ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃຫ້​ໄດ້​ຮັບ​ຜົນ​ດີ.

error: Content is protected !!