ຮ້ານອາຫານ ແລະ ຄາຣາໂອເກະອາຍນ້ຳເຢັນ ໄດ້ຢຸດໃຫ້ບໍລິການຊົ່ວຄາວນັບແຕ່ທ້າຍເດືອນກຸມພາ 2020 ເປັນຕົ້ນມາ ເພື່ອປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ແລະ ກຳລັງສຸມໃສ່ການສ້ອມແປງຮ້ານໃຫ້ສວຍງາມ ແລະ ໄດ້ມາດຕະຖານຫຼາຍຂຶ້ນ ເພື່ອກຽມເປີດໃຫ້ບໍລິການ ພາຍຫຼັງໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ໂດຍບໍ່ໄດ້ເປີດໃຫ້ບໍລິການລູກຄ້າ.

ວັນທີ 13 ພຶດສະພາ 2020 ຄະນະສະເພາະກິດ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ນຳພານັກຂ່າວໂທລະພາບນະຄອນຫຼວງວຽງຈັນ ແລະ ໜັງສືພິມວຽງຈັນໃໝ່ ລົງກວດກາຕົວຈິງຢູ່ຮ້ານດັ່ງກ່າວ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງຜ່ານການກວດກາຮ້ານດັ່ງກ່າວ ແມ່ນກຳລັງຢູ່ໃນໄລຍະການສ້ອມແປງ ແລະ ຕົບແຕ່ງພາຍໃນຫ້ອງຮັບຕ້ອນ ຫ້ອງຄາຣາໂອເກະ ສະຖານທີ່ຈອດລົດ ແລະ ອື່ນໆ ແລະ ບໍ່ໄດ້ເປີດໃຫ້ບໍລິການແຕ່ຢ່າງໃດ.

ທ່ານ ສຸລິໄຊ ຈັນທະມະນີ ຜູ້ຈັດການຮ້ານອາຫານ ແລະ ຄາຣາໂອເກະອາຍນ້ຳເຢັນ ໃຫ້ສຳພາດວ່າ: ພາຍຫຼັງໄດ້ຮັບຄຳສັ່ງ ກໍຄືແຈ້ງການຂອງຂັ້ນເທິງ ກໍຄືເມືອງໄຊເສດຖາ ຮ້ານພວກເຮົາກໍໄດ້ຢຸດໃຫ້ບໍລິການມາແຕ່ວັນທີ 29 ກຸມພາເປັນຕົ້ນມາຈົນເຖິງປັດຈຸບັນ ໂດຍຖືໂອກາດໄລຍະຢຸດເຊົາບໍລິການ ເພື່ອສ້ອມແປງຮ້ານໃຫ້ມີຄຸນນະພາບຫຼາຍກວ່າເກົ່າ ຕໍ່ຫາງສຽງທີ່ວ່າຮ້ານພວກເຮົາໄດ້ເປີດໃຫ້ບໍລິການໃນວັນທີ 8 ພຶດສະພາ 2020 ແມ່ນບໍ່ມີມູນຄວາມຈິງ ເພາະຄືນວັນດັ່ງກ່າວ ຄອບຄົວຂອງເຈົ້າຂອງຮ້ານໄດ້ກິນເຂົ້າພາຍໃນຄອບຄົວ ແລະ ກຳລັງຈະເຂົ້ານອນ ແຕ່ມີໄວໜຸ່ມຂີ່ລົດມາ ແລ້ວເຄາະປະຕູຮ້ານ (ເຮືອນເຈົ້າຂອງຮ້ານ) ເພື່ອຢາກເຂົ້າມາໃຊ້ບໍລິການຄາຣາໂອເກະ ແຕ່ເຈົ້າຂອງຮ້ານໄດ້ປະຕິເສດ ເຂົາເຈົ້າກໍໄດ້ຂັບລົດອອກໄປ ແລະ ໄດ້ປິດຮ້ານນອນ.
# ຂ່າວ & ພາບ : ສະບາໄພ