ຫຼາຍປີຕິດຕໍ່ກັນ ບ້ານຕາດທອງບໍ່ພົບກໍລະນີຕິດເຊື້ອພະຍາດໄຂ້ຍຸງລາຍ

ບ້ານ​ຕາດ​ທອງ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ກາຍ­ເປັນ​ບ້ານ​ຕົວ​ແບບ​ໃນ​ການ​ປ້ອງ​ກັນ​ພະ­ຍາດ​ໄຂ້­ຍຸງ​ລາຍ ຫຼື ໄຂ້­ເລືອດ­ອອກ ໂດຍ​ອຳ­ນາດ​ການ​ປົກ­ຄອງ​ຊີ້​ນຳ​ໃຫ້​ອາ­ສາ​ສະ­ໝັກ​ບ້ານ (ອສບ) ຕັ້ງ­ໜ້າ​ລົງ​ກວດ​ໜອນ​ນ້ຳ​ເປັນ​ປະ­ຈຳ​ທຸກໆ​ວັນ​ເສົາ ພ້ອມ​ທັງ​ໄດ້​ເອົາ​ການ​ລ້ຽງ​ປາ​ຫາງ​ນົກ​ຍຸງ​ເຂົ້າ​ໃນ​ກົດ​ລະ­ບຽບ​ຂອງ​ບ້ານ ໃຫ້​ທຸກ​ຄອບ­ຄົວ​ລ້ຽງ​ປາ​ຫາງ​ນົກ​ຍຸງ​ເພື່ອ​ກິນ​ໜອນ​ນ້ຳ​ຍຸງ​ລາຍ. ທ່ານ ນາງ ບຸນ​ມີ ຍົດ​ລື​ໄຊ ເລ­ຂາ​ພັກ​ບ້ານ…

ອົງການປົກຄອງ ນວ ພິຈາລະນາຫຼາຍບັນຫາສຳຄັນ

ກອງ​ປະ­ຊຸມ​ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຄັ້ງ​ທີ 32 ໄດ້​ຮັບ​ຟັງ ປຶກ­ສາ​ຫາ­ລື ແລກ­ປ່ຽນ​ບົດ­ຮຽນ ແລະ ປະ­ກອບ​ຄຳ​ຄິດ​ເຫັນ​ຫຼາຍ​ບັນ­ຫາ​ສຳ­ຄັນ ເຊັ່ນ: ພິ­ຈາ­ລະ­ນາ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ສະ­ພາບ​ພົ້ນ​ເດັ່ນ​ປະ­ຈຳ​ເດືອນ​ພຶດ­ສະ­ພາ ແລະ ແຜນ​ວຽກ​ຈຸດ​ສຸມ​ປະ­ຈຳ​ເດືອນ​ມິ­ຖຸ­ນາ 2020…

ລາຍຮັບຂອງ 4 ແຂວງ ແລະ 4 ເມືອງໃນຂອງນະຄອນຫຼວງວຽງຈັນ ຫຼຸດລົງ 32,85%

ກອງ​ປະ­ຊຸມ​ຕິດ­ຕາມ ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ວຽກ​ຈຸດ​ສຸມ 4 ແຂວງ ແລະ 4 ເມືອງ ຄັ້ງ​ທີ 2 ຂອງ​ຂະ­ແໜງ ສ່ວຍ​ສາ​ອາ­ກອນ ຈັດ​ຂຶ້ນ​ວັນ​ທີ 25 ພຶດ­ສະ­ພາ 2020 ທີ່​ກົມ​ສ່ວຍ​ສາ​ອາ­ກອນ…

ໂຮງພິມ ນວ ສຸມໃສ່ປັບປຸງພາຫະນະການຜະລິດ ເພື່ອຫັນໄປສູ່ຄວາມທັນສະໄໝ

ທ່ານ ຄຳ​ສີ ຈັນ­ທະ​ວີ​ທອງ ຜູ້­ອຳ­ນວຍ­ການ​ລັດ​ວິ​ສາ​ຫະ​ກິດ​ໂຮງ­ພິມ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ໃຫ້​ສຳ­ພາດ​ວັນ​ທີ 25 ພຶດ­ສະ­ພາ 2020 ວ່າ: ລັດ​ວິ​ສາ​ຫະ​ກິດ​ໂຮງ­ພິມ ນວ  ສ້າງ­ຕັ້ງ​ປີ 1975 ເບື້ອງ​ຕົ້ນ​ໄດ້​ດຳ­ເນີນ​ທຸ­ລະ​ກິດ​ແບບ​ບໍ­ລິ­ຫານ​ເກື້ອ­ກູນ ພາ­ຫະ­ນະ​ການ​ຜະ­ລິດ​ກໍ​ຫຼ້າ​ສະ­ໄໝ…

ສະພາບທຸລະກິດທ່ອງທ່ຽວ ແລະ ການບິນຂອງເອີຣົບ ອາດມີການປ່ຽນແປງ ຫຼັງໂຄວິດ-19

ເມື່ອ​ວັນ​ທີ 11 ພຶດ­ສະ­ພາ​ທີ່​ຜ່ານ​ມາ ລັດ­ຖະ­ບານ​ອັງ­ກິດ ໄດ້​ຢືນ­ຢັນ​ເລື່ອງ​ແຜນ­ທີ່​ຈະ​ກຳ­ນົດ​ໃຫ້​ຜູ້​ເດີນ­ທາງ​ເຂົ້າ​ປະ­ເທດ​ທຸກ​ຄົນ ຊຶ່ງ​ລວມ​ເຖິງ​ນັກ​ທ່ອງ​ທ່ຽວ​ທີ່​ເດີນ­ທາງ​ກັບ​ປະ­ເທດ ຫຼື ຜູ້​ເດີນ­ທາງ​ເຂົ້າ​ໄປ​ເຮັດ​ທຸ­ລະ​ກິດ​ໃນ​ອັງ­ກິດ ຕ້ອງ​ກັກ​ຕົວ​ເອງ​ເປັນ​ເວ­ລາ 14 ວັນ. ໂດຍ​ຕັ້ງ­ແຕ່​ເດືອນ​ໜ້າ​ເປັນ­ຕົ້ນ​ໄປ ທຸກ​ຄົນ​ຊຶ່ງ​ເດີນ­ທາງ​ໄປ​ຍັງ​ອັງ­ກິດ​ຈະ​ຕ້ອງ​ແຈ້ງ​ທີ່­ຢູ່​ສຳ­ລັບ​ການ​ກັກ​ຕົວ​ເອງ​ຕໍ່​ເຈົ້າ​ໜ້າ­ທີ່ ແລະ ອາດ​ຖືກ​ປັບ​ໃໝ​ສູງ​ເຖິງ 11…

WHO ເຜີຍຄວາມຄືບໜ້າໃນການວິໄຈຢາບັນເທົາ ໂຄວິດ-19

ສຳ­ນັກ​ຂ່າວ​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ ທ່ານ​ນາງ ມາ​ກາ​ເຣັດ ແຮ​ຣິ​ສ ໂຄ­ສົກ ອົງ­ການ​ອະ­ນາ­ໄມ​ໂລກ (WHO) ລາຍ​ງານ​ຄວາມ​ຄືບ​ໜ້າ ໃນ​ການ​ວິ­ໄຈ​ທົດ​ສອບ​ປະ­ສິດ­ທິ­ພາບ​ຂອງ​ຕົວ​ຢາ​ຫຼາຍ​ຊະ­ນິດ ໃນ​ການ​ຕ້ານ​ໂຄ​ໂຣ​ນ່າ​ສາຍ​ພັນ​ໃໝ່ 2019 ໂດຍ​ລະ­ບຸ​ວ່າ ຢາ​ບາງ​ຊະ­ນິດ​ມີ​ປະ­ສິດ­ທິ­ພາບ​ໃນ​ການ​ບັນ­ເທົາ​ຄວາມ​ຮຸນ​ແຮງ ແລະ ຫຍໍ້​ໄລ­ຍະ​ການ​ປິ່ນ­ປົວ​ອາ­ການ​ຕິດ­ເຊື້ອ​ໂຄ​ວິດ-19 ແຕ່​ຍັງ​ຄົງ​ບໍ່​ພົບ​ຢາ​ທີ່​ສາ­ມາດ​ທຳ­ລາຍ​ເຊື້ອ​ໄວ​ຣັສ​ໄດ້.…

ເບິ່ງບ້ານເຂົາເອົາບົດຮຽນ 26/05/2020

ພົບ​ກັນ​ວັນ​ນີ້ ຂໍ​ພາ​ທ່ານ​ຜູ້​ອ່ານ​ໄປ​ຮູ້​ກັບ​ມາດ​ຕະ­ການ​ຕ້ານ​ພະ­ຍາດ​ໂຄ​ວິດ-19 ຢູ່​ຫວຽດ­ນາມ ແລະ ເລື່ອງ​ການ​ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ​ດ້ວຍ​ຄວາມ​ສະ­ໝັກ​ໃຈ​ຢູ່ ສປ ຈີນ. ທີ່ ຫວຽດ­ນາມ: ເພື່ອ​ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19 ທາງ​ການ​ຫວຽດ­ນາມ ໄດ້​ປະ­ຕິ­ບັດ​ມາດ​ຕະ­ການ​ຫ້າມ​ຄົນ​ຕ່າງ­ປະ­ເທດ​ເດີນ­ທາງ​ເຂົ້າ​ຫວຽດ­ນາມ ນັບ​ແຕ່​ເວ­ລາ 00:00 ໂມງ ຂອງ​ວັນ​ທີ…

4 ຄົນເສຍຊີວິດຈາກພະຍາດໄຂ້ຍຸງລາຍ

ພະ­ຍາດ​ໄຂ້­ຍຸງ​ລາຍ ເປັນ​ພະ­ຍາດ​ໜຶ່ງ​ທີ່​ອັນ­ຕະ­ລາຍ ຖ້າ​ທຸກ​ຄົນ​ຍັງ​ບໍ່​ເອົາ­ໃຈ­ໃສ່​ຫັນ​ມາ​ປ້ອງ​ກັນ​ແຕ່​ຫົວ­ທີ ໂດຍ​ການ​ປະ­ຕິ­ບັດ​ຫຼັກ­ການ 5 ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ ກໍ​ອາດ​ຈະ​ເຮັດ​ໃຫ້​ພະ­ຍາດ​ນີ້​ກັບ​ມາ​ແຜ່​ລະ­ບາດ​ຄື​ດັ່ງ​ປີ 2019 ມີ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ​ລາຍ​ທັງ​ໝົດ 39.091 ຄົນ ໃນ​ນັ້ນ ເສຍ​ຊີ­ວິດ 76 ຄົນ…

ໄຂກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກເມືອງຈັນທະບູລີ

ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ຈັນ­ທະ​ບູ​ລີ ຈັດ​ຂຶ້ນ​ວັນ​ທີ 25-26 ພຶດ­ສະ­ພາ 2020 ຢູ່​ໂຄງ­ການ​ພັດ­ທະ­ນາ​ລົງ­ທຶນ​ຮາ​ໂດ ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ບຸນ​ໜາ ຜາ​ທຸມ​ມະ​ວົງ ຮັກ­ສາ​ການ​ເລ­ຂາ​ຄະ­ນະ​ພັກ​ເມືອງ ເຈົ້າ­ເມືອງ​ຈັນ­ທະ​ບູ​ລີ ມີ​ສະ­ຫາຍ ອາ­ນຸ­ພາບ…

error: Content is protected !!