ລາວ-ຝຣັ່ງ ແລະ ພຣູເດັນໂຊລ໌ລາວ ຮ່ວມທຸລະກິດຂາຍປະກັນໄພຊີວິດຜ່ານທະນາຄານ

    ທະນາຄານລາວ-ຝຣັ່ງ ແລະ ບໍລິສັດພຣູເດັນໂຊລ໌ປະກັນໄພຊີວິດລາວຈຳກັດ (ພຣູເດັນໂຊລ໌ ລາວ) ໄດ້ລົງນາມສັນຍາເປັນຄູ່ຮ່ວມທຸລະກິດໃນການຂາຍປະກັນໄພຊີວິດຜ່ານທະນາຄານໄລຍະຍາວ ເຊິ່ງທັງສອງບໍລິສັດຈະໄດ້ຮ່ວມມືກັນໃນການພັດທະນາ ເເລະ ຈຳໜ່າຍຜະລິດຕະພັນການປະກັນໄພຊີວິດໃຫ້ບັນດາລູກຄ້າ ຜ່ານເຄືອຂ່າຍຂອງທະນາຄານລາວ-ຝຣັ່ງ ເຊິ່ງລວມມີສາຂາຫຼວງພະບາງ ​ວັງວຽງ ວຽງຈັນ ສະຫວັນນະເຂດ ແລະ ສາຂາປາກເຊ. …

ທ່ານຮອງນາຍົກ ລົງຊຸກຍູ້ວຽກສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດ ໂຄວິດ-19 ຢູ່ບ້ານຊ້າງຄູ້​

    ວັນທີ 26 ເມສາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ລົງຊຸກຍູ້ວຽກງານສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ທີ່ຫ້ອງແຖວພັກເຊົາຂອງປະຊາຊົນຢູ່ບ້ານຊ້າງຄູ້…

ໂຄວິດ-19 ເຊົາຕິດເພີ່ມໃນລາວ 12 ວັນແລ້ວ

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມຄະນະ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 24 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດຄວບຄຸມພະຍາດ Covid-19 ວ່າ:      ສະພາບການເຝົ້າລະວັງ COVID-19…

ຖ້າພົບເຫັນການຂຶ້ນລາຄາສິນຄ້າ ໃຫ້ແຈ້ງເຈົ້າໜ້າທີ່ກວດກາການຄ້າ​

    ພາຍຫຼັງໄດ້ມີການຊີ້ນໍາຈາກຂັ້ນເທິງ ຕໍ່ກັບບັນຫາການຕ້ານ ແລະ​ ສະກັດກັ້ນ​ການ​ລະບາດ​ເຊື້ອ​ພະຍາດຈຸລະໂຣກສາຍພັນໃໝ່ (COVID-19) ພະແນກອຸດສາຫະກໍາ ແລະ​ ການຄ້າ ​ໄດ້ອອກ​ຂໍ້ຕົກລົງ​ ແລະ​ ແຈ້ງການຫຼາຍສະບັບ ເພື່ອເປັນບ່ອນອີງໃນການຕິດຕາມຄຸ້ມຄອງ ​ແລະ ​ກວດກາສິນຄ້າຕາມທ້ອງຕະຫຼາດໃຫຍ່ 8​ ແຫ່ງໃນທົ່ວນະຄອນຫຼວງວຽງຈັນ…

ພາກທຸລະກິດ ປະຕິບັດຂໍ້ຕົກລົງເລກທີ 31/ນຍ ແລະ ເລກທີ 06/ນຍ ຢ່າງຕັ້ງໜ້າ

    ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 31/ນຍ ວ່າດ້ວຍການກຳນົດນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງລາວ ຫຼາຍພາກສ່ວນທັງພາກລັດ ລັດວິສະຫະກິດ ແລະ ພາກເອກະຊົນ ກໍໄດ້ຕື່ມຕົວຈັດຕັ້ງປະຕິບັດຕາມຂໍ້ຕົກລົງດັ່ງກ່າວຢ່າງເປັນເຈົ້າການ ໃນນີ້ກຸ່ມບໍລິສັດມາລີນີຈໍາກັດ ເຊິ່ງເປັນບໍລິສັດທີ່ເຮັດທຸລະກິດຫຼາຍຂະແໜງການ ກໍໄດ້ມີນະໂຍບາຍເພື່ອຊ່ວຍໃຫ້ປະຊາຊົນທີ່ໄປ-ມາຜ່ານຂົວຂ້າມນໍ້າງື່ມມາລີນີ…

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນເມສາ 2020​

    ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2020 ໄດ້ໄຂຂຶ້ນໃນຕອນເຊົ້າ ແລະ ປິດລົງໃນຕອນແລງຂອງວັນທີ 23 ເມສາ 2020 ໂດຍເປັນກອງປະຊຸມທາງໄກ (Video Con ference) ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ…

ກອງປະຊຸມທາງໄກ ສະໄໝພິເສດ ລັດຖະມົນຕີຕ່າງປະເທດ ອາຊຽນ – ສ.ອາເມຣິກາ ວ່າດ້ວຍການຕ້ານການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

    ກອງປະຊຸມໄດ້ມີຂຶ້ນໃນວັນ​ທີ 23 ເມ​ສາ 2020 ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະ​ມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໄມ ປອມແປວ…

ສປປ ລາວ ຮ່ວມປະຊຸມທາງໄກຄັ້ງທຳອິດ ຂອງລັດຖະມົນ​ວັດທະນະທຳ 136 ປະເທດທົ່ວໂລກ​

    ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານສະພາບການແຜ່ລະບາດ ແລະ ມາດຕະການຕ່າງໆໃນການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ ສປປ ລາວ ໃຫ້ທົ່ວໂລກໄດ້ຮັບຊາບ ໃນໂອກາດເຂົ້າຮ່ວມກອງປະຊຸມທາງໄກ…

ສຳເລັດການຫຸ້ມຫໍ່ອຸ​ປະ​ກອນ​ປະ​ກອບ​ການ​ຮຽ​ນ-ການ​ສອນຊຸດ​ໃໝ່ສຳ​ລັບຊັ້​ນ​ປະ​ຖົມ​ ຂັ້ນ ປ 2

     ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກີ​ລາ ໂດຍ​ການ​ສະ​ໜັບ​ສະ​ໜູນຈາກ​ແຜນ​ງານ​ບີ​ຄວາ ໄດ້​ສຸມ​ໃສ່​ການ​ຫຸ້ມ​ຫໍ່​ຊຸດ​ອຸ​ປະ​ກອນການຮຽນ-ການສອນ ຂັ້ນ ປ 2 ປະກອບ​​ມີ: ປຶ້ມ​ນິ​ທານ​ຈຳ​ນວນ 159.205 ຫົວ ປຶ້ມ​ອ່ານ​ເສີມ​ຈຳ​ນວນ 683.645 ຫົວ ແລະ…

error: Content is protected !!