
ກອງປະຊຸມໄດ້ມີຂຶ້ນໃນວັນທີ 23 ເມສາ 2020 ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໄມ ປອມແປວ ລັດຖະມົນຕີຕ່າງປະເທດແຫ່ງ ສ. ອາເມຣິກາ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ທ່ານເລຂາທິການໃຫ່ຍອາຊຽນ ແລະ ບັນດາພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງ ສະພາບການ ກໍຄືມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ສ. ອາເມຣິກາ ໃນການສະກັດກັ້ນ ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້ ບັນດາລັດຖະມົນຕີຍັງໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີ ໃນການຕອບໂຕ້ ແລະ ຮັບມືກັບພະຍາດໂຄວິດ-19 ແລະ ຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືກັນໃນຕໍ່ໜ້າ.

ສໍາລັບ ສປປ ລາວ ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງສະພາບການ ແລະ ແລກປ່ຽນຂໍ້ມູນ-ຂ່າວສານ ກໍຄືບົດຮຽນ ແລະ ມາດຕະການໃນການສະກັດກັ້ນ ເຝົ້າລະວັງ ຄວບຄຸມ ແລະ ກຽມຄວາມພ້ອມຮອບ ດ້ານເພື່ອຕໍ່ສູ້ກັບການແຜ່ລະບາດພະຍາດໂຄວິດ-19 ເປັນຕົ້ນ: ສະກັດກັ້ນການເຄື່ອນຍ້າຍຂອງພົນລະເມືອງດ້ວຍການໂຈະການເດີນທາງເຂົ້າ-ອອກປະເທດ ລວມທັງພົນລະເມືອງລາວ ແລະ ຕ່າງປະເທດ ປິດສະຖາບັນການສຶກສາທຸກລະດັບ ແລະ ສະຖານບໍລິການທຸກປະເພດ ລວມທັງຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ ຫຼີກລ່ຽງການຊຸມນຸມ ແລະ ທຸກກິດຈະ ກຳທີ່ມີການເຕົ້າໂຮມຈຳນວນຫຼາຍກວ່າ 10 ຄົນ ປະຕິບັດຢ່າງເຂັ້ມງວດຕໍ່ຂໍ້ສະເໜີແນະຂອງອົງການອະນາໄມໂລກ ແລະ ສຸມໃສ່ການໂຄສະນາເຜີຍແຜ່ກ່ຽວກັບຄວາມອັນຕະລາຍ ແລະ ວິທີປ້ອງກັນຕົນເອງຈາກການຕິດເຊື້ອໂຄວິດ-19.
ສໍາລັບທິດທາງໃນຕໍ່ໜ້າ ຝ່າຍລາວໄດ້ສະເໜີໃຫ້ກອງປະຊຸມເອົາໃຈໃສ່ຮ່ວມມືກັນສືບຕໍ່ແລກປ່ຽນຂໍ້ມູນ-ຂ່າວສານ ປະສົບການ ແລະ ບົດຮຽນທີ່ດີໃນການເຝົ້າລະວັງ ສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19 ສຸມໃສ່ວຽກຄົ້ນຄວ້າ ແລະ ພັດທະນາການຜະລິດຢາປົວພະຍາດ ກໍຄືຢາວັກແຊັງຕ້ານໂຄວິດ-19 ການສະໜັບສະໜູນຊ່ວຍເຫຼືອສ້າງຊັບພະຍາກອນມະນຸດດ້ານສາທາລະນະສຸກ ແລະ ການແກ້ໄຂຜົນກະທົບຕໍ່ເສດຖະກິດ ກໍຄືຊີວິດການເປັນຢູ່ຂອງປະຊາຊົນ.
ໃນໂອກາດນີ້ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ລວມທັງປະເທດສະມາຊິກອາຊຽນ ແລະ ສ. ອາເມຣິກາ ທີ່ໄດ້ຊ່ວຍເຫຼືອດ້ານອຸປະກອນການແພດ ແລະ ຢາປົວພະຍາດຕ່າງໆ ໃຫ້ແກ່ ສປປ ລາວ ໃນການສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19.