ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2020 ໄດ້ໄຂຂຶ້ນໃນຕອນເຊົ້າ ແລະ ປິດລົງໃນຕອນແລງຂອງວັນທີ 23 ເມສາ 2020 ໂດຍເປັນກອງປະຊຸມທາງໄກ (Video Con ference) ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄະນະສະເພາະກິດຮັບຜິດຊອບຕິດຕາມຜົນກະທົບ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການຫລຸດຜ່ອນຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ລັດຖະບານໄດ້ຄົ້ນຄວ້າ ພິຈາລະນາ ແລະ ປະກອບຄໍາເຫັນຕໍ່ບົດລາຍງານຄວາມຄືບໜ້າ ແລະ ຜົນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ການກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ທັງຕິດພັນກັບວຽກງານປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ມາດຕະການເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດຂອງລາວ ມາດຕະການໃນຕໍ່ໜ້າ ເພື່ອຮັບມືການລະບາດຂອງພະຍາດ.
ຜ່ານການພິຈາລະນາ ແລະ ປະກອບຄຳເຫັນ ກອງປະຊຸມໄດ້ສະແດງຄວາມຊົມເຊີຍຄະນະສະເພາະກິດທັງ 2 ຄະນະ ບັນດາຂະແໜງການທີ່ກ່ຽວຂ້ອງ ນະຄອນຫລວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ ແລະ ສຸມທຸກກໍາລັງເຂົ້າໃນການຈັດຕັ້ງປະຕິບັດຄຳສັ່ງຢ່າງເຂັ້ມຂຸ້ນ ແລະ ມີປະສິດທິຜົນດີ ທຸກພາກສ່ວນໃນສັງຄົມໄດ້ເຂົ້າຮ່ວມ ແລະ ຮັບຜິດຊອບຕາມພາລະບົດບາດຂອງຕົນເອງ ສ້າງໄດ້ຂະບວນການທີ່ເປັນຮູບປະທໍາຢ່າງແທ້ຈິງ ຈຶ່ງສາມາດຄວບຄຸມການລະບາດໂດຍບໍ່ມີຜູ້ຕິດເຊື້ອເພີ່ມອີກ ຊຶ່ງເປັນມື້ທີ 11 ຕິດຕໍ່ກັນ.

ເຖິງແນວໃດກໍຕາມ ພວກເຮົາກໍບໍ່ທັນອຸ່ນອ່ຽນໃຈໄດ້ເທື່ອ ເພາະການລະບາດຂອງພະຍາດຢູ່ບັນດາປະເທດຕ່າງໃນໂລກ ແລະ ພາກພື້ນຍັງສືບຕໍ່ມີຄວາມຮຸນແຮງ ມີຜູ້ຕິດເຊື້ອ ແລະ ເສຍຊິວິດເພີ່ມຂຶ້ນເປັນຈຳນວນຫລວງຫລາຍໃນທຸກໆຊົ່ວໂມງ. ສໍາລັບປະເທດພວກເຮົາ ກໍຍັງຈະມີຄວາມສ່ຽງ ແລະ ສິ່ງທ້າທາຍຈໍານວນບໍ່ໜ້ອຍ ແຮງງານລາວທີ່ກັບຄືນມາແລ້ວເຖິງວ່າສ່ວນຫລາຍໄດ້ຄົບໄລຍະເວລາກັກກັນ ແລະ ກັບບ້ານແລ້ວ ແຕ່ກໍຍັງມີແຮງງານຈຳນວນໜຶ່ງທີ່ຈະສືບຕໍ່ເຂົ້າມາຕື່ມໃນແຕ່ລະວັນ ຊຶ່ງຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ເປັນພິເສດໃນການກັກກັນ ເພາະວ່າໂຄວິດ-19 ແມ່ນພະຍາດນຳເຂົ້າ ແລະ ເວລານີ້ປະເທດອ້ອມຂ້າງພວມມີການລະບາດຫລາຍກວ່າໄລຍະກ່ອນໜ້ານີ້ ເຊິ່ງໃນນີ້ ບາງປະເທດແມ່ນເປັນການລະບາດຮອບທີ 2.
ໂດຍອີງໃສ່ການລາຍງານຂອງຄະນະສະເພາະກິດທັງສອງຄະນະ ແລະ ການປະກອບຄຳເຫັນຂອງສະມາຊິກລັດຖະບານ ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ໂດຍເນັ້ນຕື່ມບາງບັນຫາດັ່ງນີ້:
1. ເປົ້າໝາຍໃນຕໍ່ໜ້າ:
- ຕ້ອງປົກປ້ອງຊີວິດ ແລະ ສຸຂະພາບຂອງປະຊາຊົນ ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດອອກສູ່ວົງກວ້າງ ແລະ ພະຍາຍາມໃຫ້ຮັກສາຈຳນວນຜູ້ຕິດເຊື້ອໃນ 19 ຄົນ ນີ້ເທົ່ານັ້ນ ພ້ອມທັງພະຍາຍາມປິ່ນປົວຜູ້ຕິດເຊື້ອແລ້ວໃຫ້ຫາຍດີ.
- ຫຼຸດຜ່ອນຜົນກະທົບຂອງການລະບາດພະຍາດດັ່ງກ່າວ ຕໍ່ເສດຖະກິດ-ສັງຄົມຂອງລາວ ໃຫ້ໜ້ອຍທີ່ສຸດເທົ່າທີ່ຈະເຮັດໄດ້.
- ຕ້ອງຮັບປະກັນຄວາມສະຫງົບ ຄວາມປອດໄພ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.
ເພື່ອເຮັດໃຫ້ສາມເປົ້າດັ່ງກ່າວບັນລຸຜົນ ສະເໜີໃຫ້ຄະນະສະເພາະກິດ ບັນດາຂະແໜງການທີ່ກ່ຽວຂ້ອງ ທ້ອງຖິ່ນ ແລະ ທົ່ວສັງຄົມ ເອົາໃຈໃສ່ຕື່ມໃນບາງບັນຫາດັ່ງນີ້:
2. ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ຮັບມື ການລະບາດໂຄວິດ-19:
- ໃຫ້ສືບຕໍ່ເຂັ້ມງວດໃນການປະຕິບັດຄຳສັ່ງ ເລກທີ 06/ນຍ ແຈ້ງການ ຫລື ຄໍາແນະນໍາຂອງຄະນະສະເພາະກິດ ແລະ ຂະແໜງ ການທີ່ກ່ຽວຂ້ອງຈົນຮອດວັນທີ 3 ພຶດສະພາ 2020 ຕາມທີ່ລັດຖະບານໄດ້ຕົກລົງ ໃນນີ້ໃຫ້ເພີ່ມຄວາມເຂັ້ມງວດໃນການປະຕິບັດມາດຕະການຈໍານວນໜຶ່ງຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ ແລະ ຍັງມີລັກສະນະຖືເບົາ ນັບແຕ່ວັນທີ 20 ເມສາ ມານີ້ ເປັນຕົ້ນ.
- ໃຫ້ສືບຕໍ່ເອົາໃຈໃສ່ຄຸ້ມຄອງຄົນທີ່ຈະມາຈາກຕ່າງປະເທດໃນຕໍ່ໜ້າ ໂດຍສະເພາະແຮງງານລາວທີ່ຈະກັບມາຈາກປະເທດໃກ້ຄຽງ ທີ່ຈະສືບຕໍ່ເຂົ້າມາ ແລະ ຊ່ຽວຊານບັນດາໂຄງການ ແມ່ນໃຫ້ມີການກັກກັນຢູ່ສູນ ແລະ ກວດຫາເຊື້ອພະຍາດກ່ອນ. ຖ້າຜົນກວດອອກມາເປັນບວກ (ມີເຊື້ອ) ໃຫ້ສົ່ງເຂົ້າໂຮງໝໍເພື່ອຮັບການປິ່ນປົວທັນທີ ຖ້າຜົນກວດອອກມາເປັນລົບ (ບໍ່ມີເຊື້ອພະຍາດ) ໃຫ້ສືບຕໍ່ກັກກັນຕົວ ແລະ ຕິດຕາມອາການຈົນຄົບ 14 ວັນ. ຫ້າມເດັດຂາດບໍ່ໃຫ້ກັກກັນຕົວຢູ່ເຮືອນ.
- ໃຫ້ຄະນະສະເພາະກິດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ເປັນພິເສດຕໍ່ວຽກງານຈຳນວນໜຶ່ງທີ່ຜ່ານມາ ຍັງມີຄວາມເຂົ້າໃຈທີ່ບໍ່ເປັນເອກະພາບກັນ ຊຶ່ງບາງທ້ອງຖິ່ນໄດ້ກຳນົດເງື່ອນໄຂສະເພາະຂອງຕົນ ໂດຍບໍ່ທັນສອດຄ່ອງກັບເນື້ອໃນຈິດໃຈຄຳສັ່ງ 06/ນຍ ໃນການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນ: ບາງທ້ອງຖິ່ນຍັງມີການຈຳກັດ ແລະ ສ້າງຄວາມຫຍຸ້ງຍາກໃຫ້ປະຊາຊົນໄປທໍາການຜະລິດ ໄປນາ ໄປສວນ ແລະ ໄປທໍາມາຫາກິນ ຊຶ່ງໃນຄໍາສັ່ງແມ່ນບໍ່ໄດ້ຫ້າມ ການອອກນິຕິກຳຜັນຂະຫຍາຍ ຫຼືແນະນໍາຂອງບາງຂະແໜງການ ແລະ ທ້ອງຖິ່ນ ເຫັນວ່າມີກໍລະນີຂັດກັບເນື້ອໃນຈິດໃຈຂອງຄໍາສັ່ງ06/ນຍ ຍັງມີການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ ຂ່າວລວງ ຂ່າວລື ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.
- ໃຫ້ຄະນະສະເພາະກິດ ຄົ້ນຄວ້າ ແລະ ກຳນົດວ່າເຂດໃດເປັນເຂດທີ່ມີຄວາມສ່ຽງສູງ ເຂດໃດເປັນເຂດທີ່ມີຄວາມສ່ຽງໜ້ອຍ ແລະ ເຂດໃດບໍ່ມີຄວາມສ່ຽງ (ເຂດແດງ ເຂດເຫລືອງ ແລະ ເຂດຂຽວ) ພ້ອມທັງກຳນົດແຈ້ງວ່າມາດຕະການປ້ອງກັນ ແລະ ຄວບຄຸມ ໃນແຕ່ລະເຂດຕ້ອງເຮັດແນວໃດ ເຂດທີ່ມີຄວາມສ່ຽງໜ້ອຍ ແລະ ບໍ່ມີຄວາມສ່ຽງ ຈະຜ່ອນຜັນໃນການປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມຄືແນວໃດ? ຈາກນັ້ນອອກຄໍາແນະນໍາໃຫ້ບັນດາທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດ.
- ໃຫ້ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ປະຊາຊົນເອົາໃຈໃສ່ ແລະ ມີສະຕິໃນການປ້ອງກັນຕົນເອງ ເພື່ອບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ ຕາມການແນະນໍາຂອງຄະນະສະເພາະກິດ ເປັນຕົ້ນ ມາດຕະການນໍາໃຊ້ຜ້າປິດປາກ-ດັງ ມາດຕະການລ້າງມືດ້ວຍນໍ້າຢາລ້າງມື ມາດຕະການຮັກສາໄລຍະຫ່າງ ມາດຕະການຮັກສາຄວາມສະອາດໃນການກິນຢູ່ ແລະ ວາງແຜນໃນການປັບປຸງຟື້ນຟູການທ່ອງທ່ຽວ ແລະ ການບໍລິການໃນໄລຍະສັ້ນ ກາງ ແລະ ຍາວ.
- ໃຫ້ກະຊວງປ້ອງກັນຄວາມສະຫງົບ ກະຊວງປ້ອງກັນປະເທດ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ສະກັດກັ້ນແກ້ໄຂການລະເມີດຄຳສັ່ງ ນິຕິກຳຕ່າງໆໃນການຕ້ານໂຄວິດ-19 ແລະ ບັນດາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ເຂັ້ມງວດ ແລະ ສັກສິດຕື່ມ.
3. ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງ 31/ນຍ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ-ສັງຄົມ:
- ໃຫ້ຄະນະສະເພາະກິດຕາມຂໍ້ຕົກລົງ 32/ນຍ ສືບຕໍ່ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການທີ່ໄດ້ກຳນົດໃນຂໍ້ຕົກລົງ 31/ນຍ ໃຫ້ສຳເລັດ ແລະ ປະກົດຜົນເປັນຈິງ, ໃນພາກປະຕິບັດຕົວຈິງຖ້າມີບັນຫາໃດຫຍຸ້ງຍາກ ກໍໃຫ້ສຸມໃສ່ແກ້ໄຂໃຫ້ທະລຸລ່ວງເພື່ອຊ່ວຍຫຼຸດຜ່ອນຜົນກະທົບຕໍ່ພາກທຸລະກິດ.
- ໃຫ້ຄະນະສະເພາະກິດທັງສອງຄະນະ ຮີບຮ້ອນສົມທົບກັນແຕ່ງຄະນະວິຊາການໄປກວດກາບັນດາກິດຈະການ ໂຄງການ ໂຮງຈັກໂຮງງານທີ່ໄດ້ສະເໜີມາວ່າມີຄວາມຈໍາເປັນໃນການສືບຕໍ່ເຄື່ອນໄຫວ ແລະ ດຳເນີນທຸລະກິດ ໂດຍເຮັດເປັນຫລາຍຄະນະ ຖ້າກິດຈະການ ຫຼືໂຄງການໃດສາມາດປະຕິບັດຕາມເງື່ອນໄຂ ແລະ ມາດຖານທີ່ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕາມຂໍ້ຕົກລົງ 31/ສພກ ກໍສາມາດອະນຸຍາດໄດ້ ແຕ່ຕ້ອງມີການຄຸ້ມຄອງ ແລະ ຕິດຕາມຢ່າງໃກ້ຊິດ. ສໍາລັບກິດຈະກໍາ ຫຼືໂຄງການທີ່ຂຶ້ນກັບຄວາມຮັບຜິດຊອບຂອງບັນດາແຂວງ ກໍຄວນມອບໃຫ້ຄະນະສະເພາະກິດແຂວງລົງກວດກາ ໂດຍອີງໃສ່ຄຳແນະນໍາຂອງຄະນະສະເພາະກິດຂັ້ນສູນກາງກຳນົດ.
- ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນ ແກ້ໄຂບັນດາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຊາຍແດນ ໃຫ້ຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນຕາມສະພາບຕົວຈິງຂອງແຕ່ລະບ່ອນ ເຮັດແນວໃດບໍ່ໃຫ້ສິນຄ້າອັ່ງອໍ ແລະ ເໜົ່າເສຍ ຍ້ອນອຸປະສັກໃນການຂົນສົ່ງເດັດຂາດ ຄຽງຄູ່ກັນນັ້ນ ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ.
- ສຳລັບການປະຕິບັດນະໂຍບາຍຕໍ່ແຮງງານທີ່ໄດ້ເຂົ້າໃນລະບົບປະກັນສັງຄົມ ໃຫ້ປະຕິບັດຕາມລະບຽບກົດໝາຍ ສໍາລັບແຮງງານທີ່ຢູ່ນອກລະບົບ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນຳໄປຄົ້ນຄວ້າລະອຽດ ແລ້ວມາລາຍງານຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ.
- ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ມີວິທີແນະນໍາໃຫ້ປະຊາຊົນເພີ່ມພຸນຜະລິດຜົນ ໂດຍສະເພາະການປູກ ແລະ ການລ້ຽງສັດ ກຸ້ມຕົນເອງ.
- ໃຫ້ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສ້າງແຜນປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການຂອງບັນດາທຸລະກິດປິ່ນອ້ອມ ເພື່ອຈັດຕັ້ງປະຕິບັດພາຍຫລັງວັນທີ 3 ພຶດສະພາ ເພື່ອກຽມຄວາມພ້ອມເປີດການທ່ອງທ່ຽວເມື່ອການລະບາດຂອງພະຍາດຢຸດເຊົາ.
- ສຳລັບການສະເໜີຂໍຫລຸດອັດຕາອາກອນມູນຄ່າເພີ່ມໄຟຟ້າ ແລະ ນໍ້າປະປານັ້ນ ເນື່ອງຈາກຈະມີຜົນກະທົບຕໍ່ການເກັບລາຍຮັບຫລາຍສົມຄວນ ຈຶ່ງເຫັນວ່າບໍ່ທັນຕົກລົງໄດ້ເທື່ອ, ໃຫ້ໄປຄົ້ນຄວ້ານະໂຍບາຍດ້ານອື່ນໆແທນ.
- ໃຫ້ກະຊວງການເງິນເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປຶກສາຫາລືກັບສະຖາບັນການເງິນສາກົນ ແລະ ບັນດາປະເທດ G20 ກ່ຽວກັບການເລື່ອນຫນີ້ຕາມນະໂຍບາຍຂອງກອງປະຊຸມກຸ່ມ G20. ພ້ອມກັນນັ້ນ ກໍໃຫ້ສະເໜີຂໍເງິນກູ້ດອກເບ້ຍຕໍ່າບ້ວງໃໝ່ ເພື່ອມາຟື້ນຟູຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.
- ໃຫ້ຄະນະສະເພາະກິດສືບຕໍ່ຄົ້ນຄວ້າບັນດາຂໍ້ສະເໜີໃໝ່ເພີ່ມເຕີມຂອງພາກທຸລະກິດໃຫ້ລະອຽດ ໂດຍສະເພາະບັນດານະໂຍບາຍດ້ານການເງິນ ທະນາຄານ ກໍຄືບັນດານະໂຍບາຍເພື່ອສົ່ງເສີມການຜະລິດກະສິກຳເປັນສິນຄ້າ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າມາດຕະການຟື້ນຟູເສດຖະກິດໃນໄລຍະສັ້ນ ໄລຍະກາງ ແລະ ໄລຍະຍາວ ພາຍຫຼງການລະບາດຂອງພະຍາດໂຄວິດ-19 ຢຸດຕິລົງ, ແລ້ວສະເໜີລັດຖະບານພິຈາລະນາ.
- ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນໃຈກາງສົມທົບກັບຄະນະສະເພາະກິດທັງສອງຄະນະ ແລະ ຂະແໜງການກ່ຽວຂ້ອງສັງລວມ ແລະ ຮຽບຮຽງຕາມການປະກອບຄໍາຂອງສະມາຊິກລັດຖະບານ ເພື່ອອອກເປັນມະຕິຂອງລັດຖະບານ ແລະ ແຈ້ງການຜົນກອງປະຊຸມລັດຖະບານໃນຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ຄະນະສະເພາະກິດ ຂະແໜງການ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດ.
ໃນຕອນທ້າຍ ກອງປະຊຸມລັດຖະບານຄັ້ງນີ້ໄດ້ຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ ຊາວຕ່າງດ້າວ ຜູ້ບໍ່ມີສັນຊາດ ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ພະນັກງານ-ລັດຖະກອນ ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນທຸກຖ້ວນໜ້າ ຈົ່ງເຊີດຊູນໍ້າໃຈເປັນເຈົ້າຂອງປະເທດຊາດສູງກວ່າເວລາໃດໝົດ ສືບຕໍ່ຕັ້ງໜ້າເຂົ້າຮ່ວມປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກຕື່ມອີກ 10 ວັນ ດ້ວຍຄວາມຕື່ນຕົວ ແລະ ເປັນເຈົ້າການສູງ ເພື່ອເຮັດໃຫ້ການປ້ອງກັນ ສະກັດກັ້ນພະຍາດໂຄວິດ-19 ຄັ້ງນີ້ ໄດ້ຮັບໄຊຊະນະ. ຂໍໃຫ້ສື່ມວນຊົນທຸກປະເພດ ລວມທັງສື່ອອນລາຍຕ່າງໆ ຈົ່ງຍົກສູງນ້ຳໃຈຮັກຊາດ ຮັບໃຊ້ປະຊາຊົນບັນດາເຜົ່າອອກຂ່າວ ໃຫ້ຂໍ້ມູນຂ່າວສານຕ່າງໆໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດໃຫ້ແກ່ຊາດ ແລະ ປະຊາຊົນ ຫຼີກເວັ້ນການອອກຂ່າວ ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບຕໍ່ຈິດໃຈ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພຂອງສັງຄົມ.