
ກະຊວງສຶກສາທິການ ແລະ ກີລາ ໂດຍການສະໜັບສະໜູນຈາກແຜນງານບີຄວາ ໄດ້ສຸມໃສ່ການຫຸ້ມຫໍ່ຊຸດອຸປະກອນການຮຽນ-ການສອນ ຂັ້ນ ປ 2 ປະກອບມີ: ປຶ້ມນິທານຈຳນວນ 159.205 ຫົວ ປຶ້ມອ່ານເສີມຈຳນວນ 683.645 ຫົວ ແລະ ຊຸດບັດຮູບພາບປະກອບຈຳນວນ 18.730 ຊຸດ ເຂົ້າໃນແກັດຊຸດອຸປະກອນປະກອບການຮຽນ-ການສອນສຳລັບຄູ ໂດຍການຫຸ້ມຫໍ່ໄດ້ສຳເລັດພາຍໃນໄລຍະເວລາທີ່ກຳນົດ ແລະ ໄດ້ບັນຈຸເຂົ້າຮ່ວມກັບປຶ້ມແບບຮຽນ ຂັ້ນປ 2 ສະບັບປັບປຸງໃໝ່ ໂດຍມີກຳນົດການເດີນທາງອອກຈາກສາງເກັບມ້ຽນສູນກາງທີ່ນະຄອນຫຼວງວຽງຈັນ ພາຍຫຼັງສິ້ນສຸດການຈັດຕັ້ງປະຕິບັດຄຳສັ່ງການເຝົ້າລະວັງການລະບາດຂອງພະຍາດ ໂຄວິດ 19 ຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ຊຸດອຸປະກອນດັ່ງກ່າວນີ້ ຈະຖືກນຳສົ່ງໄປຫາຫ້ອງການສຶກສາທິການ ແລະ ກິລາເມືອງ ທັງໝົດ 148 ເມືອງ ເຊິ່ງຈະໄດ້ດຳເນີນການປະສານຕໍ່ໄປຫາໂຮງຮຽນປະຖົມທຸກແຫ່ງເພື່ອໃຫ້ໝັ້ນໃຈວ່າຊຸດອຸປະກອນເຫຼົ່ານັ້ນຈະພ້ອມນຳໃຊ້ສຳລັບຄູ ແລະ ນັກຮຽນ ປະຖົມສຶກສາ ຂັ້ນ ປ 2 ໃນມື້ເປີດສົກຮຽນໃໝ່ 2020-2021 ທີ່ຈະມາເຖິງ.

ກະຊວງສຶກສາທິການ ແລະ ກິີລາ ໄດ້ຄົ້ນຄວ້າພັດທະນາການອຸປະກອນເພື່ອປະກອບການຮຽນ-ການສອນດັ່ງກ່າວນີ້ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍການຮ່ວມທຶນຈາກສະຫະພາບເອີຣົບ ແລະ ລັດຖະບານສະຫະລັດອາເມຣິກາ ອຸປະກອນດັ່ງກ່າວແມ່ນນຳໃຊ້ສຳລັບຄູເພື່ອປະກອບເຂົ້າໃນການສົ່ງເສີມທັກສະການອ່ານ ການຂຽນ ການຟັງ ແລະ ການເວົ້າຂອງນັກຮຽນຊັ້ນປະຖົມສຶກສາຂັ້ນ ປ 2 ທຸກໆແຫ່ງຈະໄດ້ຮັບປະກອບມີປຶ້ມນິທານຈຳນວນ 17 ເຫຼັ້ມ ປຶ້ມອ່ານເສີມຈຳນວນ 72 ເຫຼັ້ມ ແລະ ຊຸດຮູບພາບປະກອບຈຳນວນ 2 ຊຸດ ນາຍຄູຍັງຈະໄດ້ຮັບຄຳແນະນຳເພີ່ມຕື່ມກ່ຽວກັບວິທີການນຳໃຊ້ປຶ້ມອ່ານເສີມ ແລະ ບັດຮູບພາບປະກອບບົດຮຽນ.

ປຶ້ມນິທານ ໄດ້ລວມເອົາບົດເລື່ອງທີ່ເຂົ້າໃຈງ່າຍ ເພື່ອໃຫ້ນາຍຄູອ່ານອອກສຽງໃຫ້ນັກຮຽນຟັງ ຈາກຜົນການຄົ້ນຄວ້າໃຫ້ຮູ້ວ່າ: ການອ່ານອອກສຽງໃຫ້ເດັກນ້ອຍຟັງທຸກໆມື້ ຈະຊ່ວຍເສີມສ້າງທັກສະການຟັງ ແລະ ພັດທະນາຄວາມເຂົ້າໃຈຂອງເຂົາເຈົ້າ ພ້ອມກັນນີ້ ຍັງຊ່ວຍໃຫ້ເດັກນ້ອຍເກີດມີແນວຄິດ ຮຽນຮູ້ຄຳສັບໄປພ້ອມໆກັນ ສຳລັບປຶ້ມອ່ານເສີມ ແມ່ນຈະຊ່ວຍໃຫ້ເດັກນ້ອຍອ່ານໄດ້ຢ່າງອິດສະຫຼະ ປຶ້ມເຫຼົ່ານັ້ນເປັນບົດເລື່ອງງ່າຍໆສຳລັບຮຽນອ່ານ ແຕ່ຈະເຮັດໃຫ້ເດັກນ້ອຍເກີດຄວາມສົນໃຈ ມີຈິນຕະນາການ ໃນນັ້ນຍັງນຳໃຊ້ໂຕໜັງສື ແລະ ຄຳສັບທີ່ຄູໃຊ້ສອນໃນຫ້ອງຮຽນ.
ທັງໝົດເຫຼົ່ານີ້ແມ່ນຈະຊ່ວຍໃຫ້ເດັກນ້ອຍໄດ້ເຝິກຝົນການອ່ານຢ່າງໝັ້ນໃຈ ການເຝິກຝົນການອ່ານຢ່າງອິດສະຫຼະ ເປັນສິ່ງສຳຄັນສຳລັບການພັດທະນາ ມັນຊ່ວຍກະຕຸ້ນໃຫ້ຜູ້ອ່ານເກີດຄວາມສົນໃຈ ສ້າງຄວາມຕ້ອງການຢາກຮຽນຮູ້ໃນໄລຍະຍາວ ສ່ວນຊຸດບັດຮູບພາບປະກອບຈະສະແດງໃຫ້ເຫັນການເຮັດກິດຈະກຳໃນຊີວິດປະຈຳວັນໃນເຂດຊົນນະບົດ ແລະ ໃນເມືອງ ເຊິ່ງຄູສາມາດນຳເອົາມາໃຊ້ເປັນຫົວຂໍ້ການສົນທະນາພາຍໃນຫ້ອງ ຊ່ວຍເພີ່ມທັກສະການຄົ້ນຄິດຢ່າງມີວິຈາລະນາຍານ ແລະ ສ້າງຄວາມເຂົ້າໃຈ ອຸປະກອນປະກອບການຮຽນ-ການສອນຊຸດໃໝ່ນີ້ ໄດ້ຮັບການອອກແບບມາເພື່ອໃຫ້ນັກຮຽນສາມາດມີສ່ວນຮ່ວມໃນການຮຽນຮູ້ ເຊິ່ງເປັນສິ່ງສຳຄັນຫຼັກສຳລັບວິທີການຮຽນ-ການສອນສະບັບປັບປຸງໃໝ່ ມັນຈະຊ່ວຍໃຫ້ນັກຮຽນໂດຍສະເພາະແມ່ນນັກຮຽນຍິງ ແລະ ນັກຮຽນທີ່ມີຂໍ້ຈຳກັດ ສາມາດຮຽນຮູ້ໄດ້ຫຼາຍ ແລະ ໄດ້ຮັບປະສົບການຫຼາຍຂຶ້ນ.
# ຂ່າວ & ພາບ: ບຸນມີ ສີວິໄລ