ພາກທຸລະກິດ ປະຕິບັດຂໍ້ຕົກລົງເລກທີ 31/ນຍ ແລະ ເລກທີ 06/ນຍ ຢ່າງຕັ້ງໜ້າ

    ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 31/ນຍ ວ່າດ້ວຍການກຳນົດນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງລາວ ຫຼາຍພາກສ່ວນທັງພາກລັດ ລັດວິສະຫະກິດ ແລະ ພາກເອກະຊົນ ກໍໄດ້ຕື່ມຕົວຈັດຕັ້ງປະຕິບັດຕາມຂໍ້ຕົກລົງດັ່ງກ່າວຢ່າງເປັນເຈົ້າການ ໃນນີ້ກຸ່ມບໍລິສັດມາລີນີຈໍາກັດ ເຊິ່ງເປັນບໍລິສັດທີ່ເຮັດທຸລະກິດຫຼາຍຂະແໜງການ ກໍໄດ້ມີນະໂຍບາຍເພື່ອຊ່ວຍໃຫ້ປະຊາຊົນທີ່ໄປ-ມາຜ່ານຂົວຂ້າມນໍ້າງື່ມມາລີນີ ເຂດບ້ານເມືອງເກົ່າ-ບ້ານປາກກະຍຸງ ເມືອງວຽງຄຳ ແຂວງວຽງຈັນ ໃນໄລຍະການລະບາດຂອງພະຍາດ COVID-19 ດ້ວຍການຫຼຸດລາຄາຄ່າຂ້າມຂົວລົດເກງ ລົດຈິບ ແລະ ລົດກະບະ ຈາກ 15.000 ກີບ ເປັນ 10.000 ກີບຕໍ່ຄົນຕໍ່ຖ້ຽວ ສ່ວນລົດຈັກແມ່ນຫຼຸດລົງຈາກ 2.000 ກີບ ມາເປັນ 1.000 ກີບຕໍ່ຄັນຕໍ່ຖ້ຽວ ເຊິ່ງຈະຈັດຕັ້ງປະຕິບັດແຕ່ວັນທີ 24 ເມສາ-14 ພຶດສະພາ 2020.

    ທ່ານ ຄຳວົງ ໄຊປັນຍາ ຮອງປະທານກຸ່ມບໍລິສັດມາລີນີຈຳກັດ ໃຫ້ສໍາພາດວັນທີ 23 ເມສາ 2020 ວ່າ: ການຫຼຸດລາຄາຄ່າຂ້າມຂົວຄັ້ງນີ້ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະການຫຼຸດຜ່ອນຜົນກະທົບດ້ານເສດຖະກິດຂອງປະຊາຊົນຜູ້ທີ່ຜ່ານໄປ-ມາໃຫ້ມີລາຍຈ່າຍໜ້ອຍລົງໃນຍາມວິກິດ ເຊິ່ງນອກຈາກໄດ້ຫຼຸດລາຄາຄ່າຂ້າມຂົວແລ້ວ ບໍລິສັດພວກເຮົາຍັງໄດ້ເອົາໃຈໃສ່ປະຕິບັດຄຳສັ່ງ ເລກທີ 06/ນຍ ວ່າດ້ວຍການເພີ່ມທະວີການປ້ອງກັນ ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ໂດຍສະເພາະມີເຈວລ້າງມື ເຄື່ອງກວດວັດແທກອຸນຫະພູມ ແລະ ສີດຢາຂ້າເຊື້ອເປັນປະຈຳ.

# ຂ່າວ & ພາບ : ສະບາໄພ 

error: Content is protected !!