ລາວ-ຝຣັ່ງ ແລະ ພຣູເດັນໂຊລ໌ລາວ ຮ່ວມທຸລະກິດຂາຍປະກັນໄພຊີວິດຜ່ານທະນາຄານ

    ທະນາຄານລາວ-ຝຣັ່ງ ແລະ ບໍລິສັດພຣູເດັນໂຊລ໌ປະກັນໄພຊີວິດລາວຈຳກັດ (ພຣູເດັນໂຊລ໌ ລາວ) ໄດ້ລົງນາມສັນຍາເປັນຄູ່ຮ່ວມທຸລະກິດໃນການຂາຍປະກັນໄພຊີວິດຜ່ານທະນາຄານໄລຍະຍາວ ເຊິ່ງທັງສອງບໍລິສັດຈະໄດ້ຮ່ວມມືກັນໃນການພັດທະນາ ເເລະ ຈຳໜ່າຍຜະລິດຕະພັນການປະກັນໄພຊີວິດໃຫ້ບັນດາລູກຄ້າ ຜ່ານເຄືອຂ່າຍຂອງທະນາຄານລາວ-ຝຣັ່ງ ເຊິ່ງລວມມີສາຂາຫຼວງພະບາງ ​ວັງວຽງ ວຽງຈັນ ສະຫວັນນະເຂດ ແລະ ສາຂາປາກເຊ. 

    ພາຍ​ໃຕ້ຂໍ້ຕົກລົງທີ່ມີຜົນສັກສິດຕັ້ງແຕ່ວັນທີ 27 ເມສາ 2020 ເປັນຕົ້ນໄປ ພຣູເດັນໂຊລ໌ ລາວ ຈະເປັນຜູ້ຈຳໜ່າຍຫຼັກ​ຜະລິດຕະພັນປະກັນໄພຊີວິດໃຫ້ກັບລູກຄ້າຂອງທະນາຄານລາວ-ຝຣັ່ງ ພ້ອມດ້ວຍເປົ້າໝາຍທີ່ຈະເພີ່ມຄວາມສາມາດໃນການຈຳໜ່າຍປະກັນໄພຊີວິດຂອງທະນາຄານລາວ-ຝຣັ່ງຢ່າງເຂັ້ມແຂງ ເພື່ອເສີມຂະຫຍາຍສາຂາຂອງພຣູເດັນໂຊລ໌ ລາວ ໃຫ້ເຂົ້າເຖິງລູກ​ຄ້າ​ພາຍ​ໃນ​ທ້ອງຕະຫຼາດງ່າຍຂຶ້ນ.

    ທ່ານ ອາໂນດ ເກົາລີເຢ ຜູ້ອຳນວຍການທະນາຄານລາວ-ຝຣັ່ງ ກ່າວວ່າ: ການຮ່ວມມືຄັ້ງນີ້ ໄດ້ສະແດງໃຫ້ເຫັນການຮ່ວມມືກັນຂອງສອງສະຖາບັນການເງິນຊັ້ນແນວໜ້າຂອງລາວ ເຊິ່ງລວມມີສາຂາກຸ່ມທະນາຄານ BRED International ພ້ອມກັບພຣູເດັນໂຊລ໌ ຜູ້ທີ່ມີຄວາມຊ່ຽວຊານດ້ານປະກັນໄພ ແລະ ການບໍລິຫານດ້ານການເງິນ ເຊິ່ງເປັນຜູ້ນຳຕະຫຼາດສາກົນທີ່ມີຄຳໝັ້ນສັນຍາໄລຍະຍາວໃຫ້ຕະຫຼາດອາຊີ  ພາຍໃຕ້ການໃຫ້ຄວາມຮ່ວມມືຄັ້ງນີ້ ພວກເຮົາຈະເຮັດວຽກຮ່ວມມືກັບພຣູເດັນໂຊລ໌ ລາວ ເພື່ອສືບຕໍ່ພັດທະນາການບໍລິຫານການເງິນ ເພື່ອຮັບຮອງເອົາຖານລູກຄ້າທີ່ກຳລັງເຕີບໃຫຍ່ຢ່າງວ່ອງໄວໃນປະເທດລາວ ແລະ ຈະຊ່ວຍເຕີມເຕັມຄວາມຝັນ ພ້ອມກັບຄວາມໝັ້ນຄົງໄລຍະຍາວອີກດ້ວຍ.

    ການເປັນຄູ່ຮ່ວມທຸລະກິດຂາຍປະກັນໄພຊີວິດຜ່ານທະນາຄານຄັ້ງນີ້ ລູກຄ້າຂອງທະນາຄານລາວ-ຝຣັ່ງ ເປັນຕົ້ນລູກຄ້າທົ່ວໄປ ລູກຄ້າທີ່ມີທຸລະກິດຂະໜາດໃຫຍ່ ແລະ ນ້ອຍ ສາມາດເຂົ້າເຖິງການໃຫ້ບໍລິການໃນການໃຫ້ຄຳປຶກສາດ້ານປະກັນໄພຊີວິດທີ່ເໝາະສົມທີ່ສຸດແກ່ລູກຄ້າ ​ໂດຍຜ່ານເຄືອຂ່າຍຂອງທະນາຄານ ເຊິ່ງລວມໄປເຖິງບໍລິການຜ່ານອິນເຕີເນັດ ແລະ ຜ່ານລະບົບທະນາຄານເທິງໂທລະສັບມື​ຖື ທີ່​ຈະ​ມີໃນອະນາຄົດ.

    ທ່ານນາງ ວັນດາລີ ສຸວັນນະສຸກ ຮັກສາການຜູ້ອຳນວຍການໃຫຍ່ບໍລິສັດພຣູເດັນໂຊລ໌ ລາວ ກ່າວວ່າ: ພວກ​ເຮົາ​​ມີ​ຄວາມພາກ​ພູມ​ໃຈ​ທີ່​ໄດ້​ເປັນ​ຄູ່​ຮ່ວມ​ທຸ​ລະ​ກິດ​ກັບທະ​ນະ​ຄານລາວ-ຝ​ຮັ່ງ ແລະ ຈະໄດ້​ນຳ​ເອົາ​​ການ​ບໍ​ລິ​ການ​ຂອງ​ທະ​ນາ​ຄານລາວ-ຝ​ຣັ່ງ ທີ່​ມີຫຼາຍ​ຊ່ອງ​ທາງ​ມາ​ນຳ​ສະ​ເໜີ​ໃຫ້​ປະ​ຊາ​ຊົນ​ລາວ ດ້ວຍ​ຜະ​ລິດ​ຕະ​ພັນ​ປະ​ກັນ​ໄພ​ຊີ​ວິດຂອງ​ພວກ​ເຮົາ ທີ່ຖືກອອກເເບບມາໃຫ້ເໝາະສົມກັບຄວາມຕ້ອງການຂອງລຸກຄ້າ  ພວກເຮົາຫວັງວ່າຈະໄດ້ຮ່ວມມືຢ່າງໃກ້ຊິດກັບທະນາຄານລາວ-ຝຣັ່ງ ເພື່ອມອບການປົກປ້ອງ ແລະ ຄຸ້ມຄອງໃຫ້ຄົນທີ່ລູກຄ້າຮັກ ແລະ ເພື່ອອະນາຄົດທີ່ສົດໃສຂອງພວກເຂົາ. 

    # ຂ່າວ & ພາບ: ສະບາໄພ

error: Content is protected !!