ໂຄວິດ-19 ເຊົາຕິດເພີ່ມໃນລາວ 12 ວັນແລ້ວ

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມຄະນະ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 24 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດຄວບຄຸມພະຍາດ Covid-19 ວ່າ: 

    ສະພາບການເຝົ້າລະວັງ COVID-19 ຢູ່ ຢູ່ ສປປ ລາວ ຮອດ 17 ໂມງ ຂອງວັນທີ 23 ເມສາ 2020 ມີຈໍານວນຜູ້ເດີນທາງເຂົ້າມາທັງໝົດ 1.264 ຄົນ ຜູ້ເດີນທາງຜ່ານດ່ານລາວ-ໄທ 792 ຄົນ ໃນນັ້ນມີແຮງງານລາວມາແຕ່ໄທ 08 ຄົນ (ຜ່ານດ່ານຊ່ອງແມັກ ແຂວງຈໍາປາສັກ 05 ຄົນ ແລະ ຜ່ານດ່ານຂົວມິດຕະພາບ II ສະຫວັນນະເຂດ 03 ຄົນ) ເຫຼືອນັ້ນແມ່ນພະນັກງານຂັບລົດສົ່ງສິນຄ້າ ຜູ້ເດີນທາງຜ່ານດ່ານລາວ-ຈີນ ມີ 157 ຄົນ ແລະ ຜູ້ເດີນທາງ ຜ່ານດ່ານລາວ-ຫວຽດ ມີ 315 ຄົນ ເຊິ່ງທັງໝົດແມ່ນຜູ້ຂັບລົດບັນທຸກຂົນສົ່ງສິນຄ້າ ແລະ ຜ່ານການກວດແມ່ນບໍ່ພົບຜູ້ເປັນໄຂ້. 

    ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 23 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 83 ຄົນ ໃນນັ້ນ ມີຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 12 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 71 ຄົນ (ມີອາການ 02 ຄົນ ແລະ ບໍ່ມີອາການ 69 ຄົນ) ເຊິ່ງໃນຈໍານວນ 83 ຄົນທີ່ມາກວດນັ້ນມີ ນະຄອນຫຼວງວຽງຈັນ 09 ຄົນ ແລະ ຕ່າງແຂວງ 74 ຄົນ ເຊິ່ງການຜົນກວດທັງ 83 ກໍລະນີ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 23 ເມສາ 2020 ບໍ່ມີກໍລະນີໃໝ່ເກີດຂຶ້ນ. 

    ນັບແຕ່ເດືອນມັງກອນ ຮອດວັນທີ 23 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.611 ຄົນ ກວດພົບເຊື້ອທັງໝົດ 19 ຄົນ ມີຈໍານວນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດ ທີ່ໄດ້ຕິດຕາມແຕ່ວັນທີ 09 ມີນາ ຮອດ 23 ເມສາ 2020 ມີ 313 ຄົນ ໝົດກໍານົດຕິດຕາມທັງໝົດ 311 ຄົນ ຍັງສືບຕໍ່ຕິດຕາມທັງໝົດ 02 ຄົນ ທັງໝົດແມ່ນຢູ່ນະຄອນຫຼວງວຽງຈັນ ແລະ ຕິດຕາມຢູ່ໂຮງໝໍ 103 ໂດຍຍັງອີກ 01 ວັນແມ່ນຈະຄົບກຳນົດຕິດຕາມ 14 ວັນ. 

    ການຕິດຕາມຢູ່ສະຖານທີ່ຈຳກັດບໍລິເວນຂອງແຂວງ ແລະ ຜູ້ຈຳກັດບໍລິເວນຢູ່ເຮືອນ ໂດຍສະເພາະຜູ້ເດີນທາງມາຈາກຕ່າງປະເທດ ມາຮອດວັນທີ 23 ເມສາ 2020 ທົ່ວປະເທດຍັງມີສູນຈໍາກັດບໍລິເວນທັງໝົດ 292 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 1.228 ຄົນ ຈໍາກັດບໍລິເວນຢູ່ເຮືອນ 880 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອມີທັງໝົດ 366 ຄົນ ທັງໝົດບໍ່ພົບເຊື້ອ. 

    ສຳລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນຍັງມີຜູ້ຕິດເຊື້ອນອນຕິດຕາມປິ່ນປົວຢູ່ໂຮງໝໍທັງໝົດ 15 ຄົນ ຢູ່ໂຮງໝໍແຂວງຫຼວງພະບາງມີ 01 ຄົນ ເປັນເພດຊາຍ ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ ສ່ວນກໍລະນີຢູ່ໂຮງໝໍມິດຕະພາບຈຳນວນ 14 ຄົນ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນການປິ່ນປົວຕື່ມອີກ.

# ຂ່າວ & ພາບ: ລັດເວລາ

error: Content is protected !!