ທ່ານຮອງນາຍົກ ລົງຊຸກຍູ້ວຽກສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດ ໂຄວິດ-19 ຢູ່ບ້ານຊ້າງຄູ້​

    ວັນທີ 26 ເມສາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ລົງຊຸກຍູ້ວຽກງານສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ທີ່ຫ້ອງແຖວພັກເຊົາຂອງປະຊາຊົນຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ທ່ານຮອງລັດຖະມົນຕີກະຊວງ ຖວທ ທ່ານເຈົ້າເມືອງ ຫົວໜ້າພະແນກ ອໍານາດການປົກຄອງ ແລະ ປະຊາຊົນໃຫ້ການຕ້ອນຮັບ. 

    ໂອກາດນີ້ ທ່ານ ວັນທອງ ພົງສະຫວັນທອງ ນາຍບ້ານຊ້າງຄູ້ ໄດ້ລາຍງານສະພາບຂອງບ້ານໂດຍຫຍໍ້ໃຫ້ຊາບວ່າ:  ບ້ານຊ້າງຄູ້ແບ່ງເປັນ 42 ໜ່ວຍ ມີ 550 ຄອບຄົວ ມີພົນລະເມືອງທັງໝົດ 2.740 ຄົນ ຍິງ 1.520 ຄົນ ອາຊີບສ່ວນໃຫຍ່ເປັນພະນັກງານລັດຖະກອນກວມເອົາ 70% ເຖິງແມ່ນວ່າຈະເປັນບ້ານໃຫຍ່ ຍ້ອນຮັບການຊີ້ນໍາເອົາໃຈໃສ່ໃກ້ຊິດຈາກຂັ້ນເທິງ ເຮັດໃຫ້ບ້ານມີຄວາມສະຫງົບປອດໄພໂດຍພື້ນຖານ ຕໍ່ໜ້າສະພາບການລະບາດຂອງພະຍາດໂຄວິດ-19 ພາຍຫຼັງມີຄໍາສັ່ງແນະນໍາເລກທີ 06/ນຍ ຂອງທ່ານນາຍົກ ທາງອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ສົມທົບກັບໜ່ວຍງານສະເພາະກິດຂອງເມືອງ ແລະ ນວ ໄດ້ລົງເຜີຍແຜ່ແນະນໍາ ຜ່ານໂທລະໂຄ່ງ ຫົວໜ່ວຍ 10 ຫຼັງຄາເຮືອນ ແລະ ບັນດາຫ້ອງແຖວພັກເຊົາ ລົງກວດກາ ຕິດຕາມເຝົ່າລະວັງຢ່າງຕໍ່ເນື່ອງ ເຮັດໃຫ້ບ້ານຂອງພວກເຮົາມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ບໍ່ມີຜູ້ຕິດເຊື້ອ. 

    ໂອກາດນີ້ ທ່ານຮອງນາຍົກໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ຢ່າງຕັ້ງໜ້າຂອງອໍານາດການປົກຄອງ ພໍ່ແມ່ປະຊາຊົນ ທີ່ພ້ອມກັນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາເລກທີ 06 ຂອງທ່ານນາຍົກດ້ວຍຄວາມຮັບຜິດຊອບສູງ ພ້ອມທັງໄດ້ຍົກໃຫ້ເຫັນຜົນຂອງການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ແລະ ເນັ້ນ ໃຫ້ເອົາໃຈໃສ່ມາດຕະການແກ້ໄຂການດໍາລົງຊີວິດ ການປັບປຸງພັດທະນາຊີວິດການເປັນຢູ່ໃນໄລຍະພະຍາດໂຄວິດ-19 ທີ່ພວມແຜ່ລະບາດ ໃຫ້ມີຄວາມຕື່ນຕົວ ເອົາໃຈໃສ່ເຂັ້ມງວດປ້ອງກັນຕົນເອງຢູ່ພາຍໃນບ້ານເຮືອນ ເວລາອອກຈາກເຮືອນຈະປະຕິບັດຕົນເອງແນວໃດ ໂດຍສະເພາະໜັ່ນລ້າງມື ໃຊ້ຜ້າປິດປາກ ປິດດັງທຸກຄັ້ງ ພ້ອມເປີດໂອກາດໃຫ້ພໍ່ແມ່ປະຊາຊົນນໍາສະເໜີບັນຫາຂໍ້ຫຍຸ້ງຍາກ ຄວາມຕ້ອງການຊ່ວຍເຫຼືອໃນໄລຍະການລະບາດຂອງພະຍາດໂຄວິດ-19 ຕໍ່ເຈົ້າຂອງຫ້ອງພັກເຊົາ ເພື່ອນໍາສະເໜີຕໍ່ອໍານາດການປົກຄອງເພື່ອຫາຊ່ອງທາງໃນການແກ້ໄຂ ແລະ ນັບຈາກມື້ນີ້ໄປ ຈະເຮັດແນວໃດເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ນັບມື້ດີຂຶ້ນ ເພື່ອພ້ອມກັນຜ່ານຜ່າວິກິດການໃນຄັ້ງນີ້.

     ພ້ອມດຽວກັນນີ້ ທາງຄະນະຍັງໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ເຊິ່ງປະກອບມີຜ້າປິດປາກ ປິດດັງ ເຫຼົ້າ 90 ແລະ ໄຂ່ ມາມອບໃຫ້ແກ່ພໍ່ແມ່ປະຊາຊົນທີ່ພັກເຊົາໃນຈໍານວນ 15 ຫ້ອງ.

# ຂ່າວ & ພາບ: ບຸນມີ

error: Content is protected !!