
ພາຍຫຼັງໄດ້ມີການຊີ້ນໍາຈາກຂັ້ນເທິງ ຕໍ່ກັບບັນຫາການຕ້ານ ແລະ ສະກັດກັ້ນການລະບາດເຊື້ອພະຍາດຈຸລະໂຣກສາຍພັນໃໝ່ (COVID-19) ພະແນກອຸດສາຫະກໍາ ແລະ ການຄ້າ ໄດ້ອອກຂໍ້ຕົກລົງ ແລະ ແຈ້ງການຫຼາຍສະບັບ ເພື່ອເປັນບ່ອນອີງໃນການຕິດຕາມຄຸ້ມຄອງ ແລະ ກວດກາສິນຄ້າຕາມທ້ອງຕະຫຼາດໃຫຍ່ 8 ແຫ່ງໃນທົ່ວນະຄອນຫຼວງວຽງຈັນ ທີ່ໄດ້ອະນຸຍາດໃຫ້ບໍລິການໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 ໂດຍໄດ້ມີການປະສານສົມທົບກັບທຸກພາກສ່ວນເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ.


ທ່ານ ນັນຕາ ສຸນາວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນໃຫ້ສໍາພາດວັນທີ 24 ເມສາ 2020ວ່າ: ຜ່ານການລົງກວດກາລາຄາສິນຄ້າ ແລະ ການສະໜອງສິນຄ້າຕົວຈິງ ສາມາດກວດພົບເຫັນການນໍາເຂົ້າສິນຄ້າທີ່ບໍ່ມີເອກະສານອະນຸຍາດເຊັ່ນ ຜ້າອັດປາກ-ອັດດັງ ເຈວລ້າງມື ລວມມູນຄ່າ 35 ລ້ານກວ່າກີບ ເຊິ່ງເຈົ້າໜ້າທີ່ກວດກາການຄ້າໄດ້ອາຍັດມາໄວ້ ແລະ ໄດ້ປັບໃໝຕາມລະບຽບການ ແລ້ວສົ່ງຄືນໃຫ້ເຈົ້າຂອງ ໄດ້ກວດເຫັນການສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈຈໍານວນ 25 ຫົວໜ່ວຍ ໃນນີ້ໄດ້ເຮັດບົດບັນທຶກຕັກເຕືອນພ້ອມປັບໃໝ ໄດ້ປະສານສົມທົບກັບບໍລິສັດນໍາເຂົ້າສິນຄ້າປະເພດອຸປະໂພກ-ບໍລິໂພກເພື່ອກວດກາສິນຄ້າຄ້າງສາງ ແລະ ປະເມີນໄລຍະເວລາການສະໜອງສິນຄ້າທີ່ມີຕົວຈິງ ແລ້ວຊອກຫາວິທີໃນການສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ພ້ອມດຽວກັນນັ້ນ ກໍຍັງໄດ້ລົງແນະນໍາກ່າວເຕືອນ ສຶກສາອົບຮົມບັນດາຕົວແທນຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າຕື່ມອີກ.

ໂອກາດນີ້ ຍັງໄດ້ຂໍຄວາມຮ່ວມມືກັບແມ່ຄ້າ ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າໃນຍາມທີ່ປະເທດຊາດກຳລັງພົບວິກິດກັບການແຜ່ລະບາດເຊື້ອພະຍາດໂຄວິດ-19 ພ້ອມນັ້ນ ຮຽກຮ້ອງມາຍັງລູກຄ້າ ກໍຄືປະຊາຊົນ ຖ້າພົບເຫັນການຂຶ້ນລາຄາສິນຄ້າ ໃຫ້ຕິດຕໍ່ທາງເຈົ້າໜ້າທີ່ກວດກາການຄ້າ ຈັດສັນຕະຫຼາດພ້ອມເປັນເຈົ້າການຮັກສາສິດຜົນປະໂຫຍດຂອງຕົນເອງ.
# ຂ່າວ & ພາບ: ຂັນທະວີ