ເວົ້າເຖິງການພະນັນແລ້ວ ເປັນເລື່ອງໜຶ່ງທີ່ເວົ້າກັນຍາກທີ່ສຸດໃນສັງຄົມ ເພາະມັນມີທັງປິດລັບ ແລະ ເປີດເຜີຍ ຜູ້ຫຼີ້ນການພະນັນສ່ວນໃຫຍ່ກໍແມ່ນຄົນຈົນ (ທີ່ເຮັດຄືມີ) ທີ່ໄຝ່ຝັນຫາຄວາມຜາສຸກ ລາບລວຍໂດຍບໍ່ຜ່ານການອອກແຮງງານ ປະເພດການພະນັນໃນປັດຈຸບັນມີຫຼາຍ ແຕ່ໃນນັ້ນກໍຍັງມີ ຫວຍເທິງດິນ ແລະ ໃຕ້ດິນ ໄກ່ຕີ ລົງແທງບານເອີຣົບ…
Category: ຫົວຂໍ້ຂ່າວອື່ນໆ
ທົ່ວສັງຄົມ ຈົ່ງເອົາໃຈໃສ່ໃນການຕ້ານ ສະກັດກັ້ນ ແລະ ປ້ອງກັນການເກີດອັກຄີໄພຢ່າງເຂັ້ມງວດ
ເລີ່ມແຕ່ເດືອນມີນາຫາເດືອນພຶດສະພາຂອງທຸກໆປີ ທົ່ວນະຄອນຫຼວງວຽງຈັນ ມັກຈະເກີດມີເຫດໄຟໄໝ້ຢູ່ຫຼາຍແຫ່ງ ເຊັ່ນ: ທີ່ພັກອາໃສຫົວໜ່ວຍທຸລະກິດ ການຜະລິດ ຕະຫຼາດ ປ່າຫຍ້າ ປ່າໄມ້ ແລະ ເຂດຊຸມຊົນ ເຊິ່ງມັນໄດ້ສ້າງຜົນເສຍຫາຍເຖິງແກ່ຊີວິດ ຊັບສິນຂອງລັດ ລວມໝູ່ ເອກະຊົນ ແລະ…
Facebook ຈະເລີ່ມຢຸດລະເມີດຄວາມເປັນສ່ວນຕົວ ຈາກການໃຊ້ເບີໂທລະສັບ ແນະນຳໃຫ້ເພີ່ມເພື່ອນໃໝ່
ສືບເນື່ອງຈາກເດືອນກໍລະກົດປີທີ່ຜ່ານມາ FTC (Federal Trade Commission) ຫຼື ຄະນະກຳມາທິການ ການຄ້າຂອງລັດຖະບານກາງສະຫະລັດ ທີ່ມີກົດໝາຍສຳລັບຄວບຄຸມດູແລທຸລະກິດການຄ້າເອເລັກໂຕຣນິກ ເຊັ່ນ: ດູແລການປະຕິບັດງານການໂຄສະນາ ການຕະຫຼາດຂອງທຸລະກິດ ແລະ ຄຸ້ມຄອງຄວາມເປັນສ່ວນຕົວຂອງລູກຄ້າ ໄດ້ລົງໂທດ Facebook…
ເບິ່ງບ້ານເຂົາເອົາບົດຮຽນ 12/05/2020
ໃນບົດປະຈຳວັນນີ້ ມີຂ່າວກ່ຽວກັບມາດຕະການຂອງຣັດເຊຍ ເພື່ອຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໂຄວິດ-19 ແລະ ເລື່ອງຄະດີອູ້ມບຸນຢູ່ກຳປູເຈຍ. ທີ່ ຣັດເຊຍ: ຕໍ່ໜ້າໄພພິບັດຈາກໂລກລະບາດໂຄວິດ-19 ທ່ານປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງ ສະຫະພັນຣັດເຊຍ ໄດ້ປະກາດນະໂຍບາຍຫຼາຍຢ່າງ ເພື່ອບັນເທົາຜົນກະທົບຂອງການລະບາດທີ່ມີຕໍ່ບຸກຄົນ ແລະ…
ຂັບຂີ່ຕ້ອງລະວັງ ໃນສະພາບອາກາດມີການປ່ຽນແປງ
ການປ່ຽນແປງຂອງດິນຟ້າອາກາດໃນປັດຈຸບັນ ນັບມື້ຮ້າຍແຮງຂຶ້ນ ເຊິ່ງເກີດເປັນໄພພິບັດ ທີ່ສົ່ງຜົນກະທົບໃສ່ການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດໃນທົ່ວໂລກ ແລະ ສປປ ລາວ ກໍເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບອັນໜຶ່ງ ຈາກການປ່ຽນແປງຂອງສະພາບການດັ່ງກ່າວ ເຖິງແມ່ນວ່າຈະບໍ່ຮ້າຍແຮງເທົ່າກັບຫຼາຍປະເທດ ແຕ່ທຸກເຫດການທີ່ເກີດຂຶ້ນຈາກບັນຫາດັ່ງກ່າວນັ້ນ ແມ່ນສ້າງຄວາມເສຍຫາຍແກ່ຊັບສິນສ່ວນລວມ ຊີວິດ ແລະ ຊັບສິນຂອງປະຊາຊົນ. ເນື່ອງຈາກການປ່ຽນແປງຂອງສະພາບອາກາດ…
ອັນຕະລາຍຈາກເຊື້ອພະຍາດໃນຫ້ອງນ້ຳ
ຖ້າເວົ້າເຖິງເຊື້ອພະຍາດແລ້ວ ເຮົາພົບໄດ້ໃນທຸກໆສະຖານທີ່ ແຕ່ໃນຫ້ອງນ້ຳມີເຊື້ອພະຍາດຮ້າຍແຝງຕົວຢູ່ເປັນຈຳນວນຫຼາຍ ວັນນີ້ຈະບອກເຄັດລັບ ເພື່ອທຸກຄົນຈະໄດ້ປ້ອງກັນຕົນເອງ. ເຊື້ອພະຍາດທີ່ຢູ່ໃນຫ້ອງນ້ຳສ່ວນໃຫຍ່ ເກີດຈາກການປົນເປື້ອນຂອງສິ່ງປະຕິກູນ ເຊັ່ນ: ອຸດຈາລະຮ່ວມກັບຄວາມຊຸ່ມ ສົ່ງຜົນໃຫ້ເຊື້ອພະຍາດສາມາດອາໄສຢູ່ໃນຫ້ອງນ້ຳໄດ້ເປັນເວລາດົນນານ ເນື່ອງຈາກເຊື້ອແບກທີເຣຍ ແລະ ໄວຣັສກໍ່ພະຍາດຕ່າງໆມີຂະໜາດນ້ອຍຫຼາຍ ບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ດັ່ງນັ້ນ ການປະເມີນຄວາມສະອາດຂອງຫ້ອງນ້ຳ…
ຍົກສູງສະຕິລະວັງຕົວ
ອາທິດແລ້ວນີ້ ທີ່ເມືອງນາຮົກ ຈ່າຍົມພິບານໄດ້ຮຽກເອົາບັນດາທະຫານຂອງຕົນ ມາປະຊຸມເປັນການດ່ວນ ທັງອອກຄຳສັ່ງວ່າ “ດຽວນີ້ຢູ່ເມືອງມະນຸດນັ້ນ ໂຄວິດ-19 ພວມລະບາດໜັກທີ່ສຸດ ດັ່ງນັ້ນ ພວກເຈົ້າຕ້ອງມີສະຕິລະວັງສູງ ຢ່າຢູ່ໃກ້ຄົນບາບຈາກເມືອງມະນຸດ ຕ້ອງໃສ່ໜ້າກາກເວລາທໍລະມານພວກເຂົາ ຖ້າອີກ 1 ເດືອນ ຖ້າໂຄວິດ-19…
ຝາກຄວາມຫວັງໄວ້ກັບໜ້າກາກ
ວານນີ້ ສອງສາວສ່ຽວຮັກສ່ຽວແພງ ມີໂອກາດມາແລກປ່ຽນຂໍ້ມູນກ່ຽວກັບໂຄວິດ-19 ມັນເປັນເລື່ອງເດັດໆ ທີ່ບໍ່ເຄີຍເກີດຂຶ້ນກັບຄົນອື່ນ. ຜູ້ທີໜຶ່ງ: “ນັບແຕ່ໂຄວິດ-19 ອາລະວາດ ເຮົາງົດລົມໂທລະສັບມືຖື ເພາະຢ້ານໂຕພະຍາດມັນຊິຕິດມາຕາມຄື້ນສັນຍານ… ເຫັນບໍລະເຮົາມີວິທີປ້ອງກັນເດັດໆກວ່າມາດຕະການຂອງຄົນອື່ນ”. ຜູ້ທີສອງ: “ເຮົາແຮ່ງຄັກກວ່ານັ້ນ ເວລານອນເຮົາບໍ່ຍອມປົດໜ້າກາກອອກ ເພາະເວລາເຮົາຝັນພົບໝູ່ຄູ່ ເຮົາຢ້ານຕິດພະຍາດນຳພວກເຂົາ…
ນັກຮົບຊຸດຂາວ
ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສະທ້ອນໃຫ້ເຫັນຫຼາຍບັນຫາຂອງຄົນໃນສັງຄົມ ເຊັ່ນ: ການຊ່ວງຊີງສົກສວຍຊື້ເຄື່ອງຂາຍຂອງ ໂດຍຂຶ້ນລາຄາຍາມສະພາບບ້ານເມືອງວິກິດ ຄົນຂາຍບາງກຸ່ມກໍບໍ່ສົນວ່າສິນຄ້າໄດ້ຄຸນນະພາບ ຂໍພຽງແຕ່ໄດ້ເງິນ ບາງຄົນຖືກຕົວະຕົ້ມຫັກຫຼ່ຽມຜົນປະໂຫຍດກັນ ເຖິງຂັ້ນຮ້ອງໄຫ້ເປີດເສື້ອໃຫ້ສັງຄົມໄດ້ເຫັນ ນີ້ຄືທາດແທ້ຂອງຄົນພຽງບາງກຸ່ມ ເອີ້ນວ່າ: ສວຍໂອກາດເຫັນແກ່ໄດ້ ເພາະມີນິໄສເຫັນແຕ່ຜົນປະໂຫຍດເຕັມຫົວໃຈ. ການປິ່ນປົວພະຍາດໂຄວິດ-19 ຖືໄດ້ວ່າເປັນການເສຍສະຫຼະສູງຂອງແພດໝໍ ໂດຍອາໄສຈິດໃຈກ້າຫານ…