ຍທຂ ອະນຸຍາດເປີດບໍລິການຂົນສົ່ງໂດຍສານພາຍໃນແຂວງ

ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ການ​ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ) ໄດ້​ອອກ​ຄຳ​ແນະ­ນຳ ເພື່ອ​ອະ­ນຸ­ຍາດ​ໃຫ້​ດຳ­ເນີນ​ການ​ບໍ­ລິ­ການ​ຂົນ­ສົ່ງ​ໂດຍ­ສານ ຢູ່​ພາຍ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຢູ່​ພາຍ​ໃນ​ບັນ­ດາ​ແຂວງ​ທົ່ວ​ປະ­ເທດ ໂດຍ​ໃຫ້​ຈັດ​ຕັ້ງ​ປະ­ຕິ­ບັດ ແຕ່​ວັນ​ທີ 4-17 ພຶດ­ສະ­ພາ 2020 ອີງ​ຕາມ​ຄຳ​ແນະ­ນຳ ສຳ­ລັບ​ການ​ບໍ­ລິ­ການ​ຂົນ­ສົ່ງ​ໂດຍ­ສານ​ຢູ່​ພາຍ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຢູ່​ພາຍ​ໃນ​ບັນ­ດາ​ແຂວງ ໃນ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ສະ­ບັບ​ເລກ​ທີ 292/ຍທຂ ລົງ​ວັນ​ທີ 3 ພຶດ­ສະ­ພາ 2020 ໃຫ້​ຮູ້​ວ່າ: ເພື່ອ​ຮັບ­ປະ­ກັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ຜ່ອນ­ຜັນ ຄຳ​ສັ່ງ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 06/ນຍ ລົງ​ວັນ​ທີ 29 ມີ­ນາ 2020 ໃຫ້​ມີ​ປະ​ສິດ­ທິ​ຜົນ ແລະ ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19.

ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ການ​ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ອອກ​ຄຳ​ສັ່ງ​ແນະ­ນຳ ເພື່ອ​ອະ­ນຸ­ຍາດ​ໃຫ້​ດຳ­ເນີນ​ການ​ບໍ­ລິ­ການ​ຂົນ­ສົ່ງ​ໂດຍ­ສານ ຢູ່​ພາຍ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຢູ່​ພາຍ​ໃນ​ບັນ­ດາ​ແຂວງ ເຊິ່ງ​ລວມ​ມີ​ລົດ­ເມ ລົດ​ຕູ້ ລົດ​ຮັບ​ສົ່ງ​ພະ­ນັກ­ງານ ລົດ​ຮັບ​ສົ່ງ​ກຳ­ມະ­ກອນ ລົດ​ເຕັກ​ຊີ ລົດ​ສອງ​ແຖວ ລົດ​ຕຸກໆ ແລະ ລົດ​ຈຳ​ໂບ້ ໃຫ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ຄື: ຢູ່​ສະ­ຖາ­ນີ​ລົດ​ຂົນ­ສົ່ງ​ຜູ້­ໂດຍ­ສານ ແລະ ບ່ອນ​ລໍ­ຖ້າ​ລົດ­ເມ: ຕ້ອງ​ຈັດ​ສັນ​ບ່ອນ​ນັ່ງ ຫຼື ຢືນ​ລໍ­ຖ້າ ໂດຍ​ໃຫ້​ຮັກ­ສາ​ໄລ­ຍະ​ຫ່າງ ຢ່າງ​ໜ້ອຍ 1 ແມັດ​ຂຶ້ນ​ໄປ ຕ້ອງ​ມີ​ການ​ວັດ­ແທກ​ອຸນ­ຫະ­ພູມ ເຈລ​ລ້າງ​ມື ຫຼື ເຫຼົ້າ​ສຳ­ລັບ​ຂ້າ​ເຊື້ອ​ຢູ່​ໃນ​ສະ­ຖາ­ນີ ຕ້ອງ​ມີ​ສະ­ບູ​ລ້າງ​ມື ແລະ ເຈ້ຍ­ເຊັດ​ມື​ຢູ່​ໃນ​ຫ້ອງ​ນ້ຳ­ຂອງ​ສະ­ຖາ­ນີ ຕ້ອງ​ໃຫ້​ມີ​ຖັງ​ໃສ່​ຂີ້​ເຫຍື້ອ​ທີ່​ມີ​ຝາ​ປິດ ແລະ ເໝາະ​ສົມ​ກັບ​ປະ­ລິ­ມານ​ຂອງ​ຂີ້​ເຫຍື້ອ ຕ້ອງ​ມີ​ການ​ອະ­ນາ­ໄມ​ຂ້າ​ເຊື້ອ​ກ່ອນ​ໃຫ້­ການ​ບໍ­ລິ­ການ ປະ­ຈຳ​ວັນ​ໃນ​ສະ­ຖາ­ນີ ໂດຍ​ການ​ສີດ​ຢາ​ຂ້າ​ເຊື້ອ ຫຼື ເຊັດ​ຖູ​ວັດ­ຖຸ​ດ້ວຍ​ແຟັບ ຫຼື ໄຮ​ເຕີ​ຕາມ​ຕັ່ງ​ນັ່ງ ຮາວ​ຈັບ ແລະ ບ່ອນ​ອື່ນໆ​ທີ່​ມີ​ຄົນ​ສຳ­ຜັດ​ເລື້ອຍໆ.

ຜູ້​ຂັບ​ລົດ ແລະ ຜູ້​ຊ່ວຍ: ຕ້ອງ​ໄດ້​ວັດ­ແທກ​ອຸນ­ຫະ­ພູມ​ກ່ອນ​ຂຶ້ນ​ລົດ ຖ້າ​ພົບ​ວ່າ​ມີ​ອຸນ­ຫະ​ສູງ​ກວ່າ 37,5 ອົງ­ສາ ແມ່ນ​ເດັດ­ຂາດ​ບໍ່​ໃຫ້​ຂຶ້ນ​ລົດ ແລະ ໃຫ້​ໂທ​ປຶກ­ສາ​ດ່ວນ 165 ຫຼື 166 ຕ້ອງ​ໃສ່​ຜ້າ​ອັດ​ປາກ-ດັງ​ຕະ­ຫຼອດ​ເວ­ລາ ຖ້າ​ບໍ່​ປະ­ຕິ­ບັດ​ແມ່ນ​ບໍ່​ອະ­ນຸ­ຍາດ​ໃຫ້​ບໍ­ລິ­ການ ການ​ຂົນ­ສົ່ງ​ເດັດ­ຂາດ ຕ້ອງ​ໝັ່ນ​ລ້າງ​ມື​ດ້ວຍ​ເຈລ​ລ້າງ​ມື ຫຼື ສະ­ບູ ແລະ ນ້ຳ​ສະ­ອາດ​ທຸກ​ຄັ້ງ​ທີ່​ໄດ້​ສຳ­ຜັດ​ບ່ອນ​ອື່ນໆ.

ຜູ້­ໂດຍ­ສານ: ຕ້ອງ​ໄດ້​ວັດ­ແທກ​ອຸນ­ຫະ­ພູມ​ກ່ອນ​ຂຶ້ນ​ລົດ ຖ້າ​ພົບ​ວ່າ​ມີ​ອຸ​ຫະ​ພູມ​ສູງ​ກວ່າ 37,5 ອົງ­ສາ ແມ່ນ​ເດັດ­ຂາດ​ບໍ່​ໃຫ້​ຂຶ້ນ​ລົດ ແລະ ໃຫ້​ໂທ​ປຶກ­ສາ​ດ່ວນ 165 ຫຼື 166 ຕ້ອງ​ໃສ່​ຜ້າ​ອັດ​ປາກ-ດັງ​ຕະ­ຫຼອດ​ເວ­ລາ ຖ້າ​ບໍ່​ໃສ່​ຈະ​ບໍ່​ອະ­ນຸ­ຍາດ​ໃຫ້​ຂຶ້ນ​ລົດ​ເດັດ­ຂາດ ຕ້ອງ​ໝັ່ນ​ລ້າງ​ມື​ດ້ວຍ​ເຈລ​ລ້າງ​ມື ຫຼື ສະ­ບູ ແລະ ນ້ຳ​ສະ­ອາດ​ທຸກ​ຄັ້ງ​ທີ່​ໄດ້​ສຳ­ຜັດ​ບ່ອນ​ອື່ນໆ ຕ້ອງ​ນັ່ງ​ຕາມ​ບ່ອນ​ທີ່​ກຳ­ນົດ​ໄວ້​ຢູ່​ໃນ​ລົດ ໂດຍ​ຮັກ­ສາ​ໄລ­ຍະ​ຫ່າງ​ຢ່າງ​ໜ້ອຍ 1 ແມັດ​ຂຶ້ນ​ໄປ ຕ້ອງ​ຮັກ­ສາ​ມາ­ລະ­ຍາດ​ໃນ​ການ​ໄອ-ຈາມ ຕ້ອງ​ອັດ​ປາກ ແລະ ຖິ້ມ​ຂີ້​ເຫຍື້ອ​ຕ້ອງ​ຮັບ­ປະ­ກັນ ຕ້ອງ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ​ໃນ​ເວ­ລາ​ຢືນ ຫຼື ນັ່ງ​ລໍ­ຖ້າ​ຢູ່​ສະ­ຖາ­ນີ ແລະ ບ່ອນ​ລໍ­ຖ້າ​ຂຶ້ນ​ລົດ.

ຍານ­ພາ­ຫະ­ນະ​ຂົນ­ສົ່ງ: ຕ້ອງ​ມີ​ການ​ອະ­ນາ­ໄມ​ຂ້າ​ເຊື້ອ​ກ່ອນ​ໃຫ້­ການ​ບໍ­ລິ­ການ​ປະ­ຈຳ​ວັນ ໂດຍ​ການ​ຂ້າ​ເຊື້ອ ຫຼື ເຊັດ​ຖູ​ດ້ວຍ​ນ້ຳ​ແຟັບ ຫຼື ໄຮ​ເຕີ​ຕາມ​ຕັ່ງ​ນັ່ງ ຮາວ​ຈັບ ບ່ອນ​ໄຂ​ປະ­ຕູ​ລົດ ພວງ­ມາ­ໄລ ແລະ ບ່ອນ​ອື່ນໆ​ທີ່​ມີ​ສຳ­ຜັດ​ເລື້ອຍໆ ຕ້ອງ​ມີ​ເຈລ​ລ້າງ​ມື ຫຼື ເຫຼົ້າ​ຂ້າ​ເຊື້ອ​ປະ­ຈຳ​ລົດ ຕ້ອງ​ກຳ­ນົດ ແລະ ໝາຍ​ບ່ອນ​ນັ່ງ​ຜູ້­ໂດຍ­ສານ ໂດຍ​ຮັກ­ສາ​ໄລ­ຍະ​ຫ່າງ​ຢ່າງ​ໜ້ອຍ 1 ແມັດ​ຂຶ້ນ​ໄປ ຕ້ອງ​ເປີດ​ປະ­ຕູ ຫຼື ແວ່ນ​ຂ້າງ ເພື່ອ​ລະ­ບາຍ​ອາ­ກາດ ເວ­ລາ​ຈອດ​ລົດ ຖ້າ​ບໍ່​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ແນະ­ນຳ​ທີ່​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ ຈະ​ບໍ່​ອະ­ນຸ­ຍາດ​ໃຫ້​ດຳ­ເນີນ​ການ​ຂົນ­ສົ່ງ ແລະ ໃສ່​ວິ­ໄນ​ຕາມ​ລະ­ບຽບ​ກົດ­ໝາຍ​ຂອງ ສປປ ລາວ.

error: Content is protected !!