ຂັບຂີ່ຕ້ອງລະວັງ ໃນສະພາບອາກາດມີການປ່ຽນແປງ

ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ​ໃນ​ປັດ­ຈຸ­ບັນ ນັບ​ມື້​ຮ້າຍ​ແຮງ​ຂຶ້ນ ເຊິ່ງ​ເກີດ​ເປັນ​ໄພ­ພິ­ບັດ ທີ່​ສົ່ງ​ຜົນ​ກະ­ທົບ​ໃສ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ຫຼາຍ​ປະ­ເທດ​ໃນ​ທົ່ວ​ໂລກ ແລະ ສປປ ລາວ ກໍ​ເປັນ​ປະ­ເທດ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ອັນ​ໜຶ່ງ ຈາກ​ການ​ປ່ຽນ­ແປງ​ຂອງ​ສະ­ພາບ​ການ​ດັ່ງ­ກ່າວ ເຖິງ​ແມ່ນ​ວ່າ​ຈະ​ບໍ່​ຮ້າຍ​ແຮງ​ເທົ່າ​ກັບ​ຫຼາຍ​ປະ­ເທດ ແຕ່​ທຸກ​ເຫດ­ການ​ທີ່​ເກີດ​ຂຶ້ນ​ຈາກ​ບັນ­ຫາ​ດັ່ງ­ກ່າວ​ນັ້ນ ແມ່ນ​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ຊັບ​ສິນ​ສ່ວນ​ລວມ ຊີ­ວິດ ແລະ ຊັບ​ສິນ​ຂອງ​ປະ­ຊາ­ຊົນ.

ເນື່ອງ​ຈາກ​ການ​ປ່ຽນ­ແປງ​ຂອງ​ສະ­ພາບ​ອາ­ກາດ ສົ່ງ​ຜົນ​ໃຫ້​ເກີດ​ບັນ­ຫາ​ຕ່າງໆ​ຕາມ​ມາ ເຊັ່ນ: ເກີດ​ມີ​ລົມ​ພັດ​ແຮງ​ກະ­ທັນ­ຫັນ ຝົນ­ຕົກ​ເປັນ​ຫຼາຍ​ຊົ່ວ­ໂມງ​ກໍ່­ໃຫ້­ເກີດ​ນ້ຳ​ຖ້ວມ ດິນ​ຊຸ​ເຈື່ອນ ແລະ ອື່ນໆ ຍິ່ງ​ໃນ​ໄລ­ຍະ​ກ້າວ​ສູ່​ລະ­ດູ­ຝົນ ສະ­ພາບ​ອາ­ກາດ​ຍິ່ງ​ມີ​ຄວາມ​ສັບ­ສົນ ເຖິງ​ແມ່ນ​ວ່າ​ທຸກໆ​ກໍ­ລະ­ນີ​ທີ່​ຈະ​ເກີດ​ຂຶ້ນ ເຮົາ​ບໍ່​ສາ­ມາດ​ຮັບ​ຮູ້​ແນ່­ນອນ​ໄດ້​ລ່ວງ​ໜ້າ ແຕ່​ກໍ​ຕ້ອງ​ໄດ້​ລະ­ມັດ­ລະ­ວັງ​ເພື່ອ​ບໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ແກ່​ຊີ­ວິດ ແລະ ຊັບ​ສິນ​ຂອງ​ເຮົາ.

ໃນ​ແຕ່​ລະ​ປີ ໃນ​ໄລ­ຍະ​ທີ່​ສິ້ນ​ສຸດ​ລະ­ດູ­ແລ້ງ ຕໍ່​ໃສ່​ລະ­ດູ­ຝົນ ສະ­ພາບ​ອາ­ກາດ​ໃນ​ໄລ­ຍະ​ນີ້​ມີ​ການ​ປ່ຽນ­ແປງ​ຫຼາຍ ເກີດ​ມີ​ລົມ​ພັດ​ແຮງ​ທີ່​ເກີດ​ຈາກ​ລົມ­ພາ­ຍຸ​ລະ­ດູ​ຮ້ອນ ກໍ່­ໃຫ້­ເກີດ​ຕົ້ນ­ໄມ້​ໃຫຍ່ ເສົາ​ໄຟ­ຟ້າ​ຫັກ-ລົ້ມ ກີດ­ຂວາງ​ເສັ້ນ­ທາງ​ກັນ​ສັນ­ຈອນ ທັບ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ປະ­ຊາ­ຊົນ ແລະ ອື່ນໆ.

ຫຼ້າ​ສຸດ​ໃນ​ເວ­ລາ​ປະ­ມານ 17:00 ໂມງ​ຂອງ​ວັນ​ທີ 7 ພຶດ­ສະ­ພາ 2020 ເກີດ​ມີ​ລົມ​ພັດ​ແຮງ​ໃນ​ຫຼາຍ​ທ້ອງ­ຖິ່ນ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ຊັບ​ສິນ​ຂອງ​ລັດ ແລະ ຂອງ​ປະ­ຊາ­ຊົນ ໂດຍ​ສະ­ເພາະ ກໍ­ລະ­ນີ​ທີ່​ເກີດ​ຂຶ້ນ​ຢູ່​ເສັ້ນ­ທາງ​ເລກ 11 ບໍ­ລິ­ເວນ​ບ້ານ​ທ່າ​ເດື່ອ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຈາກ​ສະ­ພາບ​ການ​ລົມ​ພັດ​ແຮງ ສົ່ງ​ຜົນ​ໃຫ້​ເສົ້າ​ໄຟ­ຟ້າ​ບໍ­ລິ­ເວນ​ບ້ານ​ດັ່ງ­ກ່າວ ລົ້ມ​ທັບ​ເຮືອນ​ຊານ​ປະ­ຊາ­ຊົນ ແລະ ລົດ​ກຳ­ລັງ​ສັນ­ຈອນ​ໄປ​ມາ ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ມູນ​ຄ່າ​ມະ­ຫາ­ສານ ຖື​ວ່າ​ໂຊກ​ດີ​ບໍ່​ມີ​ຜູ້​ເສຍ​ຊີ­ວິດ.

ຕໍ່​ກັບ​ສະ­ພາບ​ການ​ທີ່​ເກີດ​ຂຶ້ນ ເປັນ​ເລື່ອງ​ທີ່​ໜ້າ​ເຫັນ­ໃຈ​ຕໍ່​ກັບ​ຜູ້​ທີ່​ເສຍ​ຫາຍ ເພາະ​ເປັນ​ເລື່ອງ​ທີ່​ເກີດ​ຂຶ້ນ ແບບ​ສຸດ​ວິ­ໄສ​ທີ່​ບໍ່​ມີ​ສັນ­ຍານ​ເຕື່ອນ​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ມື້​ໃດ ເວ­ລາ​ໃດ ຢ່າງ­ໃດ​ກໍ​ຕາມ ກໍ​ຂໍ​ໃຫ້​ເຫດ­ການ​ທີ່​ເກີດ​ຂຶ້ນ​ຄັ້ງ​ນີ້ ເປັນ​ອີກ​ບົດ­ຮຽນ ປະ­ສົບ​ການ​ຕໍ່​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ ຕ້ອງ​ມີ​ສະ­ຕິ​ຕື່ມ ນອກ­ຈາກ​ເຕັກ­ນິກ​ຂອງ​ພາ­ຫະ­ນະ ເລື່ອງ​ຂອງ​ການ​ຂັບ​ຂີ່​ແລ້ວ ເຮົາ​ຕ້ອງ​ໄດ້​ມາ​ໃສ່­ໃຈ​ເລື່ອງ​ການ​ຕິດ­ຕາມ​ສະ­ພາບ​ການ​ອາ­ກາດ​ຕື່ມ​ອີກ ໂດຍ​ສະ­ເພາະ ເວ­ລາ​ກ່ອນ​ທີ່​ຈະ​ອອກ​ຈາກ​ເຮືອນ ຫຼື ຈະ​ກັບ​ເຮືອນ ຄວນ​ສັງ­ເກດ​ເບິ່ງ​ສະ­ພາບ​ການ​ຕົວ​ຈິງ ຖ້າ​ມີ​ຝົນ­ຕົກ​ລົມ​ພັດ​ແຮງ ກໍ​ບໍ່​ຄວນ​ເດີນ­ທາງ ຖ້າ​ຢຸດ​ພັກ​ເຊົາ​ຝົນ​ກໍ​ຕ້ອງ​ໃຫ້​ສັງ­ເກດ​ເບິ່ງ​ບໍ­ລິ­ເວນ​ອ້ອມ​ຮອບ​ໃຫ້​ດີ ເພື່ອ​ຫຼີກ​ລ່ຽງ​ຜົນ​ກະ­ທົບ​ທີ່​ຈະ​ເກີດ​ຂຶ້ນ ເພາະ​ເຫດ­ການ​ທີ່​ເກີດ​ຂຶ້ນ​ນີ້ ບໍ່​ແມ່ນ​ເປັນ​ກໍ­ລະ­ນີ​ທຳ​ອິດ ແລະ ບໍ່​ແມ່ນ​ເກີດ​ຂຶ້ນ​ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຫຼາຍ​ທ້ອງ­ຖິ່ນ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ກໍ​ເຄີຍ​ເກີດ​ຂຶ້ນ​ແລ້ວ.

ນອກ­ຈາກ​ກໍ­ລະ­ນີ​ທີ່​ມີ​ເສົາ​ໄຟ­ຟ້າ ຕົ້ນ­ໄມ້​ຫັກ​ທັບ​ເຮືອນ​ທັບ​ລົດ​ແລ້ວ ການ​ຂັບ​ຂີ່​ໃນ​ໄລ­ຍະ​ທີ່​ມີ​ຟ້າ​ລົມ​ຝົນ­ຕົກ​ແຮງ ຈະ​ເຮັດ​ໃຫ້​ຄວາມ​ສາ­ມາດ​ໃນ​ການ​ເບິ່ງ​ເຫັນ​ຫຼຸດ​ລົງ ເສັ້ນ­ທາງ​ມື່ນ ຈະ​ເຮັດ​ໃຫ້​ຄວາມ​ສາ­ມາດ​ໃນ​ການ​ຄວບ​ຄຸມ​ລົດ​ຫຼຸດ​ລົງ​ເຊັ່ນ​ກັນ ເຊິ່ງ​ອາດ​ຈະ​ກໍ່­ໃຫ້­ເກີດ​ອຸ­ບັດ­ເຫດ​ໄດ້.

error: Content is protected !!