ສືບເນື່ອງຈາກເດືອນກໍລະກົດປີທີ່ຜ່ານມາ FTC (Federal Trade Commission) ຫຼື ຄະນະກຳມາທິການ ການຄ້າຂອງລັດຖະບານກາງສະຫະລັດ ທີ່ມີກົດໝາຍສຳລັບຄວບຄຸມດູແລທຸລະກິດການຄ້າເອເລັກໂຕຣນິກ ເຊັ່ນ: ດູແລການປະຕິບັດງານການໂຄສະນາ ການຕະຫຼາດຂອງທຸລະກິດ ແລະ ຄຸ້ມຄອງຄວາມເປັນສ່ວນຕົວຂອງລູກຄ້າ ໄດ້ລົງໂທດ Facebook ທີ່ລະເມີດຄວາມເປັນສ່ວນຕົວຂອງຜູ້ໃຊ້ ດ້ວຍຄ່າປັບໄໝ 5 ຕື້ໂດລາສະຫະລັດ ແລະ Facebook ຈະຕ້ອງຄວບຄຸມດູແລຄວາມເປັນສ່ວນຕົວຂອງຜູ້ໃຊ້ ບໍ່ໃຫ້ຖືກລະເມີດອີກ.

Facebook ມີລະບົບຢືນຢັນຕົວຕົນ 2 ຂັ້ນ (Two-step verification) ຄື: ຫຼັງຈາກຂັ້ນທຳອິດ ທີ່ຜູ້ໃຊ້ລົງທະບຽນດ້ວຍລະຫັດຜ່ານແລ້ວ ລະບົບຈະສົ່ງລະຫັດ OTP ໄປທາງ SMS ເທິງໂທລະສັບມືຖື ໃຫ້ຢືນຢັນເທິງໜ້າແອັບອີກຂັ້ນ ເພື່ອປ້ອງກັນການແຮັກບັນຊີ Facebook ໃຫ້ຍາກຂຶ້ນ ເພາະເຖິງແມ່ນຈະຮູ້ລະຫັດຜ່ານຂອງບັນຊີ ແຕ່ກໍບໍ່ສາມາດເຂົ້າໄປເບິ່ງລະຫັດ OTP ໃນ SMS ທີ່ໂທລະສັບມືຖືໄດ້.
ໃນປີ 2018 Facebook ເປິດເຜີຍວ່າ ໄດ້ນຳໝາຍເລກໂທລະສັບທີ່ຜູ້ໃຊ້ ກຳນົດຄ່າໃນລະບົບການຢືນຢັນຕົວຕົນ 2 ຂັ້ນໄປໃຊ້ກຳນົດເປົ້າໝາຍໃນການໂຄສະນາ ແລະ ຍັງນຳໄປໃຊ້ກັບຟີເຈີແນະນຳເພື່ອນໃໝ່ທີ່ອາດຈະຮູ້ຈັກ ເຊິ່ງການເຮັດເຊັ່ນນີ້ ນອກຈາກຈະລັກເອົາຂໍ້ມູນໄປໃຊ້ແລ້ວ ຍັງທຳລາຍຄວາມໜ້າເຊື່ອຖືຂອງລະບົບຢືນຢັນຕົວຕົນ 2 ຂັ້ນອີກດ້ວຍ.
ຕໍ່ມາເດືອນມິຖຸນາ 2019 Facebook ໄດ້ຢຸດໃຊ້ໝາຍເລກໂທລະສັບຂອງສະມາຊິກຈາກລະບົບຢືນຢັນຕົວຕົນ 2 ຂັ້ນ ໄປໃຊ້ໃນການໂຄສະນາທີ່ລະເມີດຄວາມເປັນສ່ວນຕົວຮຽບຮ້ອຍແລ້ວ.
ຫຼ້າສຸດ ໄດ້ອອກມາເປີດເຜີຍອີກວ່າ ອີກບໍ່ເທົ່າໃດວັນຖັດໄປ ຈະຢຸດນຳໝາຍເລກໂທລະສັບໄປໃຊ້ກັບຟີເຈີແນະນຳເພື່ອນໃນປະເທດກຳປູເຈຍ ເອກວາດໍ ເອທິໂອປີ ລິບີ ແລະ ປາກິດສະຖານ ລວມທັງຈະຢຸດໃຊ້ທົ່ວໂລກໃນປີ 2020.
ປົກກະຕິ Facebook ຈະສາມາດເຂົ້າເຖິງ ແລະ ເກັບຂໍ້ມູນການຕິດຕໍ່ ພ້ອມໝາຍເລກໂທລະສັບທີ່ຢູ່ໃນສະມາດໂຟນຂອງຜູ້ໃຊ້ ຈາກນັ້ນ ເມື່ອບຸກຄົນໃດເຂົ້າໄປກຳນົດໝາຍເລກໂທລະສັບ ເພື່ອຢືນຢັນຕົວຕົນ ບຸກຄົນນັ້ນກໍຈະຖືກເຊື່ອມໂຍງຄວາມສຳພັນກັບຂໍ້ມູນການຕິດຕໍ່ທີ່ເຄີຍຈັດເກັບໄວ້ ແລ້ວຈຶ່ງແນະນຳໃຫ້ເປັນເພື່ອນກັນ.
ແຕ່ໂດຍພື້ນຖານຂອງຟີເຈີການແນະນຳ ເພື່ອນທີ່ຄວນຈະເປັນຕ້ອງເບິ່ງຄວາມສຳພັນຈາກການມີເພື່ອນຄົນດຽວກັນ ເຊິ່ງມີທ່າອ່ຽງວ່າຈະຮູ້ຈັກກັນ ຖືກແທັກຊື່ຢູ່ໃນພາບດຽວກັນ ແລະ ຢູ່ໃນກຸ່ມ ຫຼື ເຄືອຄ່າຍດຽວກັນ ເຊັ່ນ: ຢູ່ໃນໜ້າເຟສຂອງຄະນະມະຫາວິທະຍາໄລ ຫຼື ບ່ອນເຮັດວຽກດຽວກັນ.
ເຫດການນີ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງ Facebook ກໍຂໍເປັນກຳລັງໃຈໃຫ້ສາມາດສ້າງຄວາມໜ້າເຊື່ອຖື ໃນການຮັກສາຄວາມເປັນສ່ວນຕົວຂອງສະມາຊິກກັບຄືນມາ ເພື່ອເຮົາຈະໄດ້ເຫັນນະວັດຕະກຳ ແລະ ຄວາມກ້າວໜ້າໃນຮູບແບບໃໝ່ໆ ໂດຍຈະບໍ່ຖືກປິດກັ້ນ ຫຼື ກວດສອບຈົນໝົດໂອກາດໄປຢ່າງໜ້າເສຍດາຍ.