ເບິ່ງບ້ານເຂົາເອົາບົດຮຽນ 12/05/2020

ໃນ​ບົດ​ປະ­ຈຳ​ວັນ​ນີ້ ມີ​ຂ່າວ​ກ່ຽວ​ກັບ​ມາດ​ຕະ­ການ​ຂອງ​ຣັດ​ເຊຍ ເພື່ອ​ຊ່ວຍ­ເຫຼືອ​ຜູ້​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໂຄ​ວິດ-19 ແລະ ເລື່ອງ​ຄະ­ດີ​ອູ້ມ​ບຸນ​ຢູ່​ກຳ­ປູ­ເຈຍ.

ທີ່ ຣັດ​ເຊຍ: ຕໍ່­ໜ້າ​ໄພ­ພິ­ບັດ​ຈາກ​ໂລກ­ລະ­ບາດ​ໂຄ​ວິດ-19 ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ວະ​ລາ​ດີ​ເມຍ ປູ​ຕິນ ແຫ່ງ ສະ­ຫະ­ພັນ​ຣັດ​ເຊຍ ໄດ້​ປະ­ກາດ​ນະ­ໂຍ­ບາຍ​ຫຼາຍ​ຢ່າງ ເພື່ອ​ບັນ­ເທົາ​ຜົນ​ກະ­ທົບ​ຂອງ​ການ​ລະ­ບາດ​ທີ່​ມີ​ຕໍ່​ບຸກ­ຄົນ ແລະ ຂະ­ແໜງ­ການ​ຕ່າງໆ ໃນ​ນັ້ນ ລວມ​ທັງ​ນະ­ໂຍ­ບາຍ​ໃຫ້​ຊາວ​ຣັດ​ເຊຍ​ທັງ​ໝົດ​ພັກ​ການ ແຕ່​ໄດ້​ຮັບ​ເງິນ­ເດືອນ-ຄ່າ​ແຮງ​ງານ​ຕາມ​ເດີມ ນັບ​ແຕ່​ທ້າຍ​ເດືອນ​ມີ­ນາ​ປີ​ນີ້​ເປັນ­ຕົ້ນ​ມາ ສ່ວນ​ສຳ­ນັກ­ງານ​ອົງ­ການ​ທີ່​ມີ​ຄວາມ​ຈຳ­ເປັນ ເຊັ່ນ: ໂຮງ­ພະ­ຍາ­ບານ ຮ້ານ​ຂາຍ​ຢາ​ປິ່ນ­ປົວ ຮ້ານ​ຄ້າ ທະ­ນາ­ຄານ ຂະ­ແໜງ​ຂົນ­ສົ່ງ ແລະ ໜ່ວຍ​ງານ​ຂອງ​ລັດ​ທຸກໆ​ຂັ້ນ​ນັ້ນ ຈະ​ຍັງ​ສືບ­ຕໍ່​ປະ­ຕິ­ບັດ​ງານ​ຕາມ​ເດີມ.

ນອກ­ຈາກ​ນັ້ນ ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ຍັງ​ໄດ້​ສະ­ເໜີ​ໃຫ້​ໂຈະ​ບັ້ນ​ຢັ່ງ​ຫາງ​ສຽງ​ປະ­ຊາ​ມະ­ຕິ ເພື່ອ​ປັບ­ປຸງ​ລັດ​ຖະ​ທຳ​ມະ­ນູນ​ທີ່​ກຳ­ນົດ​ຈະ​ມີ​ຂຶ້ນ ໃນ​ວັນ​ທີ 22 ເດືອນ​ເມ­ສາ​ປີ​ນີ້ ສ່ວນ­ວ່າ​ຈະ​ປ່ຽນ​ໃສ່​ເວ­ລາ​ໃດ​ນັ້ນ ຈະ​ຕ້ອງ​ໄດ້​ປຶກ­ສາ​ຫາ­ລື​ກັບ​ບັນ­ດາ​ຊ່ຽວ­ຊານ​ສະ­ເພາະ​ການ​ກ່ອນ ທ່ານ​ປະ­ທາ­ນາ­ທິ­ບໍ­ດີ​ໄດ້​ຮຽກ­ຮ້ອງ​ໃຫ້​ບັນ­ດາ​ນາຍ​ຈ້າງ ຮັບ­ປະ­ກັນ​ສະ­ຖຽນ​ລະ​ພາບ​ຂອງ​ຕະ­ຫຼາດ​ແຮງ​ງານ ແລະ ປ້ອງ​ກັນ​ບໍ່​ໃຫ້​ມີ​ສະ­ພາບ​ວ່າງ​ງານ​ສູງ​ຂຶ້ນ ນອກ­ຈາກ​ນັ້ນ ທ່ານ​ຍັງ​ໄດ້​ສະ­ເໜີ​ໃຫ້​ເພີ່ມ​ເງິນ​ຊົດ​ເຊີຍ​ໃຫ້​ພວກ​ວ່າງ​ງານ ແລະ ເງິນ​ອຸດ​ໜູນ​ບັນ­ດາ​ແມ່​ທີ່​ມີ​ລູກ­ນ້ອຍ​ອີກ​ດ້ວຍ.

ທີ່ ກຳ­ປູ­ເຈຍ: ໃນ​ຕົ້ນ​ເດືອນ​ພະ­ຈິກ ປີ 2016 ທາງ​ການ​ກຳ­ປູ­ເຈຍ ໄດ້​ເລີ່ມ​ປະ­ຕິ­ບັດ​ມາດ​ຕະ­ການ ຫ້າມ​ແມ່­ຍິງ​ກຳ­ປູ­ເຈຍ​ຖື­ພາ​ມານ ໃນ​ລັກ­ສະ­ນະ​ການ​ຄ້າ​ໃຫ້​ຄູ່​ຜົວ​ເມຍ​ອື່ນ​ທີ່​ຕ້ອງ­ການ​ມີ​ລູກ ການ​ຖື­ພາ​ມານ​ແທນ​ກັນ​ນີ້ ເອີ້ນ​ກັນ​ວ່າ ອູ້ມ​ບຸນ ມາດ​ຕະ­ການ​ຫ້າມ​ນີ້ ມີ​ຂຶ້ນ​ພາຍ­ຫຼັງ​ການ​ຈັບ​ກຸມ​ຍິງ​ຊາວ​ອົດ​ສະ​ຕຣາ​ລີ​ຄົນ​ໜຶ່ງ​ມີ​ຊື່­ວ່າ ນາງ ແທມ​ມີ ເດ​ວິດ​ຊາກ ອາ­ຍຸ 49 ປີ ທີ່​ເຄື່ອນ​ໄຫວ​ເປັນ​ນາຍ​ໜ້າ ວ່າ​ຈ້າງ​ໃຫ້​ແມ່­ຍິງ​ກຳ­ປູ­ເຈຍ ຖື­ພາ​ມານ​ແທນ​ຄູ່​ຜົວ​ເມຍ​ຕ່າງ­ປະ­ເທດ​ທີ່​ຕ້ອງ­ການ​ມີ​ລູກ ແຕ່​ບໍ່​ສາ­ມາດ​ຖື­ພາ​ມານ​ເອງ ຫຼື ຍ້ອນ​ຂີ້­ຄ້ານ​ອູ້ມ​ທ້ອງ​ເອງ.

ນາງ ແທມ​ມີ ຄົນ​ນີ້ ຍ້າຍ​ມາ​ເຄື່ອນ​ໄຫວ​ຢູ່​ກຳ­ປູ­ເຈຍ ແຕ່​ປີ 2015 ແລະ ໄດ້​ຕິດ­ຕໍ່​ແມ່­ຍິງ​ກຳ­ປູ­ເຈຍ ຈຳ­ນວນ 23 ຄົນ ໃຫ້​ອູ້ມ​ບຸນ​ແທນ​ຄູ່​ຜົວ​ເມຍ​ຢູ່​ໃນ​ອົດ​ສະ​ຕຣາ​ລີ ຂ່າວ​ບອກ​ວ່າ: ຄູ່​ຜົວ​ເມຍ​ທີ່​ຕ້ອງ­ການ ການ​ບໍ­ລິ­ການ​ຂອງ​ນາງ​ຕ້ອງ​ໄດ້​ຈ່າຍ​ເງິນ​ຈຳ­ນວນ 50.000 ໂດ​ລາ​ສະ­ຫະ­ລັດ ໃນ​ເວ­ລາ​ຂ່າວ​ນີ້​ພວມ​ໂດ່ງ​ດັງ​ຂຶ້ນ​ນັ້ນ ຍິງ​ກຳ­ປູ­ເຈຍ​ທີ່​ອູ້ມ​ບຸນ​ນັ້ນ ໄດ້​ເກີດ​ລູກ​ແລ້ວ 5 ຄົນ ແມ່­ຍິງ​ກຳ­ປູ­ເຈຍ​ທີ່​ເຮັດ​ໜ້າ­ທີ່​ຖື­ພາ​ມານ​ແທນ​ນັ້ນ ໄດ້​ເງິນ​ຄ່າ​ເມື່ອຍ​ລະ­ຫວ່າງ 10-12 ພັນ​ໂດ​ລາ​ສະ­ຫະ­ລັດ ຕໍ່​ການ​ອູ້ມ​ບຸນ​ໜຶ່ງ​ຄັ້ງ.

ແຈ້ງ​ການ​ທີ່​ເຊັນ​ໂດຍ​ລັດ­ຖະ­ມົນ­ຕີ ສາ­ທາ­ລະ­ນະ​ສຸກ ໃນ​ອາ­ທິດ​ທີ 2 ເດືອນ​ພະ­ຈິກ ປີ 2016 ນັ້ນ ໄດ້​ຮຽກ­ຮ້ອງ​ໃຫ້​ຜູ້​ປະ­ກອບ​ອາ­ຊີບ​ແພດ​ໝໍ​ທຸກ​ຄົນ ປະ­ຕິ­ບັດ​ຕາມ​ແຈ້ງ​ການ ຫ້າມ​ການ​ອູ້ມ​ບຸນ​ທີ່​ມີ​ລັກ­ສະ­ນະ​ການ​ຄ້າ​ຢ່າງ​ເດັດ­ຂາດ ໃນ​ເວ­ລາ​ນັ້ນ ສະ­ຖິ­ຕິ​ຊີ້​ບອກ​ວ່າ ໃນ​ກຳ­ປູ­ເຈຍ​ມີ​ນາຍ​ໜ້າ​ປະ­ມານ 50 ຄົນ ທີ່​ຂົນ­ຂວາຍ​ວ່າ​ຈ້າງ​ໃຫ້​ແມ່­ຍິງ​ກຳ­ປູ­ເຈຍ​ອູ້ມ​ບຸນ ຫຼື ຖື­ພາ​ມານ​ແທນ​ຄົນ​ອື່ນ.

ໃນ​ເມື່ອ​ກ່ອນ​ຂະ​ບວນ​ການ​ອູ້ມ​ບຸນ​ນີ້ ໄດ້​ແຜ່​ລະ­ບາດ​ຢູ່​ໃນ​ອິນ​ເດຍ ແລະ ໄທ ຕໍ່​ມາ​ໄທ ແລະ ອິນ​ເດຍ ອອກ​ກົດ­ໝາຍ​ກຳ­ນົດ​ໃຫ້­ການ​ອູ້ມ​ບຸນ ໃນ​ທາງ​ການ​ຄ້າ​ເປັນ​ການ​ກະ­ທຳ​ຜິດ​ກົດ­ໝາຍ ດັ່ງ­ນັ້ນ ຂະ​ບວນ​ການ​ດັ່ງ­ກ່າວ ຈຶ່ງ​ເຄື່ອນ​ເຂົ້າ​ໄປ​ກຳ­ປູ­ເຈຍ.

ນາງ ແທມ​ມີ ທີ່​ສວຍ​ໃຊ້​ອາ­ຊີບ​ນາງ­ພະ­ຍາ­ບານ​ຂອງ​ຕົນ​ເປັນ​ສາກ​ບັງ​ໜ້າ ເພື່ອ​ເຄື່ອນ​ໄຫວ​ແບບ​ຜິດ​ກົດ­ໝາຍ​ຢູ່​ກຳ­ປູ­ເຈຍ ໄດ້​ຖືກ​ສົ່ງ​ຕົວ​ຂຶ້ນ​ສານ​ກຳ­ປູ­ເຈຍ ໂທດ​ສຳ­ລັບ​ການ​ກະ­ທຳ​ຜິດ​ສະ­ຖານ​ນີ້​ນັ້ນ​ມີ ກໍ​ຄື ຕິດ​ຄຸກ​ສູງ​ສຸດ​ເປັນ​ເວ­ລາ 2 ປີ (ແຫຼ່ງ​ຂ່າວ​ຈາກ​ໜັງ­ສື­ພິມ ເດິ​ເນ​ເຊິນ 21/11/2016).

error: Content is protected !!