ທົ່ວສັງຄົມ ຈົ່ງເອົາໃຈໃສ່ໃນການຕ້ານ ສະກັດກັ້ນ ແລະ ປ້ອງກັນການເກີດອັກຄີໄພຢ່າງເຂັ້ມງວດ

ເລີ່ມ​ແຕ່​ເດືອນ​ມີ­ນາ​ຫາ​ເດືອນ​ພຶດ­ສະ­ພາ​ຂອງ​ທຸກໆ​ປີ ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ມັກ​ຈະ​ເກີດ​ມີ​ເຫດ​ໄຟ​ໄໝ້​ຢູ່​ຫຼາຍ​ແຫ່ງ ເຊັ່ນ: ທີ່​ພັກ​ອາ​ໃສ​ຫົວ­ໜ່ວຍ​ທຸ­ລະ​ກິດ ການ​ຜະ­ລິດ ຕະ­ຫຼາດ ປ່າ​ຫຍ້າ ປ່າ­ໄມ້ ແລະ ເຂດ​ຊຸມ​ຊົນ ເຊິ່ງ​ມັນ​ໄດ້​ສ້າງ​ຜົນ​ເສຍ​ຫາຍ​ເຖິງ​ແກ່​ຊີ­ວິດ ຊັບ​ສິນ​ຂອງ​ລັດ ລວມ​ໝູ່ ເອ­ກະ​ຊົນ ແລະ ຂອງ​ບຸກ­ຄົນ​ເປັນ​ຈຳ­ນວນ​ຫຼາຍ ສາ­ເຫດ​ໄຟ​ໄໝ້​ສ່ວນ​ໃຫຍ່​ແມ່ນ​ຍ້ອນ​ການ​ເລີນ​ເລີ້ ຂາດ​ສະ­ຕິ ຂາດ​ຄວາມ​ຮັບ­ຜິດ­ຊອບ ຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ ແລະ ການ​ກວດ­ກາ​ບໍ່​ຮອບ​ຄອບ ເປັນ­ຕົ້ນ​ແມ່ນ​ການ​ໃຊ້​ໄຟ​ເຂົ້າ​ໃນ​ການ​ຜະ­ລິດ ການ​ດຳ­ເນີນ​ທຸ­ລະ​ກິດ ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ ການ​ຈູດ​ຂີ້​ເຫຍື້ອ ຈູດ​ປ່າ ຈູດ​ໄຮ່ ໄຕ້​ທູບ​ທຽນ​ບູ­ຊາ ແລະ ອື່ນໆ.

ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ຕ້ານ​ອັກ­ຄີ​ໄພ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ໃນ​ເດືອນ​ເມ­ສາ 2020 ຜ່ານ​ມາ ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ອັກ­ຄີ​ໄພ​ເກີດ​ຂື້ນ​ທັງ​ໝົດ 7 ຄັ້ງ ໃນ​ນີ້ ໄໝ້​ເຮືອນ 3 ຄັ້ງ ໄໝ້​ລົດ 1 ຄັ້ງ ແລະ ໄໝ້​ປ່າ​ຫຍ້າ 3 ຄັ້ງ ມູນ​ຄ່າ​ຄວາມ​ເສຍ​ຫາຍ ເງິນ​ກີບ 265 ລ້ານ​ກວ່າ​ກີບ ໂດ​ລາ 10 ພັນ​ໂດ​ລາ ເຊິ່ງ​ສາ­ເຫດ​ຂອງ​ການ​ເກີດ​ອັກ­ຄີ​ໄພ​ແມ່ນ​ມາ​ຈາກ​ໄຟ­ຟ້າ​ຊ໋ອດ 2 ຄັ້ງ ໃຕ້​ທຽນ​ບູ­ຊາ 1 ຄັ້ງ ໄຟ​ຊ໋ອດ​ສາຍ​ມັດ​ລົດ 1 ຄັ້ງ ແລະ ຈູດ​ປ່າ​ຊະ­ຊາຍ 3 ຄັ້ງ.

ສະ­ນັ້ນ ມັນ​ຈຶ່ງ​ຮຽກ­ຮ້ອງ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ທົ່ວ​ສັງ­ຄົມ ຈົ່ງ​ເພີ່ມ​ທະ­ວີ​ເອົາ­ໃຈ­ໃສ່​ໃນ​ການ​ສະ­ກັດ​ກັ້ນ ແລະ ປ້ອງ​ກັນ​ອັກ­ຄີ​ໄພ​ຢ່າງ​ເຂັ້ມ​ງວດ ໂດຍ​ສະ­ເພາະ​ແມ່ນ ໃຫ້​ເອົາ­ໃຈ­ໃສ່​ກວດ­ກາ​ລະ­ບົບ​ໄຟ­ຟ້າ​ພາຍ​ໃນ​ເຮືອນ​ຂອງ​ຕົນ​ໃຫ້​ປົກ­ກະ­ຕິ ພ້ອມ​ດຽວ​ກັນ​ນີ້ ໃຫ້​ເອົາ­ໃຈ­ໃສ່​ເປັນ​ພິ­ເສດ​ໃນ​ການ​ຈູດ​ຂີ່​ເຫຍື່ອ ຈູດ​ປ່າ ເພື່ອ​ບໍ່​ໃຫ້​ແຜ່​ລາມ​ໄປ​ໄໝ້​ເຮືອນ​ຊານ​ຂອງ​ປະ­ຊາ­ຊົນ​ບໍ­ລິ­ເວນ​ຢູ່​ໃກ້​ຄຽງ ເພາະ​ໄລ­ຍະ​ນີ້​ອາ­ກາດ​ແຫ້ງ­ແລ້ງ ອົບ­ເອົ້າ ອາດ​ມີ​ຄວາມ​ສ່ຽງ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້​ໄດ້​ງ່າຍ.

ໃນ​ປີ 2019 ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ອັກ­ຄີ​ໄຟ​ເກີດ​ຂຶ້ນ​ທັງ​ໝົດ 80 ຄັ້ງ ທຽບ­ໃສ່​ປີ 2018 ເພີ່ມ​ຂຶ້ນ​ເຖິງ 40 ຄັ້ງ ໃນ​ນີ້ ໄໝ້​ໃຫຍ່ 2 ຄັ້ງ ໄໝ້​ນ້ອຍ 78 ຄັ້ງ ຜົນ​ເສຍ​ເຫຍ​ໄໝ້ ເປັນ​ຫ້ອງ 25 ຫ້ອງ ເປັນ​ສາງ ເຄື່ອງ 1 ສາງ ເປັນ​ຫຼັງ 36 ຫຼັງ ປ່າ​ຫຍ້າ 12 ໄລ່ ຫ້ອງ​ແຖວ 3 ຫ້ອງ ລົດ­ຈັກ 6 ຄັນ ຮ້ານ​ຂາຍ­ເຄື່ອງ 26 ຮ້ານ ໄໝ້​ເຄື່ອງ​ຢາງ​ທີ່​ເປັນ​ປະ​ຣາ​ສະ​ຕິກ 10 ໂຕນ ແລະ ອື່ນໆ ລວມ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ເປັນ​ເງິນ​ກີບ 12.8 ຕື້​ກີບ ເງິນ​ບາດ 3 ແສນ​ບາດ ແລະ ເງິນ​ໂດ​ລາ​ສະ­ຫະ­ລັດ 50 ພັນ​ໂດ​ລາ.

ເພື່ອ​ຮັບ​ມື​ຈາກ​ບັນ­ຫາ​ທີ່​ຈະ​ເກີດ​ຂຶ້ນ​ນັ້ນ ທາງ​ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ຕ້ານ​ອັກ­ຄີ​ໄພ ນະ­ຄອນ­ຫຼວງ​ວຽງ​ຈັນ ຈະ​ສືບ­ຕໍ່​ເຝິກ­ແອບ ເຝິກ­ຊ້ອມ ບົວ­ລະ­ບັດ​ຮັກ­ສາ​ພາ­ຫະ­ນະ​ອຸ­ປະ­ກອນ​ໃຫ້​ມີ​ຄວາມ​ພ້ອມ​ໃຊ້​ງານ ສືບ­ຕໍ່​ຂຶ້ນ​ແຜນ​ກວດ­ກາ ແລະ ລົງ​ກວດ­ກາ​ຄວາມ​ປອດ​ໄພ​ທາງ​ດ້ານ​ອັກ­ຄີ ໄຟ​ໃຫ້​ກັບ​ບັນ­ດາ​ກິດ­ຈະ­ການ​ກໍ່­ສ້າງ​ໃໝ່ ສຳ­ນັກ­ງານ ໂຮງ­ແຮມ ບໍ­ລິ­ສັດ​ຕ່າງໆ​ຢູ່​ຕາມ​ພື້ນ­ຖານ ສືບ­ຕໍ່​ຂຶ້ນ​ແຜນ​ລົງ​ໂຄ­ສະ­ນາ ແລະ ເຝິກ­ອົບ­ຮົມ​ກ່ຽວ​ກັບ​ວຽກ​ງານ​ສະ­ກັດ​ກັ້ນ ແລະ ຕ້ານ​ອັກ­ຄີ​ໄຟ ກູ້​ໄພ ໃຫ້​ບັນ­ດາ​ໂຮງ­ແຮມ ເຮືອນ​ພັກ ໂຮງ­ງານ ສຳ­ນັກ­ງານ ບໍ­ລິ­ສັດ​ຕ່າງໆ​ຕາມ​ແຜນ­ການ ເພື່ອ​ເຮັດ​ໃຫ້​ກຸ່ມ​ຄົນ​ເຫຼົ່າ­ນັ້ນ​ຮັບ​ມື​ກັບ​ເຫດ­ການ​ໄຟ​ໄໝ້.

error: Content is protected !!