ປັດຈຸບັນ ວຽກງານສື່ມວນຊົນລາວ ໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງນັບທັງດ້ານປະລິມານ ແລະ ຄຸນນະພາບທັນສະໄໝດີຂຶ້ນເທື່ອລະກ້າວ ພ້ອມທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນໄດ້ມີການພັດທະນາຮ່ວມມືແບບການນຳສະເໜີບົດຂ່າວ ຜ່ານໜັງສືພິມ ວິທະຍຸ ໂທລະພາບ ແລະ ອື່ນໆ ເຮັດໃຫ້ສື່ມວນຊົນລາວມີບົດບາດສູງເດັ່ນຂຶ້ນໃນສັງຄົມ. ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານດັ່ງກ່າວ…
Category: ບົດສໍາພາດ
ຕັ້ງໜ້າປະຕິບັດຕາມພາລະບົດບາດ ໃນການສົ່ງຂໍ້ມູນຂ່າວສານໃຫ້ຊັດເຈນ ແລະ ທັນເຫດການ
ສື່ມວນຊົນ ມີພາລະບົດບາດເປັນກະບອກສຽງຂອງອົງການຈັດຕັ້ງຂອງພັກ-ລັດ ແລະ ສັງຄົມໃນການໂຄສະນາ ສຶກສາອົບຮົມຕາມແນວທາງຂອງພັກ ລະບຽບການຂອງລັດ ປຸກລະດົມນ້ຳໃຈຮັກຊາດ ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ ເສດຖະກິດ-ສັງຄົມ ວິທະຍາສາດ ເຕັກໂນໂລຊີ ສາລະຄວາມຮູ້ ສາລະບັນເທິງໃຫ້ແກ່ສັງຄົມ ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ຕີຖອຍຖ້ອຍທຳນອງທີ່ບິດເບືອນຄວາມເປັນຈິງ. ທ່ານ…
ສູ້ຊົນພັດທະນາຕົນເອງ ພັດທະນາປະເທດຊາດ ໄປພ້ອມກັບການຮັກສາວັດທະນະທຳ
ສະຫະພັນແມ່ຍິງລາວ ກໍຄື ແມ່ຍິງລາວບັນດາເຜົ່າ ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພາລະກິດພັດທະນາແມ່ຍິງ ຕະຫຼອດໄລຍະ 65 ປີ ແມ່ຍິງລາວ ໄດ້ອຸທິດເລືອດເນື້ອເຫື່ອແຮງ ສະຕິປັນຍາ ຄຽງບ່າຄຽງໄຫຼ່ກັບເພດຊາຍ…
ຍທຂ ແຂວງບໍ່ແກ້ວ ເຂັ້ມງວດປະຕິບັດມາດຕະການປ້ອງກັນ COVID-19
ໃນໄລຍະຂອງການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ເຫັນໄດ້ວ່າມີຫຼາຍໆຂະແໜງການຫຼາຍຫົວໜ່ວຍທຸລະກິດຕ່າງໆໃນຂອບເຂດທົ່ວປະເທດ ຕ່າງກໍໄດ້ກັບຄືນມາເຄືອນໄຫວວຽກງານ ດຳເນີນກິດຈະການຄືນໃໝ່ ໄປພ້ອມໆກັບການສືບຕໍ່ປະຕິບັດ ບັນດາມາດຕະການຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການລະບາດຂອງ COVID-19. ພະແນກໂຍທາທິການ-ຂົນສົ່ງ (ຍທຂ) ແຂວງບໍ່ແກ້ວ ກໍເປັນຂະແໜງການໜຶ່ງທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການເປັນເຈົ້າການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ຕາມການຊີ້ນຳຂອງຂັ້ນເທິງ ເຂົ້າໃນການເຄື່ອນໄຫວວຽກງານໃນຂົງເຂດທີ່ຕົນຮັບຜິດຊອບ ໂດຍສະເພາະແມ່ນວຽກງານຂົນສົ່ງໂດຍສານ…
ຖວທ ແຂວງບໍ່ແກ້ວ ສືບຕໍ່ໂຄສະນາ-ປຸກລະດົມ ຕ້ານການແຜ່ລະບາດຂອງ COVID-19
ວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເປັນອີກວຽກງານໜຶ່ງທີ່ມີຄວາມສຳຄັນ ໃນການໂຄສະນາປຸກລະດົມພໍ່ແມ່ປະຊາຊົນ ປະກອບສ່ວນເຂົ້າໃນເຫດການສຳຄັນຕ່າງໆ ໂດຍສະເພາະແມ່ນ ໃນໄລຍະການລະບາດຂອງ COVID-19 ຍິ່ງມີຄວາມຈຳເປັນ ໃນການເພີ່ມທະວີໃນການໂຄສະນາມາດຕະການຕ່າງໆ ໃນການປ້ອງກັນ ຄວບຄຸມ ແລະ…
ເພີ່ມທະວີປ້ອງກັນພະຍາດໄຂ້ຍຸງລາຍແຕ່ຫົວທີ ດ້ວຍການປະຕິບັດຫຼັກການ 5ປ
ພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ເປັນພະຍາດໜຶ່ງທີ່ສ່ວນໃຫຍ່ຈະເກີດການລະບາດໃນໄລຍະລະດູຝົນ ເຊິ່ງໃນປີຜ່ານມາ ພະຍາດດັ່ງກ່າວໄດ້ແຜ່ລະບາດຫຼາຍໃນໄລຍະລະດູຝົນ ໂດຍສະເພາະ ເດືອນມິຖຸນາຫາກໍລະກົດ ໃນໄລຍະນີ້ ຈຳນວນຄົນເຈັບພະຍາດໄຂ້ຍຸງລາຍໄດ້ເກີດຂຶ້ນຫຼາຍ ສະແດງໃຫ້ເຫັນມີຄົນເຈັບໄຂ້ຍຸງລາຍສະສົມທັງໝົດ 38.892 ກໍລະນີ ເສຍຊີວິດ 76 ກໍລະນີ…
ເນັ້ນສົ່ງເສີມຊາວກະສິກອນປູກພືດ-ລ້ຽງສັດ ຊຸກຍູ້ການຄ້ຳປະກັນສະບຽງອາຫານ
ໃນການຜະລິດລະດູແລ້ງປີ 2019-2020 ຫ້ອງການກະສິກຳ-ປ່າໄມ້ ເມືອງນາຊາຍທອງ ພາຍໃຕ້ການຊີ້ນຳ-ນຳພາຂອງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ກໍຄື ອົງການປົກຄອງເມືອງ ໄດ້ຕັ້ງໜ້າຊຸກຍູ້ໃຫ້ຊາວກະສິກອນທຳການຜະລິດລະດູແລ້ງ ເປັນຕົ້ນ ການປູກເຂົ້ານາແຊງ ປູກຝັງ ລ້ຽງສັດ ໃຫ້ສາມາດຮັບປະກັນສະມັດຕະພາບການຜະລິດ…
ປັບພຶດຕິກຳການດຳລົງຊີວິດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ COVID-19
ເຖິງວ່າສະພາບການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໃນ ສປປ ລາວ ຈະບໍ່ພົບກໍລະນີໃໝ່ໄດ້ 20 ກວ່າວັນແລ້ວກໍຕາມ ແຕ່ນັ້ນກໍບໍ່ໝາຍຄວາມວ່າເຊື້ອພະຍາດຈະໝົດໄປ ປັດຈຸບັນ ຫຼາຍປະເທດກໍຍັງຄົງມີການລະບາດຂອງພະຍາດນີ້ ແຜ່ລາມເປັນວົງກວ້າງ ແລະ ອີງຕາມບົດຮຽນຂອງຫຼາຍປະເທດ ທີ່ໃນເບື້ອງຕົ້ນແມ່ນສາມາດຄວບຄຸມການລະບາດໄດ້…