ຣາຊ-ລາວ ດໍາເນີນທຸລະກິດ ຕິດພັນກັບການຊ່ວຍເຫຼືອສັງຄົມ

ນໍາສະເໜີໂດຍ: ແວ່ນຂາວ

ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ເປັນບໍລິສັດໃນເຄືອຂອງ ບໍລິສັດ ຣາຊ ກຣຸ໊ບ ຈຳກັດ (ມະຫາ ຊົນ) ເຊິ່ງຖືຮຸ້ນໃຫຍ່ ໂດຍການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ລົງທຶນໃນ ສປປ ລາວ ໃນທຸລະກິດດ້ານການພັດທະນາພະລັງງານໄຟຟ້າ ແເລະ ທຸລະກິດກ່ຽວເນື່ອງ ໄດ້ແກ່ການ ຖືຫຸ້ນ EDL-GEN ຫຼາຍກວ່າ 10% ໂຄງການໂຮງໄຟຟ້າພະລັງງານນ້ຳງື່ມ 2 ໂຄງການໂຮງໄຟຟ້າ ພະລັງງານຄວາມຮ້ອນຫົງສາ ໂຄງການໂຮງໄຟຟ້າພະລັງງານນ້ຳ ເຊປຽນ-ເຊນ້ຳນ້ອຍ ໂຄງການ ໂຮງໄຟຟ້າພະລັງ ງານນ້ຳເຊກອງ 4a 4b ແລະ ກຳລັງດຳເນີນການທຸລະກິດດ້ານພື້ນຖານໂຄງຮ່າງ ໄດ້ແກ່ນ້ຳປະປາແສນດິນ ແລະ ອື່ນໆ ໂດຍບໍລິສັດ ມີນະໂຍບາຍດຳເນີນທຸລະກິດຢ່າງເປັນທຳ (Good Governance) ກັບທຸກກຸ່ມເປົ້າໝາຍ ເພື່ອໃຫ້ເກີດການພັດທະນາໂຄງການຢ່າງເປັນ ທຳ ແລະ ຍືນຍົງ.

ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ໄດ້ດຳເນີນທຸລະກິດຄູ່ສັງຄົມລາວມາໄດ້ 12 ປີ ແລ້ວ ໂດຍ ເລີ່ມສ້າງບໍລິສັດມາຕັ້ງແຕ່ວັນທີ 2 ພຶດສະພາ 2009 ເປັນຕົ້ນມາ ວິໃສທັດ (Vision) ການດຳ ເນີນທຸລະກິດຂອງບໍລິສັດ ແມ່ນການພັດທະນາທຸລະກິດ ຕ້ອງພັດທະນາຄົນຢູ່ຮອບຂ້າງມີຄວາມ ໝັ້ນຄົງໄປພ້ອມໆກັນ ໂດຍສະເພາະພັດທະນາຄວາມຮູ້ຄວາມສາມາດ ແລະ ສ້າງຄຸນນະພາບ ຂອງປະຊາຊົນລາວ ໃຫ້ສາມາດນຳໃຊ້ຄວາມຮູ້ພັດທະນາປະເທດຂອງຕົນເອງ.

ທ່ານ ນະລົງວິດ ຄອງສິນ ຜູ້ຈັດການອົງ ກອນສຳພັນ ບໍ​ລິ​ສັດ ຣາ​ຊ-ລາວ ບໍ​ລິ​ການ ຈຳ​ກັດ ໃຫ້ສຳ ພາດເມື່ອບໍ່ດົນຜ່ານມາວ່າ: ກິດຈະກຳທີ່ພົ້ນເດັ່ນກ່າວໝູ່ ກິດຈະກຳ ໂຄງການ ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ ກິດຈະກຳດັ່ງກ່າວເປັນໂຄງການຄວາມຮ່ວມມືຈາກຫຼາຍພາກສ່ວນ ໄດ້ ແກ່ສະຖານເອກອັກຄະລາດຊະທູດໄທ ປະຈຳລາວ ກົມພັດທະນາວິຊາຊີບຊາວໜຸ່ມ ກົມອາຊີວະ ສຶກສາ ສູນເຝິກວິຊາຊີບດອນບອສໂກ ແລະ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ດຳເນີນງານມາ ຕັ້ງແຕ່ ປີ 2012 ລວມໄລຍະເວລາ 10 ປີ (ໂຄງການຕໍ່ເນື່ອງ) ໂດຍສົ່ງເສີມຄວາມຮູ້ດ້ານວິຊາຊີບ ການພັດທະນາສີມືແຮງງານຂັ້ນສູງ ສະໜັບສະໜູນເງິນໝູນວຽນປະກອບອາຊີບ ໃຫ້ຊາວໜຸ່ມ ທີ່ຍາກຈົນ.

ປັດຈຸບັນ ມີຊາວໜຸ່ມຜ່ານການເຝິກອົບ ຮົມຫຼັກສູດຫຼາຍກວ່າ 1.000 ຄົນ ແລະ ຊາວໜຸ່ມທີ່ໄດ້ ຮັບທຶນໝູນວຽນຈຳນວນ 49 ຄົນ (ເກົ່າ 24 ຄົນ ໝູນວຽນ 24 ຄົນ) ມາເຖິງປັດ ຈຸບັນ ມີຊາວ ໜຸ່ມທີ່ໄດ້ຮັບທຶນຈາກໂຄງການທັງໝົດ 49 ຄົນ ນອນໃນ ຈຳນວນ 35 ເມືອງ ໃນ 17 ແຂວງ ແລະ 1 ນະຄອນຫຼວງ ມູນຄ່າລວມ ທີ່ໄດ້ມອບ 455 ລ້ານກວ່າກີບ ເຊິ່ງເປົ້າໝາຍຂອງໂຄງ ການຈະໃຫ້ ໄດ້ຄົບ 148 ເມືອງເປົ້າໝາຍ ໃນຂອບເຂດທົ່ວປະເທດ ໂດຍນໍາໃຊ້ທຶນດັ່ງກ່າວເປັນ ທຶນໝູນ ວຽນຕໍ່ໆກັນໄປ ເຊິ່ງໃນປີນີ້ໄດ້ວາງເປົ້າໝາຍທີ່ຈະມອບໃຫ້ໄດ້ ຈຳນວນ 7 ແຂວງ ກໍ່ຄື 7 ເມືອງ ປະກອບມີ ແຂວງ ສາລະວັນ ສະຫວັນນະເຂດ ແຂວງວຽງຈັນ ແຂວງໄຊສົມບູນ ແຂວງ ອຸດົມໄຊ ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູລີ ໃນວົງເງິນຂອງທຶນທີ່ຈະມອບຈຳນວນ 80 ລ້ານ ກີບ.

ປັດຈຸບັນ ເງິນທຶນໝູນວຽນຈຳນວນນັ້ນ ໄດ້ຈັດຕັ້ງປະຕິບັດມາໄດ້ 3 ໄລຍະ ສາມາດມອບທຶນ ຊ່ວຍເຫຼືອຊາວໜຸ່ມກູ້ຢືມທັງໝົດ ຈຳນວນ 49 ທຶນ ໃນຂອບເຂດທົ່ວປະເທດ ເຊິ່ງໃນ​ແຕ່​ລະ​ປີ ບໍ​ລິ​ສັດ ແລະ ​ສູນ​ກາງ​ຊາວ​ໜຸ່ມ ຍັງ​ໄດ້​ລົງ​ຊຸກ​ຍູ້​ຕິດ​ຕາມ​ຊາວ​ໜຸ່ມ​ເກືອບທຸກ​ແຂວງ ​ໃນ​ທົ່ວ​ປະ​ເທດ ລວມ​ໄປ​ເຖິງ​ຜູ້​ທີ່​ປະ​ສົບ​ຜົນ​ສຳ​ເລັດ ແລະ ຜູ້​ທີ່​ຍັງ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ປັດ​ຈຸ​ບັນ​ ພ້ອມກັບການລົງ ຕິດຕາມ ສຶກສາຄວາມເປັນໄປໄດ້ ຂອງຊາວໜຸ່ມກຸ່ມເປົ້າໝາຍໃໝ່ ທີ່ຈະໄດ້ຮັບທຶນຈາກໂຄງ ການ.

ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວເຮັດໃຫ້ຊາວໜຸ່ມທີ່ດ້ອຍໂອກາດໄດ້ຮັບການສຶກສາຮ່ຳຮຽນ ແລະ ໄດ້ຮັບການສະໜັບສະໜູນຈາກບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ເຮັດໃຫ້ມີວຽກ ເຮັດງານທຳ ສາມາດປະກອບກິດຈະການເປັນຂອງຕົນເອງໄດ້ເຊັ່ນ: ກິດຈະການສ້ອມແປງລົດຈັກ ຕັດຫຍິບ ແລະ ເສີມຄວາມງາມ ແລະ ການປູກຝັງ-ລ້ຽງສັດ.

ນອກຈາກການຈັດຕັ້ງປະຕິບັດໂຄງການແລ້ວ  ຍັງໄດ້ຮ່ວມກັນຫຼາຍກິດຈະກຳ ໃນການສົ່ງເສີມ ອາຊີບ ແລະ ຊ່ວຍເຫຼືອສັງຄົມ ເປັນຕົ້ນການຊຸກຍູ້ສົ່ງເສີມກິດຈະກຳ ໃນການພັດທະນາອາຊີບ ຊາວໜຸ່ມລາວ ກິດຈະກຳຕ້ານໄພໜາວ ( ບ້ານກະດໍ ບ້ານໂດນ ບ້ານນາຫວ້າ ເມືອງກະລຶມ ແຂວງ ສາລະວັນ ) ສົ່ງເສີມດ້ານພະລັງງານທົດແທນ ຢູ່ນະຄອນຫຼວງວຽງຈັນ ສົ່ງເສີມ ສ້າງຕັ້ງກຸ່ມປູກ ຜັກສະອາດ ປອດສານພິດ ຢູ່ບ້ານລາຍຄວາຍ ເມືອງໄຊທານີ ນະຄອນຫຼວງວຽຈັນ ກິດຈະກຳປັບ ປຸງ ກໍ່ສ້າງໂຮງຮຽນ ແລະ ມອບເຄື່ອງອຸປະກອນຕ່າງໆ ຢູ່ ( ບ້ານຫວ້ຍຊ່ອງ-ຊ່າງແຄນ ເມືອງ ໃໝ່ ແຂວງ ຜົ້ງສາລີ ) ສ້າງຮ່ວມພືກສາ ຣ່ວມພັດທະນາ ຢູ່ໂຮງຮຽນສຶກສາພິເສດນະຄອນຫຼວງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ຫຼ້າສຸດ ແມ່ນກິດຈະກຳ ປຸກສ້າງຄານຫ້ອງຮຽນອະ ນຸບ້ານ ແລະ ຫ້ອງນ້ຳ ຢູ່ບ້ານພູຫຼວງ ເມືອງຮ້ຽມ ແຂວງ ຫົວພັນ ເຊິ່ງມີພິທີມອບ-ຮັບ ເປັນທີ່ຮຽບ ຮ້ອຍແລ້ວ ພ້ອມດຽວກັນ ຍັງປະກອບສ່ວນມອບອາຫານ ແລະ ນ້ຳດື່ມໃຫ້ກັບແພດໝໍ ອຳນາດ ການປົກຄອງ ແລະ ຜູ້ທີ່ຮັບຜົນກະທົບຈາກພະຍາດໂຄວິດ-19 ໄລຍະຜ່ານ ມານຳອີກ ເຊິ່ງນອກ ຈາກທີ່ກ່າວມາ ຍັງມີອີກຫຼາຍກິດຈະກຳ ທີ່ທາງບໍລິສັດໃຫ້ການປະກອບສ່ວນພັດທະນາ ຊັບພະ ຍາກອນມະນຸດ ແລະ ພັດທະນາສັງຄົມຢ່າງຕໍ່ເນື່ອງ ພ້ອມຍັງມີພຽງຈະສືບຕໍ່ໂຄງການ ແລະ ອີກ ຫຼາຍກິດຈະກຳ ໃນການປະກອບສ່ວນພັດທະນາຊັບພະຍາກອນມະນຸດ ແລະ ເພື່ອສັງຄົມລາວ ໃນໂອກາດຕໍ່ໄປ.   

 ຕະຫຼອດ​ໄລຍະ​​ເວລາ​ທີ່ຜ່ານມາ ​ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ມຸ່ງ​ໜັ້ນ​ທີ່​ຈະ​ສ້າງ​ຄວາມ​ເຕີບ​ໂຕ ​ແລະ ​ຜົນ​ກຳ​ໄລ ຄວບ​ຄູ່​ກັບ​ການ​ພັດທະນາ​ຄຸນ​ນະພາ​ບຊີວິດ​ປະຊາຊົນ​ລາວ ​ໃຫ້​ມີ​ຄວາມ​ເປັນ​ຢູ່ດີ​ຂຶ້ນ ບໍລິສັດ​ຮູ້​ດີ​ວ່າການ​ເຕີບ​ໂຕ​ຂອງ​ບໍລິສັດ​ຢ່າງ​ໜັ້ນຍືນ ​ຈະ​ເກີດ​ຂຶ້ນ​ໄດ້​​ເຮົາ​ຕ້ອງ​ມຸ່ງ​ສ້າງ​ຄວາມ​ເຂັ້ມ​ແຂງ​ຈາກ​ໃນ​ບໍລິສັດ​ໂດຍ​ເນັ້ນ​ການ​ປູກຝັງ ​ສ້າງ​ຄ່າ​ນິຍົມ​ທີ່​ຖືກຕ້ອງ​ ຄຸນ​ນະ​ທຳ ຈາລິ​ຍະ​ທຳ ຄວາມ​ຊື່ສັດ ຄວາມ​ໂປ່​ງ​ໃສ່​ ແລະ​ ຄວາມ​ຮັບຜິດຊອບ ຕໍ່​ຜູ້​ມີ​ສ່ວນ​ໄດ້​ເສຍ​ທຸກ​ກຸ່ມ​ເປົ້າ​ໝາຍ​ທັງ​ພາກ​ລັດ​ ​ເອກະ​ຊົນ ຜູ້​ຮ່ວມ​ລົງທຶນ ​ແລະ ​ປະຊາຊົນ​ທົ່ວ​ໄປ​ໃນ​ ສປປ ລາວ ດ້ວຍ​ຄວາມ​ເທົ່າທຽມ​ເປັນ​ທຳ ​ແລະ​ ຖືກຕ້ອງ​ໃນ​ການ​ດຳ​ເນີນ​ກິ​ດຈະ​ການ​ຂອງ​ບໍລິສັດ​ສຶບຕໍ່ໄປ.

error: Content is protected !!