ໂທລະໂຄ່ງ ກັບຜົນປະໂຫຍດ ດ້ານສຸຂະພາບຢູ່ຮາກຖານບ້ານ

ໂທ​ລະ​ໂຄ່ງ ແມ່ນ​ເປັ​ນ​ອີກ​ອຸ​ປະ​ກອນ​ສຳ​ຄັນ​ໃນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ຂໍ້​ມູ​ນ​ຂ່າວ​ສານໃນ​ຊຸມ​ຊົນ ຮາກ​ຖານ​ບ້ານ ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ເຂົ້າ​ເຖິງ​ຂໍ້​ມູນຂ່າວ​ສານ​ດ້ານ​ຕ່າງໆ ໂດຍ​ສະ​ເພ​າ​ະ​ໃນ​ໄລ​ຍະ​ທີ່​ມີ​ການ​ລະ​ບ​າດ​ຂອ​ງ​ໂຄວິດ-19 ໂຄ​ລະ​ໂຄ່ງ​ ໄດ້​ເປັນ​ປັດ​ໄຈ​ສຳ​ຄັນຕໍ່​ການ​ໂຄ​ສະ​ນ​າ​ສຸ​ຂະ​ສຶກ​ສາ​​ເພື່ອ​ຄວ​ບ​ຄຸມ ປ້ອງ​ກັນ ແລະ ແກ້​ໄຂ​ການ​ລະ​ບາດ​ຂ​ອງ​ພະ​ຍາດ​ດັ່ງ​ກ່າວ ເພື່ອ​ໃຫ້​ປະ​ຊາ​ຊົນ​ຮັບ​ຮູ້​ເຖິງ​ຜົນ​ຮ້າຍ ແລະ ຄວາມ​ອັນ​ຕະ​ລາຍ​ຂອງ ໂຄວິດ-19 ແລະ ຜົນ​ດີ​ຂອງ​ການ​ສັກ​ວັດ​ຊີນ​ປ້ອງ​ກັນ ໂຄວິດ-19 ແລະ ຂໍ​ມູນ​ຂ່າວ​ສານ​ດ້ານ​ສາ​ທາ​ລະ​ນະ​ສຸກ​ອື່ນໆ ເຊິ່ງ​ສາ​ມາດ​ເວົ້າ​ໄດ້​ວ່າ ໂທ​ລະ​ໂຄ່າງ ມີ​ຜົນ​ປະ​ໂຫ​ຍດ​ຕໍ່​ກັບ​ສຸ​ຂ​ະ​ພາບ​ໃນ​ຊຸມ​ຊົ​ນ.   

ທ່ານ ດວງ ຄົງ​ທົນ ນາຍ​ບ້ານ​ຄໍ​າ​ບິ ໃຫ້​ສຳ​ພາ​ດໃນ​ໂອ​ກາດ​ສື່ມວນ​ຊົນ​ຈາດ​ສູນ​ກາງ ເຄື່ອນ​ໄຫວ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ການ​ສັນ​ວັກ​ຊີນ​ປ້ອງ​ກັນ​ໂຄ​ວິດ-19 ແລະ ຕິດ​ຕາມການ​ນຳ​ໃຊ້​ໂທ​ລະ​ໂຄ່ງ ລຳ​ໂພງ ແລະ LCD ​ຢູ່​ແຂວງ​ສາ​ລະ​ວັນ ເມື່ອບໍ່​ດົນ​ຜ່ານ​ມາ ​ວ່າ: ບ້ານ​ຄຳ​ບິງ ຂຶ້ນ​ກັບ​ເມືອງ​ຄົງ​ເຊ​ໂດນ ແຂວງ​ສາ​ລະ​ວັນ ມີ 196 ຫຼັງ​ຄາ​ເຮືອນ ມີ​ປະ​ຊາ​ກອນ​ທັງ​ໝົດ 1.036 ຄົນ ຍິງ 625 ຄົນ ໃນ​ໄລ​ຍ​ະ​ຜ່ານ​ມາ​ອຳ​ນາດ​ການ​ແກ​ຄອງ​ບ້ານ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ວຽກ​ງານ​ໂຄ​ສະ​ນາ​ສຸ​ຂະ​ສຶ​ກ ເພື່ອ​ເຜີ​ຍແ​ຜ່​ຂໍ້​ມູ​ຂ່າວ​ສານ​ດ້ານ​ສາ​ທາ​ລະ​ນະ​ສຸກໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ເຂົ້າ​ໃຈ ໂດຍ​ສະ​ເພາະ​ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ​ໂຄວິດ-19 ທາງ​ອຳ​ນາດ​ການ​ປົກ​ຄອງ​ບ້ານ ໄດ້​ສົມ​ທົບ​ກັບ​ໂຮງ​ໝໍ​ນ້ອຍ ກໍ​ຄື ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກ​ເມືອງ ລົງ​ເຜີ​ຍອ​ຜ່​ຜົນ​ຮ້າຍ ແລະ ຄວາມ​ອັນ​ຕະ​ລາຍ​ຂອງ​ໂຄວິດ-19 ພ້ອມນັ້ນ​ຍັງ​ໄດ້​ເຜີຍອ​ຜ່​ມາດ​ຕະ​ການ​ຕ່າງ​ໆ​ຕາມ​ແຈ້ງ​ການ​ຂອງ​ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄ​ວບ​ຄົມ ແລະ ແກ້​ໄຂ​ການ​ລະ​ບາດ​ຂອງ​ໂຄວິດ-19 ຜ່ານ​ໂທ​ລະ​ໂຄ່ງ​ບ້ານ ເຮັດ​ໃຫ້​ປະ​ຊາ​ຊົນ​ຮູ້​ເຖິງ​ຜົນ​ຮ້າຍ ແລະ ຄວາມ​ອັນ​ຕະ​ລາຍ​ຂອງ​ພະ​ບາດ​ດັ່ງ​ກ່າວ.

ຈ​າກ​ການ​ເອົາ​ໃຈ​ໃສ່​ໃນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ຂໍ້​ມູນ​ຕ່າງໆ ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຕື່ນ​ຕົວ​ເຂົ້າ​ຮ່ວມ​ຂະ​ບວນ​ສັກ​ວັກ​ຊີນປ້ອງ​ກັນ​ໂຄວິດ-19 ​ເຊິ່ງ​ການ​ສັກ​ວັດ​ຊີ​ນ​ແມ່ນ​ທາງ​ໂຮງ​ໝໍ​ນ້ອຍ​ໄດ້​ເດີນ​ທາງ​ລົງ​ມາ​ສັດ​ເຖິງ​ບ້ານ ມາດ​ຮອດ​ປັດ​ຈຸ​ບັນ​ປ​ພ​ຊາ​ຊົນ​ໃນ​ເກ​ນ​ອາ​ຍຸ​ແມ່ນ​ໄດ້​ຮັບ​ວັກ​ຊີນເກືອບ 100% ເຂັມ 1-2 ແລະ ເຂັມ​ກະ​ຕຸ້ນ​ທີ 1 ​ແມ່ນ​ສຳ​ເລັດ ສ່ວ​ນເຂັມ​ກະ​ຕຸ້ນ​ທີ 2 ແມ່ນ​ໄດ້​ປະ​ມານ 80% ຄວາມ​ວ່າ​ທ້າຍ​ປີ 2022 ນີ້​ແມ່ນ​ຈະ​ສູ້​ຊົນ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຮັບ​ວັກ​ຊີນ​ປ້ອງ​ກັ​ນໂຄວິດ-19 ໃຫ້​ໄດ້ 100%.

ຜົນ​ສຳ​ເລັດ​ທີ່​ກ່າວ​ມານັ້ນ ແມ່ນ​ຍ້ອນ​ໄດ້​ຮັບ​ໂທ​ລະ​ໂຄ່ງ​ທີ່​ທາງ​ສາ​ທ​າ​ລະ​ນະ​ສຸກ ໄດ້​ນຳ​ມາ​ມອບ​ໃຫ້ ເຊິ່ງ​ໄດ້​ຮັບ​ການ​ສັບ​ໜັບ​ສະ​ໜູນ​ຈາກ​ອົງ​ການ​ Unicef ເຮັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ສາ​ທາ​ລະ​ນະ​ສຸກຫຼາຍ​ຂຶ້ນ ແລະ ຍັງ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ຕ່າງໆ​ຕື່ມ​ອີກ.

ທ່ານ ສອນ ຈໍ​າ​ປາ​ນຸ​ວົງ ນາຍ​ບ້ານ ບ້ານ​ໃໝ່​ນ້ຳ​ປະ​ກັນ ເມືອງ​ຫີນ​ບູນ ແຂວງ​ຄຳ​ມ່ວນ​ໃຫ້​ສຳ​ພາ​ດໃນ​ໂອ​ກາດ​ສື່ມວນ​ຊົນ​ຈາດ​ສູນ​ກາງ ເຄື່ອນ​ໄຫວ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ການ​ສັນ​ວັກ​ຊີນ​ປ້ອງ​ກັນ​ໂຄ​ວິດ-19 ແລະ ຕິດ​ຕາມການ​ນຳ​ໃຊ້​ໂທ​ລະ​ໂຄ່ງ ລຳ​ໂພງ ແລະ LCD ​ຢູ່​ແຂວງ​ຄຳ​ມ່ວນ ເມື່ອບໍ່​ດົນ​ຜ່ານ​ມາວ່າ: ​ບ້ານ​ໃໝ່ນ້ຳ​ປະ​ກັນ ມີ​ພົນ​ລະ​ເມືອງ​ທັງ​ໝົດ 450 ຄົນ ຍິງ 235 ຄົນ ສຳ​ລັບ​ການ​ກ້ອງ​ກັນ ຄຸ້ມ​ຄອງ ແລະ ແກ້​ໄຂ​ການ​ລະ​ບາ​ດ​ຂອງ​ໂຄວິດ-19 ພາຍ​ໃນ​ບ້ານ ອຳ​ນາດ​ການ​ປົກ​ຄອງ​ບ້ານ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ເຜີຍ​ແຜ່ຂໍ້​ມູນ​ຂ່າວ​ສານ​ດ້ານ​ສາ​ທາ​ລະ​ສຸກ ໂດຍ​ສະ​ເພາະ​ຜົນ​ຮ້າຍ ຄວາມ​ອັນ​ຕະ​ລາຍ​ຂອງພະ​ຍາດ​ດັ່ງ​ກ່າວ ແລະ ຜົນ​ດີ​ຂອງວັກ​ຊີນ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ​ດັ່ງ​ກ່າວ ແນ​ໃສ່​ສ້າ​ງ​ຄວາມ​ໝັ້ນ​ໃຈ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ.

ຜ່ານ​ການ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ດັ່ງ​ກ່າວ ເຮັດ​ໃຫ້​ປະ​ຊາ​ຊົນ​ພາຍ​ໃນ​ບ້ານຜູ້​ທີ່​ຢູ່​ໃນ​ເກນ​ໄດ້​ຮັບ​ວັກ​ຊີນ ປັດ​ຈຸ​ບັນ​ປະ​ຊາ​ຊົນ​ໄດ້​ສັກ​ເຂັມ​ສອງ​ສຳ​ເລັດ​ແລ້ວ 70% ພ້ອມນັ້ນ​ກໍ​ໄດ້​ສືບ​ຕໍ່​ໂຄ​ສະ​ນາ ປຸກ​ລະ​ດົມ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ຂະ​ບວນ​ສັດ​ວັກ​ຊີນ ເຂັມ 1-2 ໃຫ້​ສຳ​ເລັດ ໄປ​ພ້ອມໆ​ກັບ​ປຸກ​ລະ​ດົມ​ຜູ້​ທີ່​ມີ​ເງື່ອນ​ໄຂ​ໄດ້​ຮັບ​ເຂັມ​ກະ​ຕຸ້ນ​ເຂົ້າ​ຮັບ​ວັກ​ຊີນ.

ສຳ​ລັບ​ໂທ​ລະ​ໂຄ່ງ​ທີ່​ໃຊ້​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ສຸ​ຂະ​ສຶກ​ສານັ້ນ ແມ່ນ​ໄດ້​ຮັບ​ຈາກ​ສາ​ທາ​ລະ​ນະ​ສຸກ​ເມືອງ ທີ່​ໄດ້​ຮັບ​ການ​ສະ​ນັບ​ສະ​ໜູນ​ຈາກ​ອົງ​ການ Unicef ເຮັດ​ໃຫ້​ພໍ່​ແມ່ນ​ປະ​ຊາ​ຊົນ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ສາ​ທາ​ລະ​ນະ​ສຸກຫຼາຍ​ຂຶ້ນ ແຕ່​ຢ່າງ​ໃດ​ກໍ​ຕາມ ເນື່ອງ​ຈາກ​ບ້ານ​ໃໝ່​ນ້ຳ​ປະ​ກັນ ມີ​ເນື້ອ​ທີ່​ກວ້າງ​ສົມ​ຄວນ ເຮັດ​ໃຫ້​ການ​ເຜີຍ​ແຜ່​ຜ່ານ​ໂທ​ລະ​ໂຄງ​ຍັງ​ບໍ່​ທົ່ວ​ເຖິງ ດັ່ງ​ນັ້ນ​ຈຶ່ງ​ຂໍ​ສະ​ເໜີ​ທາງ​ອົງ​ການ Unicef ສືບ​ຕໍ່​ໃຫ້​ການ​ຊ່ວນ​ເຫຼືອ​ໂທ​ລະ​ໂຄ່ງ​ຕື່ມ​ອີກ ເພື່ອ​ເຮັດ​ໃຫ້​ຂໍ້​ມູ​ຂ່າວ​ສານ​ໄປ​ທົ່ວ​ເຖິງ​ພໍ່​ແມ່​ປະ​ຊາ​ຊົນ ເພື່ອ​ສາ​ມາດ​ປ​ຖກ​ລະ​ດົມ​ປະ​ຊາ​ຊົນ​ເຂົ້າ​ໃນ​ຂະ​ບວນ​ການ​ສັກ​ວັກ​ຊີນ​ໃຫ້​ບັນ​ລຸ​ໂຕ​ເລກ​ຄາດ​ໝາຍ.

ການ​ລົງ​ເກັບ​ກຳ​ຂໍ້​ມູນຂອງ​ສື່ມວນ​ຊົນ​ຈາດ​ສູນ​ກາງ ​ກ່ຽວ​ກັບ​ການ​ສັນ​ວັກ​ຊີນ​ປ້ອງ​ກັນ​ໂຄ​ວິດ-19 ແລະ ຕິດ​ຕາມການ​ນຳ​ໃຊ້​ໂທ​ລະ​ໂຄ່ງ ລຳ​ໂພງ ແລະ LCD ​ນຳ​ໂດຍ​ສູນ​ສື່​ສານ​ເພື່ອ​ສຸ​ຂ​ະ​ພາບ ແລະ ສຸ​ຂະ​ສຶກ​ສາ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໂດນ​ໄດ້​ຮັບ​ດານ​ສະ​ໜັບ​ສະ​ໜູນ​ຈາກ​ອົງ​ການ Unicef.

error: Content is protected !!