ໄຂ້ຍຸງລາຍ ຫຼື ຫຼາຍໆຄົນເຄີຍເອີ້ນຈົນລຶ້ງປາກກັນວ່າໄຂ້ເລືອດອອກນັ້ນ ປັດຈຸບັນແມ່ນມີການລະບາດໃນຫຼາຍແຂວງ ຫຼາຍໆທ້ອງຖິ່ນໃນຂອບເຂດທົ່ວປະເທດ ເຊິ່ງມາຮອດວັນທີ 25 ຕຸລາ ທົ່ວປະເທດມີຜູ້ຕິດເຊື້ອສະສົມ 29.904 ຄົນ ມີຜູ້ເສຍຊີວິດ 20 ຄົນ ເຮັດໃຫ້ຫຼາຍໆແຂວງໃນຂອບເຂດທົ່ວປະເທດຕາງກໍໄດ້ອົໃຈໃສ່ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ.

ຫຼວງນ້ຳທາ ກໍເປັນອີກແຂວງໜຶ່ງ ທີ່ໄດ້ເອົາໃຈໃສ່ໃນການປ້ອງກັນ ແລະ ຄວບຄຸມກການແຜ່ລະ ບາດຂອງໄຂ້ຍຸງລາຍ ແຕ່ເຖິງຢ່າງໃດກໍຕາມໂຕເລກການລະບາດຂອງພະຍາດດັ່ງກ່າວໃນແຂວງຫຼວງນ້ຳທາຍັງສູງສົມຄວນ ເຊິ່ງມາຮອດວັນທີ 25 ຕຸລາ 2022 ມີຜູ້ຕິດເຊື້ອສະສົມ 4.000 ກວ່າກໍລະນີ ເສຍຊີວິດ 3 ຄົນ ເຮັດໃຫ້ແຂວງດັ່ງກ່າວຕິດອັນດັບຕົ້ນໆຂອງແຂວງທີ່ມີໂຕເລກການຕິດເຊື້ອສູງ.

ທ່ານ ດຣ ຍຸ້ງ ລໍຄຳ ຫົວໜ້າຄວມຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງຫຼວງນ້ຳທາ ໃຫ້ສຳພາດກ່ຽວກັບສະພາບການລະບາດຂອງໄຂ້ຍຸງລາຍໃນແຂວງຫຼວງນ້ຳທາວ່າ: ສາເຫດທີ່ພາໃຫ້ມີການລະບາດຂອງໄຂ້ຍຸງລາຍພາຍໃນແຂງແຂວງ ແລະ ມີໂຕເລກທີ່ສູງນັ້ນ ຍ້ອນສະພາບດິນຟ້າອາກາດ ບວກກັບການລະເຫຼີງຂອງປະຊາຊົນໃນສັງຄົມ ກໍຄື ຊຸມຊົນ ຕໍ່ກັບການປ້ອງກັນຂອງພະຍາດທີ່ລະບາດຕາມລະດູການ ຍ້ອນຂາດການປະເມີນຄວາມສ່ຽງແຕ່ຫົວທີ່ ໂດຍສະເພາະການລົງສຳຫຼວດ ໜອນນ້ຳ (ຍ້ອນບໍ່ມີງົບ) ຈົນມາຮອດເດືອນກໍລະກົດ 2022 ເກີດມີກໍລະນີຜູ້ຕິດເຊື້ອ 13 ກໍລະນີ ເຊິ່ງໄດ້ລົງສຳຫຼວດໜອນນ້ຳກໍເຫັນວ່າສູງກວ່າມາດຕະຖານໃນຫຼາຍໆບ້ານ ບວກໃສ່ກໍລະນີທີ່ຕິດເຊືອນັ້ນແມ່ນເກີດໃນຊຸມຊົນ ໂດຍສະເພາະແມ່ນເກີດຢູ່ບ້ານທີ່ຢູ່ມໃນເຂດເທສະບານແຂວງ ເຊິ່ງເປັນຈຸດລວມສູນທາງດ້ານວັດທະນະທຳ-ສັງຄົມ ດ້ານເສດຖະກິດ ເຮັດໃຫ້ປະຊາຊົນທຸກບ້ານ ທຸກເມືອງ ມີໂອກາດສຳຜັດ ແລະ ນຳເອົາເຊື້ອອອກໄປຂະຫຍາຍຢູ່ທ້ອງຖິ່ນຂອງຕົນ.

ນັບແຕ່ເດືອນກໍລະກົດ ມາເຖິງປັດຈຸບັນ ແຂວງມີຜູ້ຕິດເຊື້ອສະສົມ 4.100 ກວ່າກໍລະນີ ເສຍຊີວິດ 3 ກໍລະນີ ເນື້ອທີ່ການລະບາດແມ່ນກວມເອົາ 5 ເມືອງ ແລະ 65 ບ້ານ ໃນນີ້ຫຼາຍກວ່າໝູ່ແມ່ນເມືອງຫຼວງນ້ຳທາ ທີ່ມີຜູ້ຕິດເຊື້ອສະສົມເຖິງ 3.175 ກໍລະນີ ທັດມາກໍແມ່ນເມືອງສິງມີ 526 ກໍລະນີ ເມືອງວຽງພູຄາ 200 ກໍລະນີ ເມືອງລ່ອງ 169 ກໍລະນີ ແລະ ເມືອງນາແມວ 94 ກໍລະນີ.
ເພື່ອຮັບມືກັບການລະບາດຂອງໄຂ້ເລືອດອອກ ທາງຂະແໜງພວກເຮົາຈະໄດ້ສົມທົບກັບທີມງານຕອບໂຕ້ໄວ ໂດຍຈະມີການປະຊຸມ 2 ຄັ້ງຕໍ່ອາທິດ ເພື່ອຕິດຕາມ ແລະ ປະເມີນຄວາມຄືບໜ້າໃນການຕອບໂຕ້ການລະບາດໃນແຕ່ລະອາທິດ ເພື່ອຖອດຖອນບົດຮຽນ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງໃນອາທິດຕໍ່ໄປ ເອົາໃຈໃສ່ຮ່າງນິຕິກຳລຸ່ມກົດໝາຍຕ່າງໆ ເພື່ອເປັນບ່ອນອີງ ແລະ ໃຫ້ຕາໜ່າງດ້ານສາທາລະນະສຸກນຳໄປຈັດຕັ້ງຜັນຂະຫຍາຍແລ້ວຈັດຕັ້ງປະຕິບັດ ສືບຕໍ່ເຝົ້າລະວັງ ເກັບກຳຂໍ້ມູນກໍລະນີ້ເປັນລາຍວັນເພື່ອລາຍງານໃຫ້ສາຍຕັ້ງສາຍຂວາງຮັບຊາບ ເອົາໃຈໃສ່ສືບຕໍ່ໂຄສະນາສຸຂະສຶກສາດ້ວຍຫຼາຍຮູບການ ໂດຍອີງໃສ່ຫຼກັການ 5 ປ.

ຈັດຕັ້ງທີມງານແຂວງ ລົງສົມທົບກັບອຳນາດການປົກຄອງບ້ານ ສ້າງຕັ້ງຄະນະກຳມະການຂັ້ນບ້ານ ຕ້ານ ແລະ ຄວບຄຸມພາຫະນຳເຊື້ອ ປະຕິບັດມາດຕະການ 5 ປ ແລ້ວໃຫ້ບ້ານວາງມາດຕະການ ແລະ ສ້າງລະບຽບຂອງບ້ານຮ່ວມກັບໂຮງຮຽນ ລົງສຳຫຼວດໜອນນ້ຳທຸກໆຄົວເຮືອນ ທຸກໆອາທິດ ໂດຍໃຫ້ວິຊາການລົງສົມທົບກັບຄະນະກຳມະການຂັ້ນບ້ານ ພ້ອມນັ້ນກໍແຈກຢາຂ້າໜອນນ້ຳໃຫ້ບັນດາເມືອງ ບ້ານ ແລະ ຄົວເຮືອນ ຜົ່ນຢາຂ້າຍຸງຢູ່ຕາມຊຸມຊົນ ແລະ ບ້ານທີ່ມີກໍລະນີຕິດເຊື້ອຫຼາຍ.
ທ່ານ ດຣ ຍຸງ ລໍຄຳ ກ່າວຕື່ມວ່າ: ຢ່າງໃດກໍຕາມ ເພື່ອເຮັດໃຫ້ການຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດດັ່ງກ່າວມີປະສິດທິຜົນນັ້ນ ທາງຂະແໜງພວກເຮົາຈຶ່ງຮຽກຮ້ອງມາເຖິງພາກສ່ວນຕ່າງໆໃນສັງຄົມ ຈົ່ງພ້ອມກັນເພີ່ມທະວີປຸກລະດົມ ໃຫ້ທົ່ວປວງຊົນເອົາໃຈໃສ່ໃນການປ້ອງກັນ ພະຍາດທີ່ລະ ບາດຕາມລະດູການ ໂດຍສະເພາະໄຂ້ຍຸງລາຍ ແລະ ໂຄວິດ-19 ເພື່ອຮັບປະກັບບໍ່ໃຫ້ມີການລະບາດຂອງພະຍາດດັ່ງກ່າວໃນຊຸມຊົນ ທັງນີ້ກໍເພື່ອເຮັດໃຫ້ປະຊາຊົນມີສຸຂະພາບແຂງແຮງ ມີພາລະນາໄມທີ່ດີ.