ສູ້ຊົນພັດທະນາຕົນເອງ ພັດທະນາປະເທດຊາດ ໄປພ້ອມກັບການຮັກສາວັດທະນະທຳ

ສະ­ຫະ­ພັນ​ແມ່­ຍິງ​ລາວ ກໍ​ຄື ແມ່­ຍິງ​ລາວ​ບັນ­ດາ­ເຜົ່າ ໄດ້​ອຸ­ທິດ​ຕົນ​ເພື່ອ​ພາ­ລະ­ກິດ​ຕໍ່­ສູ້​ປົດ​ປ່ອຍ​ຊາດ ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ ກໍ​ຄື ພາ­ລະ­ກິດ​ພັດ­ທະ­ນາ​ແມ່­ຍິງ ຕະ­ຫຼອດ​ໄລ­ຍະ 65 ປີ ແມ່­ຍິງ​ລາວ ໄດ້​ອຸ­ທິດ​ເລືອດ​ເນື້ອ​ເຫື່ອ­ແຮງ ສະ­ຕິ​ປັນ­ຍາ ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ເພດ​ຊາຍ ໃນ​ການ​ຕໍ່­ສູ້​ກູ້​ຊາດ​ຍາດ​ເອົາ​ເອ­ກະ­ລາດ​ອະ­ທິ­ປະ​ໄຕ ແລະ ປະ­ກອບ­ສ່ວນ ສ້າງ​ໜ້າ​ປະ­ຫວັດ­ສາດ​ອັນ​ສະ­ຫວ່າງ​ສະ­ໄຫວ​ຂອງ​ຊາດ.

ທ່ານ​ນາງ ວິ­ໄລ​ວອນ ຈັນ­ທະ​ລາ­ຕີ ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ (ຖວ​ທ ນວ) ໄດ້​ກ່າວ​ວ່າ: ເນື່ອງ​ໃນ​ໂອ­ກາດ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຄົບ­ຮອບ 65 ປີ ຂ້າ­ພະ­ເຈົ້າ​ຂໍ​ຕາງ­ໜ້າ​ໃຫ້​ພະ​ແນກ ຖວ​ທ ນວ ກໍ​ຄື ສະ­ມາ­ຊິກ​ເພດ​ຍິງ​ຂໍ​ສະ­ແດງ​ຄວາມ​ຂອບ­ໃຈ ແລະ ຮູ້​ບຸນ­ຄຸນ​ຢ່າງ​ສູງ​ຕໍ່​ການ​ນຳ​ພັກ-ລັດ ໂດຍ​ສະ­ເພາະ ການ​ນຳ​ເພດ​ຍິງ​ທີ່​ໄດ້​ຊີ້​ນຳ-ນຳ​ພາ­ໃຫ້​ເອື້ອຍ​ນ້ອງ​ແມ່­ຍິງ ທົ່ວ ນວ ກໍ​ຄື ທົ່ວ​ປະ­ເທດ ໄດ້​ມີ​ຄວາມ​ເຂັ້ມ­ແຂງ​ໃນ​ການ­ເຄື່ອນ­ໄຫວ​ວຽກ​ງານ ໄດ້​ຮັບ​ປະ­ສິດ­ທິ­ພາບ ປະ​ສິດ­ທິ​ຜົນ​ສູງ​ຂຶ້ນ ສະ­ເພາະ ພະ​ແນກ ຖວ​ທ ນວ ຂອງ​ພວກ​ເຮົາ ໄດ້​ຊີ້​ນຳ​ໃຫ້​ເອື້ອຍ​ນ້ອງ​ແມ່­ຍິງ​ມີ​ບົດ­ບາດ​ໃນ​ການ­ເຄື່ອນ­ໄຫວ​ວຽກ​ງານ ໂດຍ​ສະ­ເພາະ ບັນ­ດາ​ວຽກ​ງານ​ທີ່​ຕິດ​ພັນ​ກັບ​ຂົງ­ເຂດ​ວັດ­ທະ­ນະ­ທຳ ເຊິ່ງ​ທີ່​ຮັບ​ຮູ້​ນຳ​ກັນ​ດີ​ແລ້ວ​ວ່າ ວັດ­ທະ­ນະ­ທຳ​ຮີດ­ຄອງ​ປະ­ເພ­ນີ​ຂອງ​ລາວ​ເຮົາ​ມີ​ຫຼາຍ​ດ້ານ ທີ່​ຕິດ​ພັນ​ກັບ​ເອື້ອຍ​ນ້ອງ​ແມ່­ຍິງ ໂດຍ​ສະ­ເພາະ ວັດ­ທະ­ນະ­ທຳ ທາງ​ດ້ານ​ຮີດ­ຄອງ​ປະ­ເພ­ນີ ວັດ­ທະ­ນະ­ທຳ​ທາງ​ດ້ານ​ການ​ກິນ​ຢູ່ ວັດ­ທະ­ນະ­ທຳ​ທາງ​ດ້ານ​ການ​ນຸ່ງ​ຖື ສິ່ງ​ທີ່​ໂດດ​ເດັ່ນ​ທີ່​ສຸດ​ແມ່ນ​ໄດ້​ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ເອື້ອຍ​ນ້ອງ​ເພດ​ຍິງ ຮັກ­ສາ​ມູນ­ເຊື້ອ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ ໂດຍ​ສະ­ເພາະ​ແມ່ນ​ວັດ­ທະ­ນະ­ທຳ​ທາງ​ດ້ານ​ການ​ນຸ່ງ​ຖື ສາ­ມາດ​ເຫັນ​ໄດ້​ເອື້ອຍ​ນ້ອງ​ແມ່­ຍິງ​ຂອງ​ພວກ​ເຮົາ​ສາ­ມາດ​ຮັກ­ສາ ເອ­ກະ­ລັກ​ທາງ​ດ້ານ​ການ​ນຸ່ງ​ຖື ແຕ່​ກໍ​ປາ­ສະ­ຈາກ​ບໍ່​ໄດ້​ໃນ​ຂົງ­ເຂດ​ວັດ­ທະ­ນະ­ທຳ​ຂອງ​ພວກ​ເຮົາ ໄດ້​ມີ​ຂໍ້​ຂາດ​ຕົກ​ບົກ­ພ່ອງ ແຕ່​ພວກ​ເຮົາ​ກໍ​ພະ­ຍາ­ຍາມ​ຕີ​ຖອຍ​ບັນ­ຫາ​ຫຍໍ້­ທໍ້​ທີ່​ເກີດ​ຂຶ້ນ ໃນ​ຂົງ­ເຂດ​ວັດ­ທະ­ນະ­ທຳ ກໍ​ຄື​ຂອງ​ເອື້ອຍ​ນ້ອງ​ແມ່­ຍິງ ໂດຍ​ສະ­ເພາະ ການ​ຄ້າ­ຂາຍ​ໂສ­ເພ­ນີ ຈະ​ພະ­ຍາ­ຍາມ​ຕີ​ຖອຍ​ໃຫ້​ນັບ​ມື້​ຫຼຸດ​ໜ້ອຍ​ຖອຍ​ລົງ ຫຼຸດ​ອອກ​ຈາກ​ຂົງ­ເຂດ​ເອື້ອຍ​ນ້ອງ​ແມ່­ຍິງ​ຂອງ​ພວກ​ເຮົາ.

ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຄົບ­ຮອບ 65 ປີ ຂ້າ­ພະ­ເຈົ້າ​ໃນ​ນາມ​ຕາງ­ໜ້າ​ສະ­ມາ­ຊິກ​ເພດ​ຍິງ ກໍ​ຄື ຕາງ­ໜ້າ​ພະ​ແນກ ຖວ​ທ ນວ ຂໍ​ອວຍ­ພອນ​ໃຫ້​ສະ­ມາ­ຊິກ​ທີ່​ເປັນ​ເພດ​ຍິງ​ທຸກ​ຊັ້ນ​ຄົນ ປ້າ​ປະ­ຕິ­ວັດ​ອາ­ວຸ­ໂສ​ຢູ່​ໃນ​ທົ່ວ​ປະ­ເທດ ກໍ​ຄື ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຈົ່ງ​ມີ​ສຸ­ຂະ­ພາບ​ເຂັ້ມ­ແຂງ ປະ­ສົບ​ຜົນ­ສຳ­ເລັດ​ໃນ​ໜ້າ­ທີ່​ວຽກ​ງານ ສືບ­ຕໍ່​ພັດ­ທະ­ນາ​ຕົນ​ເອງ ພ້ອມ​ກັນ​ສືບ­ຕໍ່​ຮັກ­ສາ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ເອື້ອຍ​ນ້ອງ​ແມ່­ຍິງ​ໃຫ້​ມີ​ຄວາມ​ຍືນ​ຍົງ ພ້ອມ​ທັງ​ຕີ​ຖ້ອຍ​ທຸກ​ປາ­ກົດ­ການ​ຫຍໍ້­ທໍ້​ຕ່າງໆ​ໃຫ້​ນັບ​ມື້​ນັບ​ຫຼຸດ​ລົງ.

ທ່ານ​ນາງ ວຽງ​ພອນ ແກ້ວ​ຄູນ​ສີ ຫົວ­ໜ້າ​ອຳ­ນວຍ​ການ​ໂຮງ­ຮຽນ​ທິດ​ສະ​ດີ​ການ­ເມືອງ​ການ​ປົກ­ຄອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ກ່າວ​ວ່າ: ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຄົບ­ຮອບ 65 ປີ ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ ພວມ​ຈະ​ກ້າວ​ຂຶ້ນ​ສູ່​ຈຸດ­ໝາຍ​ສັງ­ຄົມ​ນິ­ຍົມ​ຢ່າງ​ໜັກ​ແໜ້ນ​ໃນ​ອະ­ນາ­ຄົດ ຂ້າ­ພະ­ເຈົ້າ​ສຸດ​ທີ່​ເປັນ​ກຽດ ແລະ ພາກ­ພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ໃນ​ໂອ­ກາດ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ ແລະ ເປັນ​ເຫດ­ການ​ປະ­ຫວັດ­ສາດ ໃນ​ຄັ້ງ​ນີ້ ຂ້າ­ພະ­ເຈົ້າ​ຂໍ​ລະ­ນຶກ​ເຖິງ​ຄຸນ­ງາມ­ຄວາມ­ດີ ແລະ ຜົນ­ງານ​ອັນ​ໃຫຍ່​ຫຼວງ​ຂອງ​ຮຸ່ນ​ແມ່­ເຖົ້າ ຮຸ່ນ​ແມ່ ຮຸ່ນ​ປ້າ ຮຸ່ນ​ອາ ຮຸ່ນ​ນ່າ​ສາວ ກໍ​ຄື ເອື້ອຍ ແລະ ແມ່­ຍິງ​ລາວ​ບັນ­ດາ­ເຜົ່າ​ທົ່ວ​ປະ­ເທດ ທີ່​ໄດ້​ອຸ­ທິດ​ຕົນ​ເອງ​ເພື່ອ​ພາ­ລະ­ກິດ​ການ​ປະ­ຕິ­ວັດ​ປົດ​ປ່ອຍ​ຊາດ ກໍ​ຄື ພາ­ລະ­ກິດ​ສ້າງ­ສາ ແລະ ບູ­ລະ­ນະ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ ສູ່​ຈຸດ­ໝາຍ​ສັງ­ຄົມ​ນິ­ຍົມ ໃນ​ຖາ­ນະ​ທີ່​ເປັນ​ສະ­ມາ­ຊິກ​ສະ­ຫະ­ພັນ​ແມ່­ຍິງ ພະ­ນັກ­ງານ​ເພດ​ຍິງ ຄູ-ອາ­ຈານ ເພດ​ຍິງ​ຂອງ​ພັກ​ພວກ​ເຮົາ​ຈົ່ງ​ກ້າ­ຫານ ບຸກ​ທະ­ລຸ​ໃນ​ການ​ພັດ­ທະ­ນາ​ຕົນ​ເອງ​ຮອບ­ດ້ານ ເປັນ­ຕົ້ນ ເພື່ອ​ບັນ­ລຸ​ກໍ່­ສ້າງ​ພະ­ນັກ­ງານ​ຮຸ່ນ​ໜຸ່ມ ບຳ­ລຸງ​ກໍ່­ສ້າງ​ຄົນ​ສືບ​ທອດ​ພາ­ລະ­ກິດ​ອັນ​ມີ​ກຽດ​ສະ­ຫງ່າ​ທີ່​ປະ­ເທດ​ຊາດ ແລະ ປະ­ຊາ­ຊົນ​ມອບ​ໝາຍ​ໃຫ້ ເປັນ­ຕົ້ນ ພວກ​ເຮົາ​ຈົ່ງ​ສູ້​ຊົນ​ກ້າ­ຫານ​ໃນ​ການ​ພັດ­ທະ­ນາ​ປະ­ເທດ​ຊາດ​ຂອງ​ພວກ​ເຮົາ ກ້າວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດ­ທະ­ນາ ໃນ​ໄລ­ຍະ 5 ປີ​ຂ້າງ​ໜ້າ​ຢ່າງ​ໜັກ​ແໜ້ນ ພ້ອມ​ກັນ​ນີ້ ກໍ​ພັດ­ທະ­ນາ​ຄອບ­ຄົວ​ຂອງ​ຕົນ​ເອງ​ໃຫ້​ກາຍ­ເປັນ​ຄອບ­ຄົວ​ຜາ​ສຸກ ຢູ່​ດີ​ກິນ​ດີ ສ້າງ​ວິ­ຖີ​ການ​ດຳ­ລົງ​ຊີ­ວິດ​ໃໝ່ ກ້າວ­ໜ້າ​ທັນ​ສະ­ໄໝ ພິ­ເສດ​ແມ່ນ​ດຸ­ໝັ່ນ​ໃນ​ການ​ອອກ­ແຮງ​ງານ ປະ­ຢັດ​ມັດ­ທະ­ຍັດ​ຜະ­ລິດ​ຮັບ​ໃຊ້​ພາຍ​ໃນ​ໃຫ້​ຫຼາຍ ແລະ ເປັນ​ສິນ­ຄ້າ​ສົ່ງ​ອອກ.

ໃນ​ໂອ­ກາດ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ດັ່ງ­ກ່າວ ຂໍ​ອວຍ­ພອນ​ໄຊ​ອັນ​ປະ­ເສີດ​ມາ​ຍັງ​ຜູ້­ນຳ​ພັກ-ລັດ ພິ­ເສດ​ແມ່ນ​ຜູ້­ນຳ​ທີ່​ເປັນ​ເພດ​ຍິງ ການ​ນຳ​ແມ່­ຍິງ​ລາວ​ທຸກ​ຂັ້ນ ສະ­ມາ­ຊິກ​ສະ­ຫະ­ພັນ​ແມ່­ຍິງ ແລະ ນັກ​ສຶກ​ສາ​ການ­ເມືອງ​ການ​ປົກ­ຄອງ ຈົ່ງ​ມີ​ຄວາມ​ເບີກ­ບານ​ມ່ວນ­ຊື່ນ ມີ​ຜົນ­ສຳ­ເລັດ​ໃນ​ພາ­ລະ­ກິດ​ອັນ​ມີ​ກຽດ ແລະ ພິ­ເສດ ກໍ​ຂໍ​ຮຽກ­ຮ້ອງ​ມາ​ຍັງ​ແມ່­ຍິງ​ທົ່ວ ນວ ນັກ​ສຶກ​ສາ​ທຸກ​ທົ່ວ​ໜ້າ ພວກ​ເຮົາ​ຈົ່ງ​ອາດ​ຫານ​ເຂັ້ມ­ແຂງ​ພັດ­ທະ­ນາ​ຕົນ​ເອງ​ຮອບ­ດ້ານ ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ຂອງ​ພວກ​ເຮົາ ໃຫ້​ກ້າວ­ໜ້າ​ທັນ​ກັບ​ຍຸກ​ສະ­ໄໝ​ປັດ­ຈຸ­ບັນ ເຮັດ​ແນວ­ໃດ​ໃຫ້​ປະ­ເທດ​ເຮົາ​ກ້າວ​ຂຶ້ນ​ສູ່​ຈຸດ­ໝາຍ​ສັງ­ຄົມ​ນິ­ຍົມ​ຢ່າງ​ໜັກ​ແໜ້ນ ສັງ­ຄົມ​ມີ​ຄວາມ​ຢູ່​ດີ​ກິນ​ດີ ມີ​ຄວາມ​ສະ­ຫງົບ ສີ­ວິ­ໄລ ແລະ ຍຸ­ຕິ​ທຳ.

error: Content is protected !!