ສື່ມວນຊົນລາວເຕີບໃຫຍ່ເຂັ້ມແຂງ ຕາມສະພາບການພັດທະນາແຕ່ລະໄລຍະ

ປັດ­ຈຸ­ບັນ ວຽກ​ງານ​ສື່​ມວນ​ຊົນ​ລາວ ໄດ້​ຮັບ​ການ​ພັດ­ທະ­ນາ​ເຕີບ​ໃຫຍ່​ເຂັ້ມ­ແຂງ​ນັບ​ທັງ​ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ທັນ​ສະ­ໄໝ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ພ້ອມ​ທັງ​ສາ­ມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາ­ກົນ ໂດຍ​ສະ­ເພາະ​ແມ່ນ​ໄດ້​ມີ​ການ​ພັດ­ທະ­ນາ​ຮ່ວມ​ມື​ແບບ​ການ​ນຳ​ສະ­ເໜີ​ບົດ​ຂ່າວ ຜ່ານ​ໜັງ­ສື­ພິມ ວິ­ທະ­ຍຸ ໂທລະ­ພາບ ແລະ ອື່ນໆ ເຮັດ​ໃຫ້​ສື່​ມວນ​ຊົນ​ລາວ​ມີ​ບົດ­ບາດ​ສູງ​ເດັ່ນ​ຂຶ້ນ​ໃນ​ສັງ­ຄົມ.

ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂອງ​ວຽກ​ງານ​ດັ່ງ­ກ່າວ ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ ເຮັດ​ໃຫ້­ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ­ສານ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ນັບ​ມື້​ກວ້າງ­ຂວາງ ກໍ​ຄື ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໃຫ້​ນັບ​ມື້​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ດັ່ງ­ນັ້ນ​ຈຶ່ງ​ສາ­ມາດ​ເວົ້າ​ໄດ້​ວ່າ​ສື່​ມວນ​ຊົນ​ລາວ​ມີ​ການ​ເຕີບ​ໃຫຍ່​ເຂັ້ມ­ແຂງ​ໄປ​ຕາມ​ສະ­ພາບ​ການ​ພັດ­ທະ­ນາ​ໃນ​ແຕ່​ລະ​ໄລ­ຍະ.

ທ່ານ​ນາງ ມາ­ໄລ​ລັກ ສີ​ປະ​ໄພ ນັກ​ຂ່າວ ສຳ­ນັກ​ຂ່າວ­ສານ​ປະ­ເທດ​ລາວ ໃຫ້​ສຳ­ພາດ​ໃນ​ໂອ­ກາດ​ວັນ​ສື່​ມວນ​ຊົນ​ຄົບ­ຮອບ 70 ປີ ວ່າ: ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ ຄົບ­ຮອບ 70 ປີ ຂ້າ­ພະ­ເຈົ້າ​ໃນ​ນາມ​ທີ່​ເປັນ​ສື່​ມວນ​ຊົນ​ລາວ​ຜູ້​ໜຶ່ງ ຮູ້­ສຶກ​ເປັນ​ກຽດ ແລະ ພາກ­ພູມ​ໃຈ​ທີ່​ໄດ້​ປະ­ກອບ­ສ່ວນ​ພາ­ລະ​ໜ້າ­ທີ່ ທີ່​ສຳ­ຄັນ​ໃນ​ການ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ​ໄປ​ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ລະ­ບຽບ​ກົດ­ໝາຍ​ຂອງ​ລັດ​ອອກ​ສູ່​ສາຍ­ຕາ​ຂອງ​ປະ­ຊາ­ຊົນ​ຄົນ​ລາວ ເພື່ອ​ສ່ອງ​ແສງ​ຄວາມ​ເປັນ​ຈິງ ແລະ ຕໍ່­ຕ້ານ​ປາ­ກົດ­ການ​ຫຍໍ້­ທໍ້​ດ້ານ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ສັງ­ຄົມ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ​ເຫັນ​ໄດ້​ວ່າ​ວຽກ​ງານ​ສື່​ແມ່ນ​ມີ​ການ​ພັດ­ທະ­ນາ​ຢ່າງ​ວ່ອງ­ໄວ ເຊິ່ງ​ເຫັນ​ໄດ້​ຈາກ​ການ​ເຕີບ​ໂຕ​ຂອງ​ສື່​ມວນ​ຊົນ​ແມ່ນ​ມີ​ຈຳ­ນວນ​ເພີ່ມ​ຂຶ້ນ ໂດຍ​ສະ­ເພາະ​ສື່​ອອນ​ລາຍ ສື່​ມວນ​ຊົນ​ເຂົ້າ​ມາ​ມີ​ບົດ­ບາດ​ຕໍ່​ຊີ­ວິດ​ປະ­ຈຳ​ວັນ​ຂອງ​ຄົນ​ລາວ ແລະ ຄົນ​ໃນ​ທົ່ວ​ໂລກ.

ຈາກ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ດັ່ງ­ກ່າວ​ໃນ​ນາມ​ສວ່ນ​ຕົວ​ແລ້ວ ຂ້າ­ພະ­ເຈົ້າ​ຄິດ​ວ່າ ສື່​ມວນ​ຊົນ ຫຼື ຜູ້​ສື່​ຂ່າວ​ທຸກ​ຄົນ​ແມ່ນ​ມີ​ຄວາມ​ຮູ້​ຄວາມ​ສາ­ມາດ ບວກ​ກັບ​ປະ­ສົບ​ການ​ແລ້ວ ກໍ​ສາ­ມາດ​ພັດ­ທະ­ນາ​ວຽກ​ງານ​ສື່​ມວນ​ຊົນ​ຂອງ​ລາວ​ເຮົາ​ໃຫ້​ສືບ­ຕໍ່​ຂະ­ຫຍາຍ­ຕົວ ແຕ່​ຖ້າ​ທຽບ​ກັບ​ສື່​ຕ່າງ­ປະ­ເທດ​ແລ້ວ​ເຫັນ​ວ່າ​ເຮົາ​ຍັງ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ປັບ­ປຸງ​ຂຶ້ນ​ຕື່ມ ເຊັ່ນ: ເລື່ອງ​ພາ­ສາ​ປາກ​ເວົ້າ ໂດຍ​ສະ­ເພາະ ພາ­ສາ​ອັງ­ກິດ​ຂອງ​ສື່​ມວນ​ຊົນ​ລາວ​ຍັງ​ຕ້ອງ​ໄດ້​ຮັບ​ການ​ປັບ­ປຸງ ແລະ ພັດ­ທະ­ນາ​ເພື່ອ​ເຮັດ​ໃຫ້​ມີ​ປະ­ສິດ­ທິ­ພາບ​ຫຼາຍ​ຍິ່ງ​ຂຶ້ນ.

ທ່ານ​ນາງ ກິນ​ດາ​ວັນ ອ້ວນ​ນາ​ຄູ ນັກ​ຂ່າວ​ໜັງ­ສື­ພິມ​ແຂວງ​ສາ­ລະ​ວັນ ໃຫ້​ສຳ­ພາດ​ວ່າ: ເນື່ອງ​ໃນ​ໂອ­ກາດ​ວັນ​ສື່​ມວນ​ຊົນ​ລາວ ຂ້າ­ພະ­ເຈົ້າ​ຮູ້­ສຶກ​ເອກ­ອ້າງ​ທະ​ນົງ​ໃຈ​ຕໍ່​ກັບ​ການ​ເຕີບ​ໃຫຍ່​ຂອງ​ອົງ­ການ​ສື່​ມວນ​ຊົນ​ລາວ​ຕະ­ຫຼອດ​ໄລ­ຍະ 70 ປີ­ຜ່ານ­ມາ ສຳ­ລັບ​ສື່​ມວນ​ຊົນ​ແຂວງ​ສາ­ລະ​ວັນ​ກໍ​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ປັບ­ປຸງ​ໃຫ້​ນັບ​ມື້​ດີ​ຂຶ້ນ ຈາກ​ໃບ​ຂ່າວ ໂທລະ​ໂຄ່ງ ກໍ​ໄດ້​ຮັບ​ການ​ພັດ​ນາ​ມາ​ເປັນ​ໜັງ­ສື­ພິມ ວິ­ທະ­ຍຸ​ກະ­ຈາຍ­ສຽງ ໂທລະ­ພາບ​ແຂວງ ແລະ ໃນ​ຍຸກ​ທີ່​ມີ​ການ​ເຕີບ​ໃຫຍ່​ຂອງ​ສື່​ສັງ­ຄົມ​ອອນ​ລາຍ ສື່​ໃນ​ແຂວງ​ສາ­ລະ​ວັນ ກໍ​ໄດ້​ປັບ​ຕົວ​ໃຫ້​ທັນ​ກັບ​ການ​ພັດ­ທະ­ນາ ແລະ ປັບ­ປຸງ​ໃຫ້​ທັນ​ສະ­ພາບ​ການ ໂດຍ​ການ​ສ້າງ​ເວັບ​ໄຊ ສ້າງ​ເປັນ​ເພ​ຈ ເພື່ອ​ເຮັດ​ໃຫ້­ການ​ລາຍ​ງານ​ຂ່າວ​ວ່ອງ­ໄວ​ທັນ​ກັບ​ເຫດ­ການ.

ນັ້ນ​ກໍ​ເປັນ​ບາງ​ຄວາມ​ຄິດ​ເຫັນ​ຂອງ​ພະ­ນັກ­ງານ​ວິ­ຊາ​ການ​ສື່​ມວນ​ຊົນ​ລາວ​ເຮົາ ທີ່​ມີ​ຫຼາຍ​ມູມ​ມອງ​ຕໍ່​ກັບ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂອງ​ອົງ­ການ​ສື່​ມວນ​ຊົນ​ຕະ­ຫຼອດ​ໄລ­ຍະ 70 ປີ­ຜ່ານ­ມາ ແຕ່​ຢ່າງ­ໃດ​ກໍ​ຕາມ ສື່​ມວນ​ຊົນ​ລາວ​ເຮົາ​ກໍ​ຕ້ອງ​ສືບ­ຕໍ່​ພັດ­ທະ­ນາ​ຕົນ​ໃຫ້​ນັບ​ມື້​ເຕີບ​ໃຫຍ່ ເຊັ່ນ: ດຽວ​ກັບ​ຄຳ​ສຳ­ພາດ​ຂອງ​ທ່ານ ສະ­ຫວັນ​ຄອນ ຣາ​ຊ​ມຸນ­ຕີ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ໄດ້​ໃຫ້​ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ເນື່ອງ​ໃນ​ໂອ­ກາດ​ວັນ​ສື່​ມວນ​ຊົນ ຄົບ­ຮອບ 68 ປີ ຕໍ່​ໜັງ­ສື­ພິມ​ລາວ​ພັດ­ທະ­ນາ​ວ່າ: ເພື່ອ​ຮັບ­ປະ­ກັນ 4 ລັກ­ສະ­ນະ​ນີ້ ສື່​ເຮົາ​ຕ້ອງ​ເລັ່ງ​ສ້າງ​ບຸ​ຄະ­ລາ​ກອນ​ທີ່​ເກ່ງ ແລະ ປັບ­ປຸງ​ເຄື່ອງ­ມື​ໃຫ້​ທັນ​ສະ­ໄໝ​ເຂົ້າ​ໃນ​ວຽກ​ງານ ພິ­ເສດ​ແມ່ນ​ຈະ​ຕ້ອງ​ໄດ້​ເພີ່ມ​ທະ­ວີ​ນຳ­ພາ​ແນວ​ຄິດ​ການ­ເມືອງ​ໃຫ້​ຜູ້​ເຮັດ​ວຽກ​ງານ​ສື່​ໃຫ້​ໜັກ​ແໜ້ນ ບໍ່​ດັ່ງ­ນັ້ນ​ຈະ​ນຳ​ໃຊ້​ໄປ​ໃນ​ທາງ​ທີ່​ຜິດ ແລະ ບໍ່​ມີ​ປະ​ສິດ­ທິ​ຜົນ ພ້ອມ​ກັນ​ນັ້ນ​ກໍ​ຕ້ອງ​ເຊີດ​ຊູ​ຄວາມ​ຮັບ­ຜິດ­ຊອບ​ທາງ​ດ້ານ​ການ­ເມືອງ​ໃຫ້​ສູງ ແລະ ຢຶດ​ໝັ້ນ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ ເພື່ອ​ສ້າງ​ຕົນ​ເອງ​ໃຫ້​ເປັນ​ເວ­ທີ​ສະ­ແດງ​ຄວາມ​ຄິດ​ເຫັນ ສ່ອງ​ແສງ​ສັງ­ຄົມ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ບັນ­ຫາ​ຕ່າງໆ​ໄດ້​ຖືກ­ຕ້ອງ.

ໂດຍ: ສ.ຣາ​ຊະ​ສີ

error: Content is protected !!