ຍທຂ ແຂວງບໍ່ແກ້ວ ເຂັ້ມງວດປະຕິບັດມາດຕະການປ້ອງກັນ COVID-19

ໃນ​ໄລ­ຍະ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ຜ່ອນ­ຜັນ ເຫັນ​ໄດ້​ວ່າ​ມີ​ຫຼາຍໆ​ຂະ­ແໜງ­ການ​ຫຼາຍ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຕ່າງ​ກໍ​ໄດ້​ກັບ​ຄືນ​ມາ​ເຄືອນ​ໄຫວ​ວຽກ​ງານ ດຳ­ເນີນ​ກິດ­ຈະ­ການ​ຄືນ­ໃໝ່ ໄປ​ພ້ອມໆ​ກັບ​ການ​ສືບ­ຕໍ່​ປະ­ຕິ­ບັດ ບັນ­ດາ​ມາດ​ຕະ­ການ​ຢ່າງ​ເຄັ່ງ​ຄັດ ເພື່ອ​ບໍ່​ໃຫ້​ມີ​ການ​ລະ­ບາດ​ຂອງ COVID-19.

ພະ​ແນກ​ໂຍ­ທາ​ທິ​ການ-ຂົນ­ສົ່ງ (ຍທຂ) ແຂວງ​ບໍ່​ແກ້ວ ກໍ​ເປັນ​ຂະ­ແໜງ­ການ​ໜຶ່ງ​ທີ່​ໄດ້​ເອົາ­ໃຈ­ໃສ່​ຢ່າງ​ຕັ້ງ­ໜ້າ ໃນ​ການ​ເປັນ​ເຈົ້າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ຜ່ອນ­ຜັນ ຕາມ​ການ​ຊີ້​ນຳ​ຂອງ​ຂັ້ນ​ເທິງ ເຂົ້າ​ໃນ​ການ­ເຄື່ອນ­ໄຫວ​ວຽກ​ງານ​ໃນ​ຂົງ­ເຂດ​ທີ່​ຕົນ​ຮັບ­ຜິດ­ຊອບ ໂດຍ​ສະ­ເພາະ​ແມ່ນ​ວຽກ​ງານ​ຂົນ­ສົ່ງ​ໂດຍ­ສານ ທີ່​ໄດ້​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ຕ່າງໆ ຮັບ­ປະ­ກັນ​ດ້ານ​ສຸ­ຂະ­ພາບ​ໃຫ້​ກັບ​ຜູ້­ໂດຍ­ສານ ກໍ​ຄື ບໍ່​ໃຫ້​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ.

ທ່ານ ວົງ​ເພັດ ສຸ​ຂະ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ແຂວງ​ບໍ່​ແກ້ວ ໃຫ້​ສຳ­ພາດ​ໃນ​ໂອ­ກາດ​ຄະ­ນະ​ນັກ​ຂ່າວ ເດີນ­ທາງ​ເຄື່ອນ​ໄຫວ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ມາດ​ຕະ­ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ COVID-19 ເມື່ອ​ບໍ່​ດົນ​ຜ່ານ​ມາ​ວ່າ: ແຂວງ​ບໍ່​ແກ້ວ ໄດ້​ເປີດ​ໃຫ້​ບໍ­ລິ­ການ ການ​ຂົນ­ສົ່ງ​ທາງ­ບົກ​ໃນ​ທ້າຍ​ເດືອນ​ພຶດ­ສະ­ພາ 2020 ຢູ່​ສະ­ຖາ­ນີ​ໂດຍ­ສານ​ເພັດ​ອາ​ລຸນ ແລະ ສະ­ຖາ­ນີ​ຂົນ­ສົ່ງ​ໂດຍ­ສານ​ແກ້ວ​ຈຳ­ປາ ເຊິ່ງ​ການ​ເປີດ​ໃຫ້​ບໍ­ລິ­ການ​ນັ້ນ ແມ່ນ​ຕິດ​ພັນ​ກັບ​ການ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ປ້ອງ COVID-19 ໂດຍ​ມີ​ການ​ຕັ້ງ​ຈຸດ​ວັດ­ແທກ​ອຸນ­ຫະ­ພູມ​ໃຫ້​ກັບ​ຜູ້­ໂດຍ­ສານ ທີ່​ຈະ​ຢູ່​ເຂົ້າ​ໄປ​ນຳ​ໃຊ້​ບໍ­ລິ­ການ​ສະ­ຖາ­ນີ ຖ້າ​ວັດ­ແທກ​ອຸນ­ຫະ­ພູມ​ຜູ້​ໃດ​ກາຍ 37,5 ອົງ­ສາ ແມ່ນ​ຈະ​ສົ່ງ​ໃຫ້​ສູນ ພ້ອມ​ນັ້ນ ທາງ​ສະ­ຖາ­ນີ​ຍັງ​ມີ​ເຈວ​ລ້າງ​ມື ເຫຼົ້າ​ຂ້າ​ເຊື້ອ ສຳ­ລັບ​ຜູ້​ທີ່​ຈະ​ເຂົ້າ​ໃຊ້​ບໍ­ລິ­ການ​ໃນ​ສະ­ຖາ­ນີ​ຂົນ­ສົ່ງ​ໂດຍ­ສານ ເອົາ­ໃຈ­ໃສ່​ຈັດ​ສັນ​ບ່ອນ​ນັ່ງ ຫຼື ເວັ້ນ​ໄລ­ຍະ​ຫ່າງ​ກັນ 1 ແມັດ ພ້ອມ​ນັ້ນ​ຍັງ​ສະ­ໜອງ​ອ່າງ​ລ້າງ​ມື​ດ້ວຍ​ສະ­ບູ ຖັງ​ໃສ່​ຂີ້​ເຫຍື້ອ ແລະ ມີ​ຝາ​ປິດ ຢູ່​ຕາມ​ສະ­ຖານ­ທີ່​ຂອງ​ສະ­ຖາ­ນີ ຫ້ອງ​ນ້ຳ ແລະ ຈັດ​ໃຫ້​ຖືກ​ຫຼັກ​ອະ­ນາ­ໄມ ທຸກ​ຄົນ​ທີ່­ຢູ່​ໃນ​ສະ­ຖາ­ນີ ຫຼື ຜູ້­ໂດຍ­ສານ ຕ້ອງ​ໃສ່​ຜ້າ​ອັດ​ປາກ-ດັງ.

ສຳ­ລັບ​ໂຊ​ເຟີ້ ແລະ ແອັດ​ລົດ ກໍ​ຕ້ອງ​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ຢ່າງ​ເຂັ້ມ​ງວດ ກ່ອນ​ຈະ​ຂັບ​ລົດ​ສົ່ງ​ຜູ້­ໂດຍ­ສານ ຕ້ອງ​ອະ­ນາ­ໄມ​ລົດ ພ້ອມ​ທັງ​ສີດ​ຢາ​ຂ້າ​ເຊື້ອ​ໄວ້​ກ່ອນ ຈຶ່ງ​ມາ​ຮັບ​ຜູ້­ໂດຍ­ສານ ສ່ວນ​ລົດ­ເມ​ແຕ່​ລະ​ຄັນ​ທີ່​ສາ­ມາດ​ຮັບ​ຜູ້­ໂດຍ­ສານ​ເຕັມ​ສ່ວນ​ໄດ້ 45 ບ່ອນ​ນັ່ງ ແຕ່​ອະ­ນຸ­ຍາດ​ໃຫ້​ໄດ້​ພຽງ 23 ບ່ອນ​ນັ່ງ ສຳ­ລັບ​ລົດ​ຕູ້​ໂດຍ­ສານ ກໍ​ມີ​ການ​ປະ­ຕິ­ບັດ​ເຊັ່ນ​ກັນ ເຊິ່ງ​ສາ­ມາດ​ຮັບ​ຜູ້­ໂດຍ­ສານ​ໄດ້​ພຽງ​ແຕ່ 7-8 ຄົນ ພ້ອມ​ທັງ​ແນະ­ນຳ​ໃຫ້​ຜູ້­ໂດຍ­ສານ​ໃສ່​ຜ້າ​ອັດ​ປາກ-ດັງ​ຕະ­ຫຼອດ​ເວ­ລາ ໃນ​ລົດ​ຕ້ອງ​ມີ​ນ້ຳ​ຢາ​ຂ້າ​ເຊື້ອ ຫຼື ເຈວ​ລ້າງ​ມື ພ້ອມ​ດ້ວຍ​ເຈ້ຍ­ອະ­ນາ­ໄມ​ຖົງ​ຢາງ​ໃສ່​ຂີ້​ເຫຍື້ອ ກ່ອນ​ຖິ້ມ​ໃສ່​ຖັງ ເວ­ລາ​ຮອດ​ລົດ​ຕ້ອງ​ເປີດ​ປະ­ຕູ ຫຼື ແວ່ນ​ຂ້າງ​ເພື່ອ​ລະ­ບາຍ​ອາ­ກາດ​ເສຍ​ກ່ອນ.

ທ່ານ​ຮອງ​ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ແຂວງ​ບໍ່​ແກ້ວ ກ່າວ​ຕື່ມ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ດັ່ງ­ກ່າວ ແມ່ນ​ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ລາຍ​ຮັບ​ຂອງ​ຂະ­ແໜງ­ການ​ຂົນ­ສົ່ງ ນອກ­ຈາກ​ການ​ເວັ້ນ​ໄລ­ຍະ​ຫ່າງ​ຂອງ​ຜູ້­ໂດຍ­ສານ ໂດຍ​ສະ­ເພາະ​ແມ່ນ​ຈັດ​ສັນ​ບ່ອນ​ນັ່ງ​ຜູ້­ໂດຍ­ສານ​ຫ່າງ​ກັນ 1 ແມັດ​ແລ້ວ ທາງ​ພວກ​ເຮົາ​ຍັງ​ໄດ້​ກຳ­ນົດ​ຄ່າ​ໂດຍ­ສານ​ຢູ່​ໃນ​ລະ­ດັບ​ເກົ່າ ເຊິ່ງ​ໃນ​ເບື້ອງ​ຕົ້ນ​ຜູ້​ປະ­ກອບ​ການ​ຫຼາຍ​ຄົນ​ກໍ​ບໍ່​ພໍ­ໃຈ ແຕ່​ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ​ປ້ອງ​ກັນ​ພະ­ຍາດ​ດັ່ງ­ກ່າວ​ແລ້ວ ກໍ​ຕ້ອງ​ໄດ້​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ທີ່​ທາງ​ພະ​ແນກ ຍທຂ ວາງ​ອອກ.

ນອກ​ນັ້ນ ຕໍ່­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ແຂວງ​ບໍ່​ແກ້ວ ຍັງ​ຕ້ອງ​ໄດ້​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ສະ­ກັດ​ກັນ​ການ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ COVID-19 ບໍ່​ໃຫ້​ມີ​ການ​ລະ­ບາດ​ພາຍ​ໃນ​ແຂວງ ກໍ​ຄື ພາຍ​ໃນ​ປະ­ເທດ.

error: Content is protected !!