…ມີສະຕິ ບໍ່ໃຫ້ຂ່າວອອນລາຍປັ່ນຫົວ…

ໃນ​ຊຸມ​ມື້​ມໍ່ໆມານີ້ ມີ​ເລື່ອງ​ວຸ້ນ­ວາຍ​ຫຼາຍ​ເລື່ອງ​ເກີດ​ຂຶ້ນ​ໃນ​ສັງ­ຄົມ​ຂ່າວ​ອອນ​ລາຍ ເປີດ​ໜ້າ​ເຟ​ສ​ບຸກ​ຂຶ້ນ​ມາ​ລະ​ແມ່ນ​ພໍ້​ໂລດ ຄັນ​ບໍ່​ມີ​ສະ­ຕິ​ໃນ​ການ​ບໍ­ລິ­ໂພກ​ຂ່າວ​ແລ້ວ ຈະ​ຖືກ​ຂ່າວ​ອອນ​ລາຍ​ປັ່ນ​ຫົວ​ເນີ !.

ທີ່​ເວົ້າ​ວ່າ: ປັ່ນ​ຫົວ ເພາະ­ວ່າ​ໃນ​ເລື່ອງ​ທີ່​ເກີດ​ຂຶ້ນ​ນັ້ນ ມີ​ບາງ​ຂໍ້​ມູນ​ແອບ​ແຝງ​ເຂົ້າ​ມາ ພົ້ນ​ເດັ່ນ​ກວ່າ​ເພິ່ນ​ແມ່ນ​ກໍ­ລະ­ນີ​ຂໍ້​ຂັດ​ແຍ່ງ​ຢູ່​ວັດ​ບ້ານ​ໜອງ​ພະ­ຍາ ເມືອງ​ໄຊທານີ ນະ­ຄອນ­ຫຼວງ​ວຽງ​ຈັນ ເຮົາ​ນີ້​ເອງ.

ມີ​ການ​ຕັ້ງ​ຂໍ້​ກ່າວ​ຫາ​ເຊິ່ງ​ກັນ ແລະ ກັນ ບາງ​ຂ່າວ​ກໍ​ອອກ​ມາ​ໂດຍ​ເອົາ​ກົດ­ໝາຍ​ມາ​ທຽບ​ຄຽງ…ປອມ​ແປງ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ອັນ​ຮ້າຍ​ແຮງ​ແມ່ນ​ການ​ກົດ Like ກົດ Share ຕໍ່ ມີ Comment ພາ­ໃຫ້​ເກີດ​ຄວາມ​ສັບ­ສົນ​ວຸ້ນ­ວາຍ​ພໍ​ສົມ­ຄວນ​ໃນ​ໜ້າ​ເຟ​ສ​ບຸກ.

ຕໍ່​ເຫດ­ການ​ນີ້ ຜູ້​ຂຽນ​ຢາກ​ໃຫ້​ຜູ້​ບໍ­ລິ­ໂພກ​ຂ່າວ​ທັງ­ຫຼາຍ​ມີ​ສະ­ຕິ ແລະ ບໍ່​ຍອມ​ໃຫ້​ສື່​ອອນ​ລາຍ​ມັນ​ປັ່ນ​ຫົວ​ແລ້ວ­ໄປ​ຫຼົງ Share ຫຼື Comment ຕາມ​ເພາະ​ມັນ​ຫຼໍ່​ແຫຼມ ແລະ ມີ​ຄວາມ​ສ່ຽງ​ຕໍ່​ການ​ລະ­ເມີດ​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ ເປັນ­ຕົ້ນ​ແມ່ນ ໃນ​ປະ­ມວນ​ກົດ­ໝາຍ​ອາ­ຍາ ມາດ­ຕາ 168 ໄດ້​ກຳ­ນົດ​ໄວ້ ກ່ຽວ​ກັບ​ການ​ສ້າງ​ຄວາມ​ເສຍ​ຫາຍ​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ ເຊິ່ງ​ມີ​ທັງ​ປັບ​ໃໝ ແລະ ຕັດ​ອິດ­ສະ­ຫຼະ­ພາບ.

ຢາກ​ແນະ­ນຳ​ໃຫ້​ເພື່ອນ​ຜູ້​ອ່ານ​ສຶກ​ສາ​ລະ­ບຽບ​ການ ແລະ ກົດ­ໝາຍ​ຕ່າງໆ ເປັນ­ຕົ້ນ​ແມ່ນ​ຄຳ​ແນະ­ນຳ​ກ່ຽວ​ກັບ​ການ​ນຳ​ໃຊ້​ສື່​ສັງ­ຄົມ​ອອນ​ລາຍ ໃຫ້​ມີ​ຄວາມ​ປອດ​ໄພ ສະ­ບັບ​ເລກ​ທີ 1561/ປທສ ລົງ​ວັນ​ທີ 26 ສິງ­ຫາ 2020 ຂອງ​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄປ­ສະ­ນີ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ (ປທສ) ໂດຍ​ສະ­ເພາະ​ແມ່ນ​ໝວດ​ທີ V ວ່າ​ດ້ວຍ​ຂ່າວ​ປອມ ແລະ ການ​ຫຼິ້ນ​ການ​ພະ­ນັນ​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ.

ສຳ­ລັບ​ຂ່າວ​ປອມ​ເພິ່ນ​ແນະ­ນຳ​ດັ່ງ­ນີ້:

9. ການ​ສັງ­ເກດ​ຂ່າວ​ປອມ ຄວນ​ປະ­ຕິ­ບັດ​ດັ່ງ­ນີ້:

9.1 ຄວນ​ມີ​ສະ­ຕິ​ຢ່າ​ຫຼົງ​ເຊື່ອ​ຫົວ­ຂໍ້​ຂ່າວ ເພາະ​ຂ່າວ​ປອມ​ມັກ​ຈະ​ມີ​ຂໍ້­ຄວາມ​ພາດ​ຫົວ­ຂໍ້​ຂ່າວ ທີ່​ເຮັດ​ໃຫ້​ຄົນ​ທີ່​ພົບ​ເຫັນ​ສະ­ດຸດ​ຕາ ຢາກ​ກົດ​ເຂົ້າ​ໄປ​ອ່ານ ຖ້າ​ອ່ານ​ຫົວ­ຂໍ້​ຂ່າວ​ບໍ່​ມີ​ຄວາມ​ເປັນ​ໄປ​ໄດ້ ໃຫ້​ສັນ­ນິ­ຖານ​ໄວ້​ວ່າ​ເປັນ​ຂ່າວ​ປອມ.

9.2 ຄວນ​ພິ­ຈາ­ລະ­ນາ​ລີ້ງ​ຢ່າງ​ຖີ່​ຖ້ວນ​ລີ້ງ​ປອມ ຫຼື ລີ້ງ​ທີ່​ຄ້າຍ­ຄື​ລີ້ງ​ແທ້ ອາດ​ເປັນ​ສັນ­ຍານ​ເຕືອນ​ວ່າ​ເປັນ​ຂ່າວ​ປອມ ມັກ​ຈະ​ປອມ​ແປງ​ຊື່​ລີ້ງ​ໃຫ້​ມີ​ຊື່​ຄື​ກັບ​ເວັບ​ໄຊ​ທີ່​ໜ້າ​ເຊື່ອ​ຖື.

9.3 ຄວນ​ກວດ​ສອບ​ແຫຼ່ງ​ທີ່​ມາ​ຂອງ​ຂ່າວ ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ລີ້ງ​ດັ່ງ­ກ່າວ​ຂຽນ​ຂຶ້ນ​ຈາກ​ແຫຼ່ງ​ຂ່າວ​ທີ່​ໜ້າ​ເຊື່ອ​ຖື ແລະ ມີ​ຊື່​ສຽງ​ໃນ​ການ​ນຳ​ສະ­ເໜີ​ຂໍ້​ມູນ.

9.4 ຄວນ​ສັງ­ເກດ​ຮູບ​ພາບ​ຂ່າວ​ປອມ ມັກ​ເອົາ​ຮູບ​ພາບ​ທີ່​ບໍ່​ກ່ຽວ­ຂ້ອງ ຫຼື ບິດ​ເບືອນ​ຂຶ້ນ ເພື່ອ​ດຶງ​ດູດ​ຜູ້​ອ່ານ​ໃຫ້​ກົດ​ເຂົ້າ​ເວັບ​ໄຊ ຊຶ່ງ​ເຮົາ​ສາ­ມາດ​ກວດ​ສອບ​ຮູບ​ພາບ​ໄດ້​ໃນ​ອິນ​ເຕີ​ເນັດ.

9.5 ຄວນ​ສັງ­ເກດ​ສິ່ງ​ທີ່​ຜິດ​ປົກ­ກະ­ຕິ​ຂອງ​ເວັບ​ໄຊ ຂ່າວ​ປອມ​ມັກ​ສະ­ກົດ​ຄຳ​ຜິດ ຫຼື ມີ​ການ​ຈັດ​ວາງ​ຮູບ​ແບບ​ທີ່​ເບິ່ງ​ບໍ່​ເປັນ​ມື​ອາ­ຊີບ ຫາກ​ເຫັນ​ລັກ­ສະ­ນະ​ເຫຼົ່າ​ນີ້ ຄວນ​ອ່ານ​ຂ່າວ​ຢ່າງ​ລະ­ມັດ­ລະ­ວັງ.

9.6 ຄວນ​ກວດ​ສອບ​ວັນ​ທີ​ຂ່າວ​ປອມ​ອາດ​ມີ​ລຳ­ດັບ​ເຫດ­ການ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ ຫຼື ມີ​ການ​ປ່ຽນ­ແປງ​ວັນ​ທີ​ຂອງ​ເຫດ­ການ.

9.7 ຄວນ​ກວດ​ສອບ​ຫຼັກ​ຖານ​ແຫຼ່ງ​ຂໍ້​ມູນ​ຂອງ​ຜູ້​ຂຽນ ເພື່ອ​ຢືນ­ຢັນ​ວ່າ​ແຫຼ່ງ​ຂໍ້​ມູນ​ນັ້ນ​ຖືກ­ຕ້ອງ ຂ່າວ​ທີ່​ບໍ່​ມີ​ຫຼັກ​ຖານ ຫຼື ອ້າງ​ອີງ​ຜູ້​ຊ່ຽວ­ຊານ​ທີ່​ບໍ່​ລະ­ບຸ​ຊື່ ອາດ​ຊີ້​ໃຫ້​ເຫັນ​ວ່າ ຂ່າວ​ດັ່ງ­ກ່າວ​ເປັນ​ຂ່າວ​ປອມ.

9.8 ຄວນ​ປຽບ­ທຽບ​ຂ່າວ​ຈາກ​ແຫຼ່ງ​ຂ່າວ​ອື່ນ ຖ້າ​ບໍ່​ມີ​ແຫຼ່ງ​ຂ່າວ​ອື່ນ​ທີ່​ຂຽນ​ເລື່ອງ​ດຽວ​ກັນ ອາດ​ເປັນ​ຂ່າວ​ປອມ​ໄດ້ ຖ້າ​ຫຼາຍ​ແຫຼ່ງ​ຂ່າວ​ໃຫ້​ຂໍ້​ມູນ​ທີ່​ກົງ​ກັນ​ກໍ​ມີ​ຄວາມ​ໜ້າ​ເຊື່ອ​ຖື​ໄດ້.

9.9 ຄວນ​ສັງ­ເກດ​ເບິ່ງ​ບາງ​ຂ່າວ​ກໍ​ຈົງ­ໃຈ​ສ້າງ​ຂຶ້ນ​ໃຫ້​ເປັນ​ຂ່າວ​ປອມ ໃຊ້​ວິ­ຈາ­ລະ­ນະ­ຍານ​ໃນ​ການ​ອ່ານ ແລະ ສົ່ງ­ຕໍ່​ສະ­ເພາະ​ຂ່າວ​ທີ່​ເຊື່ອ​ຖື​ໄດ້​ເທົ່າ​ນັ້ນ.

ສະ­ເໜີ​ຂໍ້​ມູນ​ຂ້າງ​ເທິງ ເພື່ອ​ໃຫ້​ຜູ້​ອ່ານ​ມີ​ຂໍ້​ມູນ​ເວ­ລາ​ບໍ­ລິ­ໂພກ​ຂ່າວ​ອອນ​ລາຍ​ເນີ !.

ໂດຍ: ແນວ​ລາວ

error: Content is protected !!