ບັນຫາ ຄູ-ອາຈານ ຜູ້ປົກຄອງ ແລະ ນັກສຶກສາ

ລະດູ​ການ​ຮັບ​ໃບ​ປະກາດ​ມາ​ເຖິງ ການ​ສະຫຼອງ​ຊື່ນ​ຊົມ​ກໍ​ເປັນ​ທຳ​ມະ​ດາ ເພາະ​ການ​ຮຽນ​ສຶກ​ສາ​ປະລິນຍາ 4-5 ປີ ແຕ່​ບໍ່​ຄວນ​ໃຫ້​ພໍ່​ແມ່​ຜິດ​ຫວັງ ເພາະ​ບາງ​ຄົນ​ໃຊ້​ຈ່າຍ​ໃສ່​ການ​ຮຽນ​ໝົດຊັບ​ສິນ​ຫຼວງຫຼາຍ ບາງ​ກໍລະນີ​ພໍ່​ແມ່​ຂາຍ​ດິນດອນ​ຕອນ​ຫຍ້າ​ເພື່ອ​ສົ່ງເສີມ​ລູກ​ຮຽນ ຢາກ​ໃຫ້ລູກ​ມີ​ຄວາມ​ຮູ້​ເພື່ອ​ຈະ​ມີ​ອາຊີບ​ລ້ຽງ​ຊີວິດ ແຕ່​ກົງກັນ​ຂ້າມ ມີ​ນັກຮຽນ ນັກ​ສຶກ​ສາ​ເຂົ້າ​ຮ້ານ​ກິນ​ດື່ມ ບັນເທີງ ແທນ​ທີ່​ຈະ​ເຂົ້າ​ຮ້ານ​ປຶ້ມ ແລະ ຫ້ອງ​ສະໝຸດ ນີ້​ກໍ​ເປັນ​ສິ່ງ​ທີ່​ໜ້າ​ຄິດ.

ກໍລະນີ​ເວົ້າ​ແຕ່​ປາກ ແຕ່​ພາກ​ປະຕິບັດ​ຕົວ​ຈິງ ຍັງ​ບໍ່ເກີດ​ຜົນ ນັ້ນ​ກໍ​ຄວນ​ບຸກ​ບືນ ຢ່າ​ເຫີ່​ການ​ລາຍ ງານ​ແບບ​ທິດ​ສະ​ດີ​ດອກ​ໄມ້​ບານ ຍາມ​ໃດ​ກໍ​ມ່ວນ​ໃນ​ຫູ ນັກ​ສຶກ​ສາ​ຄວນ​ລາຍ​ງານ​ຕົວ​ຈິງ ຕ້ອງ​ເປີດ​ເອິກ ມັນ​ຈຶ່ງ​ຈະ​ກ້າວໜ້າ​ໄດ້ ບາງທີ​ເຮັດ​ຜິດ​ຜັດ​ແກ້ໂຕ​ໜ້າ​ຕາ​ເສີຍ ເຮັດ​ໃຫ້​ຂາດ​ຄວາມ​ເຊື່ອ ຖື ສຳລັບ​ຄູ-ອາຈານ ຢ່າ​ລືມ​ວ່າ​ເວລາ​ເຮົາ​ສອນ ເຂົາ​ໃຫ້​ເຮັດ​ດີ ແຕ່​ຜູ້​ສອນ​ຜັດ​ບໍ່​ປະພຶດ​ເປັນ​ແບບ ຢ່າງ ຍ່ອມ​ຕົກ​ໃນ​ລັກສະນະ​ມື​ຖື​ສາກ ປາກ​ຖື​ສິນ ນັກຮຽນ-ນັກ​ສຶກ​ສາ​ທີ່​ຢາກ​ໄດ້​ໃບ​ປະກາດ​ບໍ່​ຄວນ​ເຫີ່​ຫຼົງ​ກະແສ ຫຼົງ​ພູມໃຈ​ພຽງ​ແຕ່​ໃບ​ປະລິນຍາ​ຕິດ​ຝາ​ເຮືອນ​ໂຊ ແຕ່​ຄວນ​ມີ​ສະຕິ​ຕັ້ງ​ໂຕ​ໃຫ້​ດີ ເວລາ​ຮຽນ​ຕ້ອງ​ໄດ້​ຕັ້ງໃຈ​ສຶກ​ສາ​ເອົາ​ຄວາມ​ຮູ້​ໃຫ້​ສົມ​ກັບ​ວຸດ​ທິ​ການ​ສຶກ​ສາ.

ຜູ້​ຂຽນ​ເຫັນ​ວ່າ ຄູ​ຍາມ​ໃດ​ກໍ​ຍັງ​ເປັນ​ຜູ້​ມີ​ບົດບາດ​ສຳຄັນ​ໃນ​ການ​ແນະນຳ​ບົດຮຽນ​ຊີວິດ ແລະ ຂະ​ບວນ​ການ​ສຶກ​ສາ​ຄົ້ນຄວ້າ​ແກ່​ນັກຮຽນ ເພື່ອ ວ່າ​ນັກຮຽນ-ນັກ​ສຶກ​ສາ​ເຂົາ​ຈະ​ສາມາດ​ຕໍ່​ເຕີມ​ຄວາມ​ຮູ້ ທັງ​ຄົ້ນຄວ້າ​ວິໄຈ​ທາງ​ວິຊາ​ການ​ສູງ​ຂຶ້ນ ບໍ່​ແມ່ນ​ວ່າ​ຄູ​ສອນ​ນັກຮຽນ​ໃຫ້​ເຂົ້າ​ຫ້ອງ​ສະໝຸດ ແຕ່​ໂຕ​ເອງ​ຜັດ​ບໍ່​ຄ່ອຍ​ເຂົ້າ​ເລີຍ​ແບບ​ນີ້​ຄື​ຊິ​ບໍ່​ໄຫວ! ຄູ​ແນະນຳ​ໃຫ້​ນັກຮຽນ​ອ່ານ​ຄົ້ນຄວ້າ ແຕ່​ຄູ​ບໍ່​ນຳ ພາ​ຄົ້ນຄວ້າ​ເປັນ​ແບບຢ່າງ ຫຼື ວ່າ​ພໍ​ເຖິງ​ເວລາ​ຂຶ້ນ​ສອນ​ຢິບ​ເອົາ​ປຶ້ມ​ຂຶ້ນ​ຫ້ອງ​ສອນ ໂດຍ​ບໍ່​ໃສ່ໃຈ​ພັດທະນາ​ຄວາມ​ຮູ້​ໂຕ​ເອງ.

ນັກຮຽນ​ຜູ້​ທີ່​ຈະ​ຈົບ​ຮັບ​ໃບ​ປະກາດ​ໃນ​ຊຸມ​ປີ ຂ້າງ​ໜ້າ​ຄວນ​ຕັ້ງ​ສະຕິ​ໃຫ້​ດີ ຕັ້ງ​ເປົ້າ​ໝາຍ​ໃນ​ການ​ສຶກ​ສາ​ຄົ້ນຄວ້າ​ໃຫ້​ມີ​ຄວາມ​ຮູ້​ແທ້ ຄູ​ເອງ​ກໍ​ຄວນ​ເອົາໃຈໃສ່​ແທ້​ໃນ​ອາຊີບ​ຂອງ​ຕົນ ປະສານ​ກົມກຽວ​ສົ່ງເສີມ​ກັນ​ແທ້ ຈຶ່ງ​ຈະ​ກ້າວໜ້າ​ໄດ້ !.

ສະເໜີ​ແລກປ່ຽນ.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!