ຄິດກ່ອນຊື້

ຄິດ​ກ່ອນ​ຊື້ ຫຼື ບາງ​ຄົນ​ຊື້​ກ່ອນ​ຄິດ ຊີ­ວິດ​ອາດ ຜິດ​ຫວັງ​ເພາະ​ບໍ່​ໄດ້​ສຶກ​ສາ​ຂໍ້​ມູນ​ໃນ​ສິ່ງ​ຂອງ​ທີ່​ຕົນ ຢາກ​ໄດ້​ແຕ່​ຖ້າ​ຄິດ​ກ່ອນ​ຊື້ ໂດຍ​ພິ­ຈາ­ລະ­ນາ​ລະ­ອຽດ-ສຶກ​ສາ​ຂໍ້​ມູນ​ວ່າ ສິ່ງ​ທີ່​ເຮົາ​ຈະ​ຈ່າຍ​ເງິນ​ຊື້​ນັ້ນ ມັນ​ມີ​ຄຸນ​ນະ​ພາບ​ດີ​ແທ້​ພຽງ​ໃດ ບໍ່​ແມ່ນ​ເຊື່ອ​ງ່າຍ ໃຈ­ເບົາ ຕາມ​ທີ່​ເຂົາ​ໂຄ­ສະ­ນາ ເຊັ່ນ: ຢາ​ບາງ​ຊະ­ນິດ ສາ­ມາດ​ປິ່ນ­ປົວ​ໄດ້​ຫຼາຍ​ພະ­ຍາດ ເຊິ່ງ​ຢ່າ​ລືມ​ວ່າ ຫຼາຍ​ສິນ­ຄ້າ​ທີ່​ເຂົາ​ໂຄ­ສະ­ນາ​ຂາຍ​ທາງ​ອອນ​ລາຍ ບໍ່​ຜ່ານ​ການ­ຈັດ­ຕັ້ງ​ອາ­ຫານ ແລະ ຢາ.

ເຕັກ­ນິກ​ການ​ຕະ­ຫຼາດ ວິ­ທີ​ໂຄ­ສະ­ນາ​ຊວນ​ເຊື່ອ​ຂອງ​ພວກ​ລວງ​ໂລກ​ນັ້ນ ເຂົາ​ຈະ​ສະ­ຫຼາດ​ໃຊ້​ສື່​ເປັນ​ເຄື່ອງ­ມື​ເປົ່າ​ຫູ ແລະ ສ້າງ​ສິນ­ຄ້າ​ໃຫ້​ມີ​ຮູບ​ລັກ​ສວຍ​ງາມ ໂຄ­ສະ­ນາ​ເກີນ​ຈິງ ເກີນ​ຄຸນ​ນະ​ພາບ ແລະ ສັບ­ພະ​ຄຸນ​ຂອງ​ສິນ­ຄ້າ ເຊິ່ງ​ບໍ່​ຕ່າງ​ຫຍັງ​ກັບ​ນັກ­ວິ­ຊາ­ການ​ບາງ​ຄົນ ທີ່​ຢາກ​ດັງ​ອາ­ໄສ​ໂຄ­ສະ­ນາ​ສ້າງ​ພາບ​ພົດ​ເກີນ​ຄຸນ​ນະ​ພາບ​ທີ່​ຕົນ​ມີ ຫຼື ຈະ​ທຽບ­ໃສ່​ສາ­ວົກ​ບາງ​ຄົນ​ໃນ​ພຸດ​ທະ​ສາ­ສະ­ໜາ ກໍ​ປຽບ​ໄດ້​ກັບ​ພວກ​ອວດ​ລິດ­ເດດ ຫຼື ເວົ້າ​ເກີນ​ຄວາມ​ເປັນ​ຈິງ ເພື່ອ​ໃຫ້​ຄົນ​ສັດ­ທາ ເຊື່ອ​ແລ້ວ​ຈົກ​ຖົງ​ບໍ­ລິ­ຈາກ​ທານ.

ຜູ້​ຂຽນ​ຍົກ​ຕົວ­ຢ່າງ: ຄີມ​ທາ​ໜ້າ​ຂາວ ຫຼື ອາ­ຫານ​ເສີມ ຫຼຸດ​ຄວາມ​ອ້ວນ ຫຼຸດ​ໄຂ­ມັນ ເຊິ່ງ​ຄວາມ​ຈິງ​ຕາມ​ແພດ​ຜູ້​ຊຽວ​ຊານ​ແນະ­ນຳ​ວ່າ ວິ­ທີ​ຫຼຸດ​ໄຂ­ມັນ​ທີ່​ດີ​ທີ່​ສຸດ ກໍ​ຄື ບໍ­ລິ­ໂພກ​ອາ­ຫານ​ໃຫ້​ຖືກ​ຫຼັກ​ໂພ­ຊະ​ນາ​ການ ແລະ ໃຫ້​ອອກ­ກຳ­ລັງ​ກາຍ­ເປັນ​ປະ­ຈຳ ການ​ອອກ­ກຳ­ລັງ​ກາຍ​ຈຶ່ງ​ເປັນ​ວິ­ທີ​ຮັບ­ປະ­ກັນ​ໃຫ້​ສຸ­ຂະ­ພາບ​ດີ ແລະ ແຂງ­ແຮງ ພາ­ໃຫ້​ອາ­ລົມ​ດີ ແລະ ສົ່ງ​ຜົນ​ຕໍ່​ການ​ເຮັດ​ວຽກ​ໄດ້​ດີ​ຂຶ້ນ​ກວ່າ​ຜູ້​ທີ່​ກິນ​ຫຼາຍ​ເກີນ​ຄວາມ​ຈຳ­ເປັນ​ຂອງ​ຮ່າງ­ກາຍ ຈະ​ພາ­ໃຫ້​ເກີດ​ສ່ວນ​ເກີນ​ຂອງ​ຮ່າງ­ກາຍ​ທີ່​ບໍ່​ຈຳ­ເປັນ ເວ­ລາ​ໄປ​ການ​ກໍ​ມີ​ແຕ່​ຫາວ​ນອນ ການ­ເຄື່ອນ­ໄຫວ​ກໍ​ຊ້າ ເຮັດ​ໃຫ້​ສັກ­ກະ​ຍະ​ພາບ​ຮ່າງ­ກາຍ​ຫຼຸດ​ລົງ ບັນ­ຫາ​ສ່ວນ​ໃຫຍ່ ກໍ​ມາ​ຈາກ​ອິດ​ທິ​ພົນ​ຂອງ​ບໍ­ລິ­ໂພກ​ນິ­ຍົມ​ທີ່​ຫຼາຍ​ຄົນ​ບໍ່​ຮູ້­ສຶກ​ໂຕ.

ການ​ຄິດ​ກ່ອນ​ຊື້ ຈຶ່ງ​ເປັນ​ວິ­ທີ​ສ້າງ​ສະ­ຕິ​ໃຫ້​ເຮົາ​ໄດ້ ລະ­ວັງ​ກ່ອນ​ຈົກ​ຖົງ​ຈ່າຍ​ເງິນ​ຊື້​ອາ­ຫານ ຫຼື ສິນ­ຄ້າ​ມາ​ບໍ­ລິ­ໂພກ ຫຼື ນຸ່ງ​ຖື ຢ່າ​ລືມ​ວ່າ ລັດ­ຖະ­ບານ​ໄດ້​ເນັ້ນ​ໃຫ້​ສັງ­ຄົມ ມີ​ສະ­ຕິ ປະ­ຢັດ ບໍ່​ຟຸມ​ເຟືອຍ ການ​ປະ­ຢັດ ຄື​ທາງ​ທີ່​ມີ​ກຽດ ຫຼີກ​ລ່ຽງ​ການ​ໂຊ​ອວດ​ເຄື່ອງ­ໃຊ້ ເຄື່ອງ­ນຸ່ງ​ຂອງ​ຄົນ​ບາງ​ກຸ່ມ ພາ­ກັນ​ສ້າງ​ຄ່າ​ນິ­ຍົມ ຕາມ​ບໍ­ລິ­ໂພກ​ນິ­ຍົມ​ບູ­ຮານ​ສອນ​ວ່າ: “…ເຫັນ​ຊ້າງ​ຂີ້ ຢ່າ​ຂີ້​ຕາມ​ຊ້າງ…”.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!