ດັ້ນກີບເມກ
ຕາມປະຫວັດສາດ ປີ 1353 ເປັນປີສະຫຼອງໄຊຊະນະຄັ້ງຍິ່ງໃຫຍ່ຂອງເຈົ້າຟ້າງຸ່ມ ຈັດຂຶ້ນທີ່ວັດປ່າສັກ (ເຂດໂຮງຮຽນປາກປ່າສັກ) ການສະຫຼອງໄຊຄັ້ງນີ້ ເພື່ອສ້າງຂວັນກຳລັງໃຈແກ່ປະຊາຊົນ ແລະ ເສນາອາມາດ ເພາະເຈົ້າຟ້າງຸ່ມ ໄດ້ປະກາດທ້ອນໂຮມເປັນອານາຈັກລາວລ້ານຊ້າງ ທັງແຕ່ງຕັ້ງເຈົ້າຂຸນຕ່າງໆໃຫ້ປົກຄອງບ້ານເມືອງ ໃຫ້ນຳໃຊ້ຫຼັກສິນທຳນຳທາງ ເພື່ອໃຫ້ເກີດຄວາມຍຸຕິທຳແກ່ປະຊາຊົນ ເມື່ອປະກາດແຕ່ງຕັ້ງຂຸນຕ່າງໆແລ້ວ ເຈົ້າຟ້າງຸ່ມຈຶ່ງໄດ້ໃຫ້ໂອວາດ 18 ຂໍ້ແກ່ເຈົ້າຂຸນທັງຫຼາຍ ເຊິ່ງກາຍເປັນແນວທາງການປົກຄອງປະຊາຊົນ ເພື່ອໃຫ້ເກີດຄວາມເປັນທຳ ແລະ ຍຸຕິທຳແກ່ທຸກຝ່າຍດັ່ງນີ້:

1. ຜູ້ຮັກສາບ້ານເມືອງຢ່າໃຫ້ມີຂ້າລັກຄົນໂຈນ (ໃຫ້ກຳຈັດພວກຂີ້ລັກປຸ້ນຈີ້…)
2. ຢ່າຜິດຢ່າຂ້ອງກັນ ພ້ອມກັນດູຂອບບ້ານຂອບເມືອງ (ໃຫ້ສາມັກຄີກັນ)
3. ຕ່າງບ້ານຕ່າງເມືອງເຂົາຈະບຽດບຽນກໍໃຫ້ຮູ້ເຫັນແຈ້ງ
4. ສອງເດືອນໃດໃຫ້ເມືອໄຫວ້ເສົາທີ່ຊຽງທອງ
5. ເຖິງເດືອນຈຽງເດືອນສາມໃຫ້ຂຶ້ນເມືອຊຽງທອງ ຊື່ສັດຕໍ່ເຈົ້າກະສັດ
6. ເຈົ້າທັງຫຼາຍຢ່າເອົາໄພ່ເປັນຂ້ອຍ
7. ເປັນເຈົ້າຂຸນຢ່າບຽດບຽນໄພ່ ຢ່າໂລບລ່າຍເອົາຂອງໄພ່ ໃຫ້ເອົາໃຈໃສ່ແກ່ຄົນທຸກອານາຖາ ຫາວຽກການໃຫ້ເຂົາເຮັດຕາມຄວາມເໝາະສົມ
8. ໃຫ້ພິຈາລະນາຕາມຄອງທຳ-ຢ່າຟ້າວເຊື່ອຜູ້ມາຟ້ອງກ່ອນ ໃຫ້ຟັງສອງເບື້ອງ ຜູ້ໃດຜິດ-ຊອບ ກໍໃຫ້ເຫັນແຈ້ງ ຢ່າເຫັນແກ່ສິນຈ້າງ…
ພວກເຮົາຈະເຫັນວ່າ ຄຳສອນການປົກຄອງເມືອງ ແມ່ນເນັ້ນໃຫ້ສະຫຼາດ ແກ້ບັນຫາໃຫ້ຖືກ ໃຫ້ເກີດຄວາມຍຸຕິທຳ ບໍ່ບັງບຽດໄພ່ຟ້າປະຊາຊົນ 9. ຖ້າວ່າເຈົ້າຂຸນໂລບໂລພາ ປັບໃໝໄພ່ຜູ້ບໍ່ມີຄວາມຜິດ ເຮັດໃຫ້ໄພ່ (ປະຊາຊົນ) ເດືອດຮ້ອນ ໃຫ້ປັບໃໝຂຸນສອງຮ້ອຍ… ຖ້າເຈົ້າຂຸນໄປລັກເອົາຊັບຂອງໄພ່ ໃຫ້ຖອດຍົດປົດຕຳແໜ່ງອອກ ມີໂທດໜັກຂັນຄ່າຄຳ 10. ນາຍວຽກບອກລູກວຽກເຂົາບໍ່ຟັງ ແລ້ວປ້ອຍດ່າເຂົາກໍມີໂທດໃຫ້ປັບໃໝນາຍວຽກ 11. ຖ້າໄພ່ເຮັດວຽກຫຼວງແລ້ວຢ່າໃຊ້ເຮັດວຽກເຮືອນຕົນ 12. ເຈົ້າຂຸນຜູ້ທຸບຕີໄພ່ (ປະຊາຊົນ) ຜູ້ເຮັດວຽກຫຼວງແລ້ວໃຫ້ປັບໃໝຂຸນຫົກບາດ 13. ເຈົ້າຂຸນຢ່າຍາດດິນດອນຕອນຫຍ້າ ໄຮ່ນາ ຮົ້ວສວນ ເບິ່ງແຍງຊັບສິນຂອງໄພ່ ສ້າງບ້ານແປງເມືອງໃຫ້ຮຸ່ງເຮືອງ 14. ບ້ານເມືອງຮົກດົກໜາໃຫ້ຖາກຖາງສ້າງແປງ 15. ຢ່າໃຫ້ໄພ່ຟ້າຂ້າໄທຍາດແຍ່ງຊັບກັນ 16. ຖ້າເຈົ້າຂຸນຂຸດເໝືອງຝາຍເຕັງໃສ່ໄຮ່ນາຂອງໄພ່ ໃຫ້ໃສ່ໂທດປັບໃໝສາມຮ້ອຍ ຖ້າເຈົ້າຂຸນດື້ດັນກໍໃຫ້ຖອດຍົດ 17. ຢ່າຂ້ຽນຕີຄົນໃຊ້ 18. ຢ່າຍາດເອົາສິ່ງຂອງກັນ ຈົ່ງຈື່ເອົາຄຳສອນແຫ່ງກູ…
ຖ້າອ່ານເຂົ້າໃຈແລ້ວຕີຄວາມໃຫ້ຖືກ ຈະເຂົ້າໃຈວ່າຜູ້ປົກຄອງກະທຳຕໍ່ຜູ້ຖືກປົກຄອງແມ່ນບໍ່ບຽດບຽນໂລບລ່າຍ ຕັດສິນໃຫ້ຍຸຕິທຳ ຜູ້ໃດເຮັດຜິດທັງຂຸນ ແລະ ນາຍ ກໍໃຫ້ໃສ່ໂທດ ຖອດຍົດ ເປັນໂອວາດທີ່ກາຍເປັນຫຼັກປົກຄອງຄວນຮິ່ນຕອງໃຫ້ແຈ້ງ !.