ເປັນຫຍັງຜູ້ຂຽນຈຶ່ງຢາກຢິບຍົກເອົາຄຳສອນຂອງທ້າວ ສິນໄຊ ຕອນສອນພະຍານາກໃຫ້ປົກຄອງເມືອງບາດານຕັ້ງຢູ່ໃນສິນທຳ ເພາະທັດສະນະແງ່ຄິດການປົກຄອງດັ່ງກ່າວ ມັນສະທ້ອນໃຫ້ພະຍານາກ ຕ້ອງເປັນຜູ້ຮັກຫອມຄວາມຍຸຕິທຳ ແລະ ຮູ້ຈັກສ້າງຄົນຜູ້ສືບທອດ ພ້ອມທັງໃຫ້ພະຍານາກຮູ້ຈັກຮັກຫອມປະຊາຊົນຂອງຕົນ ບໍ່ບຽດບຽນປະຊາຊົນ ໂດຍຈຸດໝາຍໃຫຍ່ກໍແມ່ນສ້າງຄວາມຍຸຕິທຳໃຫ້ເກີດຂຶ້ນໃນສັງຄົມ.
ຕອນສິນໄຊລົງໄປນຳເອົານາງສີດາຈັນ ລູກສາວນາງ ສຸມຸນທາ ທີ່ແຕ່ງງານກັບພະຍານາກຢູ່ເມືອງບາດານ ເຊິ່ງພະຍານາກທ້າຫຼິ້ນໝາກສະກາກັບສິນໄຊ ຜົນປາກົດວ່າ ພະຍານາກ ເສຍ ສິນໄຊ ສາມຄັ້ງ…ໃນທີ່ສຸດ ສິນໄຊ ຈຶ່ງໄດ້ສອນວິທີປົກຄອງປະຊາຊົນໃຫ້ແກ່ພະຍານາກວ່າ: ເຖິງເມື່ອເດືອນຫົກນັ້ນໃຫ້ຜູ້ປົກຄອງ (ພະຍານາກ) ໄດ້ທ່ຽວເບິ່ງປະຊາຊົນ ຊ່ວຍເຫຼືອລ້ຽງດູຄົນຍາກຈົນອານາຖາ ທັງເປັນໝ້າຍ ແລະ ຮ້າງ ເພາະວ່າປະຊາຊົນທັງໝົດ ປຽບເໝືອນຮາກຂອງຕົ້ນໄມ້ທີ່ພາໃຫ້ເຂັ້ມແຂງ ສຳລັບຝູງເສນາທັງຫຼາຍ ກໍໃຫ້ເລືອກເອົາຄົນດີມາເຮັດວຽກ ເຊິ່ງປຽບກັບລຳຂອງຕົ້ນໄມ້ ຝູງອາໝາດນ້ອຍໃຫ້ເຝິກແອບຕາງຕົນໃນໜ້າທີ່ວຽກງານ ເຊິ່ງປຽບດັ່ງກິ່ງ ຫຼື ງ່າໄມ້ ສ່ວນວ່າກະສັດແທ້ປຸນ ປຽບດັ່ງຍອດໄມ້ຍາມເມື່ອຮອດເວລາເກີດດອກອອກຜົນກໍສາມາດຈຸນເຈືອໃຫ້ທຸກສ່ວນ.
ການສອນແບບສິນໄຊນີ້ ສະທ້ອນໃຫ້ຮູ້ວ່າ ຖ້າວ່າປະເທດປຽບຄືຕົ້ນໄມ້ທີ່ຕ້ອງມີກິ່ງງ່າສາຂາ ແລະ ຮາກ ຖ້າວ່າຮາກຂອງຕົ້ນໄມ້ບໍ່ໝັ້ນຄົງ ຫຼືວ່າຮາກໄມ້ເນົ່າ ກໍສາມາດເຮັດໃຫ້ຕົ້ນໄມ້ນັ້ນຕາຍໄດ້ ຮາກໄມ້ປຽບຄືປະຊາຊົນ ເຫດຜົນນີ້ ສິນໄຊ ຍົກມາປຽບທຽບໃຫ້ເຫັນຈະແຈ້ງເສນາອາໝາດຜູ້ດີ ແລະ ໜຸ່ມນ້ອຍ ກໍໃຫ້ເອົາມາຮັບໃຊ້ ແລະ ເຝິກແອບເພື່ອອະນາຄົດຂ້າງໜ້າ ສ່ວນວ່າຜູ້ໃດຜິດກໍຢ່າເຫັນດີຕາມເຂົາ.
ສິນໄຊ ສອນພະຍານາກ ຍັງມີຈຸດສຳຄັນອີກວ່າ: ໃຫ້ພະຍານາກເວັ້ນຫຼີກຄົນ 4 ປະເພດຄື: ຄົນທີ່ມີໂມຫະຄອບງຳ ຫຼົງມົວເມົາ ບໍ່ຮູ້ຮ້າຍ ແລະ ດີ ສອງຄົນທີ່ມັກນອນມັກຫຼັບບໍ່ຮູ້ແກ້ວຽກ ຄົນທີສາມແມ່ນພວກໂລບລວງເອົາຊັບ (ສໍ້ລາດບັງຫຼວງ) ຄົນທີສີ່ແມ່ນພວກນັກເລງ ມັກຫຼິ້ນກິນທ່ຽວ ບໍ່ມີທີ່ຢູ່ແນ່ນອນ (ປຶ້ມສິນໄຊ ໜ້າ 301-303 ພິມປີ 1969 ກະຊວງທຳມະການ).
ສະເໜີເປັນການແລກປ່ຽນ
ໂດຍ: ດັ້ນກີບເມກ