ສວນອາຫານເນລະມິດສອງ ຫ້ວຍນ້ຳໃສ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ເນັ້ນບັນຍາກາດທຳມະຊາດ

ສວນ​ອາ­ຫານ​ເນ­ລະ­ມິດ​ສອງ ຫ້ວຍ​ນ້ຳ​ໃສ ເປັນ​ສວນ​ອາ­ຫານ ອີກ​ແຫ່ງ​ໜຶ່ງ​ທີ່​ນອນ​ຢູ່​ໃນ​ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເປີດ​ບໍ­ລິ­ການ​ມາ​ໄດ້​ໜຶ່ງ​ເດືອນ ສວນ​ແຫ່ງ​ນີ້​ສ້າງ​ຂຶ້ນ ເພື່ອ​ເຮັດ​ໃຫ້​ຫຼາຍ​ຄົນ​ໄດ້​ເຂົ້າ​ມາ​ສຳ­ຜັດ​ທຳ​ມະ​ຊາດ ແລະ ພັກ­ຜ່ອນ​ຢ່ອນ​ອາ­ລົມ ເຊິ່ງ​ນັບ​ແຕ່​ມື້​ເປີດ​ຈົນ​ເຖີງ​ປັດ­ຈຸ­ບັນ​ນີ້ ເຫັນ​ວ່າ​ລູກ​ຄ້າ​ໃຫ້­ການ​ຕອບ​ຮັບ​ດີ. ທ່ານ ແສນ​ອຸ­ດົມ ສູດ​ທິ​ພົງ ເຈົ້າ​ຂອງ​ສວນ​ອາ­ຫານ​ເນ­ລະ­ມິດ…

ສະພາບທຸລະກິດທ່ອງທ່ຽວ ແລະ ການບິນຂອງເອີຣົບ ອາດມີການປ່ຽນແປງ ຫຼັງໂຄວິດ-19

ເມື່ອ​ວັນ​ທີ 11 ພຶດ­ສະ­ພາ​ທີ່​ຜ່ານ​ມາ ລັດ­ຖະ­ບານ​ອັງ­ກິດ ໄດ້​ຢືນ­ຢັນ​ເລື່ອງ​ແຜນ­ທີ່​ຈະ​ກຳ­ນົດ​ໃຫ້​ຜູ້​ເດີນ­ທາງ​ເຂົ້າ​ປະ­ເທດ​ທຸກ​ຄົນ ຊຶ່ງ​ລວມ​ເຖິງ​ນັກ​ທ່ອງ​ທ່ຽວ​ທີ່​ເດີນ­ທາງ​ກັບ​ປະ­ເທດ ຫຼື ຜູ້​ເດີນ­ທາງ​ເຂົ້າ​ໄປ​ເຮັດ​ທຸ­ລະ​ກິດ​ໃນ​ອັງ­ກິດ ຕ້ອງ​ກັກ​ຕົວ​ເອງ​ເປັນ​ເວ­ລາ 14 ວັນ. ໂດຍ​ຕັ້ງ­ແຕ່​ເດືອນ​ໜ້າ​ເປັນ­ຕົ້ນ​ໄປ ທຸກ​ຄົນ​ຊຶ່ງ​ເດີນ­ທາງ​ໄປ​ຍັງ​ອັງ­ກິດ​ຈະ​ຕ້ອງ​ແຈ້ງ​ທີ່­ຢູ່​ສຳ­ລັບ​ການ​ກັກ​ຕົວ​ເອງ​ຕໍ່​ເຈົ້າ​ໜ້າ­ທີ່ ແລະ ອາດ​ຖືກ​ປັບ​ໃໝ​ສູງ​ເຖິງ 11…

ໜີຄວາມຮ້ອນໄປຜ່ອນຄາຍກັບທຳມະຊາດຫາດຄູນ

ອາ­ກາດ​ຮ້ອນ​ອົບ­ເອົ້າ​ແບບ​ນີ້ ໄປ​ພັກ­ຜ່ອນ​ຢູ່​ໃສ​ຈຶ່ງ​ຊິ​ໄດ້ ອາບ­ນ້ຳ-ຫຼິ້ນ​ນ້ຳ​ແບບ​ເຢັນໆ​ຜ່ອນ­ຄາຍ​ຄວາມ​ຮ້ອນ​ແບບ​ນີ້​ໄດ້ ມື້­ນີ້​ຈະ​ມາ​ແນະ­ນຳ​ຜູ້​ທີ່­ຢູ່​ໃກ້ ແລະ ຢູ່​ໄກ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຫາດ​ຄູນ ສຳ­ລັບ​ຜູ້​ທີ່­ຢູ່​ໄກ ຖ້າ​ຕ້ອງ­ການ​ໄປ​ສຳ­ຜັດ​ກັບ​ບັນ­ຍາ­ກາດ​ຕົວ​ຈິງ ກໍ​ຕ້ອງ​ໃຫ້​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ເພາະ­ວ່າ​ໄລ­ຍະ​ນີ້ ຍັງ​ຢູ່​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ 06/ນຍ ເມື່ອ​ໃດ​ການ​ລະ­ບາດ​ຂອງ COVID-19 ໝົດ​ໄປ​ຈາກ​ປະ­ເທດ​ຂອງ​ພວກ​ເຮົາ​ແລ້ວ ຈຶ່ງ​ຄ່ອຍ​ໄປ​ພັກ­ຜ່ອນ​ຢ່ອນ​ໃຈ​ແກ້​ເມື່ອຍ​ຄາຍ​ຮ້ອນ​ໃນ​ສະ­ຖານ­ທີ່​ແຫ່ງ​ນີ້.…

ອຸທິຍານພູຟ້າ ມໍລະດົກອັນລ້ຳຄ່າຂອງຊາວຜົ້ງສາລີ

ນອກ­ຈາກ​ເປັນ​ອຸ­ທິ­ຍານ​ທີ່​ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ຊີ­ວະ​ນາໆພັນ ແລະ ລະ­ບົບ​ນິ­ເວດ​ວິ­ທະ­ຍາ​ແລ້ວ ພູ​ຟ້າ​ຍັງ​ເປັນ​ມໍ­ລະ­ດົກ​ອັນ​ລ້ຳ​ຄ່າ​ທາງ​ທຳ​ມະ​ຊາດ ແລະ ເປັນ​ມິ່ງ­ຂວັນ​ຂອງ​ຊາວ​ເມືອງ​ຜົ້ງ​ສາ­ລີ ທີ່​ມີ​ທັງ​ຄວາມ​ເຊື່ອ ຄຸນ­ຄ່າ​ທາງ​ດ້ານ​ຈິດ­ໃຈ ແລະ ຄວາມ​ກ່ຽວ​ພັນ​ກັນ​ຢ່າງ​ກົມ​ກືນ​ຂອງ​ການ​ດຳ­ລົງ​ຊີ­ວິດ ລະ­ຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ​ນຳ​ອີກ. ພູ​ຟ້າ​ເປັນ​ໜ່ວຍ​ພູ​ອັນ​ໜຶ່ງ ທີ່​ຕັ້ງ​ຢູ່​ຄູ່​ກັບ​ດິນ­ແດນ​ຂອງ​ແຂວງ​ຜົ້ງ​ສາ­ລີ ມາ​ແຕ່​ດົນ​ນານ ເຊິ່ງ​ຖືກ​ກ່າວ​ຂານ​ກັນ​ວ່າ​ເປັນ​ພູ​ທີ່​ສັກ­ສິດ ແລະ…

ແຂວງວຽງຈັນ ແຈ້ງການໃຫ້ທຸລະກິດບໍລິການທີ່ເປີດຄືນໃໝ່ ເຂັ້ມງວດມາດຕະການຕ້ານ COVID-19

ວຽງ​ຈັນ ເປັນ​ອີກ​ແຂວງ​ໜຶ່ງ ທີ່​ເປັນ​ຈຸດໝາຍ​ປາຍທາງ​ໃຫ້​ກັບ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ເຊິ່ງ​ເຫັນ​ໄດ້​ວ່າ​ໃນ​ໄລຍະ​ຜ່ານ​ມາ ຂະແໜງ​ການທ່ອງທ່ຽວ​ພາຍ​ໃນ​ແຂວງ​ດັ່ງກ່າວ ນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍຕົວ ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ເສດຖະກິດ-ສັງຄົມ​ຂອງ​ແຂວງ​ໄດ້​ດີ​ສົມຄວນ ແຕ່​ມາ​ຮອດ​ທ້າຍ​ປີ 2019 ຈົນ​ມາ​ເຖິງ​ປັດຈຸບັນ ຍ້ອນ​ການ​ລະບາດ​ຂອງ COVID-19 ເຮັດ​ໃຫ້​ຈຳນວນ​ນັກ​ທ່ອງ​ທ່ຽວ​ຫຼຸດ​ລົງ ທຸລະ​ກິດ​ບໍລິການ​ໂຮງແຮມ…

error: Content is protected !!