ໜອງຫຼວງ ຫຼື ໜອງປາຜາ ບ້ານດອນແດງ ແມ່ນມີມາແຕ່ດົນນານ ເປັນໜອງທຳມະຊາດ ເປັນແຫຼ່ງອາຫານສັດນາໆຊະນິດໄດ້ມາອາໄສຢູ່ ເຊິ່ງປັດຈຸບັນໄດ້ຮັບການພັດທະນາເປັນສະຖານທີ່ທ່ອງທ່ຽວຂອງເມືອງຈຳພອນ ກໍຄືຂອງແຂວງສະຫວັນນະເຂດ ອັນໄດ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງຂອງແຂກທັງພາຍໃນ ແລະ ຕ່າງປະເທດ.
ໜອງປາຝາແຫ່ງນີ້ ແຕ່ກ່ອນເປັນເຂດປ່າ ມີມະເຫສັກຮັກສາມາແຕ່ດົນນານ ມີນົກນາໆຊະນິດຢ່າງຫຼວງຫຼາຍ ເດັ່ນກວ່າໝູແມ່ນມີປາຝາຫຼາຍໂຕອາໄສຢູ່ ຕາມປູ່ຍ່າເພິ່ນເລົ່າສູ່ຟັງວ່າ ປາຝາມີ 3 ຊະນິດ ຄື: ປາຝາດ່ອນ ປາຝາເຫຼືອງ ແລະ ປາຝາທຳມະດາ ແຕ່ປັດຈຸບັນຍັງເຫຼືອແຕ່ປາຝາເຫຼືອງ ແລະ ປາຝາທຳມະດາທີ່ເຫັນຢູ່ທຸກມື້ນີ້ ເຊິ່ງເຈົ້າມະເຫສັກເພິ່ນເອີ້ນຊື່ປາຝາວ່າ: ຄວາຍຕູ້ ຖ້າຜູ້ໃດທີ່ມາທ່ຽວເບິ່ງຢາກເຫັນປາຝາຂຶ້ນມາຕ້ອງໃຫ້ເຂົ້າ ຫຼື ເຂົ້າໜົມ ແລ້ວເອີ້ນເອງ ຫຼື ໃຫ້ເດັກນ້ອຍໃນບໍລິເວນນັ້ນມາເອີ້ນໃຫ້ເປັນຄຳເວົ້າທີ່ວ່າ: ຄວາຍຕູ້ເອີຍ ຂຶ້ນມາກິນເຂົ້າເດີ ອະ ອະ ອະ… ຈາກນັ້ນ ປາຝາກໍຈະມາຕາມສຽງເອີ້ນ ທັງໂຕນ້ອຍ ແລະ ໂຕໃຫຍ່ ເປັນຈຳນວນຫຼວງຫຼາຍ.
ເມື່ອກ່ອນປີ ຄສ 1866 ມີຍ່າປູ່ກຳມະຖານ ອິນທິສານ ໄດ້ເດີນປ່າທຸດົງມາເຂົ້າວິປັດສະນາກຳມະຖານຢູ່ໜອງຫຼວງແຫ່ງນີ້ ເພິ່ນໄດ້ນຳພາຊາວບ້ານໃກ້ຄຽງມາ ຕັ້ງວັດປ່າຢູ່ບ່ອນຕັ້ງສາລາຢູ່ໃນປັດຈຸບັນ ແລະ ໄດ້ສ້າງສິມຂຶ້ນຢູ່ກາງໜອງ ໂດຍເຮັດຂົວໄຕ່ດ້ວຍໄມ້ແກ່ນທຳມະຊາດ ເຊື່ອມຈາກແຄມໜອງເຂົ້າໄປຫາສິມ ຕໍ່ມາດຽວນີ້ໄດ້ເຮັດຂົວຕັ້ງເສົາດິນ ເພື່ອໃຫ້ຂົວມີຄວາມແໜ້ນໜາ ຮັບປະກັນຄວາມປອດໄພຂອງຜູ້ໄປທ່ຽວຊົມ ຈາກນັ້ນ ຊາວບ້ານດອນແດງ ໄດ້ມາຕັ້ງເຮືອນຢູ່ບໍລິເວນໜອງແຫ່ງນີ້ ກໍໄດ້ເອີ້ນຊື່ວ່າ ບ້ານດອນແດງ.
ຕໍ່ມາປີ 1945 ຢ່າທ່ານ ປ່ອນ ໄດ້ນຳພາຊາວບ້ານດອນແດງ ປ້ານຄູກັນນ້ຳໄວ້ໃຫ້ຫຼາຍ ເພື່ອໃຫ້ສັດລ້ຽງຂອງຊາວບ້ານໄດ້ກິນ ແລະ ຮັບໃຊ້ຫົດຜົນລະປູກນາໆຊະນິດ ຕິດພັນກັບວິຖີຊີວິດຂອງພໍ່ແມ່ປະຊາຊົນບ້ານດອນແດງ ເມື່ອຍາມເຮັດບຸນປະເພນີຕ່າງໆ ກໍໄດ້ມີຂັນຫ້າ ເຫຼົ້າແກ້ວ ໝາກຈີບ ກອກຢາ ຄອບບອກເສຍກ່ອນ ຖ້າຕ້ອງການຈັບປາມາເປັນອາຫານເພື່ອຮັບໃຊ້ງານບຸນ ຫຼື ງານສຳຄັນຕ່າງໆຂອງບ້ານ ກໍໄດ້ຄອບກ່ອນຂໍອະນຸຍາດກ່ອນ ຈຶ່ງຈັບປາຂຶ້ນມາໄດ້ ສ່ວນປາຝານັ້ນແມ່ນແຕະຕ້ອງບໍ່ໄດ້ ຖ້າໃຜແຕະຕ້ອງ ຈະມີອັນເປັນໄປ (ຕາມຄວາມເຊື່ອຖືຂອງພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ) ເມື່ອເວລາຝົນຕົກຫຼາຍ ປາຝາໄດ້ຫຼົງຖິ່ນປີນໂຕໄປທາງອື່ນ ໄກກໍມີຜູ້ຄົນນຳມາປ່ອຍໃສ່ຄືນ ບາງໂຕກໍກັບມາເອງ ມາຮອດປີ ຄສ 1998 ກໍໄດ້ຮັບການຊີ້ນຳຈາກຂັ້ນເທິງ ເຊັ່ນ: ເມືອງ ແລະ ແຂວງ ໃຫ້ໄດ້ເອົາໃຈໃສ່ໃນການປົກປັກຮັກສາໜອງປາຝາ ມີຄວາມສະອາດ ແລະ ສວຍງາມ ສະແດງອອກເມືອງໄດ້ໃຫ້ທຶນຈຳນວນໜຶ່ງ ເຮັດກຳແພງ ແລະ ຕາໜ່າງດ້ານເໜືອຂອງໜອງ ປີ 1999 (ປີທ່ອງທ່ຽວລາວ) ໄດ້ປະກາດເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງຂອງແຂວງສະຫວັນນະເຂດ ແລະ ໄດ້ຮັບທຶນປັບປຸງເສີມຄັນຄູຕິດຕາໜ່າງອ້ອມຮອບ ໂດຍແມ່ນທຶນຂອງແຂວງ ສົມທົບກັບປະຊາຊົນບ້ານດອນແດງ.
ມາຮອດປີ 2006 ໂຄງການສິ່ງແວດລ້ອມ ໄດ້ສືບຕໍ່ປັບປຸງໃຫ້ສຳເລັດ ພ້ອມທັງປັບປຸງບ່ອນວາງໄຂ່ຂອງປາຝາໃຫ້ເໝາະສົມກົມກືນກັບທຳມະຊາດ ແຕ່ປັດຈຸບັນ ຊາວບ້ານດອນແດງຍັງໄດ້ສືບຕໍ່ພັດທະນາ ໃຫ້ສົມກັບວ່າເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ອຸດົມສົມບູນ ໜອງດັ່ງກ່າວ ໄດ້ມີການບູລະນະນັບມື້ດີຂຶ້ນເປັນກ້າວໆ ເຊິ່ງບໍລິເວນອ້ອມຮອບໜອງ ໄດ້ມີປະຊາຊົນພາຍໃນບ້ານເຮືອນຢູ່ ແລະ ບໍລິເວນແຄມໜອງໄດ້ມີຕູບ ໄວ້ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ມາທ່ຽວຊົມໄດ້ນັ່ງພັກຜ່ອນ ສຳຜັດກັບອາກາດທີ່ບໍລິສຸດປອດໂປ່ງ ພ້ອມໃຫ້ອາຫານປາຝາ ແລະ ສຳຜັດກັບວິຖີການດຳລົງຊີວິດຂອງປະຊາຊົນ ຕື່ມອີກ.
ສຳລັບໜອງປາຝາ ແມ່ນຕັ້ງຢູ່ບ້ານດອນແດງ ເມືອງຈຳພອນ ແຂວງສະຫວັນນະເຂດ ມີເສັ້ນທາງໄປມາສະດວກສະບາຍ ເຊິ່ງຫ່າງຈາກເທສະບານແຂວງປະມານ 65 ກິໂລແມັດ ໄປຕາມເສັ້ນທາງເລກທີ 13 ໃຕ້ ລ້ຽວຂວາເຂົ້າຫຼັກກິໂລແມັດທີ 35 ໄປ ປະມານ 30 ກິໂລແມັດ ກໍຈະເຖິງຈຸດໝາຍ.