ວຽງຈັນ ເປັນອີກແຂວງໜຶ່ງ ທີ່ເປັນຈຸດໝາຍປາຍທາງໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເຫັນໄດ້ວ່າໃນໄລຍະຜ່ານມາ ຂະແໜງການທ່ອງທ່ຽວພາຍໃນແຂວງດັ່ງກ່າວ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ສາມາດສ້າງລາຍຮັບໃຫ້ກັບເສດຖະກິດ-ສັງຄົມຂອງແຂວງໄດ້ດີສົມຄວນ ແຕ່ມາຮອດທ້າຍປີ 2019 ຈົນມາເຖິງປັດຈຸບັນ ຍ້ອນການລະບາດຂອງ COVID-19 ເຮັດໃຫ້ຈຳນວນນັກທ່ອງທ່ຽວຫຼຸດລົງ ທຸລະກິດບໍລິການໂຮງແຮມ ເຮືອນພັກ ຮ້ານອາຫານ ແລະ ອື່ນໆ ໄດ້ປິດຊົ່ວຄາວ ຈາກສະພາບການດັ່ງກ່າວ ສົ່ງຜົນໃຫ້ຂະແໜງການທ່ອງທ່ຽວ ໄດ້ຮັບຜົນກະທົບຢ່າງໜັກ.

ພາຍຫຼັງທີ່ສິ້ນສຸດໄລຍະຂອງການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ໃນວັນທີ 3 ພຶດສະພາ ກໍເປັນໄລຍະແຫ່ງການຈັດຕັ້ງປະຕິບັດແຈ້ງການສະບັບເລກທີ 524/ຫສນຍ ວ່າດ້ວຍການປະຕິບັດບັນດາມາດຕະການ ໃນການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ COVID-19 ແຕ່ໄລຍະວັນທີ 4-17 ພຶດສະພາ ຕາມທິດຊີ້ນຳໃນແຈ້ງການສະບັບດັ່ງກ່າວ ເຮັດໃຫ້ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກຄຳສັ່ງແນະນຳ ແລະ ແຈ້ງການສະບັບເລກທີ 142-143/ຖວທ (ຕາມລຳດັບ) ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕາມແຈ້ງການສະບັບດັ່ງກ່າວຂອງ ຫສນຍ ໃຫ້ໄດ້ຮັບປະສິດທິຜົນ ຫຼ້າສຸດພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ ສະບັບເລກທີ 403/ຖວທ ລົງວັນທີ 4 ພຶດສະພາ 2020 ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ ຄວມຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະແຕ່ວັນທີ 4-17 ພຶດສະພາ 2020.

ອີງຕາມແຈ້ງການສະບັບດັ່ງກ່າວ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ໄດ້ຕົກລົງ ແລະ ຊີ້ນຳການຈັດຕັ້ງປະຕິບັດ ວຽກງານໃນຂົງເຂດຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃນຕໍ່ໜ້າດັ່ງນີ້:
ສຳລັບຜູ້ປະກອບການໂຮງແຮມ ຣີສອດ ເຮືອນພັກ ຮ້ານອາຫານ ຮ້ານກາເຟ ຮ້ານຕັດຜົມ ຮ້ານເສີມສວຍ:
1. ສຳລັບຜູ້ໃຫ້ບໍລິການ ຕ້ອງປະຕິບັດ ຄື: 1) ຕ້ອງແທກອຸນຫະພູມພະນັກງານກ່ອນເຂົ້າເຮັດວຽກ ຖ້າພົບວ່າມີອຸນຫະພູມສູງກວ່າ 37,5 ອົງສາ ໃຫ້ໂທຫາສາຍດ່ວນ 165 ຫຼື 186 ເພື່ອຂໍຄຳປຶກສາ 2) ຕ້ອງໃຫ້ຂໍ້ມູນ ຄວາມຮູ້ ແລະ ຄຳແນະນຳກ່ຽວກັບການປ້ອງກັນການລະບາດພະຍາດ COVID-19 ເປັນຕົ້ນ ການລ້າງມືໃຫ້ຖືກວິທີ ອາການ ແລະ ວິທີປ້ອງກັນຕົນເອງ ແກ່ຜູ້ມາໃຊ້ບໍລິການ ແລະ ພະນັກງານທຸກຄົນຕ້ອງໃສ່ຜ້າອັດປາກ-ດັງ 3) ຈັດອ່າງລ້າງມືພ້ອມສະບູ່ ຫຼື ເຈວລ້າງມີທີ່ມີສ່ວນປະສົມຂອງເຫຼົ້າ 70% ຂຶ້ນໄປ ສຳລັບຂ້າເຊື້ອໄວ້ປະຕູ ທາງເຂົ້າຮ້ານ ຫ້ອງນ້ຳ ບໍລິເວນໂຕະຈ່າຍເງິນ ເພື່ອໃຫ້ບໍລິການແກ່ຜູ້ມາໃຊ້ບໍລິການ ລວມທັງພະນັກງານໃນຮ້ານ 4) ຕ້ອງຈັດຫາຖົງມື ນ້ຳຢາຂ້າເຊື້ອ ຫຼື ເຫຼົ້າ 70% ຂຶ້ນໄປ ຫຼື ນ້ຳແຟັບ ແລະ ອື່ນໆ ສຳລັບອະນາໄມອຸປະກອນ ແລະ ເຄື່ອງໃຊ້ທີ່ມີຜູ້ສຳຜັດຈຳນວນຫຼາຍ ເປັນຕົ້ນ ປຶ້ມລາຍການອາຫານ (ເມນູ) ໂຕະອາຫານ ບ່ອນຈັບປະຕູເຂົ້າອອກ ບ່ອນໄຂປະຕູຫ້ອງນ້ຳ ອຸປະກອນຕັດຜົມ ແລະ ເສີມສວຍ 5) ສຳລັບອຸປະກອນເຄື່ອງໃຊ້ໃນຫ້ອງນອນ ໃນຫ້ອງນ້ຳ ອຸປະກອນຕັດຜົມ ອຸປະກອນເສີມສວຍ ຕ້ອງໃຫ້ມີການອະນາໄມດ້ວຍນ້ຳຢາຂ້າເຊື້ອກ່ອນ ແລະ ຫຼັງໃຊ້ທຸກຄັ້ງ 6) ຕ້ອງຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ 7) ຕ້ອງຮັກສາມາລະຍາດໃນການໄອ-ຈາມ.
2. ສຳລັບຜູ້ມາໃຊ້ບໍລິການ (ລູກຄ້າ) ຕ້ອງປະຕິບັດດັ່ງນີ້: 1) ທຸກຄົນທີ່ເຂົ້າມາໃນຮ້ານຕ້ອງໄດ້ຮັບການແທກອຸນຫະພູມ ຖ້າພົບວ່າມີອຸນຫະພູມສູງກວ່າ 37,5 ອົງສາ ແມ່ນບໍ່ອະນຸຍາດໃຫ້ເຂົ້າໃນຮ້ານ ແລະ ໃຫ້ໂທຫາສາຍດ່ວນ 165 ຫຼື 186 ເພື່ອຂໍຄຳປຶກສາ 2) ຕ້ອງລ້າງມືດ້ວຍສະບູ່ ຫຼື ເຈວລ້າງມື ຫຼື ເຫຼົ້າສຳລັບຂ້າເຊື້ອທີ່ຮ້ານກະກຽມໄວ້ກ່ອນເຂົ້າ ແລະ ອອກຈາກຮ້ານ ແລະ ໃສ່ຜ້າອັດປາກ-ດັງ 3) ຕ້ອງຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ 4) ຕ້ອງຮັກສາມາລະຍາດໃນການໄອ-ຈາມ ແລະ ຖິ້ມຂີ້ເຫຍື້ອຕາມບ່ອນທີ່ຮ້ານກຳນົດໄວ້.
3. ສະຖານທີ່ ຕ້ອງປະຕິບັດດັ່ງນີ້: 1) ຕ້ອງໃຫ້ມີອາກາດຖ່າຍເທດີ ແລະ ບໍ່ແອອັດ 2) ການຈັດສະຖານທີ່ຕ້ອງຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ຂຶ້ນໄປ 3) ຕ້ອງອະນາໄມທຸກມື້ (ເຊົ້າ ແລະ ແລງ) ເປັນຕົ້ນ: ພື້ນຝາ ເພດານ ໂຕະ ຕັ່ງ ຫ້ອງນ້ຳ ດ້ວຍນ້ຳຢາຂ້າເຊື້ອໂຊດຽມຮາຍໂປກຣິດ (Sodium Hypochlorite) 0,1% ນ້ຳແຟບ ໄຮເຕີ ຫຼື ເຫຼົ້າ 70% ຂຶ້ນໄປແລະ ອື່ນໆ 4) ກຳນົດໃຫ້ມີທາງອອກ ແລະ ທາງເຂົ້າ ຢ່າງຈະແຈ້ງ 5) ບໍລິເວນໂຕະຈ່າຍເງິນ ຕ້ອງມີເຈວລ້າງມື ຫຼື ເຫຼົ້າສຳລັບອະນາໄມຂ້າເຊື້ອ.
4. ອະນຸຍາດໃຫ້ມີການຝຶກອົບຮົມ ແລະ ການປະຊຸມເປັນທາງການພາຍໃນເມືອງ ແຂວງ ແຕ່ໃຫ້ຈ່າຍຜູ້ເຂົ້າຮ່ວມໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ມີບ່ອນລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມື ໃສ່ຜ້າອັດປາກ ດັງ ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ.
5. ໃຫ້ຂະແຫນງສື່ມວນຊົນ ສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດ COVID-19 ແລະ ມາດຕະການປ້ອງກັນ ໂດຍໃຫ້ປະຕິບັດຕາມບົດແນະນຳຂອງໜ່ວຍງານໂຄສະນາຄະນະສະເພາະກິດ ສະບັບເລກທີ 001 ລົງວັນທີ 11 ເມສາ 2020 ໃຫ້ສື່ມວນຊົນໂຄສະນາໃນຮູບແບບຕ່າງໆທີ່ເຂົ້າເຖິງເປົ້າຫມາຍໄວ ແລະ ເຂົ້າໃຈງ່າຍ ເພື່ອຕ້ານພະຍາດ COVID-19.
6. ອະນຸຍາດໃຫ້ ໂຮງແຮມ ຣີສອດ ເຮືອນພັກ ຮ້ານອາຫານ ຮ້ານກາເຟ ຮ້ານຕັດຜົມ ຮ້ານເສີມສວຍ ເປີດບໍລິການ ແຕ່ຕ້ອງປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ COVID-19 ວາງອອກຢ່າງເຂັ້ມງວດ.
7. ສືບຕໍ່ປີດບັນດາກິດຈະການ ຮ້ານບັນເທິງ ຮ້ານຄາຣາໂອເກະ ຮ້ານເຫຼົ້າ-ເບຍ ຫາດ ໂຮງຮູບເງົາ ຮ້ານບໍລິການນວດ ສະປາທຸກປະເພດ ກາຊິໂນ ຮ້ານເກມ ແລະ ງານບຸນປະເພນີຕ່າງໆ ງານດອງ ທີ່ມີການເຕົ້າໂຮມຄົນຈຳນວນຫຼາຍ ຍົກເວັ້ນງານຊາປະນະກິດສົບ ແຕ່ຕ້ອງປະຕິບັດຕາມບົດແນະນຳຂອງຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ COVID-19 ວາງອອກຢ່າງເຂັ້ມງວດ.