ສອງບໍລິສັດ ຈະສືບຕໍ່ພັດທະນາສວນສາທາລະນະແຄມຂອງ ໃຫ້ມີຫຼາຍກິດຈະກຳດຶງດູດນັກທ່ອງທ່ຽວ

ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ທ່ານ​ນາງ ຖາ­ວອນ ເມືອງ​ປາກ ຕາງ­ໜ້າ​ບໍ­ລິ­ສັດ ຟູ​ຈິ​ວະ​ຣະ ແລະ ບໍ­ລິ­ສັດ ດາວ­ເຮືອງ ໃນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ຈັນ­ທະ​ບູ​ລີ ໃຫ້​ຮູ້​ວ່າ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ “ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ ຊົມ​ທັດ­ສະ­ນີ​ຍະ​ພາບ​ນ້ຳ­ຂອງ​ຍາມ­ແລງ” ໂດຍ​ອີງ­ໃສ່​ສັນ­ຍາ​ສຳ​ປະ­ທານ​ລະ­ຫວ່າງ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ​ນະ­ຄອນ­ຫຼວງ​ວຽງ​ຈັນ ກັບ​ບໍ­ລິ­ສັດ ຟູ​ຈິ​ວະ​ຣະ ແລະ ບໍ­ລິ­ສັດ ດາວ­ເຮືອງ ໃນ​ປີ 2011 ທັງ​ສອງ​ບໍ­ລິ­ສັດ​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ ຈາກ​ນັ້ນ ກໍ​ໄດ້​ຂຽນ​ບົດ​ໂຄງ­ການ​ລະ­ອຽດ ໂດຍ​ຜ່ານ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ທຸກ​ຂັ້ນ ເພື່ອ​ຂໍ​ການ​ອະ­ນຸ­ມັດ ເຊິ່ງ​ການ​ພັດ­ທະ­ນາ​ເຂດ​ດັ່ງ­ກ່າວ ແມ່ນ​ໄດ້​ກຳ­ນົດ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ສວນ​ສາ­ທາ­ລະ­ນະ ຕ້ອງ​ຕິດ​ພັນ​ກັບ​ນະ­ໂຍ­ບາຍ 6ສ ຂອງ​ນະ­ຄອນ­ຫຼວງ​ວາງ​ອອກ ຈັດ​ສັນ​ໃຫ້​ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ສວນ​ຫຍ້າ ແລະ ຕົ້ນ­ໄມ້​ສີ­ຂຽວ​ດອກ​ໄມ້​ປະ­ດັບ ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ມີ​ຜູ້​ອະ­ນາ­ໄມ ບົວ­ລະ­ບັດ​ຮັກ­ສາ ປັບ­ປຸງ​ລະ­ບົບ​ໄຟ­ຟ້າ ພາຍ​ໃນ​ສວນ​ປ່ຽນ​ມາ​ເປັນ​ລະ­ບົບ​ໄຟ LED ທັງ​ໝົດ ຄຽງ​ຄູ່​ກັນ​ນັ້ນ ຍັງ​ໄດ້​ຖື​ສຳ­ຄັນ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ­ຫງົບ ໂດຍ​ໄດ້​ແຕ່ງ­ຕັ້ງ​ໜ່ວຍ​ປະ­ຈຳ­ການ​ຕະ­ຫຼອດ 24 ຊົ່ວ­ໂມງ ສົມ­ທົບ​ກັບ​ກອງ­ຮ້ອຍ ກອງ​ບັນ­ຊາ​ການ​ຊາຍ​ແດນ ປກສ ບ້ານ ກຸ່ມ​ບ້ານ ຈັດ​ຕັ້ງ​ສະ­ຖານ­ທີ່​ຈອດ​ລົດ​ທຸກ​ຊະ­ນິດ ດ້ວຍ​ຫຼາຍ​ວິ­ທີ​ເຮັດ​ໃຫ້​ສະ­ຖານ­ທີ່​ດັ່ງ­ກ່າວ ມີ​ຄວາມ​ປອດ​ໄພ ສ້າງ​ກົດ​ລະ­ບຽບ​ໃຫ້​ຊາວ​ຄ້າ­ຂາຍ ແຕ່​ລະ​ຮ້ານ​ຕ້ອງ​ມີ​ຖົງ​ຢາງ​ໃສ່​ຂີ້​ເຫຍື້ອ ແຕ່​ລະ​ມື້​ຕ້ອງ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ໃຫ້​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ພາຍ­ຫຼັງ​ເລີກ​ຕະ­ຫຼາດ­ນັດ ຕ້ອງ​ໄດ້​ອະ­ນາ­ໄມ​ສະ­ຖານ­ທີ່​ດັ່ງ­ກ່າວ​ໃຫ້​ສະ­ອາດ​ຈົບ­ງາມ.

ປັດ­ຈຸ­ບັນ ທັງ​ສອງ​ບໍ­ລິ­ສັດ​ໄດ້​ຂຶ້ນ​ແຜນ​ພັດ­ທະ­ນາ​ສວນ​ເຈົ້າ​ອະ­ນຸ­ວົງ ໃຫ້​ມີ​ໂສມ​ໜ້າ​ໃໝ່ ເຊັ່ນ: ພັດ­ທະ­ນາ​ຮົ້ວ​ສີ­ຂຽວ​ໃຫ້​ມາ​ເປັນ​ສວນ​ດອກ​ໄມ້ ຫຼື​ກຳ­ແພງ​ວຽງ​ຈັນ​ເກົ່າ ພັດ­ທະ­ນາ​ສວນ​ຫຼີ້ນ​ເດັກ­ນ້ອຍ ເຄື່ອງ​ອອກ­ກຳ­ລັງ​ກາຍ ປັບ­ປຸງ​ສວນ​ດອກ​ໄມ້​ໃຫ້​ມີ​ບ່ອນ​ນັ່ງ​ຫຼິ້ນ ດື່ມ​ກາ­ເຟ ອາ­ຫານ​ເບົາ ປັບ­ປຸງ​ຫ້ອງ​ນ້ຳ​ໃຫ້​ໄດ້​ມາດ­ຕະ­ຖານ ໂດຍ​ຜູ້​ສຳ​ປະ­ທານ​ເປັນ​ຜູ້​ພັດ­ທະ­ນາ​ເອງ ນອກ­ຈາກ​ນີ້ ກໍ​ໄດ້​ພັດ­ທະ­ນາ​ຕອນ​ດິນ​ພັກ​ລຸ່ມ​ແຄມ​ຂອງ ເຊິ່ງ​ເອີ້ນ​ວ່າ ສະ­ຖານ­ທີ່​ທ່ອງ​ທ່ຽວ​ນາ­ຄາ​ຣາ​ຊ ຊີ​ຕີ້ ເຊິ່ງ​ອອກ​ແບບ​ສະ​ຖາ​ປັດ​ຕະ​ຍາ​ກຳ​ລາວ​ລວມ​ສະ­ໄໝ​ປະ­ກອບ​ມີ ເຂດ​ວາງ­ສະ­ແດງ​ສິນ­ຄ້າ​ຜະ­ລິດ​ຕະ​ພັນ​ເຄື່ອງ​ລາວ ຫັດ­ຖະ​ຫຳ ເຄື່ອງ​ຕ່າງ­ປະ­ເທດ​ຈຳ­ນວນ​ໜຶ່ງ ມີ​ນ້ຳ­ພຸ ຫ້ອງ​ນ້ຳ​ສະ­ອາດ ສວນ​ດອກ​ໄມ້ ບ່ອນ​ນັ່ງ​ພັກ­ຜ່ອນ ແລະ ອື່ນໆ ເຮັດ​ໃຫ້​ເຂດ​ດັ່ງ­ກ່າວ ມີ​ຄວາມ​ສວຍ​ງາມ​ສາ­ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ນັບ​ມື້​ຫຼາຍ​ຂຶ້ນ.

ສຳ­ລັບ​ແຜນ​ພັດ­ທະ­ນາ​ພັກ​ລຸ່ມ​ກັນ​ຕາ­ຝັ່ງ​ເຈື່ອນ​ດ້ານ​ເທິງ ແຕ່​ຜາມ­ໄຊ​ຫາ​ອົງ­ການ​ແມ່­ນ້ຳ​ຂອງ ເຊິ່ງ​ເປັນ​ເຂດ​ສຳ​ປະ­ທານ​ຂອງ​ບໍ­ລິ­ສັດ ດາວ­ເຮືອງ ກໍ​ໄດ້​ສືບ­ຕໍ່​ພັດ­ທະ­ນາ ເພື່ອ​ໃຫ້​ເກາະ​ກ່າຍ​ກັນ​ກັບ​ແຜນ​ພັດ­ທະ­ນາ​ພັກ​ລຸ່ມ​ກັນ​ຕາ­ຝັ່ງ​ເຈື່ອນ​ຂອງ​ນາ­ຄາ​ຣາ​ຊ ຊີ​ຕີ້ ເຊິ່ງ​ໄດ້​ມີ​ການ​ອອກ​ແບບ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ ໂດຍ​ເນັ້ນ​ໃຫ້​ເປັນ​ຮ້ານ​ກາ­ເຟ ຮ້ານ​ອາ­ຫານ ຂາຍ​ຜະ­ລິດ​ຕະ​ພັນ​ສົ່ງ­ເສີມ​ການ​ຜະ­ລິດ​ພາຍ​ໃນ ສ້າງ​ເປັນ​ບ່ອນ​ຈັດ​ກິດ­ຈະ­ກຳ ເທ​ສະ­ການ​ຕ່າງໆ ສະ­ຫຼັບ​ວ່າງ​ໄປ​ດ້ວຍ​ຕົ້ນ­ໄມ້​ສີ­ຂຽວ​ໃຫ້​ເກາະ​ກ່າຍ​ເປັນ​ສະ­ຖານ­ທີ່​ຮົ່ມ​ເຢັນ ເພື່ອ​ນັ່ງ​ພັກ­ຜ່ອນ​ໃນ​ໄລ­ຍະ​ຜ່ານ​ມາ ບໍ­ລິ­ສັດ ດາວ­ເຮືອງ ໄດ້​ເອົາ​ແບບ­ແຜນ​ລວມ​ໄປ​ຜ່ານ​ຄະ­ນະ​ກຳ­ມະ­ການ ແລະ ໄດ້​ຮັບ​ການ​ແນະ­ນຳ ເພື່ອ​ໃຫ້​ແບບ­ແຜນ​ດັ່ງ­ກ່າວ​ສົມ­ບູນ ພາຍ­ຫຼັງ​ທີ່​ໄດ້​ຮັບ​ອະ­ນຸ­ຍາດ ກໍ​ຈະ​ໄດ້​ເລີ່ມ​ປຸກ​ສ້າງ​ເປັນ​ແຕ່​ລະ​ໄລ­ຍະ​ຕາມ​ແຜນ­ຜັງ ລວມ​ຄື ສວນ​ເຈົ້າ​ອະ­ນຸ­ວົງ ນາ­ຄາ​ຣາ​ຊ ຊີ​ຕີ້ ແລະ ພັກ​ລຸ່ມ​ຈະ​ເປັນ​ບ່ອນ​ວາງ­ສະ­ແດງ​ສິນ­ຄ້າ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ລາວ ຊື້​ຂາຍ-ແລກ­ປ່ຽນ​ກັບ​ນັກ​ທ່ອງ​ທ່ຽວ ສ້າງ​ວຽກ​ເຮັດ​ງານ​ທຳ​ເປັນ​ບ່ອນ​ຄ້າ­ຂາຍ ໃຫ້​ແກ່​ຜູ້​ລິດ​ກະ­ສິ­ກຳ ຫັດ­ຖະ­ກຳ ກໍ​ຄື​ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ເປັນ​ບ່ອນ​ພັກ­ຜ່ອນ​ຕ່າງໆ ຊົມ​ທິວ​ທັດ​ແມ່­ນ້ຳ​ຂອງ ເບິ່ງ​ແສງ​ຕາ­ເວັນ​ລັບ​ຂອບ​ຟ້າ​ນ້ຳ­ຂອງ​ຍາມ­ແລງ.

ນອກ­ຈາກ​ນີ້ ທັງ​ສອງ​ບໍ­ລິ­ສັດ​ກໍ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ ເສຍ​ພັນ­ທະ​ອາ­ກອນ ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ສັງ­ຄົມ ພັດ­ທະ­ນາ​ບ້ານ​ອ້ອມ​ຂ້າງ​ງານ​ສັງ​ສັນ​ສັງ­ຄົມ​ຕ່າງໆ ນັບ​ແຕ່​ມື້​ເລີ່ມ ຕົ້ນ​ຈົນ​ເຖິງ​ປັດ­ຈຸ­ບັນ​ໄດ້​ລົງ­ທຶນ​ພັດ­ທະ­ນາ​ສວນ​ແຫ່ງ​ນີ້​ມູນ​ຄ່າ​ຫຼາຍ​ຕື້​ກີບ ພ້ອມ​ນີ້​ກໍ​ໄດ້​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ​ຕາມ​ທິດ​ສາມ​ສ້າງ​ຢ່າງ​ແທ້​ຈິງ ພ້ອມ​ທັງ​ປະ­ຕິ­ບັດ​ນະ­ໂຍ­ບາຍ 6ສ ເຊິ່ງ​ເປັນ­ຄວາມ​ຈຳ­ເປັນ​ຈະ​ຕ້ອງ​ໄດ້​ພັດ­ທະ­ນາ ນວ ໃຫ້​ກາຍ­ເປັນ​ເມືອງ​ໜ້າ​ຢູ່​ເມືອງ​ແຫ່ງ​ສຸ­ຂະ­ພາບ.

error: Content is protected !!