ສວນອາຫານເນລະມິດສອງ ຫ້ວຍນ້ຳໃສ ເປັນສວນອາຫານ ອີກແຫ່ງໜຶ່ງທີ່ນອນຢູ່ໃນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ເປີດບໍລິການມາໄດ້ໜຶ່ງເດືອນ ສວນແຫ່ງນີ້ສ້າງຂຶ້ນ ເພື່ອເຮັດໃຫ້ຫຼາຍຄົນໄດ້ເຂົ້າມາສຳຜັດທຳມະຊາດ ແລະ ພັກຜ່ອນຢ່ອນອາລົມ ເຊິ່ງນັບແຕ່ມື້ເປີດຈົນເຖີງປັດຈຸບັນນີ້ ເຫັນວ່າລູກຄ້າໃຫ້ການຕອບຮັບດີ.

ທ່ານ ແສນອຸດົມ ສູດທິພົງ ເຈົ້າຂອງສວນອາຫານເນລະມິດ ສອງຫ້ວຍນ້ຳໃສ ໄດ້ກ່າວວ່າ: ສວນອາຫານເນລະມິດສອງ ຫ້ວຍນ້ຳໃສ ຕັ້ງຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພາຍໃນສວນມີເນື້ອທີ່ທັງໝົດ 5 ເຮັກຕາ ຄວາມຄິດລິເລີ່ມຂອງການສ້າງສວນແຫ່ງນີ້ ແມ່ນຕ້ອງການພັດທະນາເນື້ອທີ່ດິນຂອງຄອບຄົວ ໃຫ້ເປັນສະຖານທີ່ທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາສຳຜັດກັບທຳມະຊາດ ຈຸດພົ້ນເດັ່ນຂອງສວນແຫ່ງນີ້ ແມ່ນມີສາຍຫ້ວຍນ້ຳໃສໄຫຼຜ່ານ ສ້າງຄວາມສວຍງາມ ໂດຍສະເພາະແມ່ນໃນໄລຍະລະດູຝົນ ພ້ອມນີ້ ສວນຍັງມີຕົ້ນໄມ້ໃຫຍ່ ປົກຫຸ້ມສ້າງຄວາມຮົ່ມເຢັນ ນອກນັ້ນ ສວນແຫ່ງນີ້ຍັງມີຕູບໄວ້ຄອຍບໍລິການລູກຄ້າເຖິງ 20 ກວ່າຕູບ ມີຈຸດຊົມທິວທັດທຳມະຊາດ ເພາະສວນຂອງເຮົາໄດ້ຕັ້ງຕິດກັບວັດຖ້ຳຄອກມ້າ ທີ່ທ່ານສາມາດທ່ຽວຊົມບັນຍາກາດພາຍໃນວັດ ແລະ ຂຶ້ນໄປສຳຜັດທຳມະຊາດແຄມຂອງ ຜ່ານຈຸດຊົມທິວທັດຂອງວັດດັ່ງກ່າວ ຫຼັງຈາກນັ້ນກໍສາມາດລົງມາພັກຜ່ອນຢູ່ພາຍໃນສວນຂອງພວກເຮົາ ທີ່ມີອາຫານໄວ້ຄອຍບໍລິການແບບເປັນກັນເອງ ເຊັ່ນ: ປາລາດພິກ ເຂົ້າຈີ່ລາວ ຕົ້ມໄກ່ ປີ້ງໄກ່ ແລະ ອາຫານຕາມສັ່ງ ເຊິ່ງລາຄາເລີ່ມຕົ້ນແມ່ນ 15 ພັນກີບຂຶ້ນໄປ ພ້ອມນັ້ນ ທາງສະຖານທີ່ທ່ອງທ່ຽວພວກເຮົາ ຍັງໄດ້ຮ່ວມມືກັບຄູ່ຮ່ວມທຸລະກິດ ເພື່ອມາຮ່ວມບໍລິການຈຳໜ່າຍອາຫານ ແລະ ເຄື່ອງດື່ມໃຫ້ມີຫຼາຍປະເພດ ປັດຈຸບັນມີຮ້ານກາເຟບູບູບູ້ ຮ້ານກະແລັມໂຈ້ໂຈ້ ຮ້ານກູໂລຕີ ແລະ ຍັງຍິນດີຕ້ອນຮັບຮ້ານອື່ນໆທີ່ມີຄວາມສົນໃຈຕ້ອງການເຂົ້າມາຮ່ວມຂາຍ ຮ່ວມເຮັດທຸລະກິດຮ່ວມກັບທາງສວນຂອງພວກເຮົາ.

ທ່ານ ແສນອຸດົມ ສູດທິພົງ ໄດ້ກ່າວຕື່ມວ່າ: ສຳລັບອະນາຄົດແມ່ນຈະພັດທະນາສວນຂື້ນຕື່ມ ໂດຍຈະຕົບແຕ່ງພາຍໃນສວນໃຫ້ມີສີສັນຫຼາຍຂື້ນ ພ້ອມທັງຈະສ້າງຕູບຕິດກັບນ້ຳຈຳນວນ 10 ຕູບ ເພື່ອສ້າງຄວາມສະດວກສະບາຍໃຫ້ກັບລູກຄ້າໃນເວລາລົງຫຼິ້ນນ້ຳ ນອກຈາກນີ້ຍັງຈະເນັ້ນສົ່ງເສີມສິນຄ້າຂອງປະຊາຊົນ ໂດຍຈະສ້າງເປັນຈຸດຂາຍສິນຄ້າໃຫ້ປະຊາຊົນໂດຍບໍ່ເສຍຄ່າຮ້ານ ເພື່ອຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າມີວຽກເຮັດງານທຳ ແລະ ມີລາຍຮັບເຂົ້າໃນຄອບຄົວ.

ສຳລັບລູກຄ້າທ່ານໃດທີ່ມີຄວາມສົນໃຈ ຢາກໄປພັກຜ່ອນ ຫຼື ສຳຜັດກັບທຳມະຊາດ ແມ່ນສາມາດເດີນທາງມາໄດ້ ເຊິ່ງສວນຂອງພວກເຮົາຕັ້ງຢູ່ຫ່າງຈາກສະໜາມບິນສາກົນວັດໄຕ ພຽງ 15 ກິໂລແມັດ ຂີ່ລ້ຽວເຂົ້າທາງເກົ້າລ້ຽວລົງມາຮອດຕະຫຼາດຫ້ວຍນ້ຳໃສ ກໍຈະເຫັນສວນຕັ້ງຢູ່ກົງກັນກັບຕະຫຼາດຕັ້ງກ່າວ ຕິດກັບແຄມທາງໃຫຍ່ ໂດຍບໍ່ໄດ້ເສຍຄ່າເຂົ້າສວນ ແລະ ເສຍຄ່າຈອດລົດ ເປີດບໍລິການນັບແຕ່ວັນຈັນຫາວັນອາທິດ.


