ໃນໄລຍະທີ່ກ້າວເຂົ້າສູ່ລະດູຝົນ ການທ່ອງທ່ຽວສະຖານທີ່ທຳມະຊາດນ້ຳຕົກຕາດຕ່າງໆ ກໍເລີ່ມມີສີສັນ ເຮັດໃຫ້ໃນມື້ພັກ ເສົາ-ອາທິດ ວັນພັກລັດຖະບານ ແລະ ເທສະການຕ່າງໆ ຕ່າງຄົນຕ່າງນຳຄອບຄົວໝູ່ເພື່ອນ ຍາດຕິພີ່ນ້ອງ ມຸ່ງໜ້າຫາສະຖານທີ່ທ່ອງທ່ຽວ ເຮັດໃຫ້ສະຖານທີ່ທ່ອງທ່ຽວທຳມະຊາດຢູ່ຫຼາຍໆ ທ້ອງຖິ່ນກໍເຕັມໄປດ້ວຍມວນຊົນຈຳນວນຫຼາຍ.

ສຳລັບສະຖານທີ່ທ່ອງທ່ຽວ ໃນນະຄອນຫຼວງວຽງຈັນ ແມ່ນມີຫຼາຍຈຸດທີ່ໜ້າທ່ຽວ ເຊັ່ນ: ໃກ້ກັບເຂດເທສະບານ ກໍຄົງຈະແມ່ນສະຖານທີ່ທ່ອງທ່ຽວຕາມລຳນ້ຳມູນ ເຂດເມືອງສີໂຄດຕະບອງ ໄກອອກໄປອີກກໍຄົງຈະເປັນສະຖານທີ່ທ່ອງທ່ຽວນ້ຳຕົກຕາດເມືອງນາຊາຍທອງ ບໍ່ວ່າຈະເປັນຕາດ ຫີນຄັນນາ ຕາດຊອນ… ສ່ວນທາງເມືອງໄຊທານີ ແລະ ເມືອງປາກງື່ມ ກໍຈະມີຕາດຊ້າງເທວະດາ ຕາດພັກຊອຍວອຍ ຕາດຫ້ວຍຊາຍຂາວ ຕາດວັງຫຼວງ ແລະ ອື່ນໆ ໃນວັນບຸນເຂົ້າພັນສາ ຜ່ານມານີ້ ສະຖານທີ່ທ່ອງທ່ຽວຫຼາຍໆແຫ່ງ ເຕັມໄປດ້ວຍມວນຊົນທີ່ໜາແໜ້ນ ມີບາງສະຖານທີ່ທ່ອງທ່ຽວ ຕູບ ແລະ ສະຖານທີ່ຝາກລົດ ທີ່ກຽມໄວ້ຮອງຮັບນັກທ່ອງທ່ຽວນັ້ນ ກໍບໍ່ສາມາດຮັບໄດ້ເພາະສະຖານທີ່ບໍ່ພຽງພໍນັ້ນ ຖືໄດ້ວ່າເປັນການປະກອບສ່ວນໃນການສົ່ງເສີມການທ່ອງທ່ຽວພາຍໃນນະຄອນຫຼວງວຽງຈັນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ສ້າງລາຍຮັບໃຫ້ກັບທ້ອງຖິ່ນໄດ້ເປັນຢ່າງດີ.
ຢ່າງໃດກໍຕາມ ການໄປທ່ອງທ່ຽວໃນສະຖານທີ່ຕ່າງໆນັ້ນ ກໍຕ້ອງມີສະຕິ ເນື່ອງຈາກໄລຍະນີ້ ເປັນລະດູຝົນ ເວລາໄປທ່ຽວສະຖານທີ່ ທີ່ເປັນແຫຼ່ງນ້ຳ ເຊັ່ນ ນ້ຳຕົກຕາດ ກໍຕ້ອງໃຫ້ສັງເກດ ເມື່ອມີຝົນຕົກໃນເວລາດົນຈະເຮັດໃຫ້ປະລິມານນ້ຳໃນສາຍນ້ຳຕ່າງໆເພີ່ມຂຶ້ນ ຈະເຮັດໃຫ້ມີນ້ຳໄຫຼຊຸ ນ້ຳປ່າ ເຖິງແມ່ນວ່າຈະບໍ່ມີກໍລະນີທີ່ເກີດຂຶ້ນໃນປະເທດເຮົາກໍຕາມ ການນຳລູກຫຼານລົງຫຼິ້ນນ້ຳ ກໍບໍ່ຄວນປ່ອຍໃຫ້ເຂົາເຈົ້າຫຼິ້ນຕາມລຳພັງ ອີກຢ່າງໜຶ່ງໃນໄລຍະລະດູຝົນ ເປັນໄລຍະການລະບາດຂອງພະຍາດໄຂ້ເລືອດອອກ ດັ່ງນັ້ນ ການໄປທ່ອງທ່ຽວສະຖານທີ່ທຳມະຊາດ ຕ້ອງຊອກຫາວິທີປ້ອງກັນບໍ່ໃຫ້ຍຸງກັດ ຫຼື ໃຫ້ກັດໜ້ອຍທີ່ສຸດ.

ນອກຈາກສິ່ງທີ່ກ່າວມາຂ້າງເທິງ ກໍຍັງມີການພົບປະສັງສັນໃນສະຖານທີ່ທ່ອງທ່ຽວ ກໍຄວນໃຫ້ພໍປະມານ ການດື່ມການກິນກໍຕ້ອງໃຫ້ພໍດີພໍງາມ ແລະ ໃຫ້ມີຄວາມສະຫງົບ ເນື່ອງຈາກວ່າໃນວັນບຸນເຂົ້າພັນສາຜ່ານມາ ກໍເກີດມີກໍລະນີອາລະວາດຕີກັນຢູ່ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງເມືອງສີໂຄດຕະບອງ ທີ່ຕົກເປັນຫາງສຽງ ວິພາກວິຈາກໃນສື່ອອນລາຍ ນອກຈາກນັ້ນ ກໍຄວນເປັນເຈົ້າການ ດື່ມສິ່ງມຶນເມົາແລ້ວບໍ່ຂັບ.
ຄຽງຄູ່ກັນນັ້ນ ການໄປທ່ອງທ່ຽວສະຖານທີ່ຕ່າງໆ ກໍຕ້ອງເປັນເຈົ້າການໃນການຮັກສາຄວາມສະອາດຊ່ວຍກັນ ເຊັ່ນ: ເສດອາຫານ ພາຊະນະບັນຈຸອາຫານ ຕຸກ ແກ້ວ ກະປ໋ອງຕ່າງໆ ກໍຄວນມ້ຽນມັດເປັນຢ່າງດີ ແລະ ຖິ້ມໃສ່ຈຸດທີ່ສະຖານທີ່ທ່ອງທ່ຽວຈັດສັນ ໄວ້ໃຫ້ສ້າງໃຫ້ສະຖານທີ່ທ່ອງທ່ຽວມີຄວາມສະອາດຈົບງາມ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາຫຼາຍຂຶ້ນ ເພື່ອເປັນການປະກອບສ່ວນໃນການອະນຸຮັກສິ່ງແວດລ້ອມນຳອີກ.
ພ້ອມນັ້ນ ການໄປສະຖານທີ່ທ່ອງທ່ຽວຕ່າງໆ ຕ້ອງເປັນເຈົ້າການ ເພາະໄລຍະນີ້ ເປັນໄລຍະຂອງການຜ່ອນຜັນມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19 ເຖິງແມ່ນວ່າໃນປະເທດລາວເຮົາ ມີພຽງ 19 ກໍລະນີ ທີ່ຖືກປິ່ນປົວໃຫ້ຫາຍດີໝົດແລ້ວ ແລະ ຍັງບໍ່ມີກໍລະນີຕິດເຊື້ອໃໝ່ກໍຕາມ ແຕ່ສະພາບການລະບາດໃນທົ່ວໂລກ ຍັງມີທ່າອ່ຽງເພີ່ມຂຶ້ນ ດັ່ງນັ້ນ ທັງນັກທ່ອງທ່ຽວ ແລະ ຜູ້ປະກອບການເອງ ກໍຕ້ອງປະຕິບັດມາດຕະການທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ.
ໂດຍ: ສ.ຣາຊະສີ