ບໍລິສັດ ລາວຊໍາຊຸງເອເລັກໂຕຣນິກ ຈຳກັດຜູ້ດຽວ ໄດ້ມອບໂທລະພາບຊໍາຊຸງ (Smart TV) 5 ໜ່ວຍ ໃຫ້ສະຖາບັນການທະນາຄານ ໃນນັ້ນມີຂະໜາດ 65 ນີ້ວ 3 ໜ່ວຍ ແລະ…
Category: ຂ່າວໜ້າໜຶ່ງ
ສ້າງຄວາມເຂັ້ມແຂງ ພະນັກງານນຳທ່ຽວລະດັບຊາດ
ຊຸດສຳມະນາ ຍົກລະດັບພະນັກງານນຳທ່ຽວລະດັບຊາດຕໍ່ບັດໃໝ່ ຄັ້ງທີ III ຈັດຂຶ້ນວັນທີ 10-12 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ…
ນາໄຊ ຊຸກຍູ້ປະຊາຊົນປ່ອຍປາຫາງນົກຍຸງ ຕິດພັນກັບການປ້ອງກັນພະຍາດໄຂ້ຍຸງລາຍ
ເມື່ອກ້າວເຂົ້າສູ່ລະດູຝົນ ຫຼາຍສະຖານທີ່ກໍເກີດມີນ້ຳອັ່ງ ນ້ຳຂັງ ມີປ່າຫຍ້າຮົກເຮື້ອ ເຊິ່ງບັນດາສະຖານທີ່ເຫຼົ່ານີ້ອາດເປັນບ່ອນເພາະພັນຂອງຍຸງລາຍ ສະນັ້ນ ອຳນາດການປົກຄອງບ້ານ ຮ່ວມກັບອາສາສະໝັກຂັ້ນບ້ານ (ອສບ) ຈິ່ງໄດ້ມີການກວດຫາໜອນນ້ຳຍຸງລາຍແຕ່ລະຄອບຄົວ ນຳພາປະຊາຊົນສ້າງຂະບວນອອກແຮງງານ ອະນາໄມສະຖານທີ່ຕ່າງໆ ໂຄສະນາເຜີຍແຜ່ກ່ຽວກັບຜົນຮ້າຍຂອງພະຍາດໄຂ້ຍຸງລາຍໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ. ທ່ານນາງ…
ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ຢູ່ລາວ ອອກໂຮງໝໍໝົດແລ້ວ
ວັນທີ 9 ມິຖຸນາ 2020 ທີ່ໂຮງໝໍມິດຕະພາບ ໄດ້ຈັດພິທີສົ່ງຄົນເຈັບທີ່ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຜູ້ສຸດທ້າຍ ເຊິ່ງເປັນເພດຊາຍອອກໂຮງໝໍ (ເພື່ອໄປກັກບໍລິເວນຕົນເອງຢູ່ເຮືອນ 14 ວັນ) ເຊິ່ງໄດ້ເຂົ້າໂຮງໝໍວັນທີ 28 ມີນາຜ່ານມາ…
ຜູ້ຕິດເຊື້ອໄຂ້ຍຸງລາຍທົ່ວປະເທດ ສະສົມຫຼາຍກວ່າ 1.600 ກໍລະນີ
ປັດຈຸບັນ ທົ່ວປະເທດມີອັດຕາການເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍສະສົມ 5 ຄົນ ໃນນີ້ ມີກໍລະນີເສຍຊີວິດໃໝ່ເພີ່ມ 1 ຄົນ ເຊິ່ງເສຍຊີວິດວັນທີ 8 ມິຖຸນາ 2020 ຢູ່ແຂວງບໍລິຄຳໄຊ ລວມເປັນ 4…
ຫາລືການພັດທະນາວຽກງານທ່ອງທ່ຽວ ຢູ່ແຂວງໄຊສົມບູນ
ກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາວຽກງານທ່ອງທ່ຽວ ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນວັນທີ 8 ມີຖຸນາ 2020 ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມ ໂຄງການພັດທະນາແຫຼ່ງທ່ອງທ່ຽວພູເບ້ຍ…
ເປີດໃຫ້ບໍລິການທ່ຽວຊົມ ແລະ ຈັດກິດຈະກຳສະຖານທີ່ພິພິທະພັນສະຖານບູຮານ
ພາຍຫຼັງທີ່ລັດຖະບານ ກໍຄືຄະນະສະເພາະກິດ ມີຄຳສັ່ງຜ່ອນຜັນການສະກັດກັ້ນ ປ້ອງກັນພະຍາດໂຄວິດ-19 ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ກ້າວເຂົ້າສູ່ປົກກະຕິ ແລະ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ກໍໄດ້ກັບມາເປີດໃຫ້ບໍລິການເປັນປົກກະຕິ ນັບແຕ່ວັນທີ 1 ມິຖຸນາ 2020 ເປັນຕົ້ນມາ ເພື່ອຊຸກຍູ້-ສົ່ງເສີມການທ່ອງທ່ຽວພາຍໃນໃຫ້ນັບມື້ເຂັ້ມແຂງ. ທ່ານ…
ຍົກລະດັບດ້ານວິຊາການໃຫ້ຄູເຝິກຂັ້ນ ປ2 ສຳລັບຫຼັກສູດສະບັບປັບປຸງໃໝ່
ກະຊວງສຶກສາທິການ ແລະ ກີລາ ໂດຍການຮ່ວມມືຈາກລັດຖະບານອົດສະຕຣາລີ ໄດ້ເລີ່ມຕົ້ນເປີດການເຝິກອົບຮົມຄູຂັ້ນ ປ2 ກ່ຽວກັບຫຼັກສູດສະບັບປັບປຸງໃໝ່ ຢູ່ສູນເຝິກອົບຮົມແມ່ຍີງລາວ (ໂພນທັນ) ນະຄອນຫຼວງວຽງຈັນ ໃນວັນທີ 9 ມິຖຸນາ 2020 ໂດຍເປັນປະທານທ່ານ ອ່ອນແກ້ວ…
ເຊີນຮ່ວມກິດຈະກຳວັນຜູ້ບໍລິຈາກເລືອດໂລກ ຄົບຮອບ 15 ປີ
ໃນວັນທີ 8 ມິຖຸນາ 2020 ທີ່ສູນເລືອດແຫ່ງຊາດ ອົງການກາແດງລາວ ຈັດຖະແຫຼງຂ່າວເນື່ອງໃນໂອກາດວັນຜູ້ບໍລີຈາກເລືອດໂລກ ຄົບຮອບ 15 ປີຂຶ້ນ ໂດຍມີທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ທ່ານ ຈັນທະລາ…