ຈະກວດກາສານຕົກຄ້າງໃນພືດ-ຜັກຢູ່ຕະຫຼາດກະສິກໍາອິນຊີ ເດືອນລະຄັ້ງ

    ພິທີຖະແຫຼງຂ່າວ ການຄຸ້ມຄອງຄຸນນະພາບພືດ-ຜັກອິນຊີຢູ່ຕະຫຼາດກະສິກໍາອິນຊີ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 20 ມິຖຸນາ ທີ່ຜ່ານມາຢູ່ຕະຫຼາດດັ່ງກ່າວ ໂດຍມີທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໄຊເສດຖາ ທ່ານ ນັນຕາ ຊານຸວົງ…

ຈີນສືບຕໍ່ຊ່ວຍເຫຼືອລາວ ເພື່ອຕອບໂຕ້ກັບພະຍາດໂຄວິດ

    ພິທີມອບ-ຮັບການຊ່ວຍເຫຼືອລ້າ ອຸປະກອນການແພດ ແລະ ຢາປົວພະຍາດເພື່ອຕອບໂຕ້ພະຍາດໂຄວິດ-19 ຈາກລັດຖະບານຈີນ ຈັັດຂຶ້ນວັນທີ 19 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ກ່າວມອບໂດຍຜູ້ຕາງໜ້າຄະນະທູດເສດຖະກິດຈີນປະຈຳລາວ ແລະ ກ່າວຮັບໂດຍທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ…

ກຽມຄວາມພ້ອມ ເພື່ອປ້ອງກັນພະຍາດໂຄວິດໃຫ້ແຮງງານເຄື່ອນຍ້າຍ

    ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ລົງນາມຂໍ້ຕົກລົງການຮ່ວມມືໂຄງການການເພີ່ມທະວີການກຽມພ້ອມເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ໃຫ້ແຮງງານເຄື່ອນຍ້າຍ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກການເຄື່ອນຍ້າຍໃນລາວຂຶ້ນໃນອາທິດຜ່ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ລົງນາມໂດຍທ່ານນາງ ອານຸສອນ ຄໍາສິງສະຫວັດ…

ຈະພັດທະນາ-ຄຸ້ມຄອງອິນເຕີເນັດລວມສູນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນ

     ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ສະຫຼຸບວຽກງານປະຈໍາ 6 ເດືອນຕົ້ນປີ 2020 ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ ໃນວັນທີ 19 ມິຖຸນາ 2020 ໂດຍການເປັນປະທານຂອງທ່ານ…

ສະຖານເອກອັກຄະລັດຖະທູດ ອາເມຣິກາ ປະຈຳ ສປປ ລາວ ງົດການອອກວີຊາບາງປະເພດໃຫ້ແກ່ພົນລະເມືອງລາວ

    ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາພໍ່ແມ່ ພີ່ນ້ອງປະຊາຊົນລາວທຸກທົ່ວໜ້າ ໂດຍອີງຕາມຈົດໝາຍແຈ້ງຈາກສະຖານເອກອັກຄະລັດຖະທູດແຫ່ງສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ສະບັບເລກທີ 20-334/CONS ລົງວັນທີ 6 ເມສາ 2020 ຊາບວ່າ:…

ມູນນິທິເຊມາອຸນ ສະໜັບສະໜູນປະຊາຊົນ 3 ບ້ານເມືອງປາກງື່ມຜະລິດກະສິກໍາເພື່ອເພີ່ມລາຍຮັບ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໂຄງການ ປະຈໍາປີ 2019 ໃນ 6 ເດືອນຕົ້ນປີ  ແລະ ແຜນການ 6 ເດືອນທ້າຍປີ 2020 ຂອງມູນນິທິເຊມາອຸນ ປະຈໍາລາວ ຈັດຂຶ້ນວັນທີ 19 ມິຖຸນາ…

ມອບ-ຮັບ​ໜ້າ​ທີ່ປະທານສະພາບໍລິຫານ ທຫລ

​    ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດ​ພິທີ​ມອບ-ຮັບ​ໜ້າ​ທີ່ປະທານສະພາບໍລິຫານ ທຫລ ຂຶ້ນ​ວັນທີ 18 ມິຖຸນາ 2020 ​ຢູ່ ທຫລ ​ລະຫວ່າງທ່ານ ສົມດີ…

ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າໄລຍະການລະບາດຂອງໂຄວິດ

    ໃນວັນທີ 18 ມິຖຸນາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ພ້ອມດ້ວຍທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການອຳນວຍການລັດວິສາຫະກິດໄຟຟ້າລາວ…

ຫາລືການຮັບມືຕ້ານການແຜ່ລະບາດຂອງພະຍາດໂຄວິດ

    ວັນທີ 18 ມິຖຸນາ 2020 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ: ການຮ່ວມມືກັນ ໃນການຮັບມືຕ້ານການແຜ່ລະບາດພະຍາດໂຄວິດ-19 ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ…

error: Content is protected !!