ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) ນະຄອນຫຼວງວຽງຈັນ (ນວ) ຈັດເຝິກອົບຮົບກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ຫົວໜ່ວຍທຸລະກິດຄອບຄົວ ໃຫ້ຫ້ອງການ ຊສ ແລະ ຫ້ອງກ່ຽວຂ້ອງຂອງເມືອງໄຊທານີ ຂຶ້ນວັນທີ 23 ກໍລະກົດ 2020 ຢູ່ເມືອງດັ່ງກ່າວ ໂດຍມີທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ແອງພອນ ແພງສຸວັນ ຫົວໜ້າພະແນກ ຊສ ນວ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ແອງພອນ ແພງສຸວັນ ກ່າວວ່າ: ການຄຸ້ມຄອງສິ່ງແວດລ້ອມທຸລະກິດຄອບຄົວ ແມ່ນວຽກງານໜຶ່ງທີ່ກຳນົດຢູ່ໃນມາດຕາ 17 ແລະ ມາດຕາ 23 ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມຂອງລາວ ເພື່ອສ້າງເງື່ອນໄຂໃຫ້ຫົວໜ່ວຍທຸລະກິດ ແລະ ກິດຈະການຕ່າງໆໃນ ນວ ກໍຄືເມືອງໄຊທານີ ໄດ້ດຳເນີນການເຄື່ອນໄຫວທຸລະກິດ ແລະ ກິດຈະການຂອງຕົນ ພາຍໃຕ້ການຄຸ້ມຄອງດ້ວຍລະບຽບກົດ ໝາຍ ແລະ ໄປຕາມກົນໄກການພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະສີຂຽວ ຍືນຍົງ ເພື່ອອຳນວຍຄວາມສະດວກໃຫ້ຫົວໜ່ວຍທຸລະກິດ ຫຼື ຜູ້ປະກອບການໄດ້ນຳໃຊ້ໃນການສ້າງແຜນຄຸ້ມຄອງສິ່ງແວດລ້ອມທຸລະກິດຄອບຄົວຂອງຕົນ ຂະນະທີ່ຫົວໜ່ວຍທຸລະກິດກໍຕ້ອງໄດ້ສະໜອງຂໍ້ມູນການຄາດຄະເນຜົນໄດ້ຮັບທີ່ອາດເກີດຂຶ້ນຈາກການດຳເນີນກິດຈະການ ພ້ອມທັງກຳນົດມາດຕະການປ້ອງກັນ ຫຼຸດຜ່ອນ ຫຼື ແກ້ໄຂບັນ ຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຢ່າງຮັດກຸມ ພາຍຫຼັງສຳເລັດການສະໜອງຂໍ້ມູນແລ້ວ ໃຫ້ນຳສົ່ງແຜນການຄຸ້ມຄອງດັ່ງກ່າວ ໄປຫາຫ້ອງການ ຊສ ເມືອງ ທີ່ຫົວໜ່ວຍທຸລະກິດຂອງຕົນຕັ້ງຢູ່ ເພື່ອ ຄົ້ນ ຄວ້າພິຈາລະນາອອກໃບຢັ້ງຢືນສິ່ງແວດລ້ອມຕາມຂະບວນການຂອງລະບຽບກົດໝາຍ.

ນອກນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ ແລະ ເຂົ້າໃຈພື້ນຖານກ່ຽວກັບການພັດທະນາ ແລະ ການຄຸ້ມຄອງສິ່ງ ແວດລ້ອມ ໂດຍສະເພາະແບບຟອນການສ້າງແຜນຄຸ້ມຄອງສິ່ງແວດລ້ອມທຸລະກິດຄອບຄົວ ຂະບວນການຄົ້ນຄວ້າ ແລະ ພິຈາລະນາອອກໃບຢັ້ງຢືນຮັບຮອງແຜນຄຸ້ມຄອງສິ່ງແວດລ້ອມທຸລະກິດຄອບຄົວ ກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາ ການປະສານງານ ແລະ ຮ່ວມມືຂອງຂະແໜງການກ່ຽວຂ້ອງ ແລະ ອື່ນໆ ເພື່ອເຮັດໃຫ້ພາກສ່ວນກ່ຽວຂ້ອງນຳໄປຈັດຕັ້ງປະຕິບັດໃນວຽກງານຕົວຈິງໃຫ້ຖືກຕ້ອງ ແລະ ສອດ ຄ່ອງຍິ່ງຂຶ້ນ.