ຈັນທະບູລີ ມີນັກຮຽນເຂົ້າຮ່ວມສອບເສັງຈົບຊັ້ນ ມ4 1.380 ຄົນ

ການ​ສອບ­ເສັງ​ຈົບ​ຊັ້ນ ມ4 ທົ່ວ​ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ສົກ­ຮຽນ 2019-2020 ຈັດ​ຂຶ້ນ​ວັນ​ທີ 22-24 ກໍ­ລະ­ກົດ 2020 ຢູ່​ສູນ​ສອບ­ເສັງ​ໂຮງ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ສົມ­ບູນ​ວຽງ​ຈັນ ໂດຍ​ມີ​ທ່ານ ແກ້ວ​ປະ­ເສີດ ໄຊ​ປັນ­ຍາ ຮອງ​ເຈົ້າ­ເມືອງ​ຈັນ­ທະ​ບູ​ລີ ທ່ານ ພູ­ທອນ ແສງ​ດາ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ຈັນ­ທະ​ຄານ ລັດ­ຕະ­ນາ ຮອງ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ​ຈັນ­ທະ​ບູ​ລີ ກ່າວ​ວ່າ: ເພື່ອ​ຕິດ­ຕາມ ກວດ­ກາ ແລະ ປະ​ເມີນ​ຜົນ​ການ​ບໍ­ລິ­ຫານ​ຄຸ້ມ​ຄອງ​ໂຮງ­ຮຽນ​ສາ­ມັນ​ສຶກ​ສາ​ທົ່ວ​ເມືອງ​ຈັນ­ທະ​ບູ​ລີ ໂດຍ​ສະ­ເພາະ​ການ​ຮຽນ-ການ​ສອນ ການ​ປະ­ຕິ­ບັດ​ໂຄງ­ການ​ຫຼັກ­ສູດ ກໍ​ຄື 3 ຂໍ້​ແຂ່ງ­ຂັນ​ທີ່​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ​ວາງ​ອອກ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ທັງ​ເປັນ​ການ​ປະ­ຕິ­ບັດ​ຕາມ​ແຜນ​ພັດ­ທະ­ນາ​ການ​ສຶກ​ສາ​ຂອງ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ​ຈັນ­ທະ​ບູ​ລີ ເຊິ່ງ​ສົກ­ຮຽນ​ນີ້ ເມືອງ​ຈັນ­ທະ​ບູ​ລີ ມີ​ນັກ­ຮຽນ​ຊັ້ນ ມ4 ຈຳ­ນວນ 1.380 ຄົນ ຍິງ 730 ຄົນ ຈາກ 16 ໂຮງ­ຮຽນ ມີ 1 ສູນ​ສອບ­ເສັງ ລວມ​ມີ 69 ຫ້ອງ ສອບ­ເສັງ 6 ວິ­ຊາ ຄື: ພາ­ສາ​ລາວ-ວັນ­ນະ­ຄະ­ດີ ສຶກ​ສາ​ພົນ­ລະ­ເມືອງ ວິ­ທະ­ຍາ­ສາດ​ທຳ​ມະ​ສາດ ວິ­ທະ­ຍາ­ສາດ-ສັງ­ຄົມ ຄະ­ນິດ­ສາດ ແລະ ພາ­ສາ​ອັງ­ກິດ.

ທ່ານ ແກ້ວ​ປະ­ເສີດ ໄຊ​ປັນ­ຍາ ໄດ້​ເນັ້ນ​ໃຫ້​ຄະ­ນະ​ກຳ­ມະ­ການ​ທຸກ​ທ່ານ ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ຕົນ​ດ້ວຍ​ຄວາມ ຮັບ­ຜິດ­ຊອບ​ສູງ ທີ່​ສຳ­ຄັນ ໃຫ້​ປະ­ຕິ­ບັດ​ຕາມ​ລະ­ບຽບ​ຫຼັກ­ການ​ຂອງ​ການ​ສອບ­ເສັງ​ຢ່າງ​ເຄັ່ງ​ຄັດ ໂປ່ງ​ໃສ ເປັນ­ກາງ ຍຸດ­ຕິ​ທຳ ພ້ອມ​ທັງ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ເພື່ອ​ຮັບ­ປະ­ກັນ​ໃຫ້­ການ​ສອບ­ເສັງ​ມີ​ຄຸນ​ນະ​ພາບ ແລະ ປະ­ສົບ​ຜົນ­ສຳ­ເລັດ​ຕາມ​ຄາດ­ໝາຍ.

error: Content is protected !!